ສາຍດ່ວນເຖິງສະພາແຫ່ງຊາດ
2016.10.27
ໂທຣະສັບສາຍດ່ວນ ຂອງ ສະພາແຫ່ງຊາດ ໄດ້ຊ່ວຍໃຫ້ ບັນຫາຕ່າງໆ ທີ່ມວນຊົນລາວ ກັງວົນ ຮວມທັງ ບັນຫາ ເຈົ້າໜ້າທີ່ ຣັຖບານ ປະຕິບັດ ບໍ່ຖືກຕ້ອງ ຕາມຣະບຽບ ກົດໝາຍ ໄປເຖິງບັນຫາ ທີ່ກ່ຽວພັນ ກັບບັນດາ ຜູ້ນໍາຂັ້ນສູງ ຂອງພັກ ແລະຣັຖ ນໍາດ້ວຍ.
ເຖິງຢ່າງໃດກໍຕາມ ກົລໄກຕ່າງໆ ທີ່ຈະແກ້ໄຂ ບັນຫາ ກ່ຽວກັບ ຄວາມກັງວົນ ຂອງ ມວນຊົນນັ້ນ ກໍຍັງຂາດ ປະສິດທິພາບ ຂນະທີ່ ຜູ້ນໍາຂັ້ນສູງ ຂອງ ສປປລາວ ບາງຄົນ ປະຕິເສດ ທີ່ຈະຕອບ ຂໍ້ຂ້ອງໃຈ ຂອງມວນຊົນ.
ຕາມຄໍາເຫັນຂອງ ທ່ານ ຄໍາປະສົງ ຣາຊາຈັກ ເຈົ້າໜ້າທີ່ ກົມກວດກາ ດ້ານ ຍຸຕິທັມ ຂອງ ສະພາຫ່ງຊາດ ເມື່ອທ່ານກ່າວ ເຖິງບົດບາດ ຂອງການ ບໍຣິການ ໂທຣະສັບ ສາຍດ່ວນ ຂອງສະພາ ແຫ່ງຊາດ ຢູ່ກອງປະຊຸມ ສັມມະນາ ທີ່ ນະຄອນຫຼວງ ວຽງຈັນ ເມື່ອ ວັນອັງຄານ ຜ່ານມາ ເພື່ອແລກປ່ຽນ ປະສົພການ ກ່ຽວກັບ ຄວາມຈົ່ມວ່າ ເຣື່ອງ ການສໍ້ຣາສ ບັງຫລວງ ຊຶ່ງ ທ່ານເວົ້າວ່າ ຄວາມສໍາຄັນ ຂອງ ໂທຣະສັບ ສາຍດ່ວນ ນັ້ນຄືຂໍ້ມູນ ເຣື່ອງ ເຈົ້າໜ້າທີ່ ປະຕິບັດ ບໍ່ຖືກຕ້ອງ ແລະ ບັນຫາ ຄວາມກັງວົນ ຂອງ ມວນຊົນ ໄປເຖິງ ຜູ້ນໍາຂັ້ນສູງ ຢ່າງໄວວາ.
ສະພາແຫ່ງຊາດ ເລີ່ມຕັ້ງ ໂທຣະສັບ ສາຍດ່ວນ ໃນສະພາຊຸດ ທີ 5 ຊຶ່ງ ປະຊາຊົນ ສາມາດ ສົ່ງຄວາມຄິດເຫັນ ແລະ ຄວາມບໍ່ພໍໃຈ ຕ່າງໆ ຂອງພວກຕົນໄປ ຫາ ສະພາ ໄດ້ຕາມເລກ ໂທຣະສັບ ສາຍດ່ວນ 156. ທ່ານ ຄໍາປະສົງ ເວົ້າວ່າ ມີ ສາຍເຂົ້າມາ ແລະ ຂໍ້ຄວາມ ຜ່ານສາຍດ່ວນ ເຖິງ ກອງປະຊຸມ ສະພາ ແຫ່ງຊາດ ເມື່ອເດືອນ ກໍຣະກະດາ ປີ 2013 ຈໍານວນ 1,200 ກວ່າເທື່ອ ຊຶ່ງ ຫຼາຍເທື່ອ ແມ່ນເວົ້າເຖິງ ບັນຫາ ດຽວກັນ ເປັນຕົ້ນ ການສ້າງຖນົນ ລ່າຊ້າ, ຜົລກະທົບ ຕໍ່ ສະພາບແວດລອ້ມ ແລະສັງຄົມ ຈາກ ໂຄງການ ພັທນາ ແລະ ນະໂຍບາຍຕ່າງໆ ຂອງ ຣັຖບານ. ທ່ານເປີດເຜີຍວ່າ 80% ຂອງ ຄວາມບໍ່ພໍໃຈ ຂອງມວນຊົນ ແມ່ນເຣຶ່ອງ ການສໍ້ຣາສ ບັງຫລວງ.