ບັນຫາແຮງງານຕ່າງດ້າວ ຢູ່ລາວ

ໄມຊູລີ
2015.10.14
F-Viet ຄົນວຽດນາມ ທີ່ ຄ້າຂາຍເຄື່ອງໃຊ້ ເຄື່ອນທີ່ ໃນລາວ
Screen captured from Laomade video

ເຈົ້າໜ້າທີ່ ກະຊວງ ແຮງງານ ແລະ ສວັດດິການ ສັງຄົມ ກ່າວ ຕໍ່ ເອເຊັຽ ເສຣີ ເມື່ອ ວັນ ອັງຄານ 13 ຕຸລາ ນີ້ ວ່າ ຣັຖບານ ລາວ ຍັງບໍ່ມີ ກໍານົດ ທີ່ ແນ່ນອນ ກ່ຽວກັບ ການ ຈົດທະບຽນ ຄົນງານ ຕ່າງດ້າວ ທີ່ ເຂົ້າມາ ເຮັດວຽກ ໃນລາວ ແບບ ຜິດ ກົດໝາ, ເນື່ອງຈາກ ປັຈຈຸບັນ ນີ້ ເຈົ້າໜ້າທີ່ ກ່ຽວຂ້ອງ ກໍາລັງ ປະຊຸມ ກັນ ຢູ່:

“ດຽວນີ້ ກໍາລັງ ປະຊຸມ ກັນຢູ່ ບໍ່ທັນໄດ້ ຕົກລົງ ວ່າມື້ໃດ ຈັ່ງໃດ ເທື່ອ ຄືຊິຍັງ ບໍ່ໄວນິ້ ດອກ ກໍາລັງ ຕຽມ ຄວາມພ້ອມ ຍັງບໍ່ທັນ ຣະອຽດ ວ່າ ຈະຈັດຕັ້ງ ປະຕິບັດ ມື້ໃດ ກັນແທ້”.

ຢ່າງໃດ ກໍຕາມ ປັຈຈຸບັນ ມີ ຊາວຈີນ ແລະ ວຽດນາມ ເຂົ້າມາ ປະກອບ ທຸຣະກິດ ຢູ່ລາວ ຢ່າງ ຫຼວງຫຼາຍ ເຊັ່ນ ທຸຣະກິດ ເສິມສວຍ ຮ້ານຕັດ ເສື້ອຜ້າ, ເຮັດ ຟາມ ລ້ຽງສັດ, ຫາບ ເຄື່ອງເລ່ ຂາຍ ຕາມ ເຮືອນຄົນ ໂດຍບໍ່ມີ ອະນຸຍາດ, ແຕ່ ທາງການ ລາວ ກໍ ບໍ່ສາມາດ ຮູ້ໄດ້ວ່າ ມີ ແຮງງານ ຊາວ ຕ່າງຊາດ ເຂົ້າມາ ເຮັດວຽກ ໃນລາວ ຈໍານວນ ເທົ່າໃດ ແທ້.

ກ່ຽວກັບ ເຣື້ອງນີ້ ວິທຍຸ ເອເຊັຽ ເສຣີ ໄດ້ ສອບຖາມໄປຍັງ ເຈົ້າຂອງ ຮ້ານ ເສີມສວຍ ແຫ່ງນຶ່ງ ໃນ ນະຄອນຫຼວງ ວຽງຈັນ ທີ່ ຫຼາຍຄົນ ເວົ້າວ່າ ມີຄົນ ຈີນ, ຄົນ ວຽດນາມ ເຂົ້າມາ ເປິດຮ້ານ ເສີມສວຍ ໃນລາວ ຢ່າງ ຫຼວງຫຼາຍ, ຣາຄາ ຖືກກ່ວາ ຮ້ານຂອງ ຄົນລາວ ຫຼາຍເທົ່າ. ເຈົ້າຂອງ ຮ້ານ ເວົ້າວ່າ:

“ເຂົາ ກໍມາຫຼາຍ ແຫຼະ ຈີນ ກໍຫຼາຍ ວຽດ ກໍຫຼາຍ ໄທ ກໍມີ, ເຂົາ ມາຂຽນຄິ້ວ ສັກຄິ້ວ, ເຂົາ ເອົາ ຖຶກກ່ວາ ຮ້ານ ຂອງ ຄົນລາວ ເຮົາ ເຮົາ ບໍ່ມີແຂກ ມື້ ນຶ່ງໆ”.

ໜັງສືພິມ ທາງການ ລາວ ອອກ ຣາຍງານ ເມື່ອ ວັນທີ 1 ຕຸລາ ຜ່ານມາ ວ່າ ຣັຖບານ ລາວ ຈະເປີດ ຈົດທະບຽນ ຄົນ ຕ່າງຊາດ ໃນ ໄວໆນີ້ ພາຍຫລັງ ໄດ້ຮັບຄໍາ ຣຽກຮ້ອງ ຈາກ ປະຊາຊົນ ຜ່ານ ທາງ ສະພາ ແຫ່ງຊາດ ກ່ຽວກັບ ບັນຫາ ຄົນ ຕ່າງຊາດ ທີ່ ເຂົ້າມາ ຍາດແຍ່ງ ອາຊິບ ຄົນລາວ ນັບມື້ ຫຼາຍ ຂຶ້ນ.

ທີ່ຜ່ານມາ ທາງການ ລາວ ເຄີຍ ປະກາດ ວ່າ ໃຫ້ ເວລາ 3 ເດືອນ ສໍາລັບ ຄົນ ຕ່າງດ້າວ ທີ່ ເຮັດວຽກ ແບບ ຜິດ ກົດໝາຍ ໄປ ຈົດທະບຽນ ຖ້າບໍ່ໄປ ຈະ ກາຍເປັນ ຄົນ ເຖື່ອນ ແລະ ຖືກສົ່ງ ກັບ ປະເທດ ແຕ່ນັ້ນ ມາຈົນເຖີງ ປັຈຈຸບັນ ນີ້ ຍັງບໍ່ມີ ຂ່າວ ຄືບໜ້າ ໃດໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.