ເຂື່ອນກະທົບການທ່ອງທ່ຽວ ທັມຊາດ
ສົມເນ
2017.08.13
2017.08.13
ແຂວງຜົ້ງສາລີ ເປັນດິນແດນແຫ່ງ ທັມຊາດ ທີ່ເຕັມໄປດ້ວຍ ພູຜາປ່າໄມ້ ທີ່ສວຍສົດງົດງາມ ອຸດົມຮັ່ງມີດ້ວຍ ຊັພຍາກອນທັມຊາດ ເຊັ່ນວ່າ ແມ່ນໍ້າອູ ແລະ ປ່າສງວນແຫ່ງຊາດ ນານາຊີວະພັນ ພູແດນດິນ ຜົລປູກກ້ວຍ ຊາດື່ມ ຊາຮ້ອຍປີ ບໍ່ແຮ່ ແລະ ພູເຂົາ ທີ່ງົດງາມ.
ພູທີ່ສູງທີ່ສຸດໃນແຂວງນີ້ ແມ່ນພູດອຍຈີ ສູງປະມານ 1,800 ແມັດກວ່າ ຈາກລະດັບນໍ້າທະເລ ແລະພິເສດສຸດ ຂອງແຂວງນີ້ ແມ່ນພົລເມືອງ ທີ່ປະກອບດ້ວຍ ປະມານ 10 ກວ່າ ຊົນເຜົ່າ ຊຶ່ງມີນິສັຍໃຈຄໍ ເປັນິຕໄມຕຣີ ໃນການ ຮັບຕ້ອນຂັບສູ່.
ຊາວເມືອງຂວາແລະສັມພັນ ສອງຄົນ ທີ່ເຮົາໄດ້ສັມພາດນີ້ ບອກວ່າ ການທ່ອງທ່ຽວ ທາງເຮືອ ຕາມແມ່ນໍ້າອູ ຈາກເມືອງຂວາ ໄປຫາເມືອງ ສັມພັນ ຊຶ່ງນັກທ່ອງທ່ຽວ ຕ່າງປະເທດ ນິຍົມກັນນັ້ນ ຍັງມີຢູ່ຄືເກົ່າ, ແຕ່ວ່າຫລັງຈາກ ສ້າງເຂື່ອນ ຫຼາຍເຂື່ອນໃສ່ນໍ້າ ສາຍນີ້ແລ້ວ ຈໍານວນ ນັກທ່ອງທ່ຽວ ກໍຫລຸດລົງ ປູປາໃນນໍ້າ ກໍບໍຄ່ອຍມີ ຄືເກົ່າ.