ຄົນງານລາວຍັງຊອກວຽກ ບໍ່ໄດ້

ພູວົງສ໌
2020.08.11
F-Lao-workers ຖ່າຍຮູບເມື່ອ: ວັນທີ 31 ເດືອນມີນາ 2020. ກຸ່ມຄົນງານລາວ ຈຳນວນປະມານ 30 ປາຍຄົນ ທີ່ພວມຂົນເຄື່ອງຂອງ ຕຣຽມເດີນທາງ ກັບເມືອເຮືອນ ທີ່ປະເທດລາວ ພາຍຫຼັງທີ່ນັ່ງຣົດໄຟ ຂະບວນຂາຂຶ້ນ ໝາຍເລຂ 133 ຈາກນະຄອນຫຼວງບາງກອກ ມາເຖິງສະຖານີ ຣົດໄຟໜອງຄາຍ.
ຖ່າຍຮູບໂດຍ: ພະນັກງານ ການຣົດໄຟ ແຫ່ງປະເທດໄທຍ

ປັດຈຸບັນ, ບໍຣິສັດ, ຫ້າງຮ້ານ ແລະ ກິຈການຕ່າງໆພາຍໃນລາວ ພາກັນທະຍອຍປິດໂຕລົງ ຍ້ອນໄດ້ຮັບຜົລກະທົບ ຈາກມາຕການ ຕ້ານ ການແຜ່ຣະບາດ ຂອງເຊື້ອໄວຣັສໂຄວິດ-19 ທັງພາຍໃນປະເທດ ແລະ ພາກພື້ນ ຈຶ່ງເຮັດໃຫ້ ຄົນງານລາວ ທັງພາຍໃນປະເທດ ແລະ ທີ່ກັບມາຈາກປະເທດໄທຍ ຈຳນວນຫຼາຍ 100,000 ຄົນ ພວມປະສົພກັບ ພັຍຫວ່າງງານ ແລະ ຊອກຫາ ວຽກເຮັດງານທຳໄດ້ຍາກ. ດັ່ງ ຄົນງານລາວນາງນຶ່ງ ທີ່ກັບມາຈາກ ການໄປເຮັດວຽກ ທີ່ນະຄອນຫຼວງບາງກອກ ຕັ້ງແຕ່ທ້າຍເດືອນມີນາ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໃນວັນທີ 10 ສິງຫາ ນີ້ວ່າ:

“ບ້ານນ້ອງເອງນີ້ ບໍ່ມີຈັກແບບວ່າ ໃນຕົວເມືອງນະຄອນສວັນ ຮ້ານອາຫອກອາຫານ ຄືແບບເດັກເສີບອີ່ຫຍັງກະ ຂະເຈົ້າບໍ່ຮັບລະເດ, ເຂົາບໍ່ໃຫ້ເປີດ. ຄິດຜິດແຫຼະ ຍັງວ່າມາ.”

ຍານາງກ່າວຕື່ມວ່າ ນອກຈາກຈະຊອກວຽກ ບໍ່ໄດ້ແລ້ວ, ທຸຣະກິຈຕ່າງໆ ໃນຂແນງບໍຣິການ ເປັນຕົ້ນແມ່ນຮ້ານອາຫານ ກໍພວມປິດກິຈການ ລົງ ເນື່ອງຈາກ ບໍ່ຄ່ອຍມີລູກຄ້າ ແລະ ຄ້າຂາຍບໍ່ຄືເກົ່າ ຈຶ່ງບໍ່ມີແຜນ ຈ້າງຄົນງານເພີ່ມ ໃນສະພາບການ ດ້ານເສຖກິຈພາຍໃນ ທີ່ຍັງເປັນ ແບບນີ້.ກ່ຽວກັບເຣື່ອງນີ້, ຍານາງ ເຂັມພອນ ເພົາຄຳແກ້ວ, ເຈົ້າໜ້າທີ່ ອົງການແຮງງານສາກົລ ປະຈຳລາວ ຫຼື ILO ກໍໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອວັນທີ 10 ສິງຫາ ນີ້ວ່າ ໃນສະພາວະເສຖກິຈລາວ ທີ່ໄດ້ຮັບຜົລກະທົບໂດຍຕຣົງ ຈາກການແຜ່ຣະບາດ ຂອງເຊື້ອໄວຣັສໂຄວິດ-19 ຖືວ່າເປັນໄປໄດ້ຍາກ ທີ່ຈະຮັບມື ກັບພັຍຫວ່າງງານ ໃນປີນີ້ ເນື່ອງຈາກ ຕຳແໜ່ງງານ ທີ່ມີຢູ່ ກໍບໍ່ພຽງພໍຢູ່ແລ້ວ ແລະ ກໍມີທ່າທີວ່າ ຄົນງານລາວຫຼາຍຄົນ ກໍອາຈຕົກອອກ ຈາກການຈ້າງງານເພີ່ມ.

“ເສຖກິຈລາວປັດຈຸບັນນີ້ ທີ່ຮັບໄດ້ ແຮງງານ ຕຳແໜ່ງງານໄດ້, ຫັ້ນນ່າ ສລຸບແລ້ວທັງໝົດນີ້ກະ ລວມກັນທັງໝົດ ກະບໍ່ຮອດ 16 ພັນຊ້ຳ 15 ພັນຊ້ຳ, ຫັ້ນນ່າ. ມັນເປັນໄປບໍ່ໄດ້ແລ້ວ ໃນປີ 2020 ທີ່ວ່າ ເສຖກິຈປັດຈຸບັນນີ້ ຈະຮັບມື ກັບໂຕນີ້ໄດ້, ຫັ້ນນ່າ. ນອກຈາກບໍ່ມີວຽກ ທີ່ວ່າສ້າງຂຶ້ນ ຢູ່ໃນພາຍໃນແລ້ວ, ຜູ້ທີ່ວ່າ ຕົກອອກຈາກການຈ້າງງານ ທີ່ວ່າເຄີຍມີ ມັນກະເພີ່ມຂຶ້ນອີກ, ຫັ້ນນ່າ.”

ເຖິງຢ່າງໃດກໍຕາມ, ຕໍ່ການແກ້ໄຂບັນດັ່ງກ່າວ ນັກເສຖສາດລາວ ທ່ານນຶ່ງ ກໍເຄີຍແບ່ງປັນທັສນະ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອບໍ່ດົນ ມານີ້ວ່າ ວິທີນຶ່ງ ທີ່ທາງການລາວ ສາມາດຮັບມື ກັບ ພັຍຫວ່າງງານໄດ້ ຢ່າງທັນເວລາ ກໍແມ່ນການໝູນໃຊ້ ຄົນງານທີ່ຫວ່າງງານຈຳນວນ ຫຼາຍເຫຼົ່ານີ້ ເຂົ້າມາປະກອບສ່ວນ ປັບປຸງໂຄງສ້າງພື້ນຖານ ໃນແຂວງຕ່າງໆເພື່ອເອື້ອອຳນວຍ ຕໍ່ການຜລິຕດ້ານການກະເສຕ ໃນອະນາຄົດ ແລະ ຖືເປັນການສ້າງ ວຽກເຮັດງານທຳ ໄປໃນໂຕ.

“ລະບາດນີ້ ອີກຢ່າງນຶ່ງ ເຣື່ອງໂຄງສ້າງພື້ນຖານ. ເພາະວ່າມັນອາຈມີເວລາຫວ່າງຫຼາຍ ມີຄົນຫວ່າງງານຫຼາຍ. ມີທຶນໄປພັທນາຫົນທາງ ໃນເຂດຊົນນະບົດ ໂຕທີ່ວ່າມັນຊິເຊື່ອມຈາກ ທີ່ພັກອາສັຍ ຈາກການປູກຝັງເຂົາເຈົ້າ ຫາຫົນທາງ ຫາຕລາດ ເພື່ອສ້າງຄວາມສະດວກ ໃນການຜລິຕ ການຄ້າການຂາຍ, ຫັ້ນນ່າ. ໃຊ້ແຮງງານພວກນີ້ ເພາະວ່າ ຊິເອົາເງິນໃຫ້ເຂົາຊື່ໆ ເງິນໃຫ້ເຂົາເຈົ້າຊື່ໆ ມັນເປັນການ ສິ້ນເປືອງ.”

ຫຼ້າສຸດນີ້, ທາງການລາວເອງ, ໂດຍສະເພາະແມ່ນ ໃນແຂວງສວັນນະເຂດ ອັນເປັນແຂວງທີ່ມີຄົນງານລາວ ທີ່ໄປເຮັດວຽກຢູ່ຝັ່ງໄທຍ ແລ້ວກັບຄືນມາ ຈຳນວນຫຼາຍ ກໍມີແຜນ ທີ່ຈະຊ່ອຍໃຫ້ຄົນງານເຫຼົ່ານີ້ ມີວຽກເຮັດງານທຳ.

ອີງຕາມການຣາຍງານ ຂອງໜັງສືພິມວຽງຈັນທາມສ໌ ເມື່ອວັນທີ 12 ສິງຫານີ້, ເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງສວັນນະເຂດ ໄດ້ກ່າວວ່າມີຄົນງານລາວ ໃນທົ່ວປະເທດປະມານ 200,000 ປາຍຄົນ ທີ່ກັບມາຈາກຕ່າງປະເທດ ໂດຍສ່ວນໃຫຍ່ ມາຈາກໄທຍ ພວມຕ້ອງການ ການຊ່ອຍເຫຼືອຢ່າງຮີບດ່ວນ.

ພາກສ່ວນທີ່ກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ແຂວງຕ່າງໆ ກໍພວມເປິກສາຫາລືກັນ ເພື່ອຫາວິທີ ຊ່ອຍຄົນຫວ່າງງານເຫຼົ່ານີ້, ແຕ່ກໍຄົງບໍ່ ແມ່ນເຣື່ອງງ່າຍ ເພາະພາກສ່ວນທຸຣະກິຈ ຂແນງຕ່າງໆ ກໍໄດ້ຮັບຜົລກະທົບໜັກເຊັ່ນກັນ ແລະ ຕຳແໜ່ງງານ ກໍຄົງມີໜ້ອຍ. ແຕ່ສິ່ງທີ່ ພາກສ່ວນທີ່ກ່ຽວຂ້ອງ ສາມາດເຮັດໄດ້ ໃນເບື້ອງຕົ້ນ ນະເວລານີ້, ກໍຄົງເປັນພຽງ ການຈັດໂຄງການ ເຝິກອົບຮົມ ເພື່ອໃຫ້ຄົນຫວ່າງງານ ສາມາດຊອກວຽກເຮັດງານທຳ ພາຍໃນປະເທດໄດ້ ເມື່ອຫຼາຍຢ່າງ ຄ່ອຍໆກັບເຂົ້າສູ່ ສະພາວະປົກກະຕິ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.