ຂົວນໍ້າຂອງໄຊຍະບູຣີ ແຕກຜຸ
2015.07.07
ຂົວ ຂ້າມ ນໍ້າຂອງ ປາກຄອນ ທ່າເດື່ອ ແຂວງ ໄຊຍະບູຣີ, ທີ່ ເຊື່ອມຕໍ່ ໃສ່ ແຂວງ ຫລວງ ພຣະບາງ ເລີ້ມ ແຕກ ຜຸ ເປັນ ຂຸມ ກວ້າງ ຫລາຍແມັດ, ສ້າງ ຄວາມ ກັງວົນ ໃຫ້ຜູ້ ທີ່ ສັນຈອນ ໄປມາ. ປະຊາຊົນ ທີ່ ໃຊ້ຂົວ ດັ່ງກ່າວ ຢ້ານ ບໍ່ມີ ຄວາມປອດໄພ. ຫລັງຈາກ ຂົວ ແຫ່ງນີ້ ໄດ້ ເປີດໃຊ້ ບໍ່ຮອດ ປີ ຈຶ່ງ ຢາກ ຮຽກຮ້ອງ ໃຫ້ ໜ່ວນງານ ຂອງ ຣັຖບານ ມາ ກວດສອບເບິ່ງ. ດັ່ງ ປະຊາຊົນ ທ່ານນຶ່ງ ກ່າວວ່າ:
“ຂ້າພະເຈົ້າ ໃຊ້ ຂົວ ນີ້ທຽວ ເປັນ ປະຈໍາ ກະເຫັນວ່າ ຂົວນີ້ ມີການ ແຕກຜຸ, ບໍ່ມີ ຄວາມ ປອດໄພ ຕໍ່ການທຽວ ໄປມາ ຂອງ ປະຊາຊົນ ຄົນອື່ນ, ລວມທັງ ຂ້າພະເຈົ້າ ເນາະ, ກະຢາກໃຫ້ ພາກສ່ວນ ກ່ຽວຂ້ອງ ມາ ກວດສອບ ເບິ່ງວ່າ ມາຕຖານ ຂອງ ຂົວນີ້ ເປັນ ແນວໃດ, ຕ້ອງມີການ ປັບປຸງ ແກ້ໄຂ ຫລືວ່າ ເຮັດແນວໃດ ກະໃຫ້ ຂົວນີ້ ໄດ້ ມາຕຖານ ເພື່ອ ຄວາມປອດໄພ ຂອງ ປະຊາຊົນ ຫັ້ນລະ ເນາະ.”
ທ່ານ ກ່າວ ອີກວ່າ ໃນແຕ່ລະ ມື້ ມີ ທັງຣົດ ໜັກ ຣົດເບົາ ຫລາຍ100 ຄັນ ແລ່ນຜ່ານ. ຂົວ ດັ່ງກ່າວ ແມ່ນ ບໍຣິສັດ Dohwa Consulting Engineers Co,.LTD ເປັນ ຜູ້ ຮັບເໝົາ ກໍ່ສ້າງ ຊຶ່ງ ໄດ້ ການປະມູນ ໃນປີ 2008, ແຕ່ວ່າ ເປີດໃຊ້ ບໍ່ຮອດ1 ປີ ກໍ ປະກົດວ່າ ສົ້ນ ຂົວ ເລີ້ມ ແຕກຜຸ ເປັນ ວົງ ກວ້າງ ຂະໜາດ 2 ແມັດ.
ອີງຕາມ ໜັງສື ແຈ້ງການ ຂອງ ຄນະ ປະມູນ ຂອງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ໃນ ປີ 2008, ມູນຄ່າ ກໍ່ສ້າງ ຂົວ ດັ່ງກ່່າວ ໃນ ເບື້ອງຕົ້ນ ປະມານ 3 ລ້ານ ໂດລາ ສະຫະຣັຖ, ແຕ່ ມີການ ດັດແກ້ ໃຫ້ ເຫລືອ ປະມານ 2 ລ້ານ ໂດລາ.