ຜູ້ນໍາລາວຄວນແກ້ໄຂ ບັນຫາ ຂອງ ປະຊາຊົນ
2021.07.20

ທ່ານ ສະເຫລີມໄຊ ກົມມະສິດ ຣັຖມົນຕຣີ ກະຊວງຕ່າງປະເທດລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມການພັທນາ ແບບຍືນຍົງ ຂອງອົງການສະຫະປະຊາຊາດ ໃນມື້ວັນທີ 13-15 ກໍຣະກະດາ ຜ່ານມາ, ໂດຍຜ່ານຣະບົບທາງໄກ ພາຍໃຕ້ຫົວຂໍ້ຟື້ນຟູ ເສຖກິຈ ແລະສັງຄົມ ທົນທານຕໍ່ຜົລກະທົບ ຂອງການແຜ່ຣະບາດ ຂອງໂຄວິດ-19 ໂດຍມີ ຫຼາຍປະເທດ ແລະ ອົງການທີ່ບໍ່ຂຶ້ນກັບ ຣັຖບານ ຫຼາຍອົງການເຂົ້າຮ່ວມ.
ທ່ານ ສະເຫລີມໄຊ ໄດ້ກ່າວຣາຍງານ ກ່ຽວກັບສະພາບການໃນລາວ ຕໍ່ທີ່ປະຊຸມໃນຕອນນຶ່ງວ່າ ຜ່ານມາການຈັດຕັ້ງປະຕິບັດແຜນ ພັທນາເສຖກິຈ-ສັງຄົມ ຄັ້ງທີ 11 ແລະ ເປົ້າໝາຍ ການພັທນາແບບຍືນຍົງ ໃນລາວ ຖືວ່າໄດ້ຮັບຜົລສຳເຣັດ ໃນຫຼາຍດ້ານ ເປັນຕົ້ນ ທາງດ້ານເສຖກິຈ ກໍມີຄວາມເຕີບໂຕ ຢ່າງຕໍ່ເນື່ອງ, ທາງດ້ານການສຶກສາ, ການເຂົ້າໂຮງຮຽນ ຂອງ ເດັກນ້ອຍຊັ້ນປະຖົມ ກໍເພິ່ມຂຶ້ນ, ຄວາມແຕກໂຕນຣະວ່າງເພດ-ວັຍ ແລະ ການກືກໜັງສືໃນລາວ ກໍຫລຸດລົງ, ທາງດ້ານສຸຂພາບ ຂອງປະຊາຊົນກໍຖືກຍົກຣະດັບ, ອັດຕຣາການເສັຽ ຊີວິດ ຂອງແມ່ຍິງ ແລະ ເດັກນ້ອຍ ໃນຍາມຖືພາກໍຫລຸດລົງ, ສິດທິແມ່ຍິງ ແລະ ຄວາມສເມີພາບ ຣະຫວ່່າງ ຍິງ-ຊາຍ ກໍດີຂຶ້ນ, ການປົກປ້ອງ ສະພາບແວດລ້ອມ ແລະຣະບົບນິເວດ ກໍຖືກປະຕິບັດ ແຕ່ຜົລກະທົບ ຈາກພັຍພິບັດທັມມະຊາດ ແລະ ການຣະບາດ ຂອງໂຄວິດ-19 ເຮັດໃຫ້ການຂຍາຍໂຕ ທາງດ້ານເສຖກິຈ-ສັງຄົມ ໃນລາວໃນປີ 2020 ມີການຊັກຊ້າ, ດັ່ງ ທ່ານກ່າວໃນຕອນນື່ງວ່າ:
“ການພັທນາໃນລາວ ມີຄວາມຄືບໜ້າໃນຫຼາຍດ້ານ ເປັນຕົ້ນທາງດ້ານການສຶກສາ, ການເຂົ້າໂຮງຮຽນ ຂອງເດັກນ້ອຍໃນຊັ້ນປະຖົມ ກໍເພິ່ມຂຶ້ນ, ການກືກໜັງສືຂອງຜູ້ໃຫຍ່ກໍຫລຸດລົງ, ຄວາມສເມີພາບ ຣະຫວ່າງ ເພດ-ວັຍ ເພຶ່ອຄ້ຳປະກັນວຽກງານ ແລະ ໂພຊນາການ ດີຂຶ້ນ, ທາງດ້ານສຸຂພາບຊຸມຊົນ ກໍຖືກປະຕິບັດ ແລະ ອັດຕຣາການເສັຽຊີວິດ ຂອງແມ່ຍິງ ແລະ ເດັກນ້ອຍ ໃນຍາມຖືພາ ແລະ ອອກລູກກໍຫລຸດລົງ.”
ພ້ອມດຽວກັນນີ ທ່ານ ສະເຫລີມໄຊ ຍັງໄດ້ຮຽກຮ້ອງໃຫ້ບັນດາ ປະເທດສະມາຊິກ ຍົກກຣະດັບຄວາມຮ່ວມມືຮອບດ້ານ ແລະສນອງ ການຊ່ອຍເຫຼືອດ້ານຕ່າງໆ ເພື່ອຟຶ້ນຟູຜົລກະທົບ ຈາກການແຜ່ຣະບາດຂອງໂຄວິດ-19 ຄຽງຄູ່ກັບການຂັບເຄື່ອນການຈັດຕັ້ງປະຕິບັດ ແຜນພັທນາເສຖກິຈ-ສັງຄົມ ແຫ່ງຊາດ ເພຶ່ອບັນລຸເປົ້າໝາຍ ການພັທນາແບບຍືນຍົງ ພາຍໃນປີ 2030.
ໃນຂນະດຽວກັນ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານອົງການພັນທະມິດ ເພື່ອ ປະຊາທິປະຕັຍໃນລາວ ທີ່ມີສູນກາງຢູ່ປະເທດ ເຢັຽຣະມັນ ກໍກ່າວໃນກອງປະຊຸມ ໃນຕອນນື່ງວ່າ ການຂຍາຍໂຕທາງດ້ານເສຖກິຈ ໃນລາວ ຕົກຕ່ຳໃນໄລຍະການຣະບາດ ຂອງ ໂຄວິດ-19 ຊຶ່ງໄດ້ສົ່ງຜົລໃຫ້ເກີດການຫວ່າງງານຫຼາຍຂຶ້ນ ພ້ອມດຽວກັນນັ້ນ ຊາວບ້ານຫຼາຍຄົນກໍປະສົບກັບບັນຫາຖືກຍ້າຍຖິ່ນຖານ ຍ້ອນຖືກນັກລົງທຶນ ຕ່າງຊາດຍຶດທີ່ດິນ ໃນໂຄງການພັທນາຕ່າງໆ ຂອງຣັຖບານ ໃນນັ້ນຮ່ວມດ້ວຍໂຄງການ ເຂດເສຖກິຈພິເສດ, ໂຄງການສ້າງ ເຂື່ອນໄຟຟ້າ ແລະ ຫຼາຍໂຄງການ ທີ່ຣັຖບານບໍ່ເອົາໃຈໃສ່ ແລະໂຄງການດັ່ງກ່າວທັງໝົດນີ້ ສົ່ງຜົລກະທົບຕໍ່ຊີວິດ ຂອງປະຊາຊົນທ້ອງຖິ່ນ ຍັງບໍ່ຖືກແກ້ໄຂ. ດັ່ງ ຍານາງ ໃຫ້ສຳພາດ ຕໍ່ເອເຊັຽເສຣີ ໃນຕອນນື່ງວ່າ:
“ຂ້າພະເຈົ້າ ຄິດວ່າ ການພັທນາ ຢູ່ ສປປລາວໃນໄລຍະ 10 ປີ ຜ່ານມາ ບໍ່ແມ່ນການພັທນາທີ່ຍືນຍົງ ຕາມເປົ້າໝາຍຂອງ ສະຫະປະຊາຊາດ, ການສ້າງສາໂຄງການໃຫຍ໋ໆ ເຊັ່ນ ເຂດເສຖກິຈພິເສດ ຫຼື ທາງດ່ວນຕ່າງໆ ລ້ວນແລ້ວແມ່ນການຍຶດທີ່ດິນ ຂອງປະຊາຊົນ ໄປໃຫ້ນັກລົງທຶນ ຕ່າງຊາດທັງນັ້ນ.”
ນອກຈາກນີ້ ດຣ. ບຸນທອນ ຍັງໄດ້ສເນີ ຕື່ມອີກຫຼາຍຂໍ້ໃນທີ່ປະຊຸມ ເປັນຕົ້ນ ທາງການລາວຄວນສົ່ງເສີມເສຖກິຈທ້ອງຖິ່ນແທນທີ່ ຈະສົ່ງເສີມໂຄງການ ຂນາດໃຫຍ່ ຂອງນັກລົງທຶນ ຕ່າງຊາດ, ສົ່ງເສີມສິດເສຣີພາບ ໃນການສະແດງອອກ, ການຊຸມນຸມ ແລະ ການປາກເວົ້າຂອງປະຊາຊົນ ໃນລາວ ໃຫ້ຫຼາຍຂຶ້ນ. ຍານາງກ່າວຕື່ມວ່າ:
“ເປົ້າໝາຍຂອງສະຫະປະຊາຊາດ ໃນການພັທນາແບບຍືນຍົງ ໃນເປົ້າໝາຍທີ 16 ໄດ້ກ່າວເຖິງການພັທນາ ຄວາມເປັນທັມ ແຕ່ຢູ່ ສປປລາວ ນັ້ນບໍ່ໄດ້ພັທນາຄວາມເປັນທັມ ຊຶ່ງ ສະແດງໃຫ້ເຫັນກໍແມ່ນ ປະຊາຊົນລາວ ຍັງຖືກຈຳກັດສິດທິ ໃນການສະແດງຄວາມ ຄິດເຫັນ, ຈຳກັດສິດທິໃນການອອກຂ່າວ, ການຊຸມນຸມ ທີ່ສັງເຫດໃຫ້ເຫັນໄດ້ ຍັງມີການຈັບກຸມ ປະຊາຊົນລາວ ຜູ້ທີ່ລຸກຂຶ້ນມາ ຮຽກຮ້ອງ ຄວາມເປັນທັມຢູ່ໃນລາວ.”
ດຣ ບຸນທອນ ຍັງເວົ້າວ່າ ຣັຖບານລາວ ບໍ່ໄດ້ຮັບຟັງຄຳຮຽກຮ້ອງ ຂອງປະຊາຊົນ ຜູ້ທີ່ຖືກບັງຄັບໃຫ້ໂຍກຍ້າຍ ຈາກໂຄງການພັທນາ ຂອງຣັຖບານ ແລະ ນັກລົງທຶນຕ່າງຊາດ ເປັນຕົ້ນ ການສ້າງເຂື່ອນ, ການປູກຕົ້ນໄມ້້ເສຖກິດ ໃນລາວ ແລະອຶ່ນໆ ທີ່ໄປກວມເອົາດິນ ຊາວບ້ານ ໃນຫຼາຍພື້ນທີ່ ໃນລາວ ບາງຣາຍ ກໍປາສຈາກຄ່າຊົດເຊີຍ. ນອກຈາກນັ້ນ ກໍຍັງບໍ່ຮັບຟັງ ຄຳຮຽກຮ້ອງ ຂອງ ປະຊາຊົນ ຜູ້ຕ້ອງການຄວາມຊ່ອຍເຫຼືອ ໃນເຫດການພັຍພິບັດ ທັມມະຊາດຕ່າງໆ ເປັນຕົ້ນ ນ້ຳຖ້ວມ ພັຍແຫ້ງແລະອື່ນໆ.
ກ່ຽວກັບເຣື່ອງນີ້ ຊາວລາວ ທ່ານນຶ່ງເຫັນວ່າ ເຖິງແມ່ນວ່າທາງການລາວ ໄດ້ມີການພັທນາປະເທດ ໃນຫຼາຍດ້ານກໍຕາມ ແຕ່ສິດ ເສຣີພາບ ຂອງປະຊາຊົນຍັງບໍ່ຖືກຈຳກັດຫຼາຍຢູ່ ໂດຍສະເພາະ ປະຊາຊົນທີ່ຖືກ ໂຄງການຕ່າງໆ ທັງຂອງຣັຖ ແລະ ເອກກະຊົນ ຍຶດທີ່ດິນໄປ ບໍ່ສາມາດຮຽກຮ້ອງຫຍັງໄດ້ ແລະ ຖ້າມີການປະທ້ວງ ກໍຈະຖືກຈັບກຸມ, ດັ່ງທ່ານເວົ້າວ່າ
“ສົມມຸດວ່າ ເປັນເຣື່ອງດິນ ເຣື່ອງດອນເນາະ ອຳນາດການປົກຄອງ ເຂົາມີສິດຍຶດ ເຂົາຂາຍເອົາດິນປະຊາຊົນ ເຮົາບໍ່ໄດ້ເຊັນນຳເຂົາ ແລະ ເຮົາກໍບໍ່ຮູ້ນຳເຂົາ ແລະເຂົາໃຫ້ອັຍການສານ ຕັດສິນ ເພາະວ່າເຂົາມັນມີອຳນາດໝົດ ແລະ ເຮົາໄປປະທ້ວງ ມັນປະທ້ວງບໍ່ໄດ້ ສິດທິໂຕນີ້ຍັງບໍ່ທັນແກ້ໄຂ.”
ໃນຂນະດຽວກັນ ຊາວລາວອີກນາງນຶ່ງ ຜູ້ທີ່ກຳລັງປະສົບກັບ ບັນຫາຖືກໂຄງການເອກກະຊົນ ຍຶດທີ່ດິິນຂອງນາງກ່າວວ່າ ມາຮອດ ປັດຈຸບັນ ທາງຄອບຄົວຂອງນາງ ບໍ່ໄດ້ຮັບການ ຊ່ອຍເຫຼືອ ຈາກພາກສ່ວນກ່ຽວຂ້ອງ ຂອງຣັຖບານແຕ່ຢ່າງໃດ ເຖິງແມ່ນວ່າໄດ້ໄປ ຮ້ອງຮຽນ ໃຫ້ຊ່ອຍເຫຼືອຫຼາຍເທື່ອແລ້ວກໍຕາມ. ແຕ່ຍັງບໍ່ໄດ້ຮັບຄຳຕອບເລີຍ ຊາວບ້ານບໍ່ສາມາດ ເພິ່ງພາຣັຖບານໄດ້.
“ເຮົາກະບໍ່ເຫັນເພິ່ນຊ່ອຍອີ່ຫຍັງ ສ່ວນຫຼາຍເພິ່ນຊີ່ມາໂອ້ລົມ ໃຫ້ຟັງໄປເບິ່ງໄປນຳເພິ່ນຊື່ໆ ເພິ່ນກະບອກໃຫ້ໄປລົມເພິ່ນ ແລ້ວໝວດ ເຮົາເປັນປະຊາຊົນຊື່ໆ ເຮົາຊີ່ໄປລົມຈັ່ງໃດລະ ໝວດເຮົາຄົນທັມມະດາ ຄັນເພິ່ນເວົ້າໃຫ້ບໍ່ໄດ້ລະ ໝວດເຮົາຊີ່ໄປເວົ້າຈັ່ງໃດ.”
ສ່ວນຊາວລາວອີກຄົນນຶ່ງເວົ້າວ່າ ເຖິງແມ່ນວ່າໃນໄລຍະຜ່ານມາ ເສຖກິຈຂອງລາວຈະມີການຂຍາຍໂຕຢູ່ກໍຕາມ ແຕ່ເຫັນວ່າສະພາບ ຄວາມເປັນຢູ່ ຂອງປະຊາຊົນ ຍັງບໍ່ດີເທົ່າທີ່ຄວນ ເປັນຕົ້ນ ຍັງມີຄົນລາວຈຳນວນຫຼາຍ ຍັງບໍ່ມີວຽກເຮັດງານທຳ ຊຶ່ງສ່ວນນຶ່ງເກີດຈາກ ການຣະບາດຂອງໂຄວິດ-19 ຈຶ່ງຢາກໃຫ້ຣັຖບານເລັ່ງແກ້ໄຂບັນຫາ ຄົນຫວ່າງງານໃຫ້ໄວທີ່ສຸດ ຖ້າເປັນໄປໄດ້.
“ສ່ວນຫຼາຍກະຊີິວິດການກິນຢູ່ ຂອງພໍ່ແມ່ປະຊາຊົນຫັ້ນແຫລະ ໃຫ້ມັນດີຂຶ້ນກວ່າເກົ່າ ດຽວນີ້ປະຊາຊົນສ່ວນຫຼາຍກໍກຳລັງທຸກຍາກ ຢູ່ຫັ້ນນ່າ ຣາຍໄດ້ກະຍັງບໍ່ທັນດີເນາະ ວຽກເຮັດງານທຳ ກະຍັງບໍ່ທັນມີເດ້ ພວກແຮງງານສ່ວນຫຼາຍ ກະຍັງໄປຫາກິນ ຢູ່ຕ່າງ ປະເທດ.”
ເຈົ້າຫນ້າທີ່ ຈາກອົງການທີ່ບໍ່ຂຶ້ນກັບຣັຖບານ ທ່ານນຶ່ງ ຜູ້ທີ່ຂໍສງວນຊື່ກ່າວວ່າ ການເຮັດວຽກພັທນາໃນລາວ ຮ່ວມກັບເຈົ້າໜ້າທີ່ຣັຖ ໃນໄລຍະນີ້ ຂ້ອນຂ້າງມີຄວາມຫລ້າຊ້າ ເນື່ອງຈາກ ການແຜ່ຣະບາດຂອງໂຄວິດ-19 ເຮັດໃຫ້ການເຮັດວຽກ ຕ້ອງດຳເນີນໄປຕາມ ມາຕການຂອງທາງການລາວ, ດັ່ງທ່ານເວົ້າວ່າ:
“ພວກເຮົາກະເຮັດວຽກປົກກະຕິ ແຕ່ວ່າການພົວພັນວຽກງານ ມັນກະຢາກຫຍຸ້ງຍາກໜ້ອຍນຶ່ງ ການເຄື່ອນໄຫວພວກເຮົາຫຍຸ້ງຍາກ ຊັກຊ້າ ມັນກະຍ້ອນວ່າໂຄວິດຫັ້ນແຫລະ ເພິ່ນກະບໍ່ໄດ້ຈັດກອງປະຊຸມ ຈຳນວນຫຼາຍຄົນ ອີ່ຫຍັງຕ່າງໆເຫຼົ່ານີ້ ກະເຣື່ອງປົກກະຕິ ທົ່ວໄປ.”
ກອງປະຊຸຸມພັທນາຍືນຍົງ ສະຫະປະຊາຊາດ ເປັນກອງປະຊຸມປະຈຳປີ ເພຶ່ອສົ່ງເສີມການພັທນາ ເສຖກິຈ-ສັງຄົມ ໃນປະເທດທີ່ ກຳລັງພັທນາໃນໂລກ ໃຫ້ມີປະສິດທິພາບ ແລະ ເປັນໄປຕາມເປົ້າໝາຍ ທີ່ສະຫະປະຊາຊາດໄດ້ວາງໄວ້, ຊຶ່ງໃນປີນີ້ ໄດ້ລົງເລິກ ເຖິງເປົ້າໝາຍ ການພັທນາດ້ານຕ່າງໆ ໃນນັ້ນ ປະກອບດ້ວຍ ການລຶບລ້າງຄວາທຸກຍາກ, ລຶບລ້າງ ພັຍອຶດຫິວ, ສົ່ງເສີມສຸຂພາບ ແລະ ຄວາມເປັນຢູ່ທີ່ດີ, ມີວຽກເຮັດງານທຳ ແລະ ເສຖກິຈຂຍາຍໂຕ, ຫຼຸດຜ່ອນຄວາມບໍ່ສເມີພາບ, ສົ່ງເສີມການອຸປໂພກ-ບໍຣິໂພກ ແລະ ການຜລິດ ກຸ້ມໂຕ, ມີແຜນຮັບມືກັບສະພາບອາກາດປ່ຽນແປງ, ມີສັນຕິພາບຄວາມເປັນທັມ ແລະ ເປັນຄູ່ຮ່ວມມື ໃນເປົ້າໝາຍ ພັທນາແບບຍືນຍົງ ຂອງ ອົງການ ສະຫະປະຊາຊາດ ແຕ່ ສປປລາວ ຍັງປະຕິີບັດບໍ່ໄດ້ ໃນຫຼາຍເປົ້າໝາຍ.