ຣົດເມເສັຽຫຼັກຕົກເຫວ ຢູ່ ມ.ນານ
2019.08.20

ຣົດນັກທ່ອງທ່ຽວຈີນ ຕົກເຫວ ຢູ່ເສັ້ນທາງຕັດໃໝ່ ກາສີ-ເມືອງນານ ຢູ່ເຂດບ້ານນາເມືອງ ເມືອງນານ ແຂວງຫລວງພຣະບາງ ເວລາປະມານ 5 ໂມງແລງ ຂອງມື້ວັນທີ 19 ສິງຫາ ນີ້ ເຮັດໃຫ້ມີຄົນຈີນ ເສັຽຊີວິດ ຄາທີ່ 13 ຄົນ,ບາດເຈັບ 31 ຄົນ ແລະ ຍັງບໍ່ເຫັນ 2 ຄົນ.
ສ່ວນຄົນລາວ 2 ຄົນ: ຜູ້ນຶ່ງເປັນຄົນຂັບຣົດ ແລະ ອີກຜູ້ນຶ່ງເປັນຄົນນຳທ່ຽວ ບາດເຈັບສາຫັດ, ສາເຫດຂອງອຸບັດຕິເຫດນັ້ນ ທາງເຈົ້າໜ້າທີ່ ກຳລັງກວດສອບຢູ່ -ຕາມຄຳເວົ້າຂອງເຈົ້າໜ້າທີ່ ຕຳຣວດປ້ອງກັນ ຄວາມສະຫງົບ ແຂວງຫລວງພຣະບາງ ຕໍ່ວິທຍຸເອເຊັຽເສຣີໃນ ມື້ວັນທີ 20 ສິງຫານີ້:
"ເຣຶ່ອງນີ້ເປັນການອຸບັດຕິເຫດ ລັກສນະຣົດມັນເສັຽຫຼັກຍ່າ ແລ້ວກໍປີ້ນເຮັດໃຫ້ນັກທ່ອງທ່ຽວເຮົານີ້ ຄົນຈີນເຮົາເສັຽຊີວິດ ຄົນລາວຍັງຢູ່ໂຮງໝໍ, ຣາຍງານມາເມື່ອກີ້ນີ້ ທັງໝົດຕາຍ ຄົນຈີນ 13 ສົບ ບາດເຈັບ ຈຳນວນນຶ່ງແດ່ນໍ ນັບແຕ່ໂຊເຟີລົດ ໄກດ໌ແດ່ ດຽວນີ້ບໍ່ເຫັນ 2 ຄົນ."
ທ່ານເວົ້າວ່າ ພາຍຫລັງໜ່ວຍກູ້ພັຍ, ອົງການກາແດງລາວ, ຕຳຣວດ ແລະທະຫານ ໄດ້ຊ່ອຍຄົນຈີນ ທີ່ບາດເຈັບ 29 ຄົນ ອອກມາຈາກຣົດ ແລ້ວ ທາງກົງສຸນຈີນ ກໍສົ່ງຍົນມາເອົາໄປປິ່ນປົວ ຢູ່ໂຮງໝໍ ນະຄອນຫຼວງ ວຽງຈັນ. ສ່ວນຜູ້ເສັຽຊີວິດ 13 ຄົນ ຖືກສົ່ງໄປໂຮງໝໍແຂວງ ຫລວງພຣະບາງ.
ຄົນລາວ 2 ຄົນ ທີ່ບາດເຈັບສາຫັດນັ້ນ ຖືກສົ່ງໄປໂຮງໝໍແຂວງຫລວງພຣະບາງ ເຊັ່ນກັນ, ສຳລັບຊາວຈີນ 2 ຄົນ ທີ່ຫາຍສາບສູນ ເຈົ້າໜ້າທີ່ຍັງຄົ້ນຫາຢູ່ ດັ່ງທີ່ທ່ານກ່າວວ່າ:
"ອ້າຍນ້ອງຣາຍງານມາເມື່ອກີ້ວ່າ ກົງສຸນກຳລັງຮິບໂຮມ ຜູ້ເຈັບນີ້ວ່າ ຍົນສິໄປຮັບສົ່ງໄປວຽງຈັນ ໂຮງໝໍຂອງຣັດ ໂຮງໝໍແຫ່ງຊາດ ສະເພາະ ຄົນເຈັບນະ ຄົນຕາຍ 13 ສົບຢູ່ໂຮງໝໍແຂວງ ຢູ່ແຕ່ກໍບໍ່ຮູ້ວ່າຂັ້ນເທິງ ເພິ່ນຈະຊີ້ນຳແນວໃດ ກົງສຸນເພິ່ນສິວ່າແນວໃດ."
ຊາວບ້ານນາເມືອງ ຜູ້ເຫັນເຫດການເວົ້າວ່າ ເສັ້ນທາງຕັດໃໝ່ ກາສີ-ເມືອງນານ ເປັນເສັ້ນທາງໄປມາຫຍຸ້ງຍາກ, ເປັນທາງໂຄ້ງ ລົງພູຫລາຍ ຈຸດກ່ອນຈະຂ້າມຂົວນ້ຳອ້າວ. ຕອນຂາກັບຈາກວຽງຈັນ ຣົດເສັຽຫຼັກ ຕົກເຫວກ່ອນຈະຮອດຂົວພຽງ 400 ແມັດ, ດັ່ງທີ່ທ່ານກ່າວວ່າ:
"ເບິ່ງຫັ້ນສິແມ່ນແລ່ນຣົດໄວ ທາງໂຄ້ງລົງພູເດ້ ລົງພູມາແຕ່ທາງກາສີ ມາຫານາເມືອງ ແຕ່ວ່າບ່ອນສິຮອດບ່ອນສິມັນແລ້ວນະ ຍັງ 200-300 ແມັດ ສິມົ້ມພູແລ້ວນະ ຈະຮອດເຂົ້າຂົວ ເອີເສັຽຫລັກ ບ່ອນຣົດອັນໄຖ ກາຍຣົດໄຖລົງມາໜ້ອຍນຶ່ງ."
ທີ່ຜ່ານມາ ຕາມເສັ້ນທາງກາສີ-ເມືອງນານ ກໍເກີດມີອຸບັດຕິເຫດ ຣົດຕົກເຫວຫຼາຍຄັ້ງ. ເມື່ອເດືອນມິນາ ທີ່ຜ່ານມາ ຣົດນັກທ່ອງທ່ຽວໄທ ໄປ ຫລວງພຣະບາງ ກໍເກີດອຸບັດຕິເຫດ ມີຜູ້ເສັຽຊີວິດ 5 ຄົນ.
ເມື່ອເດືອນກຸມພາ ປີກາຍ ຣົດເມສອງຊັ້ນ ສາຍ ຜົ້ງສາລີ-ນະຄອນຫລວງວຽງຈັນ ກໍເສັຽຫລັກຕົກເຫວ ຢູ່ເຂດພູເກົ້າຫລັກ ເສັຍຊີວິດ 7 ຄົນ ແລະບາດເຈັບ 20 ຄົນ.