ມ.ງາ ຫຼາຍຄອບຄົວລໍຖ້າ ຄ່າຊົດເຊີຍ ທີ່ດິນ
2020.04.06
ໂຄງການສ້າງທາງຣົດໄຟ ລາວ-ຈີນ ຢູ່ເຂດບ້ານລາດຫານ ເມືອງງາ ແຂວງອຸດົມໄຊ ໄດ້ສໍາເຣັດການສ້າງຂົວຣົດໄຟ ຂ້າມນໍ້າຂອງແລ້ວ, ກໍ່ສ້າງຂົວຈອດກັນກາງນໍ້າຂອງ ເມື່ອບໍ່ດົນມານີ໋. ແຕ່ປະຊາຊົນບ້ານ ລາດຫານ ຫລາຍຄອບຄົວ ທີ່ເສັຽທີ່ດິນປູກຝັງ ໃຫ້ແກ່ໂຄງການນີ້ ຍັງລໍຖ້າຄ່າຊົດເຊີຍຢູ່.
ທາງໂຄງການ ໄດ້ຊົດເຊີຍໃຫ້ແກ່ຜູ້ຖືກໂຍກຍ້າຍບ່ອນຢູ່ອາສັຍ ຈໍານວນນຶ່ງຍ້ອນຖືກແລວທາງຣົດໄຟ ແຕ່ບໍ່ຮູ້ຈໍານວນ ແລະ ຣາຍລະອຽດ ຂອງການຊົດເຊີຍນັ້ນ, ດັ່ງຊາວບ້ານທ່ານນຶ່ງ ໄດ້ກ່າວຕໍ່ RFA ໃນມື້ວັນທີ 3 ເມສາ ນີ້ວ່າ:
"ໄດ້ແຕ່ພາກສ່ວນທີ່ຖືກແລວ ຍັງແຕ່ເບື້ອງທາງຊອຍແລ້ວ ແມ່ນສິຖືກໄມ້ສັກປະຊາຊົນແມ່ນຫຍັງ ຫຼາຍເຈົ້າຢູ່ ຍັງປະມານສິບປາຍຄອບຄົວ ນີ້ແຫລະ."
ທ່ານເວົ້າຕື່ມວ່າ ປັດຈຸບັນ ຄອບຄົວທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ກໍພຍາຍາມຮຽກຮ້ອງໃຫ້ ພາກສ່ວນກ່ຽວຂ້ອງ ແກ້ໄຂເຣຶ່ອງຄ່າຊົດເຊີຍໃຫ້ ສໍາເຣັດຢ່າງຮີບດ່ວນ ເພື່ອທີ່ພວກເຂົາເຈົ້າຈະໄດ້ເງິນ ໄປຫາຊື້ທີ່ດິນ ບ່ອນໃໝ່ ຫລືເອົາຄ່າຊົດເຊີຍໄປໃຊ້ແນວອື່ນ ພາຍໃນຄອບຄົວເພື່ອ ຫລຸດຜ່ອນ ຄວາມທຸກຍາກ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຄະນະຮັບຜິດຊອບ ໂຄງການຣົດໄຟລາວ-ຈີນ ປະຈໍາເມືອງງາ ກ່າວຕໍ່ RFA ໃນມື້ດຽວກັນວ່າ ປັດຈຸບັນຄະນະ ກັມການ ທີ່ກ່ຽວຂ້ອງພວມຫາຣືກັນ ກ່ຽວກັບການໃຫ້ຄ່າຊົດເຊີຍ ແກ່ ປະຊາຊົນ ເພື່ອບໍ່ໃຫ້ແກ່ຍາວຈົນເກີນໄປ. ແຕ່ເຣື່ອງຈໍານວນຄອບຄົວ ແລະຄ່າຊົດເຊີຍທີ່ເຫລືອຢູ່ນັ້ນ ບໍ່ສາມາດໃຫ້ຣາຍລະອຽດໄດ້:
"ເພາະວ່າໂຕນີ້ ມັນມີໜ່ວຍງານຕ່າງຫາກ ມັນມີໜວຍງານຂະເຈົ້າ ແຕ່ງຕັ້ງແບບປະທານໂດຍສະເພາະເນາະ ຂ້າພະເຈົ້າກະໄດ້ເປັນຜູ້ນຶ່ງ ແຕ່ວ່າເພິ່ນກະໄດ້ອອກວຽກ ອ້າຍນ້ອງນີ້ແຫລະ."
ຂົວຣົດໄຟຂ້າມນໍ້າຂອງແຫ່ງດັ່ງກ່າວ ເປັນຂົວເຫຼັກເຊື່ອມກັນຣະຫວ່າງ ເມືອງງາແຂວງອຸດົມໄຊ ແລະເມືອງຈອມເພັດແຂວງຫຼວງພຣະບາງ ແລະຂົວຣົດໄຟ ຂ້າມນໍ້າຂອງອີກແຫ່ງນຶ່ງ ທີ່ເຊື່ອມກັນ ຣະຫວ່າງ ບ້ານພອນໄຊ ນະຄອນຫລວງພຣະບາງ ໄປຫາເມືອງຈອມເພັດ ກໍໄດ້ ເຊື່ອມຈອດກັນແລ້ວ ກ່ອນໜ້ານີ້. ແລະຊາວບ້ານ ພອນໄຊ ທີ່ໄດ້ຮັບຜົລກະທົບ ຈາກໂຄງການນີ້ ກໍໄດ້ຮັບຄ່າຊົດເຊີຍໄປໝົດແລ້ວ.
ມາຮອດປັດຈຸບັນໂຄງການສ້າງທາງຣົດໄຟ ລາວ-ຈີນ ຄືບໜ້າໄປແລ້ວ 90 ເປີເຊັນ. ມີຣາຍງານວ່າບໍຣິສັດທາງຣົດໄຟລາວ-ຈີນ ຈໍາກັດ ໄດ້ຈັດ ພິທີວາງ ລາງຣົດໄຟຢູ່ເຂດ ນະຄອນຫລວງວຽງຈັນ ແລະວ່າ ການກໍ່ສ້າງ ໄດ້ເຂົ້າສູ່ໄລຍະ ວາງລາງຣົດໄຟແລ້ວ ແລະຈະໃຫ້ ສໍາເຣັດກ່ອນວັນທີ 2 ທັນວາ 2021 ຊຶ່ງ RFA ກໍໄດ້ຕິດຕໍ່ຫາບໍຣິສັດ ທາງຣົດໄຟລາວຈີນຈໍາກັດ ເພື່ອຂໍຮູ້ຣາຍລະອຽດ ແຕ່ບໍ່ສາມາດ ຕິດຕໍ່ໄດ້ ຍ້ອນຢູ່ໃນໄລຍະປິດຫ້ອງການຊົ່ວຄາວ ຕາມແຈ້ງການ ຂອງຣັຖບານລາວ.