ຄົນງານລາວ ຈຳນວນຫຼາຍ ຄືນໄປເຮັດວຽກ ຢູ່ໄທຍ
ປີ 2022 ທີ່ຜ່ານມາ ຫຼັງຈາກຫຼຸດຜ່ອນມາຕການ ປ້ອງກັນໂຄວິດ-19, ມີຄົນງານລາວ ຢ່າງໜ້ອຍ 50,000 ຄົນ ເດີນທາງກັບຄືນ ໄປເຮັດວຽກຢູ່ປະເທດໄທຍ ຊຶ່ງປັດຈຸບັນ ມີຄົນງານລາວ ຈຳນວນ 250,000 ຄົນ ເຮັດວຽກຢູ່ປະເທດໄທຍ ແບບຖືກກົດໝາຍ.
-
ອຸ່ນແກ້ວ
2023-01-13 -
-
-
Your browser doesn’t support HTML5 audio
ໃນປີ 2022 ທີ່ຜ່ານມາ ຫຼັງຈາກຫຼຸດຜ່ອນ ມາຕການປ້ອງກັນ ໂຄວິດ-19, ມີຄົນງານລາວຢ່າງໜ້ອຍ 50,000 ຄົນ ເດີນທາງກັບຄືນໄປເຮັດວຽກ ຢູ່ປະເທດໄທຍ. ປັດຈຸບັນ ມີຄົນງານລາວ ຈຳນວນ 250,000 ຄົນ ເຮັດວຽກຢູ່ປະເທດໄທຍ ແບບຖືກກົດໝາຍ ອີງຕາມຂໍ້ມູນຈາກ ເຄືອຂ່າຍ ອົງກອນ ດ້ານປະຊາກອນ ຂ້າມຊາຕ ຫຼື Migrant Working Group.
ທ່ານ ອະດິສອນ ເກີດມົງຄົນ ຜູ້ປະສານງານ ເຄື່ອຂ່າຍ ອົງກອນ ດ້ານປະຊາກອນ ຂ້າມຊາຕ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 11 ມົກກະຣາ ວ່າ:
“ນ້ຳເຂົ້າແບບຖືກກົດໝາຍ 90,000 ກວ່າ ຄົນ ເປັນໂຕເລກລວມ ຂອງ 4 ປີ ທີ່ຜ່ານມາ ສະນັ້ນ ຄົນທີ່ເຂົ້າມາຕົ້ນປີ [2022] ຈົນມາເຖິງປັດຈຸບັນ ໂຕເລກລວມໆ ຄື 20,000 ຄົນ ສະນັ້ນໂຕເລກຄົນລາວ ອາຈເພີ່ມຂຶ້ນມາ ທີ່ຂຶ້ນຂໍ້ມູນຍັງບໍ່ທັນໝົດ ເພາະວ່າ ຂໍ້ມູນມັນໜ້າຈະຢູ່ທີ່ປະມານ 50,000 ກວ່າ ຄົນ ປະມານນັ້ນ.”
ທ່ານ ກ່າວຕື່ມວ່າ ໄລຍະທີ່ໂຄວິດ-19 ຣະບາດ ມີຄົນງານລາວເຮັດວຽກ ຢູ່ປະເທດໄທຍ ທັງຖືກກົດໝາຍ ແລະ ບໍ່ຖືກກົດໝາຍ ປະມານ 30,000-40,000 ຄົນ ໂດຍໃຊ້ວີຊ້າຜ່ອນຜັນ ຫຼື ຜ-30 ເພື່ອເຮັດວຽກໃນປະເທດໄທຍ ເປັນເວລາ 30-45 ວັນ ຫຼັງຈາກ ວີຊ້າໝົດ ເຂົາເຈົ້າກໍເດີນທາງໄປ ຕໍ່ວີຊ້າຢູ່ປະເທດ ລາວ ແລ້ວຈຶ່ງກັບຄືນມາໃໝ່.
ເຖິງວ່າ ທາງການລາວ ແລະ ໄທຍ ຈະມີ MOU ໃນການເອົາຄົນງານລາວ ໄປເຮັດວຽກຢູ່ປະເທດໄທຍ ແບບຖືກກົດໝາຍ, ແຕ່ ກໍຍັງມີການລັກລອບໄປ.
ເຈົ້າໜ້າທີ່ ເຮັດວຽກດ້ານແຮງງານ ຢູ່ແຂວງພາກໃຕ້ຂອງລາວ ຜູ້ທີ່ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 13 ມົກກະຣາ ວ່າ:
“ໂຕນີ້ ຄັນເວົ້າເຣື່ອງທາງການີ້ ບໍ່ມີ ກໍບໍ່ມີເນາະ ແຕ່ວ່າ ເພິ່ນເວົ້າເຣື່ອງ MOU ຫັ້ນ ແຫຼະ ຫຼືວ່າ ເຮັດບັດໄປ ແຕ່ວ່າ ຂະເຈົ້າລັກໄປນີ້ ກໍມີແຕ່ວ່າແນະນຳ ໃຫ້ເຂົາເຮັດບັດຄືນຫັ້ນແຫຼະ ສ່ວນຫຼາຍກໍມີແຕ່ພີ່ນ້ອງ ຂອງຂະເຈົ້າ ຢູ່ຫຸ້ນຫັ້ນນ່າ ໄປແລ້ວ ຂະເຈົ້າເຮັດຢູ່ພຸ້ນຫັ້ນ ມັນງ່າຍ ການດຳເນີນເອກສານ ຢູ່ພຸ້ນ ມັນຊິມີນາຍຈ້າງ ຂະເຈົ້າແລ່ນໃຫ້ເລີຍ.”
ທ່ານ ກ່າວຕື່ມວ່າ ສາເຫດທີ່ມີຄົນລາວ ຍັງລັກໄປເຮັດວຽກຢູ່ໄທຍ ຍ້ອນວ່າ ມີຍາດພີ່ນ້ອງ ຫຼື ໝູ່ເພື່ອນເຂົາເຈົ້າຢູ່ປະເທດໄທຍ ຊັກຊວນ ແລະ ຄ່າແລ່ນເຮັດເອກສານ 15,000 ບາທ ຕໍ່ຄົນ ເຊິ່ງຖືວ່າແພງ, ແລະ ເຂົາເຈົ້າຍັງຕ້ອງລໍຖ້າເປັນເວລາດົນ.
ມີການປະເມີນວ່າ ມີຄົນລາວ ຢູ່ປະເທດໄທຍ ທັງຖືກກົດໝາຍ ແລະ ບໍ່ຖືກກົດໝາຍ ຫຼາຍແສນຄົນ.
ທ່ານ ສົມພົງ ສະແກ້ວ ຜູ້ອຳນວຍການ ມູນລະນິທິ ເຄືອຂ່າຍສົ່ງເສີມຄຸນພາບຊີວິຕ ແຮງງານ ຫຼື Labor Protection Network (LPN) ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 12 ມົກກະຣາ ວ່າ:
“ຄົນລາວທີ່ເຂົ້າມາໃນເມືອງໄທຍ ນີ້ ກໍບໍ່ຕ່ຳກວ່າ 500,000-600,000 ຄົນ ສ່ວນທີ່ ເຂົາເຈົ້າມາແບບບໍ່ຖືກຕ້ອງ ອາຈມີຢູ່ຫັ້ນແຫຼະ ອາໃສວ່າ ຂະເຈົ້າຄ້າຍຄືກັບຄົນໄທຍ ເພາະສະນັ້ນ ໂອກາດທີ່ຂະເຈົ້າຊິຖືກກວດກາ ຈັບຈ້ອງນີ້ ມັນກໍໜ້ອຍລົງ ຢູ່ຕາມບ້ານຄົນ ຢູ່ຈັ່ງຊັ້ນ ໃນເບື້ອງວຽກກະສິກັມ ຫຼື ສ່ວນນຶ່ງ ກໍໄປຢູ່ໃນສະຖານທີ່ເຣືອງຣົມ ແອບແຝງ ອາຈຊິມີ ແຕ່ ຂະເຈົ້າບໍ່ໄດ້ສະແດງໂຕຫຼາຍ ວ່າ ເປັນຄົນລາວ.”
ທ່ານ ກ່າວຕື່ມວ່າ ເຖິງວ່າ ທາງການໄທຍ ແລະ ລາວ ຈະມີນະໂຍບາຍເຂັ້ມງວດ ໃນການກວດກາ ຄົນທີ່ເດີນທາງເຂົ້າ-ອອກ ປະເທດ ໃນໄລຍະການຣະບາດ ຂອງໂຄວິດ-19 ແຕ່ກໍຍັງມີຄົນລາວ ລັກລອບ ເຂົ້າໄປປະເທດໄທຍ ຢ່າງຕໍ່ເນື່ອງ ຜ່ານຊ່ອງທາງທັມມະຊາຕ ແລະ ມີຈຳນວນຫຼາຍຂຶ້ນ ຫຼັງຈາກທາງການຂອງທັງ 2 ປະເທດ ອະນຸຍາດໃຫ້ພົລເມືອງ ສາມາດເດີນທາງ ຂ້າມຊາຍແດນໄດ້ ຕາມປົກຕິ.
ປະເທດໄທຍ ຍັງມີຄວາມຕ້ອງການ ຄົນງານຈາກປະເທດ ເພື່ອນບ້ານ ຈຳນວນຫຼາຍ.
ຍານາງ ເນົາວະຣັດ ຊົງສວັດໄຊ ປະທານສະພາ ອົງການນາຍຈ້າງ ຜູ້ປະກອບການ ການຄ້າ ແລະ ອຸດສາຫະກັມ ໄທຍ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 13 ມົກກະຣາ ວ່າ:
“ມັນຍັງຂາດຫຼາຍຫັ້ນແຫຼະ ສະເພາະໃນເຣື່ອງຂອງການທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ, ນວດ, ສະປາ, ໜ່ວຍບໍຣິການ ຂ້ອຍຄິດວ່າ ປັດຈຸບັນນີ້ ກໍຍັງບໍ່ມີ ຄວາມຕ້ອງການຫຼາຍປານໃດ ຕອນນີ້ ທີ່ເຂົາຕ້ອງການຄື ທາງດ້ານທ່ອງທ່ຽວ ພວກໂຮງແຮມ, ຮ້ານອາຫານ, ນວດ, ຂາຍເຄື່ອງ ຂ້ອຍວ່າ ມັນຍັງຂາດຢູ່ ກໍໜ້າຈະເປັນແສນ.”
ທ້າຍປີ 2021 ຫາ ຕົ້ນປີ 2022, ທາງການໄທຍ ໄດ້ປະກາດວ່າ ພາກອຸດສາຫະກັມໄທຍ ໃນຂແນງການຕ່າງໆ ຕ້ອງການຄົນງານ ຈາກປະເທດໃກ້ຄຽງ ແບບຖືກກົດໝາຍ ຈຳນວນ 400,000 ຄົນ ຜ່ານຣະບົບ MOU ເພື່ອແກ້ໄຂການຂາດແຄນ ຄົນງານ ໃນປະເທດໄທຍ ອີງຕາມຂໍ້ມູນຈາກ ທ່ານ ສຸຊາຕ ຊົມກລິ່ນ ຣັຖມົນຕຣີ ກະຊວງແຮງງານໄທຍ.
ຂໍ້ມູນ ໃນເດືອນ ທັນວາ 2022 ຂອງກົມຈັດຫາງານ ກະຊວງແຮງງານຂອງໄທຍ ໄດ້ລະບຸວ່າ ຄົນງານລາວ ສ່ວນຫຼາຍເຮັດວຽກ ຢູ່ໃນກິຈການ ການຜລິດ ຫຼື ຈຳໜ່າຍອາຫານ ແລະ ເຄື່ອງດື່ມ, ກິຈການໃຫ້ບໍຣິການຕ່າງໆ, ວຽກບ້ານ, ແລະ ຂແນງການປູກຝັງ-ລ້ຽງສັດ ເຊິ່ງພົບເຫັນຢູ່ ແຂວງ ຊົນບຸຣີ, ປະທຸມທານີ ແລະ ຈັນທະບຸຣີ ແລະ ແຂວງອື່ນໆຂອງໄທຍ ຍົກເວັ້ນຮັບເໝົາ ສ່ວນວ່າ ຄົນງານລາວ ທີ່ເຮັດວຽກຕາມຣະດູການ ທາງການໄທຍ ຍັງບໍ່ສາມາດເກັບກຳໄດ້.
ຢູ່ປະເທດລາວ ຄ່າຈ້າງຂັ້ນຕ່ຳຕົກຢູ່ທີ່ 1,200,000 ກີບ ຫຼື ປະມານ 2,000 ປາຍບາທ ໃນຂະນະທີ່ ມາເຮັດວຽກຢູ່ປເທດໄທຍ ໄດ້ຄ່າຈ້າງລື່ນ 4-7 ເທົ່າໂຕ, ນັ້ນກໍເປັນເຫດຜົລນຶ່ງ ທີ່ຄົນລາວ ໄປເຮັດວຽກຢູ່ປະເທດໄທຍ.
ຄົນງານລາວ ຈາກແຂວງສວັນນະເຂດ ທີ່ເຮັດວຽກຢູ່ຮ້ານອາຫານ ຢູ່ປະເທດໄທຍ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ຢູ່ທີ່ບ້ານ ຄ່າແຮງກໍໜ້ອຍ ອີ່ຫຍັງກໍແພງ ເງິນເຟີ ຊ້ວງໂຄວິດ-19 ນີ້ແຫຼະ ສົງຄາມຢູເຄຣນ-ຣັສເຊັຽ ອີຍັງກໍແພງໝົດທຸກຢ່າງ ໂດຍ ຫຼັກໆ ນີ້ ກໍນ້ຳມັນ ແລ້ວ ກໍເຄື່ອງຂອງ ຂອງໃຊ້ຕ່າງໆ ນີ້ແຫຼະ ແລ້ວ ກໍເງິນເຟີ້ 3 ຢ່າງ ນີ້ແຫຼະ ຄ່າແຮງຢູ່ລາວນີ້ແຫຼະ ເດືອນ 2,000 ເຄີຍມາກ່ອນໜ້ານີ້ແລ້ວ ເປັນຮ້ານອາຫານ.”
ໃນເດືອນທັນວາ 2022 ທີ່ຜ່ານມາ, ອັດຕຣາເງິນເຟີ້ ສູງເຖິງ 39.27% ອີງຕາມຂໍ້ມູນ ຈາກທະນາຄານແຫ່ງ ສປປ ລາວ ເຊິ່ງເຮັດໃຫ້ຄ່າຄອງຊີບສູງຂຶ້ນ. ຊາວນະຄອນຫລວງວຽງຈັນ ທີ່ເດີນທາງເຮັດໄປເຮັດວຽກຢູ່ໄທຍ ໄດ້ກ່າວວ່າ:
“ມັນກໍມີຫຼາຍຢ່າງ ນຶ່ງກໍແບບວ່າ ຄ່າຄອງຊີບມັນສູງຂຶ້ນ ແລ້ວແບບວ່າ ຄ່າແຮງງານມັນຕ່ຳ ແລ້ວໂຮງງານ ອຸດສາຫະກັມ ຢູ່ລາວ ມັນບໍ່ຄ່ອຍຈະມີ. ຂອງທົ່ວໄປ ຂອງທີ່ຊື້ຫັ້ນນ່າ ມັນສູງ.”
ອີງຕາມ ຂໍ້ມູນ ຈາກ ຍານາງ ໃບຄຳ ຂັດຕິຍະ ຣັຖມົນຕຣີ ກະຊວງແຮງງານ ແລະ ສວັດດີການສັງຄົມ ຂອງລາວ ຢູ່ໃນກອງປະຊຸມ ສະພາແຫ່ງຊາຕ ໃນທ້າຍປີ 2022, ພົລເມືອງລາວທັງໝົດ 7.4 ລ້ານ ຄົນ, ໃນນັ້ນ ມີພົລເມືອງທີ່ຢູ່ໃນໄວແຮງງານ 2.5 ລ້ານຄົນ, ແລະ ຈຳນວນຄົນລາວ ທີ່ມີວຽກເຮັດງານທຳ 2.4 ລ້ານ ຄົນ.
ອົງການລະຫວ່າງປະເທດ ເພື່ອການຍົກຍ້າຍຖິ່ນຖານ ຫຼື International Organization for Migration (IOM) ໄດ້ຣາຍງານ ໃນປີ 2020 ໂດຍ ປະເມີນວ່າ ໃນໄລຍະການແຜ່ຣະບາດ ຂອງໂຄວິດ-19 ມີຄົນງານລາວ ໃນປະເທດຫຼາຍກວ່າ 350,000 ຄົນ ບໍ່ມີວຽກເຮັດ ງານທຳ; ສ່ວນວ່າ ຄົນງານລາວ ທີ່ເຮັດວຽກ ຢູ່ປະເທດໄທຍ ຈຳນວນ 200,000 ປາຍຄົນ ໄດ້ພາກັນເດີນທາງ ກັບບ້ານ.