ງົປສ້າງທາງສູງເກີນເຫດ
2015.10.27
ເມື່ອ ສັປດາ ຜ່ານມາ, ທ່ານ ບຸນຈັນ ສິນທະວົງ, ຣັຖມົນຕຣີ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ໄດ້ກ່າວ ຕໍ່ ສື່ມວນຊົນ ຂອງ ທາງການ ລາວ ເຖິງ ວຽກງານ ການ ກໍ່ສ້າງ ໂຄງສ້າງ ພື້ນຖານ ຖນົນ ຫົນທາງ ໂດຍຍອມຮັບ ວ່າ ຜ່ານມາ ກວດ ພົບວ່າ ການ ກໍ່ສ້າງ ຖນົນ ຫົນທາງ ບາງ ໂຄງການ ໃນ ບາງແຂວງ ມີການ ສໍ້ຣາສ ບັງຫຼວງ ໂດຍມີການ ຕັ້ງ ງົບປະມານ ໂຄງການ ໄວ້ ສູງເກີນ ຄວາມຈິງ ຫຼາຍ.
ບາງ ໂຄງການ ຕັ້ງ ງົປມານ ສູງເຖິງ ສອງເທົ່າ ຂອງ ມູນຄ່າ ຕົວຈິງ, ແຕ່ ເມື່ອຕົກມາ ໃນ ສະໄໝ ທີ່ ທ່ານ ຮັບ ຕຳແໜ່ງ ເປັນ ຣັຖມົນຕຣີ ກໍໄດ້ ມີ ການ ປັບປ່ຽນ ຂັ້ນຕອນ ຕ່າງໆ ແລະ ເຮັດໃຫ້ ເຫັນໄດ້ວ່າ ບາງ ໂຄງການ ທີ່ ໄດ້ຕັ້ງ ງົປມານ ການ ກໍ່ສ້າງ ໄວ້ ສູງໆນັ້ນ ກໍໄດ້ ຫຼຸດລົງມາ ໃນ ມູນຄ່າ ຕົວຈິງ:
"ພວກ ຂ້າພະເຈົ້າ ກໍ່ໄດ້ ມີ ການກວດ, ຍົກ ຕົວຢ່າງ ບາງແຂວງ ນີ້ ມູນຄ່າ ຕໍ່ ກິໂລແມັດ 1 ປະມານ 1 ລ້ານ 6 ແສນ ໂດລ້າ ຕໍ່ ກິໂລແມັດ ໃນ ການ ປູຢາງ 2 ຊັ້ນ. ລະ ຂ້າພະເຈົ້າ ກະແຕ່ງ ອ້າຍນ້ອງ ລົງໄປກວດ ໄປໄລ່ ຄືນ ສາມາດ ຫຼຸດລົງມາ ປະມານ 8 ແສນ ໂດລ້າ, ຂະເຈົ້າ ກະຍອມ ມາໄລ່ ເບິ່ງ ເອົາໂຕຈິງ ມາໄລ່ກັນ ຄັນ ບໍ່ແນ່ໃຈ ກະ ຂ້າພະເຈົ້າ ຊິແຕ່ງ ໃຫ້ຜູ້ເປັນ ເອກຣາດ ໃນການ ສຳຣວດ ອອກແບບ ມາໄລ່ກັນ ຄືນ".
ກ່ອນໜ້າ ນີ້, ໄດ້ມີການ ວິພາກ ວິຈານ ຢ່າງ ກວ້າງຂວາງ ວ່າ ການກໍ່ສ້າງ ຖນົນ ໃນລາວ ແມ່ນ ມີມູນຄ່າ ສູງເກີນ ຄວາມ ເປັນຈິງຫຼາຍ ແລະ ເມື່ອ ສ້າງແລ້ວ ກໍ່ມັກ ຈະບໍ່ໄດ້ ມາຕຖານ ດັ່ງ ເສັ້ນທາງ ເລກທີ 13 ໃຕ້ ແຕ່ 3 ແຍກ ດອນໜູນ ໄປຫາ ສະໜາມ ກິລາ ແຫ່ງຊາດ ຫຼັກ 16 ເຂດ ເມືອງໄ ຊທານີ ນະຄອນຫຼວງ ວຽງຈັນ ທີ່ ໄດ້ ກໍ່ສ້າງ ໃນ ປີ 2009. ເມື່ອ ເປີດໃຊ້ ໄປ ໄດ້ບໍ່ເຖິງ 2 ປີ, ຖນົນ ນັ້ນ ກໍເປ່ເພ ຫຼາຍ, ຊຶ່ງ ປະຊາຊົນ ເຊື່ອວ່າ ຕ້ອງ ມີການ ສໍ້ຣາສ ບັງຫຼວງ ຢ່າງ ແນ່ນອນ.
ໃນຂນະ ດຽວກັນ, ສະມາຊິກ ສະພາ ແຫ່ງຊາດ ທ່ານໜຶ່ງ ໃນເຂດ ເລືອກຕັ້ງ ນະຄອນຫຼວງ ວຽງຈັນ ກໍ່ໄດ້ກ່າວ ໃນ ກອງປະຊຸມ ສະພາ ແຫ່ງຊາດ ຊຸດທີ 7 ໃຫ້ ຣັຖບານ ແກ້ໄຂ ບັນຫາ ການ ສໍ້ຣາສ ບັງຫຼວງ ໃນບາງ ໂຄງການ ກໍ່ສ້າງ ໂຄງຮ່າງ ພື້ນຖານ ຢູ່ ແຂວງ ເປັນຕົ້ນ ແມ່ນການ ກໍ່ສ້າງ ຖນົນ ຢູ່ ບາງແຂວງ ຍັງ ປະກົດເຫັນ ຂະບວນ ການ ສໍ້ຣາສ ບັງຫຼວງ ຢ່າງ ໃຫ່ຽໂຕ ຢູ່.
ມີ ຫາງສຽງ ວ່າ ການ ກໍ່ສ້າງ ຖນົນ ຫົນທາງ ສາຍ ຕ່າງໆ ທີ່ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ເປັນຜູ້ ຮັບຜິດຊອບ ໂດຍກົງ ນັ້ນ ມີການ ສໍ້ຣາສ ບັງຫລວງ ດັ່ງ ຈະຮູ້ໄດ້ ຈາກ ຄຳສເນີ ຫຼື ຄຳ ຮຽກຮ້ອງ ຂອງ ປະຊາຊົນ ຜ່ານ ສາຍດ່ວນ ສະພາ ແຫ່ງຊາດ ທີ່ ມີຈໍານວນ ບໍ່ໜ້ອຍ ໃນ ປັດຈຸບັນ.