ນໍ້າປະປາດົງໝາກຄາຍ ຕ້ອງໂຈະ

ອຸ່ນແກ້ວ ສຸກສະຫວັນ
2016.01.12
F-Road ສະພາບເສັ້ນທາງ ແຕ່ ບ້ານໂພນສະຫວັນ ຫາ ບ້ານດົງຄວາຍ ເມືອງໄຊທານີ ນະຄອນຫລວງວຽງຈັນ ເປັນ 1 ໃນ 10 ເສັ້ນທາງ ທີ່ຈະສ້ອມແປງ
RFA/VD

ເຈົ້າໜ້າທີ່ ກະຊວງ ໂຍທາ ທິການ ແລະຂົນສົງ ຣາຍງານວ່າ ມີການຊະລໍ ການກໍ່ສ້າງ ຂະຫຍາຍ ໂຮງງານ ນໍ້າປະປາ ດົງໝາຍຄາຍ ລະຍະສອງ ຍ້ອນວ່າ ຣັຖບານ ຈະເອົາເງິນ ຂອງຫ່ວງນີ້ ໄປສ້ອມແປງ ແລະ ສ້າງເສັ້ນທາງ 10 ເສັ້ນ ຢູ່ ນະຄອນຫຼວງ ວຽງຈັນ. ເຈົ້າໜ້າທີ່ ບອກໃຫ້ ຮູ້ຕື່ມວ່າ ງົບປະມານ ທີ່ ໃຊ້ຂະຫຍາຍ ໂຮງງານ ແມ່ນເງິນ ກູ້ຢືມຈາກ ຈີນ ແລະ ຫ່ວງເງິນ ທີ່ຈະເອົາໄປໃຊ້ ໃນໂຄງການ ກໍ່ສ້າງ ແລະ ສ້ອມແປງ ເສັ້ນທາງ ແມ່ນ 35 ຕື້ ກີບ.

ກົມຂົວທາງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ເຮັດໜັງສື ສະເໜີ ເຖິງ ຣັຖມົນຕຣີ ຊ່ວຍວ່າການ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ແລະ ຫົວໜ້າ ຄນະນໍາພາ ໂຄງການ ຂະຫຍາຍ ນໍ້າປະປາ ດົງໝາກຄາຍ ລະຍະສອງ ໃນວັນທີ 12 ມົກກະຣາ ທີ່ ຜ່ານມາ ກ່ຽວກັບ ການທີ່ຈະເອົາ ໄປໃຊ້ໃນ ໂຄງການສ້ອມແປງ ແລະ ກໍ່ສ້າງ ເສັ້ນທາງ.

ໜັງສືສະເໜີ ດັ່ງກ່າວ ແມ່ນ ອີງໃສ່ ຂໍ້ສະເໜີ ຂອງຄນະນໍາ ນະຄອນຫຼວງ ວຽງຈັນ ທີ່ ສະເໜີໃຫ້ ກະຊວງ ໂຍທາທິການ ແລະຂົນສົ່ງ ຈ່າຍຊໍາລະ ຄ່າສ້ອມແປງ ແລະ ກໍ່ສ້າງ ເສັ້ນທາງ. ໂຄງການ ເສັ້ນທາງ 10 ເສັ້ນ ທີ່ໃຊ້ ງົບປະມານ ດັ່ງກ່າວ ນັ້ນແມ່ນ ໂຄງການ ສ້າງທາງເບຕົງ ຮ່ອມ 12, ຮ່ອມ 13 ແລະ ຮ່ອມ 16 ບ້ານ ໂພນພະເນົາ, ໂຄງການ ເສັ້ນທາງ ເປຕົງ ຮ່ອມ 2 ບ້ານ ໂພນສະຫວັນ, ໂຄງການ ເສັນທາງເບຕົງ ຮ່ອມ 6 ບ້ານ ວຽງຈະເຣີນ, ໂຄງການ ຂະຫຍາຍ ໜ້າທາງ ບ້ານ-ຊີເກມ ຫາ ບ້ານນາທົ່ມ, ໂຄງການ ສ້ອມແປງ ເສັ້ນທາງ ສາມແຍກ ຈີ່ນາຍໂມ້ ຫາ ບ້ານນາໄຮ່, ໂຄງການ ສ້າງທາງ ບ້ານ ໂພນສະຫວັນ ຫາ ບ້ານ ດົງຄວາຍ, ໂຄງການ ກໍ່ສ້າງ ເສັ້ນທາງ ປູຢາງ ບ້ານ ໜອງວຽງຄໍາ ຮ່ອມ1 ແລະ ຮ່ອມ 2.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.