ໃນຍຸກ ຄ່າຄອງຊີບສູງ ເກີດມີໂຈນອອກປຸ້ນຈີ້ ຫຼາຍຂຶ້ນ

ໃນຍຸກເຂົ້າຍາກໝາກແພງ ເຮັດໃຫ້ຈຳນວນໂຈນ ອອກປຸ້ນ ເພີ່ມຫຼາຍຂຶ້ນ ແລະທີ່ຜ່ານມາເຈົ້າໜ້າທີ່ ຕຳຣວດ ຍັງບໍ່ສາມາດ ບັງຄັບໃຊ້ກົດໝາຍ ຫຼື ຈັບໂຈນໄດ້ ເທົ່າທີ່ຄວນ ເປັນເຫດຜົລນຶ່ງ ທີ່ເຮັດໃຫ້ ຄົນຂີ້ລັກງັດແງະ ບໍ່ຢ້ານ ຫຼືໄດ້ໃຈ ອອກອາລະວາດ ໜັກຂຶ້ນທຸກມື້.

ກະຊວງປ້ອງກັນຄວາມສງົບ (ປກສ), ນະຄອນຫຼວງວຽງຈັນ ເດືອນມີນາ 2023. ນັກຂ່າວ ພົລເມືອງ

ໃນຍຸກເຂົ້າຍາກໝາກແພງ ບວກກັບເງິນກີບອ່ອນຄ່າລົງ ຕໍ່ເນື່ອງ ເຮັດໃຫ້ມີໂຈນອອກປຸ້ນ ເພີ່ມຂຶ້ນຕື່ມອີກ ແລະທີ່ຜ່ານມາເຈົ້າໜ້າທີ່ ຕຳຣວດບໍ່ສາມາດຈັບໂຈນໄດ້. ຫຼ້າສຸດໃນວັນທີ 12 ພຶສພາທີ່ຜ່ານມານີ້ ມີໂຈນເຂົ້າປຸ້ນຄຳ ໃນຮ້ານຄູນຄຳ ຢູ່ສູນການຄ້າ ວີວມອລ ບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນຊຶ່ງເປັນຜູ້ຊາຍ 1 ຄົນໃສ່ພຽງຜ້າອັດປາກອັດດັງເທົ່ານັ້ນ ຍ່າງເຂົ້າໄປໃນຮ້ານຄຳ ລັກສະນະຈະຊື້ຄຳແຕ່ກັບບໍ່ຊື້ ແຕ່ໄດ້ເອົາຄຳໃສ່ກະເປົາ ສະພາຍພ້ອມ ເອົາປືນທຸບກະຈົກ ປະຕູຮ້ານຄຳແຕກ ແລະຫຼົບໜີໄປໄດ້ຊຶ່ງບໍ່ຮູ້ມູນຄ່າ ຄວາມເສັຍຫາຍ. ທາງດ້ານເຈົ້າໜ້າທີ່ ຕຳຣວດ ຍັງບໍ່ສາມາດຈັບໂຈນໄດ້ເທື່ອ.

ຂະນະ ທີ່ຊາວລາວຫຼາຍຄົນ ຮູ້ສຶກວ່າສັງຄົມລາວ ໃນປັດຈຸບັນນີ້ ມີໄພສັງຄົມຫຼາຍຂຶ້ນ ໂດຍສະເພາະໂຈນຫຼາຍຂຶ້ນ ເຣີ່ມບໍ່ມີຄວາມປອດໄພ ໃນຊີວິດ ແລະ ຊັບສິນ ຊຶ່ງບໍ່ແມ່ນໂຈນປຸ້ນຄຳເທົ່ານັ້ນ ຍັງມີໂຈນປຸ້ນຈີ້ເອົາຣົຖຈັກ ອີກນຳດ້ວຍ ແລະພວກຂີ້ລັກງັດແງະ. ບັນຫາດັ່ງກ່າວນີ້ ຖ້າທາງການບໍ່ມີມາຕການ ແກ້ໄຂບັນຫາ ຊາວລາວກໍເຮັດຫຍັງບໍ່ໄດ້ ນອກຈາກລະມັດລະວັງ ໃຫ້ຫຼາຍຂຶ້ນ.

ດ່ັງຊາວລາວ ເມືອງໄຊທານີ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ:

ໄດ້ຍິນຢູ່ ກໍເຫັນໃນອັນເຟສ ໃນຫຍັງ ເຂົາເຈົ້າເອົາລົງຫັ້ນແຫຼະ ບໍ່ມີຮ້ານຄຳ ຄົນອື່ນຕິດຫຼາຍ ເຂົາກໍບໍ່ຈ້າງ ຕຳຣວດໄປເນາະ ຄັນມັນເອົາ ມັນເອົາຣາຍໃຫຍ່ ແບບນີ້ເດ້ ດຽວນີ້ນ່າ ຄຳມັນມີລາຄາແດ່. ເລັກໆ ນ້ອຍໆ ຕາມທັມມະດານີ້ ກໍມີໄປດຶງກະເປົາ ໄປດຶງອິຫຍັງ ຕ້ອງລະມັດລະວັງແຫຼະເນາະ ກໍຕ້ອງມີສະຕິປ້ອງກັນໂຕເອງ.

ຕັ້ງແຕ່ເດືອນມົກຣາ ປີ 2023 ທີ່ຜ່ານມາ ໃນນະຄອນຫຼວງວຽງຈັນ ໄດ້ເກີດເຫດໂຈນປຸ້ນເພັດ ແລະ ປຸ້ນຄຳມາເປັນໄລຍະ ແຕ່ເຈົ້າໜ້າທີ່ຕຳຣວດ ກັບບໍ່ມີມາຕການປ້ອງກັນ ຫຼື ຕາມຈັບໂຈນ ມາລົງໂທດຕາມກົດໝາຍ. ເປັນຕົ້ນໃນວັນທີ 15 ມີນາ 2023 ທີ່ຜ່ານມາຢູ່ຕລາດສີໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ກໍມີໂຈນ 1 ຄົນໃສ່ຊຸດດຳ ແລະ ໃສ່ໝວກ ກັນນອກເຂົ້າໄປປຸ້ນຮ້ານຄຳ ພ້ອມຖືປືນຂົ່ມຂູ່ ແລະໄດ້ຄຳໄປມູນຄ່າ 10 ບາທ.

ນອກຈາກນີ້ໃນວັນທີ 9 ມົກຣາ ປີ 2023 ທີຜ່ານມາຢູ່ສູນການຄ້າ ວຽງຈັນເຊັນເຕີ້ ກໍມີໂຈນເປັນຜູ້ຊາຍ 1 ຄົນ ທຳທ່າມາຊື້ເພັດ ແຕ່ກັບເອົາເພັດແລ່ນໜີ ພ້ອມເອົາປືນຂົ່ມຂູ່ພະນັກງານ ຮັກສາຄວາມປອດໄພແລະຂີ່ຣົຖຈັກລົບໜີໄປພ້ອມເພັດ ມູນຄ່າ 3 ຕື້ປາຍກີບ.

ຂະນະດຽວກັນ ຊາວບ້ານ ເມືອງໄຊທານີ ອີກທ່ານນຶ່ງກ່າວວ່າ ນອກຈາກພວກໂຈນປຸ້ນຄຳ ປຸ້ນເພັດແລ້ວພວກໂຈນຂີ້ລັກງັດແງະ ກໍມີຫຼາຍຂຶ້ນລວມໄປເຖິງປຸ້ນເອົາຣົຖຈັກ ກໍມີບາງຄົນຖືກໂຈນທຳຮ້າຍຮ່າງກາຍ ກໍມີແຕ່ເຈົ້າໜ້າ ທີ່ກໍບໍ່ສາມາດ ຊ່ອຍຫຍັງໄດ້ ຫຼື ຕາມຈັບໂຈນໄດ້.

ສ່ວນສາເຫດນຶ່ງ ກໍຍ້ອນວ່າ ເຈົ້າໜ້າທີ່ຕຳຣວດ ປະຕິບັດງານ ຕາມເງິນເດືອນ ຖ້າບໍ່ມີສວັດດີການ ເຣື່ອງເງິນເດືອນໃຫ້ຕື່ມ ຫຼື ບໍ່ແມ່ນເລັ່ງດ່ວນ ກໍບໍ່ເຮັດວຽກ. ຖ້າເຮັດ ກໍມີພຽງລົງເອົາຂໍ້ມູນ ແລ້ວກໍບໍ່ໄດ້ຕິດຕາມໂຕມາລົງໂທດ ຊຶ່ງເຈົ້າໜ້າທີ່ກອງຫຼອນບ້ານ ເຊັ່ນກັນກໍບໍ່ໄດ້ຍາມຕລອດ 24 ຊົ່ວໂມງ ເພາະເຂົາເຈົ້າບໍ່ໄດ້ເງິນສວັດດີການ ໃຫ້ເຂົາເຈົ້າຕື່ມຊຶ່ງເມື່ອເກີດບັນຫາ ໄພສັງຄົມ ປະຊາຊົນຕ້ອງເບິ່ງແຍງຕົນເອງ.

ງັດແງະເບາະ ລັກຣົຖຈັກເບາະ ເຜີບໍ່ໄດ້ ມັນກໍເອົາໂຈນນ່າກອງຫຼອນເນາະ, ປກສ ມັນກໍກຳມະກອນເຂົາກໍຫາເຊົ້າກິນຄໍ່າ ມັນບໍ່ແມ່ນຈະຍາມຕລອດ 24 ຊົ່ວໂມງ ກໍບໍ່ມີເງິນເດືອນໃຫ້ເຂົາກິນເອົາແຫລະ ເປັນເຫຼັກເອົາກໍຕ້ອງ ມີສະຕິລະວັງໂຕຫັ້ນແຫຼະ

ຊາວບ້ານທ່ານນີ້ ກ່າວຕື່ມວ່າ ທີ່ມີໂຈນອອກປຸ້ນຄຳ ປຸ້ນຈີ້ຣົຖຈັກຂີ້ລັກງົດແງະ ຫຼາຍຂຶ້ນ ນີ້ສ່ວນນຶ່ງກໍຍ້ອນວ່າ ປະເທດລາວ ປະສົບບັນຫາ ເງິນກີບອ່ອນຄ່າ ບວກກັບເປັນປະເທດ ຍັງດ້ອຍພັທນາ ຫຼາຍຄົນກໍຕົກງານ, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງກໍບໍ່ໄດ້ສົນໃຈ ກໍເປັນເຫດໃຫ້ມີໂຈນ ອອກປຸ້ນຈີ້ ຊາວບ້ານ.

ພວກນີ້ມັນພວກອຶດ ພວກຫີວ ກາຫວ່າງງານ ສອງມາກາຂີ້ຄ້ານ ມີແຕ່ຫາລັກ ແລ້ວປຸ້ນກີນນັ້ນນ່າ ພົວພັນກັນໄປໝົດຫັ້ນແຫຼະ ຄັນຈະເວົ້າເງິນເຟີ້ ມັນກາທົ່ວໂລກເນາະ ບາດນີ້ມາບວກໃສ່ລາວເຮົານີ້ດ້ອຍພັທນາ ແລ້ວການນຳບໍ່ເຂັ້ມບໍ່ແຂງ ຄືວ່າແຫຼະ ມັນກໍບວກໄປຫຼາຍ ອັນຫຼາຍແນວ.

ເຈົ້າໜ້າທີ່ທ້ອງຖິ່ນ ໃນເມືອງໄຊທານີ ທ່ານນຶ່ງຜູ້ຂໍສງວນຊື່ ແລະຕຳແໜ່ງ ກໍກ່າວວ່າ ເຫດໂຈນປຸ້ນຮ້ານຄຳ ດັ່ງກ່າວເບື້ອງຕົ້ນ ກໍເຫັນເຈົ້າໜ້າທີ່ ຕຳຣວດ ລົງເກັບກຳຂໍ້ມູນ ແລ້ວຣາຍລະອຽດ ກໍບໍ່ຮູ້ຄັກແນ່ເຣື່ອງດັ່ງກ່າວນີ້ ແນ່ນອນວ່າ ຊາວບ້ານກໍຕ້ອງຮູ້ສຶກຢ້ານ ເປັນທັມມະດາ ຊຶ່ງກໍຕ້ອງລະມັດລະວັງກັນເອົາ.

ຢູ່ວີວມອລນີ້ນ່າ ຫາກວ່າເກີດອ້າຍນ້ອງ ຕຳຣວດເຮົາລົງເດ້ ບໍ່ໄດ້ຮູ້ວ່າເສັຍຈັກບາທຄຳ ປະຊາຊົນທັມມະດາ ກໍຢ້ານພາກັນລະມັດລະວັງເອົາ.

ວິທຍຸ ເອເຊັຽ ເສຣີ ໄດ້ພະຍາຍາມຕິດຕໍ່ ໄປຫາເຈົ້າໜ້າທີ່ ປກສ ເມືອງໄຊທານີ້ ແຕ່ບໍ່ສະດວກໃຫ້ຂໍ້ມູນ.

ສຳລັບເຣື່ອງໂຈນ ອອກປຸ້ນນີ້ບໍ່ແມ່ນແຕ່ເກີດຂຶ້ນ ໃນນະຄອນຫຼວງວຽງຈັນ ກໍມີເກີດຢູ່ເມືອງນານ ແຂວງຫຼວງພຣະບາງ ນຳດ້ວຍ. ຊຶ່ງຕອນເຊົ້າໃນວັນທີ 06 ກຸມພາ 2023 ເວລາປະມານ 09 ໂມງແລງ ໄດ້ເກີດເຫດຄົນຮ້າຍ ເປັນຜູ້ຊາຍກາງຄົນ 1 ຄົນ ບຸກປຸ້ນທະນາຄານ ຢູ່ບ້ານໂພນຫີນ ເມືອງນານ ແຂວງຫຼວງພຣະບາງ ໂດຍຄົນຮ້າຍໄດ້ໃຊ້ກ້ອນຫີນ ທຸບແກ້ວປະຕູ ຂອງທະນາຄານແຕກ ແລະໄດ້ເອົາປືນອາກ້າ (AK) 1 ກະບອກ ຊຶ່ງໃນນັ້ນມີ 30 ລູກເປັນຂອງເຈົ້າໜ້າທີ່ ຮັກສາຄວາມປອດໄພໄປ.

ຂະນະທີ່ເຈົ້າໜ້າທີ່ ຮັກສາຄວາມປອດໄພ ກັບມາຈາກກິນເຂົ້າ ໄດ້ເຫັນຄົນຮ້າຍຈຶ່ງ ພະຍາຍາມຈະເຂົ້າໄປຈັບກຸມ ແຕ່ຄົນຮ້າຍໄດ້ເອົາປືນຂູ່.

ດ້ານເຈົ້າໜ້າທີ່ ທະນາຄານ ຈຶ່ງໄດ້ແຈ້ງໄປຍັງ ປກສ ເມືອງນານ ເພື່ອໃຫ້ສະກັດກັ້ນ ແຕ່ຄົນຮ້າຍພະຍາຍາມລົບໜີ ໂດຍຂັບຣົຖຈັກ ຂອງທະນາຄານອອກໄປ ແລະໄດ້ໄປປຸ້ນຈີ້ເອົາຣົຖໃຫຍ່ ຂອງຊາວບ້ານພ້ອມປຸ້ນ ເອົາໂທຣະສັບຢູ່ຮ້ານຂາຍໂທລະສັບໄປ 1 ໜ່ວຍຈາກນັ້ນໄດ້ຂັບຣົຖໜີໄປ ຍັງເມືອງໄຊຍະບູຣີ ແຂວງໄຊຍະບູຣີ. ຄົນຮ້າຍດັ່ງກ່າວຍັງບໍ່ຍອມ ໃຫ້ເຈົ້າໜ້າທີ່ຕຳຣວດຈັບ ແລະລະຫວ່າງການຂັບຣົຖໜີໄປຕາມເສັ້ນທາງ ເມືອງໄຊຍະບູຣີ ກໍໄດ້ໃຊ້ອາວຸດປືນດັ່ງກ່າວ ຍິງໄປທົ່ວທີບ ແລະຍິງຕອບໂຕ້ເຈົ້າໜ້າທີ່ຕຳຣວດ ທີ່ກຳລັງຕາມຈັບເຮັດໃຫ້ມີຊາວບ້ານ ບາດເຈັບ 2 ຄົນ ເຈົ້າໜ້າທີ່ຕຳຣວດບາດເຈັບ 4 ຄົນ.

ພາຍຫຼັງຄົນຮ້າຍ ຍິງເຈົ້າໜ້າທີ່ບາດເຈັບ ລະຫວ່າງການລົບໜີ ເຈົ້າໜ້າທີ່ຈຶ່ງໄດ້ປະຕິບັດການ ຂັ້ນເດັດຂາດ ໂດຍຈຳເປັນຕ້ອງວິສາມັນ ຄົນຮ້າຍເສັຍຊີວິດ ຄາຣົຖ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org