ຢາງດິບຕົກຣາຄາພໍ່ຄ້າ ຈີນ ເອົາປຽບ


2013.10.29
F-default ຢາງດິບຕົກຣາຄາພໍ່ຄ້າ ຄົນກາງຊາວຈີນ ເອົາປຽບຄົນລາວ ຜູ້ປູກຢາງພາຣາ
rfa

 

ເຈົ້າໜ້າທີ່ແຂວງຫລວງນໍ້າທາ ຜູ້ບໍ່ປະສົງ ອອກຊື່ ເປິດເຜີຍວ່າ ເມື່ອມໍ່ໆມານີ້ວ່າ: ຊາວກະສິກອນ ທີ່ປູກຢາງພາຣາ ໃນແຂວງ ຫລວງນໍ້າທາ ສາມາດປູກຢາງພາຣາ ຄິດເປັນພື້ນທີ່ຮວມກັນກວ້າງກວ່າ 34,000 ເຮັກຕ້າ ຊື່ງເປັນຜົນຜລິດເພີ້ມຂື້ນ 20% ແຕ່ລະປີ. ໃນປີ 2012 ແຂວງ ຫລວງນໍ້າທາ ມີຜົນຜລິດຢາງພາຣາ 5,000 ກ່ວາຕັນ ໃນປີ 2013 ນີ້ ຄາດວ່າຜົນຜລິດຈະເພີ້ມຂຶ້ນຫລາຍກ່ວາ 6,000 ຕັນ ດັ່ງເຈົ້າໜ້າທີ່ ທ່ານນື້ີ ເວົ້າວ່າ:

“ການປູກຢາງພາຣາ ມາເຖີງປັຈຈຸບັນນີ້ ປູກໄດ້ 34,000 ເຮັກຕ່າ ປີ 2012 ປາດຢາງພາຣາໄດ້ 5,000 ໂຕນ, ປີ 2015 ຄາດວ່າ ຈະໄດ້ 6,000 ກວ່າໂຕນ”.

ຊາວກະສິກອນຜູ້ປູກຢາງພາຣາ ເວົ້າວ່າ ພວກຕົນກໍາລັງໄດ້ຮັບ ຜົນກະທົບ ຢ່າງຫນັກ ຈາກ ພາວະປັ່ນປ່ວນ ທີ່ຣາຄາຢາງພາຣາ ບໍ່ທຸ່ນທ່ຽງ ໂດຍແມ່ນພວພໍ່ຄ້າ ຄົນກາງຂອງຈີນ ກໍານົດ ຣາຄາເອົາເອງ ຄືຮັບຊື້ໃນຣາຄາ 8,250 ກີບຕໍ່ກິໂລ ໃນຂນະທີ່ຣາຄາຮັບຊື້ ໃນຕລາດໂລກ ຢູ່ ໃນຣະດັບ ປະມານ 18,000 ກິບ ຕໍ່ກິໂລ.

ເຖີງແມ່ນວ່າ ຊາວກະສິກອນລາວ ຜູ້ປູກຢາງພາຣາ ຈະຖືກບັນດາ ພໍ່ຄ້າຈີນ ກົດຣາຄາຫຼືເອົາປຽບ ມາຕລອດກໍດີ ແຕ່ທາງການລາວ ກໍບໍ່ໄດ້ ໃຫ້ຄວາມສໍາຄັນ ຫຼື ໃຊ້ມາຕການໃດໆ ຕໍ່ພວກພໍ່ຄ້າຈີນ ເຫລົ່ານັ້ນແຕຢ່າງໃດ ເພາະຢ້ານວ່າຈະ ສ້າງຜົນກະທົບ ຕໍ່ການເປັນຫຸ້ນສ່ວນ ຣະ ຫວ່າງ ລາວກັບຈີນ ນັ້ນເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.