ຊາວກະສິກອນອິນຊີຕ້ອງການ ຕລາດ
2014.02.07
ປັຈຈຸບັນ ການກະສິກັມອິນຊີ ໃນລາວ ຫຼື ຊາວກະສິກອນ ທີ່ປູກພຶດຜັກ ປອດສານພິດ ຫລືຜັກທີ່ບໍ່ໃສ່ ປຸ່ຍເຄມີ ກໍາລັງມີ ການຂຍາຍ ເນື້ອທີ່ ການຜລິດ ຫລາຍຂື້ນ ນັບມື້ ເຮັດໃຫ້ ໂຕເລກ ຂອງຊາວກະສິກອນ ຜູ້ຜລິດ ກໍເພີ້ມຂື້ນນໍາ, ແຕ່ໃນຂນະດຽວກັນ, ຊາວສວນ ທີ່ປູກຜັກ ປອດສານພິດ ພວມປະສົພບັນຫາ ຜູ້ທີ່ຈະມາຮັບຊື້ຜັກ ຂອງພວກເຂົາເຈົ້າ ສ່ວນຫຼາຍ ແມ່ນຕ້ອງໄດ້ ນໍາໄປຂາຍເອງ ຕາມ ທ້ອງຕລາດ ຫຼືຕລາດນັດ ທີ່ ທາງການ ຈັດໄວ້ໃຫ້ ຊື່ງກໍສ້າງ ຄວາມຫຍຸ້ງຍາກ ໃຫ້ແກ່ ຜູ້ຜລິດ ສນັ້ນ ຊາວກະສິກອນ ຈີ່ງຢາກໃຫ້ ທາງການ ເຮັດແນວໃດ ແນວນື່ງ ເພື່ອໃຫ້ ມີຕລາດທີ່ ແນ່ນອນ ຫຼືບໍ່ ກໍ່ໃຫ້ມີ ພໍ່ຄ້າຄົນກາງ ໄປຮັບຊື້ ຈາກສວນເລີຍ ຍີ່ງເປັນການດີ. ດັ່ງຊາວ ກະສິກອນອິນຊີ ໃນແຂວງເຊກອງ ຜູ້ນື່ງເວົ້າວ່າ:
“ຢາກໃຫ້ມີຕລາດ ຖາວອນເນາະ, ເຮົາຈະເປັນແຕ່ຜູ້ຜລິດ ເຮົາບໍ່ກ່ຽວກັບໄປຂາຍເອງ ຖ້າມີຕລາດ ໂຕນີ້ໄດ້ ໂອ້ຈົບຫລາຍ ເຮົາຈີ່ງວ່າ ຢາກໃຫ້ ມີພໍ່ຄ້າ ຄົນກາງ ຫຼືພໍ່ຄ້າມືທໍາອິດ ມາຊື້ ກັບພວກເຮົາຢູ່ ໃນສວນ ໂຕນີ້ແມ່ນເຮົາຕ້ອງການ ທີ່ສຸດເນາະ”.
ຊາວກະສິກອນ ຜູ້ນີ້ ເວົ້າຕື່ວ່າ ການຂົນສິນຄ້າ ມາຂາຍເອງ ແມ່ນ ມີຄວາມຫຍຸ້ງຍາກ ເນື່ອງຈາກ ໄຣຍະທາງກໍໄກພໍສົມຄວນ ການປູກ ພຶດຜັກ ປອດສານພິດ ກໍຕ້ອງ ມີການບົວຣະບັດ ຮັກສາ ບໍ່ໃຫ້ຂາດວັກຂາດຕອນ ບໍ່ງ່າຍຄືປູກພຶດຜັກ ທັມມະດາ ສະນັ້ນຖ້າມີ ຄວາມ ເປັນໄປໄດ້ ຈີ່ງຢາກໃຫ້ມີ ພໍ່ຄ້າແມ່ຄ້າ ທີ່ຂາຍຜັກ ໄປຊື້ຈາກ ຊາວສວນ ຜູ້ປູກພຶດເລີຍ ໂດຍກົງ.
ອິງຕາມ ຄໍາເເປິດເຜີຍ ຂອງເຈົ້າໜ້າທີ່ ຜແນກກະສິກັມປ່າໄມ ນະຄອນຫລວງ ວຽງຈັນ ເວົ້າວ່າປັຈຈຸບັນ ການປູກພຶດອິນຊີ ຫຼືປອດສານ ພິດ ຂອງຊາວກະສິກອນ ແມ່ນມີການ ປູກເປັນກຸ່ມ ເປັນຄຸ້ມ ທີ່ເຫັນປູກຫລາຍ ແມ່ນຢູ່ ນະຄອນຫລວງ ວຽງຈັນ,ແຂວງວຽງຈັນ, ແລະ ແຂວງເຊກອງ. ໃນດ້ານຕລາດ ນັ້ນ ເບື້ອງຕົ້ນ ທາງການ ໄດ້ເປິດຕລາດນັດຊົ່ວຄາວ ໃນເຂດບ້ານ ທາດຫລວງ ໃນທຸກໆຕອນເຊົ້າ ວັນເສົາ ແລະຕລາດນັດ ອີກອັນນື່ງ ກໍແມ່ນຢູ່ເຂດ ເດີ່ນຮູບປັ້ນ ເຈົ້າຟ້າງຸ່ມ ໃນທຸກຕອນເຊົ້າ ຂອງວັນພຸດ ເພື່ອໃຫ້ ຊາວກະສິກອນ ໄດ້ນໍາເອົາ ພຶດຜັກ ຂອງພວກເຂົາເຈົ້າ ມາຂາຍທຸກຢ່າງ ແມ່ນຕ້ອງ ກຸ້ມຕົນເອງ.ແລະເຣື້ອງທີ່ວ່າ ໃຫ້ຈັດຫາຕລາດ ຖາວອນ ຫຼື ຫາພໍ່ຄ້າ ຄົນກາງນັ້ນ ປັຈຈຸບັນ ຍັງບໍ່ ສາມາດ ໃຫ້ຂໍ້ມູນ ໄດ້ເທື່ອ.