ໂຮງງານໄມ້ ແຂວງຄໍາມ່ວນ ຖືກປິດ 50%
2018.05.16
ຫລັງຈາກ ທາງການລາວ ມີຄໍາສັ່ງ ເລກທີ 15/ນຍ ວ່າດ້ວຍ ການເຂັ້ມງວດ, ການຄວບຄຸມ ແລະ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸຣະກິດໄມ້ ແຕ່ເດືອນ ພຶສພາ 2016 ເປັນຕົ້ນມາ ຫຼາຍແຂວງ ຂອງລາວ ໄດ້ລົງກວດກາ ໂຮງງານໄມ້ແປຮູບ ຢ່າງເຂັ້ມງວດ, ຕົວຢ່າງ ຢູ່ແຂວງຄໍາມ່ວນ ໂຮງງານໄມ້ແປຮູບ ຂນາດໃຫຍ່ ຖືກຍຸບ 12 ແຫ່ງ ຈາກທັງໝົດ 89 ແຫ່ງ, ໂຮງງານໄມ້ແປຮູບ ຂນາດທຸຣະກິດຄອບຄົວ ຖືກຍຸບ 180 ແຫ່ງ ຈາກທັງໝົດ 281 ແຫ່ງ ຍ້ອນບໍ່ໄດ້ຈົດທະບຽນ ຢ່າງຖືກຕ້ອງ, ດັ່ງເຈົ້າໜ້າທີ່ ກວດກາປ່າໄມ້ ຜແນກກະສິກັມ ແລະ ປ່າໄມ້ ແຂວງຄໍາມ່ວນ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 14 ພຶສພາ ນີ້ວ່າ:
“ແມ່ນແຫລະ ເພາະມັນອິງໃສ່ ຣະບຽບການເນາະ ໂຮງງານ ມັນກໍຍັງເຫລືອຫັ້ນແຫລະ ແຕ່ບັນຫາໄມ້ ທີ່ນໍາເຂົ້າມາຜລິດ ມັນຢາກນ້ອຍ ໂຮງງານໃດ ທີ່ບໍ່ມີເງື່ອນໄຂ ໂຮງງານໃດ ທີ່ບໍ່ມີ ມາຕຖານ ກໍຍຸບລົງ ສ່ວນຫລາຍຫັ໋ນຍຸບ ກໍເປັນໂຮງງານ ແບບນໍາໃຊ້ ແບບສ່ວນຕົວ ແລະ ຄອບຄົວ ທີ່ບໍ່ຂຶ້ນກັບຣັຖເຮົາ ຄຸ້ມຄອງ ລະຍຸບ.”
ທ່ານກ່າວຕື່ມວ່າ ບັນຫາໂຮງງານໄມ້ ແປຮູບຖືກປິດ ແລະ ຫຼຸດການຜລິດລົງ ຮວມເຖິງການປົດຄົນງານອອກ ຢູ່ແຂວງຄໍາມ່ວນ ແລະ ແຂວງອື່ນໆ ທີ່ໃກ້ຄຽງນັ້ນ ໄດ້ສົ່ງຜົນ ໃຫ້ການປະມູນໄມ້ ພາຍໃນ ແຂວງຄໍາມ່ວນ ໃນຕົ້ນປີ 2017 ບໍ່ໄດ້ຕາມເປົ້າໝາຍ ແລະ ໄມ້ທີ່ສົ່ງອອກປະມູນຂາຍ ກໍເປັນໄມ້ເກົ່າ ທີ່ຄ້າງໃນສາງມາດົນ ຕາກແດດ, ຕາກຝົນ ບໍ່ໄດ້ມາຕຖານ ຂອງໂຮງງານ ອັນນີ້ ກໍເປັນສາເຫດນຶ່ງ ທີ່ທາງໂຮງງານ ໄມ້ແປຮູບ ບໍ່ເຂົ້າຮ່ວມ ການປະມູນໄມ້ ຂອງທາງການລາວ.
ເຖິງຢ່າງໃດກໍຕາມ, ປັດຈຸບັນ ຢູ່ແຂວງຄໍາມ່ວນ ຍັງມີໂຮງງານໄມ້ແປຮູບ ຂນາດໃຫຍ່ 77 ແຫ່ງ ແລະ ຂນາດທຸຣະກິດແບບຄອບຄົວ 101 ແຫ່ງ ຊຶ່ງຖືວ່າ ຫຼຸດລົງ 50%. ໃນຂນະດຽວກັນ, ແຂວງຊຽງຂວາງ ກໍປະສົບບັນຫານີ້ ເຊັ່ນດຽວກັນ ເມື່ອເດືອນພຶສພາ ຜ່ານມາ ກຸ່ມໂຮງງານ ໄມ້ແປຮູບ ເຂົ້າຮ່ວມການປະມູນໄມ້ ພຽງແຕ່ 3 ໂຮງງານເທົ່ານັ້ນ ແລະ ປະມູນໄມ້ ອອກພຽງເລັກນ້ອຍ ເຮັດໃຫ້ ຍັງມີໄມ້ ຄ້າງຢູ່ໃນສາງ ຫລາຍພັນແມັດກ້ອນ.
ໃນປີ 2017 ຜ່ານມາ ໂຮງງານໄມ້ແປຮູບໃນລາວ ຖືກປິດລົງເກືອບ 500 ແຫ່ງ ໃນທົ່ວປະເທດ ເປັນຕົ້ນ ແຂວງໄຊຍະບູຣີ, ແຂວງອັຕປື, ແຂວງຄໍາມ່ວນ ແຂວງຊຽງຂວາງ ແລະ ແຂວງສວັນນະເຂດ ສ່ວນຫລາຍ ຈະເປັນໂຮງງານຂນາດນ້ອຍ ແບບຄອບຄົວ ທີ່ບໍ່ໄດ້ມາຕຖານ ແລະ ບໍ່ໄດ້ຈົດທະບຽນ ຢ່າງຖືກຕ້ອງ.