ແພນອອສ ໄດ້ຜົນ ຕາມຄາດ


2013.07.26
F-phukham ໂຄງການ ຂຸດຄົ້ນບໍ່ຄໍາ ທີ່ ພູຄໍາ
Pan-aus

 

ບໍຣິສັດ ຂຸດຄົ້ນຄໍາ ແລະທອງ PanAust ແຈ້ງຕໍ່ ຜູ້ຖືຫຸ້ນ ຫລັກຊັບວ່າ ທາງ ບໍຣິສັດ ຈະຮັກສາ ເປົ້າໝາຍ ການຜລິດແຮ່ທາດຄໍາ ແລະ ທອງ ຕາມທີ່ ກໍານົດໄວ້ ສໍາລັບ ປີ 2013 ແລະວ່າ ວົງເງິນສົດ ຄາດວ່າ ຈະເພີ້ມຂື້ນ ຢ່າງໄວວາ ແຕ່ນີ້ໄປ ຮອດທ້າຍປີ ຫລັງຈາກ ທາງ ບໍຣິສັດ ໄດ້ສໍາເຣັດ ການເດີນເຣື້ອງ ຂໍ ອະນຸມັດ ງົບປະມານ ລາຍຈ່າຍ ຈາກທາງ ຄະນະ ບໍຣິຫານ ໝົດແລ້ວ.

ໃນໄຕຣມາດ ທີ່ຈົບລົງ ເມື່ອທ້າຍເດືອນ ມີຖຸນາ ຜ່ານມານີ້ ທາງ ບໍຣິສັດ ສາມາດ ຜລິດແຮ່ທາດ ທອງເຂັ້ມ ຂົ້ນໄດ້ 15,483 ໂຕນ ແລະຄໍາ 16,000 ອອນ ຢູ່ບໍ່ພູຄໍາ, ແຂວງວຽງຈັນ, ເພີມຂື້ນ 13% ຈາກໄຕຣມາດ ຜ່ານມາ. ການຜລິດ ແຮ່ທາດຄໍາ ແລະເງິນ ຢູ່ບໍ່ບ້ານ ຫ້ວຍຊາຍ ສໍາລັບ ໄຕຣມາດ ດຽວກັນນີ້ ໄດ້ເຖິງ 28,700 ກວ່າອອນ, ເພີ້ມຂຶ້ນ 11 ສ່ວນຮ້ອຍ ຈາກໄຕຣມາດ ຜ່ານມາ ຍ້ອນວ່າ ໃຊ້ເຄື່ອງຈັກ ບົດແຮ່ ທີ່ມີຄວາມໄວ ສູງ. ສໍາລັບ ຕລອດປີ 2013 ນີ້

PanAust ຄາດວ່າ ຈະສາມາດ ຜລິດແຮ່ທອງ ເຂັ້ມຂົ້ນໄດ້ ລະຫ່ວາງ 62 ຫາ 65,000 ໂຕນ, ແຮ່ທາດຄໍາ ລະຫ່ວາງ 160 ຫາ 175,000 ອອນ ແລະ ແຮ່ທາດເງິນ ຈະໄດ້ປະມານ 1 ລ້ານ ອອນກວ່າໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.