ຄ່າໄປເຮັດວຽກ ຢູ່ໄທຍສູງ ຈຶ່ງມີຜູ້ລັກເຂົ້າຫຼາຍຂຶ້ນ

ຄົນລາວ ພາກັນລັກເຂົ້າ ໄປເຮັດວຽກ ຢູ່ໄທຍຫລາຍຂຶ້ນ, ຍ້ອນໄດ້ຈ່າຍເງິນ ໃຫ້ນາຍໜ້າ ພຽງຄົນ ລະປະມານ 9,000 ບາດ, ແຕ່ຖ້າຫາວ່າ ໄປຖືກຕ້ອງຕາມ ກົດໝາຍ ແມ່ນອາຈໄດ້ຈ່າຍ ເຖິງ 30,000 ບາດ ຊຶ່ງສ່ວນຫຼາຍ ຜູ້ທີ່ຈະເຂົ້າໄປ ເຮັດວຽກ ເປັນຄົນບໍ່ມີ ຖານທາງການເງີນສູງ.

ຄົນລາວ 7 ຄົນ ມີທັງພໍ່ແມ່ ແລະ ລູກນ້ອຍ ພາກັນລັກຂ້າມ ໄປປະເທດໄທຍ ດ້ວຍການຂີ່ເຮືອ ຂ້າມແມ່ນ້ຳຂອງ ແລ້ວຖືກຈັບ. ວັນທີ 14 ມົກກະຣາ 2022 (TP) RFA

ປະຊາຊົນລາວ ຊຶ່ງສ່ວນໃຫຍ່ແມ່ນ ຜູ້ເຄີຍລັກເຂົ້າໄປເຮັດວຽກຢູ່ໄທຍມາແລ້ວ ໄດ້ພາກັນລັກເຂົ້າໄປເຮັດວຽກຢູ່ປະເທດໄທຍຕື່ມອີກ ເປັນຕົ້ນແມ່ນໄປບາງກອກ. ພວກເຂົາເຈົ້າໄດ້ລັກກັບຄືນປະເທດລາວ ຍ້ອນເຊື້ອໂຄວິດ-19 ຣະບາດແຮງຢູ່ໄທຍ. ເມື່ອໄທຍຕ້ອງການຄົນງານຫລາຍແສນຄົນຕື່ມອີກ ພວກເຂົາເຈົ້າກໍລັກເຂົ້າໄປເຮັດວຽກຢູ່ໄທຍ ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງຢູ່ແຂວງອຸບົນ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 24 ມົກກຣານີ້ວ່າ ຈໍານວນນຶ່ງທັງໄດ້ລັກເຂົ້າ ແລະລັກອອກ.

ທ່ານກ່າວວ່າ “ກໍມີທັງເພດຍິງເພດຊາຍ ສ່ວນຫລາຍເປັນວັຍລຸ້ນ ອາຍຸ 17 ປີຂຶ້ນໄປ ມາອອກແຮງງານ ບາງຄົນກໍມີພາສປອດ. ແຕ່ວ່າຕອນໄລຍະໂຄວິດ-19 ເຂົາລັກລອບອອກໄປ ເຂົາກໍເລີຍລັກເຂົ້າມາ ບາງຄົນກໍຄືລັກລອບທັງເຂົ້າ ແລະອອກ ແລ້ວເນື່ອງຈາກຕອນນີ້ຍັງບໍ່ທັນໄດ້ເປີດໃຫ້ຂ້າມແດນແບບຖືກຕ້ອງຂອງໄທຍດ້ວຍ ຍັງບໍ່ໄດ້ເປີດດ່ານ.”

ເມື່ອກ່ອນໜ້ານີ້ ວັນທີ 18 ມົກກະຣາ ທ່ານ ນັດຖະວັດ ວິຊະກູນ ຜູ້ບັນຊາການໜ່ວຍເຮືອ ຮັກສາຄວາມ ສງົບຮຽບຮ້ອຍຕາມແນວ ແມ່ນໍ້າຂອງ ຮ່ວມກັບໜ່ວຍງານທີ່ກ່ຽວຂ້ອງຂອງໄທຍ ໄດ້ອອກຖແລງຂ່າວກ່ຽວກັບການຈັບຄົນງານລາວ 8 ຄົນ ທີ່ຂີ່ເຮືອຈາກບ້ານທ່າເດື່ອ ເມືອງສອງຄອນ ແຂວງສວັນນະເຂດ ລັກຂ້າມນໍ້າຂອງເຂົ້າໄທຍ ຢູ່ເຂດບ້ານແກ້ງກ້ຽງ-ບ້ານນາ ສນາມ ເມືອງເຂັມມະຣາດ ແຂວງອຸບົນ. ຄົນງານລາວ 8 ຄົນ ທີ່ຖືກທາງການໄທຍຈັບໄດ້ນັ້ນ 7 ຄົນເປັນຜູ້ຊາຍ ມີອາຍຸແຕ່ 17 ຫາ 31 ປີ ແລະເປັນແມ່ຍິງຜູ້ນຶ່ງ ອາຍຸ 18 ປີ.

ເຖິງແມ່ນວ່າ ທາງການລາວບໍ່ຢາກໃຫ້ຄົນລາວ ລັກອອກໄປເຮັດວຽກຢູ່ໄທຍ ແຕ່ກໍຍັງບໍ່ສາ ມາດສະກັດກັ້ນໄດ້ຫລາຍພໍເທົ່າໃດ, ພວກເຂົາເຈົ້າຍັງພາກັນລັກໄປຫລາຍຢູ່ ເພາະມີນາຍຈ້າງ, ນາຍໜ້າຝັ່ງໄທຍຕິດຕໍ່ໄປເອົາ ແລະໃຫ້ຄວາມຊ່ອຍເຫລືອ.

ດັ່ງເຈົ້າໜ້າທີ່ທີ່ເຮັດວຽກ ກ່ຽວກັບການເຂົ້າ-ອອກ ຂອງຄົນງານຕ່າງປະເທດ ຜູ້ບໍ່ປະສົງອອກຊື່ ແລະຕໍ່າແໜ່ງທ່ານນຶ່ງເວົ້າໃນມື້ດຽວກັນນີ້ວ່າ:

ໄທຍຫັ້ນແຫລະໂທມາປະສານຫາຂະເຈົ້າ ແລ້ວກໍອໍານວຍຄວາມສະດວກໃຫ້ຂະເຈົ້ານໍ ຖ້າວ່າຄົນລາວເຮົາຢາກໄປ ຝັ່ງໄທຍເພິ່ນບໍ່ຮັບມັນກໍໄປບໍ່ໄດ້ ຖ້າບໍ່ມີຜູ້ເອົາໄປລີ້ຊ່ອນຫັ້ນນະ ແມ່ນລະມີພວກນາຍໜ້າລົມກັນເອງ ເພາະວ່າດຽວນີ້ ມັນກໍລົມກັນສະດວກສະບາຍຫັ້ນນໍ ກວດຄົນມັນກໍກວດບໍ່ໄດ້ແຫລະນໍ ຄັກແນວໝູ່ຂີ່ເຮືອນ້ອຍຂ້າມ ຄັນຝ່າຍໄທຍບໍ່ຮັບ ເຮັດໃດສິໄປໄດ້ ຂີ່ເຮືອຫັ້ນນໍ ເພາະວ່າທາງດ່ານເຂົາກໍບໍ່ໃຫ້ໄປ.”

ກ່ຽວກັບການໄປເຮັດວຽກຢູ່ໄທຍ ພະນັກງານບໍຣິສັດຈັດກາງານ ຢູ່ແຂວງພາກໃຕ້ຂອງລາວທ່ານນຶ່ງ ເວົ້າໃນມື້ວັນທີ 24 ມົກກະຣານີ້ວ່າ ຄົນລາວທີ່ຕ້ອງການໄປເຮັດວຽກຢູ່ໄທຍ ແບບຖືກຕ້ອງຕາມກົດໝາຍ ຈໍາເປັນຕ້ອງໄດ້ໃຊ້ຈ່າຍຫລາຍຂຶ້ນ ຄືຢາກໄດ້ວີຊາເຮັດວຽກ 2 ປີ ຕ້ອງໄດ້ເສັຍເງິນ 2,000 ບາດ ຊຶ່ງທີ່ຜ່ານມາໄດ້ເສັຍພຽງ 500 ບາດ ແລະໃນໄລຍະໂຄວິດ-19 ຍັງຣະບາດຢູ່ນີ້ ກໍມີຄ່າໃຊ້ຈ່າຍເພິ່ມຂຶ້ນອີກ ເປັນຕົ້ນຄ່າກວດຫາເຊື້ອໂຄວິດ-19 2 ຄັ້ງ ແລະຄ່າກັກຕົວອີກ 7 ຫາ 14 ມື້ ດັ່ງທີ່ທ່ານກ່າວວ່າ:

ຄ່າແຮງທີ່ເຂົາໄປທໍາງານມັນຄືເກົ່ນຫັ້ນນະ ກໍຄື 310, 320 ບາດ ແຕ່ວ່າຄ່າໃຊ້ຈ່າຍທີ່ໄປມັນກໍຄືມັນມີຄ່າບໍລິການຈັດຫາງານຢູ່ຝັ່ງລາວ ຢູ່ຝັ່ງໄທຍຫັ້ນນະ ມັນຕົກຢູ່ປະມານ 30 ພັນປາຍ ສເລັ່ຍເປັນເງິນກີບຕົກຢູ່ປະມານ 10 ກວ່າລ້ານ ແລ້ວເຂົາໄປທໍາງານ ບາດເຂົາກໍໄດ້ປະ ມານ 10 ພັນ ຫລືວ່າ 9 ພັນຈັ່ງຊີ້ນະ 9 ພັນປາຍໜ້ອຍນຶ່ງນີ້ຊິນະ ມາຫັກຄ່າໃຊ້ຈ່າຍມັນແທບຈະບໍ່ເຫລືອເລີຍ ແຕ່ລະເດືອນໆຂອງເຂົາຊີ້ນະ.”

ອີງຕາມຜົລກອງປະຊຸມ ວິຊາການລາວ-ໄທຍ ກ່ຽວກັບການແກ້ໄຂບັນຫາຄົນງານລາວ ທີ່ເຮັດວຽກຢູ່ພາຍໃນປະເທດ ແລະການກະກຽມຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ປະເທດໄທຍ ໃນໄລຍະການແພ່ຣະບາດຂອງໂຄວິດ-19, ການໃຊ້ຈ່າຍສໍາລັບຜູ້ທີ່ຕ້ອງການ ໄປເຮັດວຽກແບບຖືກຕ້ອງຕາມກົດໝາຍ ແບ່ງອອກເປັນ 2 ສ່ວນຄື ສ່ວນນຶ່ງນາຍຈ້າງຮັບຜິດຊອບ ຄ່າກວດໂຄວິດ-19 2 ຄັ້ງເປັນເງິນ 2,600 ບາດ, ຄ່າກັກຕົວ 7 ຫາ 14 ມື້- 3,500 ຫາ 7,000 ບາດ ແລະຄ່າບໍຣິການຈັດສົ່ງຢູ່ຕົ້ນທາງ ແລະປາຍທາງ. ສໍາລັບຄົນງານ ແມ່ນຮັບຜິດຊອບຄ່າຈໍ້າກາວີຊາ 2 ປີເປັນເງິນ 2,000 ບາດ, ຄ່າບັດອະນຸຍາດເຮັດວຽກ 2 ປີ- 1,900 ບາດ, ຄ່າກວດຫາ 6 ພະຍາດຕ້ອງຫ້າມ 500 ບາດ, ຄ່າປະກັນສຸຂພາບ 2 ປີ - 3,200 ບາດ, ຄ່າສັກວັກຊິນ - 50 ບາດ ແລະຄ່າທໍານຽມເອກກະສານຕ່າງໆຢູ່ຕົ້ນທາງ.

ເມື່ອມີຫລາຍຂັ້ນຕອນ ແລະຄ່າໃຊ້ຈ່າຍສູງແຕ່ 17,000 ບາດເຖິງ 30,000 ບາດ ກ່ອນຈະໄດ້ໄປເຮັດວຽກຢູ່ໄທຍແບບຖືກຕ້ອງ ຕາມກົດໝາຍຄືແນວນັ້ນ ເຮັດໃຫ້ຄົນງານລາວຈໍານວນຫລວງຫລາຍ ເຖິງມີຈະຄວາມສ່ຽງ ກໍລັກໄປເຮັດວຽກຢູ່ໄທຍ ໂດຍຈ່າຍເງິນໃຫ້ນາຍໜ້າຄົນລະປະມານ 7,000 ຫາ 9,000 ບາດ.

ດັ່ງພະນັກງານ ບໍຣິສັດຈັດກາງານ ຢູ່ແຂວງພາກໃຕ້ ຂອງລາວອີກ ທ່ານນຶ່ງກໍເວົ້າໃນມື້ດຽວກັນນັ້ນວ່າ:

ມັນກໍຍັງມີຢູ່ດອກຈໍານວນນຶ່ງທີ່ວ່າຍັງຝືນໄປຢູ່ນໍ ກໍຍ້ອນເຣື່ອງຄ່າໃຊ້ຈ່າຍ ຫລາຍເງື່ອນໄຂຫັ້ນແຫລະ ນຶ່ງມາກໍຄ່າໃຊ້ຈ່າຍມັນສູງ ສອງມາກໍໂຄວິດ-19 ມານີ້ນໍ ຕ້ອງກວດຕ້ອງຫຍັງທຸກຢ່າງນໍ ຕ້ອງໄດ້ກັກໂຕຈັ່ງຊີ້ ຄ່າໃຊ້ຈ່າຍເພິ່ມຂຶ້ນຫລາຍ ຄົນລາວເຮົາກໍບໍ່ຄ່ອຍມີເງິນ ເວົ້າໄປນໍ.”

ທາງການລາວ ໄດ້ສເນີຄໍາເຫັນໃນກອງປະຊຸມທາງໄກ ກັບທາງການໄທຍ ໃນມື້ວັນທີ 23 ທັນວາປີກາຍ ກ່ຽວກັບບັນຫາການ ກະກຽມຄົນງານລາວໄປເຮັດວຽກຢຸູ່ປະເທດໄທຍວ່າ ຕ້ອງການໃຫ້ທາງການໄທຍ ພິຈາລະນາຫລຸດຜ່ອນຄ່າທໍານຽມວີຊາ 2 ປີ ຈາກ 2,000 ບາດລົງມາເປັນ 500 ບາດ ຕາມທີ່ເຄີຍປະຕິບັດມາກ່ອນໂຄວິດ-19 ຣະບາດ, ອະນຸຍາດໃຫ້ຄົນງານທີ່ກວດບໍ່ພົບໂຄວິດ-19 ເຂົ້າເຮັດວຽກກັບນາຍຈ້າງໄດ້ເລີຍ ໂດຍບໍ່ຈໍາເປັນຕ້ອງກົກຕົວອີກ ເນື່ອງຈາກກ່ອນຈະສົ່ງຄົນງານລາວໄປເຮັດວຽກຢູ່ໄທຍນັ້ນ ທຸກຄົນຕ້ອງໄດ້ສັກວັກຊິນປ້ອງກັນ ເຊື້ອນັ້ນແລ້ວຄົບກໍານົດ 2 ເຂັມ ແລະມີໜັງສືຢັ້ງຢືນການກວດແລ້ວ. ພ້ອມກັນນັ້ນ ທາງການລາວກໍຍັງສເນີໃຫ້ທາງການໄທຍ ດໍາເນີນມາຕການເດັດຂາດຕໍ່ນາຍຈ້າງ ທີ່ຈ້າງຄົນງານລາວ ແບບບໍ່ຖືກຕ້ອງຕາມກົດໝາຍ ຊຶ່ງຈະເປັນກົນໄກນຶ່ງໃນການຊ່ອຍຫລຸດຜ່ອນ ຈໍານວນຄົນງານລາວ ທີ່ລັກໄປເຮັດວຽກຢູ່ໄທຍ ຊຶ່ງມີຄວາມສ່ຽງຕໍ່ການທີ່ຈະຖືກຕົວະຍົວະ ແລະຕົກເປັນເຫຍື່ອຂອງການຄ້າມະນຸດນັ້ນລົງ.  

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org