ເຣີ່ມທົດລອງ ແອັພພິລເຄຊັ້ນ “LoudChat” ໃນລາວ
2022.06.15
ເມື່ອວັນທີ 11 ເມສາ 2022 ທີ່ຜ່ານມາ, ບໍຣິສັດ ສິຣິຈະເລີນໄຊ ຈຳກັດ ຮ່ວມກັບກະຊວງເຕັກໂນໂລຢີ້ ແລະ ການສື່ສານ ເປີດນຳໃຊ້ ແອັພພລິເຄຊັ້ນ LoudChat ສຳລັບການຕິດຕໍ່ສື່ສານ, ເຊື່ອມໂຍງຂໍ້ມູນ ແລະ ການບໍຣິການ ຂອງຂແນງການພາກຣັຖ ໃນອະນາຄົດ.
ປັດຈຸບັນ, ຄົນລາວສ່ວນໃຫຍ່ ຍັງບໍ່ນິຍົມໃຊ້ ແອັພພລິເຄຊັ້ນ LoudChat ປານໃດ ເພາະບໍ່ເຄີຍເຫັນ ການໂຄສະນາມາກ່ອນ ແລະ ບໍ່ຮູ້ວ່າ ເມື່ອດາວໂຫຼດມາແລ້ວ ຈະມີຮູບແບບ ການໃຊ້ງານແບບໃດ ເພາະຄົນລາວ ກໍໃຊ້ງານ WhatsApp ແລະ Messenger ເປັນຊ່ອງທາງ ໃນການສື່ສານຢູ່ແລ້ວ.
ດັ່ງຊາວລາວຄົນນຶ່ງ ທີ່ອາສັຍຢູ່ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ມິຖຸນາ ນີ້ວ່າ:
“ບໍ່ເຄີຍໄດ້ຍິນໄດ໋ (LoudChat) ເຂົາມັກຈະໃຊ້ Messenger ແລ້ວກະ WhatsApp. ສະດວກ ແລ້ວກະ Messenger ນີ້ ຕິດຕັ້ງມາຈາກ Facebook ເນາະ ມັນທົ່ວເຖິງໄດ້ດີ.”
ຊາວລາວ ອີກຄົນນຶ່ງ ກ່າວວ່າ ບໍ່ເຄີຍໄດ້ຍິນ ແອັພພລິເຄຊັ້ນ LoudChat ມາກ່ອນ ແລະ ບໍ່ຮູ້ວ່າ ຈະມີຄວາມປອດພັຍ ເຣື່ອງຂໍ້ມູນ ຫຼາຍ-ໜ້ອຍ ສ່ຳໃດ ຈຶ່ງຍັງບໍ່ສ່ຽງ ທີ່ຈະດາວໂຫຼດມານຳໃຊ້. ຂະນະທີ່ຄົນລາວສ່ວນຫຼາຍ ກໍມີແອັພພລິເຄຊັ້ນ WhatsApp ແລະ Messenger ໃຊ້ງານຢູ່ແລ້ວ, ເຊິ່ງແອັພພລິເຄຊັ້ນດັ່ງກ່າວ ກໍມີຄວາມປອດພັຍ ແລະ ມີຄວາມສ່ຽງໜ້ອຍ ທີ່ຂໍ້ມູນສ່ວນໂຕ ຈະຮົ່ວໄຫຼ ຫຼືຖືກຮິບຂໍ້ມູນໄປ ຈາກໜ່ວຍງານ ຂອງພາກຣັຖ.
ດັ່ງຊາວລາວອີກຄົນນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ນ້ອງກະບໍ່ຄຸ້ນຄືກັນ. ສ່ວນຫຼາຍ ກະມີແຕ່ອັນ WhatsApp ກັບ Messenger ທີ່ເຂົາເຈົ້າໃຊ້ກັນ. ໜ້າຈະເບິ່ງການໂປຣໂໝດ ຂອງເຂົາເຈົ້າ ເບິ່ງວ່າ ເອີ່ມີຄົນໃຫ້ຄວາມສົນໃຈ ຫຼາຍສ່ຳໃດ.”
ສ່ວນຊາວລາວ ອີກຄົນນຶ່ງ ກ່າວວ່າ ພາຍຫຼັງທີ່ມີການເປີດໂຕ ແອັພພລິເຄຊັ້ນ LoudChat ກໍໄດ້ທົດລອງ ດາວໂຫຼດແອັພພລິເຄຊັ້ນດັ່ງກ່າວ ມາໃຊ້ງານ, ເຊິ່ງແອັພພລິເຄຊັ້ນດັ່ງກ່າວ ສາມາດຕິດຕໍ່ສື່ສານກັນໄດ້ດີ ໃນລະດັບນຶ່ງ, ແຕ່ໂດຍລວມ ເຫັນວ່າ ຍັງບໍ່ສະດວກສບາຍປານໃດ ຈຶ່ງເຮັດໃຫ້ຄົນລາວສ່ວນໃຫຍ່ ຍັງບໍ່ນິຍົມດາວໂຫຼດມາໃຊ້ງານ.
ແນວໃດກໍຕາມ, ຫາກຈະພັທນາ ແອັພພລິເຄຊັ້ນ ຂຶ້ນມາໃຊ້ງານ ແລະ ເຂົ້າເຖິງຄົນລາວ ທົ່ວປະເທດ ແອັພພລິເຄຊັ້ນດັ່ງກ່າວ ກໍຈະຕ້ອງສະດວກສບາຍ, ວ່ອງໄວ, ມີສະຖຽນລະພາບ, ມີຄວາມປອດພັຍສູງ ແລະ ມີມາຕຖານການໃຊ້ງານ ຕ້ອງທຽບໄດ້ກັບ WhatsApp ຫຼືຊ່ອງທາງສື່ສານອື່ນໆ ທີ່ຄົນລາວ ໃຊ້ງານຢູ່ໃນປັດຈຸບັນ.
ດັ່ງຊາວລາວອີກຄົນນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ໂຕ App ລາວຫັ້ນຫວາ? ກະຄືວ່າໂອເຄເລີຍ ໃນລະດັບນຶ່ງ, ມັນຄ້າຍໆກັບ WeChat ຫັ້ນແຫຼະ. ສ່ວນຫຼາຍເປັນ WhatsApp ນ່າ ເພາະວ່າ ຄົນລາວສ່ວນຫຼາຍ ມັກໃຊ້ WhatsApp ຫຼາຍກວ່າ. ກະຍັງບໍ່ທັນໄດ້ແຜ່ຫຼາຍນ່າ.”
ຂະນະທີ່ ຕາງໜ້າ ພາກປະຊາສັງຄົມໃນລາວ ກ່າວວ່າ ແອັພພລິເຄຊັ້ນ LoudChat ຈະຄ້າຍກັບ ແອັພພລິເຄຊັ້ນ WeChat ຂອງຈີນ, ເຊິ່ງແອັພພລິເຄຊັ້ນ LoudChat ກໍໄດ້ບໍຣິສັດຈີນ ເຂົ້າມາຮ່ວມພັທນາລະບົບນຳດ້ວຍ. ສະນັ້ນ, ຈຶ່ງເຫັນວ່າ ແອັພພລິເຄຊັ້ນ LoudChat ອາຈຍັງບໍ່ມີຄວາມປອດພັຍ ເພາະບໍຣິສັດຜູ້ພັທນາ ສາມາດທີ່ຈະຮິບ ແລະ ສະສົມຂໍ້ມູນສ່ວນໂຕ ຂອງຜູ້ໃຊ້ງານ ໃຫ້ກັບພາກຣັຖ ຫຼືໜ່ວຍງານທີ່ກ່ຽວຂ້ອງ ໄດ້ຢ່າງສະດວກ.
ໄລຍະຜ່ານມາ, ໜ່ວຍງານ ຂອງຣັຖ ກໍໄດ້ມີຄວາມພະຍາຍາມ ທີ່ຈະຮິບໂຮມ ແລະ ສະສົມຂໍ້ມູນສ່ວນໂຕ ຂອງຄົນລາວ ທີ່ມີຄວາມເຫັນຕ່າງ ທາງການເມືອງ ແລະ ເຄືອຂ່າຍ ພາກປະຊາສັງຄົມຕ່າງໆຢູ່ແລ້ວ. ຫາກພາກຣັຖ ບໍ່ບັງຄັບໃຊ້ແອັພພລິເຄຊັ້ນ LoudChat ກໍຈະບໍ່ດາວໂຫຼດມາໃຊ້ງານ.
ດັ່ງຕາງໜ້າ ພາກປະຊາສັງຄົມໃນລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ໂຕນັ້ນ ມັນແນ່ນອນຢູ່ແລ້ວ ບັນຫາຜ່ານມາກະຄື ຝ່າຍຣັຖບານ ພະຍາຍາມຢາກເກັບຂໍ້ມູນນ່າ, ແຕ່ວ່າພາກປະຊາສັງຄົມ ຫຼືວ່າພາກປະຊາຊົນທົ່ວໄປ ຖ້າບໍ່ຖືກບັງຄັບແທ້ໆ ກະຄືຊິບໍ່ນຳໃຊ້ດອກ. ປັດຈຸບັນນີ້, ເດັກນ້ອຍ ເດັກເລັກ ເຍົາວະຊົນ ວັຍໜຸ່ມແມ່ນຫຍັງ ເຂົາກະໃຊ້ແຕ່ WhatsApp ກັນໝົດ.”
ສ່ວນທ່ານ Phil Robertson, ຮອງຜູ້ອຳນວຍການ ອົງການສິ້ງຊອມດ້ານສິດທິມະນຸສ ຫຼື Human Rights Watch ປະຈຳພາກພື້ນເອເຊັຽ ແລະ ໃນຂົງເຂດເອເຊັຽຕາເວັນອອກສຽງໃຕ້ ກ່າວວ່າ ຫາກຣັຖບານລາວ ຮ່ວມມືພັທນາແອັພພລິເຄຊັ້ນ LoudChat ຂຶ້ນມາໃຊ້ງານ ແລ້ວສົ່ງເສີມ ຫຼືພະຍາຍາມ ໃຫ້ມີຜູ້ໃຊ້ງານທຸກຄົນ ກໍຖືວ່າ ອາຈມີຄວາມສ່ຽງສູງ ທີ່ຈະຖືກສອດແນມ ຫຼືຖືກຮິບຂໍ້ມູນສ່ວນໂຕ ຫຼືແມ້ແຕ່ການສັງເກດພຶຕຕິກັມຕ່າງໆ, ເຊິ່ງຖືວ່າ ເປັນການລະເມີດສິດທິສ່ວນບຸກຄົນ ແລະ ຄຸກຄາມເສຣີພາບ ຂອງປະຊາຊົນໄດ້, ແຕ່ຖ້າບໍ່ມີການສອດແນມ ກະຖືວ່າແລ້ວໄປ ແລະ ຖືເປັນອີກທາງເລືອກນຶ່ງ ທີ່ສັງຄົມລາວ ໄດ້ເລືອກໃຊ້.
ດັ່ງທ່ານ Phil Robertson ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
ທ່ານວ່າ: “ບັນຫາຄື ຖ້າມັນເປັນແອັພພລິເຄຊັ້ນ ຂອງຣັຖນາ ຣັຖອາຈເກັບຂໍ້ມູນມາໃຊ້ ແບບບໍ່ຖືກຕ້ອງ ຄືດັ່ງຄົນລາວທົ່ວໄປ ກໍບໍ່ຢາກໃຫ້ຣັຖບານຮູ້ເຣື່ອງວ່າ ກຳລັງເຮັດຫຍັງຢູ່. ມັນຈະເຮັດການສຳຣວດ ພຶຕຕິກັມອອນລາຍ ຂອງບຸກຄົນຕ່າງໆ ກໍງ່າຍຂຶ້ນ ກໍຈະເປີດໂອກາດ ໃຫ້ຣັຖບານລາວ ເບິ່ງຂໍ້ມູນ ຂອງປະຊາຊົນລາວ.”
ກ່ຽວກັບເຣື່ອງນີ້, ທ່ານ ສຸລິໄຊ ໄຊຍະສານ, ຜູ້ອຳນວຍການໃຫຍ່ ບໍຣິສັດສິຣິຈະເລີນໄຊ ຈຳກັດ ກ່າວວ່າ ແອັພພລິເຄຊັ້ນ LoudChat ສ້າງຂຶ້ນ ເພື່ອເປັນຊ່ອງທາງ ການຕິດຕໍ່ສື່ສານ ຄ້າຍກັບ WhatsApp ແລະ WeChat ທີ່ຈະມີຮູບແບບພື້ນຖານ ເຊັ່ນ: ການສົ່ງຂໍ້ຄວາມເປັນໂຕໜັງສື, ຂໍ້ຄວາມສຽງ, ຮູບພາບ ແລະ ວີດິໂອ, ສາມາດໂທດ້ວຍສຽງ, ພາບ ແລະ ແບບກຸ່ມໄດ້ ລວມເຖິງການສົ່ງເອກສານ ແລະ ສະຖານທີ່ໄດ້ພ້ອມ.
ປັດຈຸບັນ, ແອັພພລິເຄຊັ້ນ LoudChat ນີ້, ຍັງເປັນພຽງການທົດລອງໃຊ້ງານ, ເຊິ່ງຈະຖືກພັທນາລະບົບ ໃຫ້ດີຂຶ້ນກວ່າເກົ່າ, ໂດຍຄາດວ່າ ອີກປະມານ 2-3 ປີ ຫາກແອັພພລິເຄຊັ້ນ LoudChat ມີສະຖຽນລະພາບ, ມີຄວາມສະດວກ, ວ່ອງໄວຂຶ້ນ ຈະເຮັດໃຫ້ຄົນລາວ ຫັນມາໃຊ້ງານຫຼາຍຂຶ້ນ. ປັດຈຸບັນ, ກໍມີຄົນລາວ ເຣີ່ມດາວໂຫຼດໃຊ້ງານແລ້ວ ປະມານ 3,000 ປາຍຄົນ.
ດັ່ງທ່ານ ສຸລິໄຊ ໄຊຍະສານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ແມ່ນແຫຼະ ຮ່ວມມືກັບຣັຖຫັ້ນແຫຼະ, ກັບກະຊວງເຕັກໂນໂລຢີ້ ມັນມີ Basic Function ພື້ນຖານໂດຍທົ່ວໄປ ຊິເອົາບໍຣິການ ຂອງພາກຣັຖ ເຂົ້າໄປຢູ່ໃນຫັ້ນເດ້. ໂຕຢ່າງວ່າ ເສັຽຄ່ານ້ຳ, ຄ່າໄຟເບາະ, ເສັຽພາສີທີ່ດິນເບາະ.”
ຢ່າງໃດກໍຕາມ, ທ່ານ ສຸລິໄຊ ໄຊຍະສານ ບໍ່ຂໍໃຫ້ຄວາມເຫັນ ກ່ຽວກັບເຣື່ອງ ການສອດແນມ ຫຼືການຮິບໂຮມຂໍ້ມູນສ່ວນໂຕ ຂອງຜູ້ໃຊ້ງານແອັພພລິເຄຊັ້ນ LoudChat, ໂດຍທ່ານຢັ້ງຢືນວ່າ ແອັພພລິເຄຊັ້ນ LoudChat ຈະເປັນເຕັກໂນໂລຢີ້ໃໝ່ ທີ່ຈະຊ່ອຍພັທນາປະເທດລາວ ໃຫ້ມີຄວາມທັນສມັຍຂຶ້ນ ຕາມເປົ້າໝາຍ ຂອງຣັຖບານລາວ ທີ່ໄດ້ວາງອອກມາ.