ກຸ່ມມິດສາຊີບ ອ້າງຊື່ທະນາຄານ ຕົວະເຫຍື່ອໂອນເງິນໃຫ້

ເກີດມີມິດສາຊີບ ໃນຮູບການຕ່າງໆຫຼາຍຂຶ້ນ ທີ່ມີສາເຫດມາຈາກ ບັນຫາເສຖກິຈ ແລະ ຄ່າຄອງຊີບແພງຂຶ້ນ ຈົນເຮັດໃຫ້ເກີດ ກຸ່ມມິດສາຊີບ ທີ່ອ້າງຊື່ທະນາຄານ ຕົວະໃຫ້ປະຊາຊົນ ໂອນເງິນໃຫ້ ຈຶ່ງເປັນເຫດໃຫ້ ທາງການລາວ ໄດ້ອອກແຈ້ງການເຕືອນ ປະຊາຊົນລະມັດລະວັງຫຼາຍຂຶ້ນ.

ສະກຸນເງິນກີບ ທີ່ອ່ອນຄ່າຄອງອັນດັບ 3 ຂອງໂລກ ໃນປັດຈຸບັນ. ວັນທີ່ 31 ກໍຣະກະດາ 2023. ນັກຂ່າວ ພົລເມືອງ

ຢູ່ປະເທດລາວປັດຈຸບັນ ເກີດມີມິດສາຊີບຫລາຍຂຶ້ນ ຍ້ອນບັນຫາທາງດ້ານ ເສຖກິຈ ທີ່ມີຄວາມຫຍຸ້ງຍາກ ແລະລາຄາອາຫານແພງ ຈົນເຮັດໃຫ້ທາງການລາວ ໄດ້ອອກແຈ້ງການເຕືອນ ໃຫ້ຜູ້ຄົນມີຄວາມລະມັດລະວັງ ແລະທະນາຄານແຫ່ງ ສປປ ລາວ ອອກແຈ້ງການ ວັນທີ 10 ສິງຫາ 2023 ເຕືອນປະຊາຊົນວ່າ ປັດຈຸບັນ ມີມິດສາຊີບ ຈໍານວນນຶ່ງ ເຄື່ອນໄຫວແອບອ້າງຊື່ທະນາ ຄານທຸຣະກິຈ ເປັນຕົ້ນ ທະນາຄານພັທນາລາວ (Lao Development Bank)  ແລະ ທະນາຄານຮ່ວມພັທນາ (Joint Development Bank) ສ້າງເຟສບຸກຄ໌ປອມ ແລະໂຄສະນາວ່າ ສາມາດປ່ອຍເງິນກູ້ ໃນຮູບແບບອອນລາຍນ໌ ໂດຍມີຂັ້ນຕອນອະນຸມັດ ວ່ອງໄວ, ງ່າຍ, ອັດຕຣາດອກເບັ້ຍຕໍ່າ ແລະບໍ່ຈໍາເປັນຕ້ອງພິສູດ ລາຍຮັບ ໂດຍໃຊ້ແຕ່ບັດປະຈໍາຕົວ ແລະປຶ້ມສໍາມະໂນຄົວ ເທົ່ານັ້ນ ສາມາດຮັບເງິນກູ້ທັນທີ ພາຍໃນ 30 ນາທີ ໂດຍປ່ອຍເງິນກູ້ຕັ້ງແຕ່ 3 ລ້ານ ຫາ 300 ລ້ານກີບ. ເພຈເຫລົ່ານີ້ ໃຊ້ໂລໂກຮູບພາບ ແລະວີດີໂອ ຮວມເຖິງບັດພະນັກ ງານຂອງ 2 ທະນາຄານທຸຣະກິຈເຫຼົ່ານີ້ ໂຄສະນາ ແລະຜູ້ທີ່ສົນໃຈກູ້ຢືມເງິນ ຕ້ອງໂອນເງິນຊໍາລະຄ່າທໍານຽມກ່ອນ ໂດຍອ້າງວ່າ ຈະໄດ້ຮັບເງິນກູ້ ແລະຄ່າທໍານຽມນັ້ນຄືນ ພ້ອມກັນ. ເມື່ອຜູ້ທີ່ຫລົງເຊື່ອ ໂອນຄ່າທໍານຽມໄປໃຫ້ ຈະຖືກລັອກທັນທີ. ດັ່ງນັ້ນ ທະນາຄານແຫ່ງ ສປປ ລາວ ຈຶ່ງຂໍໃຫ້ປະຊາຊົນ ມີສະຕິລະວັງຕົວ ບໍ່ໃຫ້ຫລົງເຊື່ອການໂຄສະນານັ້ນ ຍ້ອນທະນາຄານແຫ່ງ ສປປ ລາວ ຍັງບໍ່ໄດ້ອະນຸຍາດໃຫ້ ທະນາຄານທຸຣະກິຈໃນລາວ ປ່ອຍເງິນກູ້ຜ່ານລະບົບອອນລາຍນ໌ເທື່ອ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ທະນາຄານພັທນາລາວ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 16 ສິງຫານີ້ວ່າ ການໂຄສະນາໃນລັກສະນີ້ ມີມາດົນແລ້ວ, ສ່ວນຫລາຍ ມິດສາຊີບ ຈະເຮັດເພຈປອມ ແລະໃຊ້ລະບົບແຊັດ ແບບອັດຕະໂນມັດ ໃນການຕົວະປະຊາຊົນ.

ດົນແລ້ວເຈົ້າ. ເກືອບປີແລ້ວ. ສ່ວນຫລາຍກໍຈະເປັນເພຈປອມຫັ້ນນ່າ ຈະເຮັດເປັນແບບແອັບຕອບໂອໂຕມາຕິກ ຊີ້ນ່າ. ເວລາແຊັດກັບທາງລູກຄ້າເນາະ ມັນບໍ່ຄ້າຍຄືແຊັດທີ່ເຮົາຕອບປົກຕິຫັ້ນນ່າ. ມັນຈະຄ້າຍແບບໃຊ້ເອໄອ ຊຶ່ງຈະເປັນການຕອບແບບຕົວະຍົວະ ໃຫ້ດອກເບັ້ຽເທົ່ານັ້ນ, ໃຫ້ໂອນມາກ່ອນຊີ້ນ່າ ແລ້ວດອກເບັ້ຽຈຶ່ງຈະໄດ້ເທົ່ານີ້. ຄ່າຕອບແທນຈະໄດ້ປະມານນຶ່ງ ແລ້ວແຕ່ເງື່ອນໄຂ ທາງຂະເຈົ້າເລີຍ.

ຖ້າຜູ້ໃດບໍ່ໝັ້ນໃຈວ່າ ເປັນເພຈທະນາຄານແທ້ ຫລືບໍ່ ກໍໃຫ້ໂທຖາມທະນາຄານໄດ້ໂດຍກົງ, ເບີສາຍດ່ວນທະນາຄານພັທນາລາວ 1698 ແລະ ທະນາຄານຮ່ວມພັທນາ 1499 ຫລືສາມາດສັງເກດຈາກ ຈໍານວນຜູ້ຕິດຕາມ ໃນເພຈເຟສບຸກຄ໌ໄດ້ ເພາະເພຈທະນາຄານແທ້ ຈະມີຜູ້ຕິດຕາມແສນປາຍຄົນ. ຖ້າຜູ້ໃດໄດ້ໂອນເງິນໃຫ້ ມິດສາຊີບແລ້ວ ໃຫ້ນໍາຫລັກຖານທັງໝົດ ບໍ່ວ່າຈະເປັນຂໍ້ຄວາມແຊັດ, ໃບບິນການໂອນເງິນ ແລະຫລັກຖານອື່ນໆ ມາແຈ້ງທະນາຄານ ເພື່ອໃຫ້ທະນາຄານບລັອກບັນຊີມິດສາຊີບນັ້ນ.

ດັ່ງເຈົ້າໜ້າທີ່ ຕໍາຣວດທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

ມາແຈ້ງຄວາມຫັ້ນແຫລະ ເອົາຫລັກຖານຫຍັງມານໍາ ຂໍ້ຄວາມແຊັດ ຕ້ອງມາຜ່ານຕໍາຣວດກ່ອນ ທະນາຄານເຂົາຈຶ່ງດໍາເນີນໃຫ້ ໄປແຈ້ງທະນາຄານ ເຂົາກໍບໍ່ອັນ ນັ້ນດອກ. ບໍ່ອະນຸມັດ ບໍ່ເຮັດຫຍັງໃຫ້ຄັນວ່າ ບໍ່ຜ່ານຕໍາຣວດ.

ສ່ວນເຣື່ອງວ່າ ຈະໄດ້ເງິນຄືນ ຫລືບໍ່ນັ້ນ ເຈົ້າໜ້າທີ່ທະນາຄານເວົ້າວ່າ ຕ້ອງເບິ່ງຕາມແຕ່ລະກໍຣະນີໄປ ວ່າຈະສາມາດບລັອກບັນຊີ ປາຍທາງ ທີ່ຕົວະໄປນັ້ນໄດ້ ຫລືບໍ່, ທາງທະນາຄານ ບໍ່ສາມາດຮັບປະກັນໄດ້ວ່າ  ຜູ້ຖືກຕົວະຈະໄດ້ເງິນຄືນ. ປັດຈຸບັນ ມີຫລາຍຄົນ ທີ່ຖືກຕົວະໃນລັກສະນະດັ່ງກ່າວ ສ່ວນຫລາຍແມ່ນຜູ້ຕ້ອງການກູ້ເງິນ ແລ້ວຖາມໄປຫາເພຈ ທະນາຄານປອມເຫລົ່ານັ້ນ.

ດັ່ງປະຊາ ຊົນ ຢູ່ເມືອງແປກ ແຂວງຊຽງຂວາງ ນາງນຶ່ງ ທີ່ຖືກຕົວະເອົາເງິນໄປແລ້ວ 3 ລ້ານປາຍກີບ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 16 ສິງຫານີ້ວ່າ:

ທັກໄປຂະເຈົ້າວ່າຈະໂອນໃຫ້ ຖ້າວ່າໂອນເທົ່ານີ້ເທົ່ານັ້ນ ແລ້ວເຂົາເຈົ້າຈະເອົາເງິນໃຫ້ຫັ້ນນ່າ ຖ້າໄດ້ໂຕນີ້ແລ້ວເຂົາຈະໂອນເງິນ ຈໍານວນເຕັມທີ່ວ່າ ຄືວ່າເອື້ອຍທັກວ່າ ຢາກໄດ້ 50 ລ້ານເນາະ. ເອື້ອຍຫລົງໂອນກໍ 3 ລ້ານປາຍຫັ້ນນ່າ. ບາດນີ້ທັກມາອີກວ່າ ໂອນມາອີກ 8 ລ້ານ ເຂົາເຖິງຊິເອົາເງິນໃຫ້ຫັ້ນນ່າ.

ນາງເວົ້າຕື່ມວ່າ ດຽວນີ້ ຍັງບໍ່ໄດ້ແຈ້ງຄວາມ ຍ້ອນຕັ້ງແຕ່ໄດ້ໂອນເງິນໄປ ແຊັດຂອງນາງກໍຍັງບໍ່ຖືກບລັອກ, ນາງຈະແຊັດໄປອີກເທື່ອນຶ່ງ ເພື່ອຂໍເງິນຄືນ.

ຢູ່ນະຄອນຫລວງວຽງຈັນ ປະຊາຊົນຜູ້ນຶ່ງເວົ້າວ່າ ເພຈປອມ ທີ່ນາງແຊັດໄປນັ້ນ ສເນີປ່ອຍເງິນກູ້ ໃຫ້ເຖິງ 300 ລ້ານກີບ ແຕ່ຕ້ອງໄດ້ໂອນ ຄ່າທໍານຽມໄປໃຫ້ເຂົາກ່ອນ 7% ຂອງຈໍານວນເງິນກູ້ຢືມ. ເຂົາສົ່ງແຊັດມາຫາຫລາຍເທື່ອ ແຕ່ນາງບໍ່ເຊື່ອ ຈຶ່ງໂທໄປຖາມທະນາຄານ ແລ້ວຈຶ່ງຮູ້ວ່າ ເປັນເພຈປອມ.

ເຂົາສົ່ງມາຫລາຍຄັ້ງຢູ່ ຂ້ອຍກະຮູ້ແຫລະວ່າເຂົາຈະຕົວະ ຂ້ອຍກໍປິດໄປເລີຍ ບໍ່ກ້າຄືກັນ ກໍມີວິທີສອບຖາມເນາະ ສົ່ງບັດມາໃຫ້ບັດກໍບໍ່ແມ່ນບັດຕົວເອງເນາະ ເອົາວີດີໂອຄອລ ໃຫ້ເຮົາເບິ່ງ ເຂົາກໍວ່າທໍາງານຢູ່ທະນາຄານເນາະ ເຮົາກໍວ່າບໍ່ແມ່ນ.

ປັດຈຸບັນ ມີໝູ່ທີ່ຖືກຕົວະ ຜ່ານລະບົບເງິນກູ້ ທາງອອນລາຍນ໌ ໄປ 80-90 ລ້ານກີບ ແລະໄດ້ໄປແຈ້ງຄວາມນໍາຕໍາຣວດແລ້ວ ແຕ່ຄະດີຄວາມ ຍັງບໍ່ຄືບໜ້າ ແລະຍັງບໍ່ໄດ້ເງິນຄືນ.

ໃນຂະນະດຽວກັນ ປະຊາຊົນຜູ້ນຶ່ງ ຢູ່ແຂວງຫລວງພຣະບາງ ເວົ້າວ່າ ຕົນຖືກຕົວະໃຫ້ໂອນເງິນ ເຂົ້າບັນຊີບຸກຄົນ ຂອງທະນາຄານພັທນາລາວ ຈໍານວນ 1,005,000 ກີບ ເມື່ອ 3 ເດືອນກ່ອນ ແຕ່ບໍ່ໄດ້ໄປແຈ້ງຕໍາຣວດ ຍ້ອນຄິດວ່າ ໄປແຈ້ງແລ້ວ ບໍ່ສາມາດຊ່່ອຍຫຍັງໄດ້.

ກໍສໍ່ານັ້ນແຫລະ ຕໍາຣວດເຂົາກໍບໍ່ເຮັດວຽກໃຫ້ເຮົາຫັ້ນນ່າ ມັນຫຍູ້ງຍາກ ເງິນສໍ່ານັ້ນອ້າຍເລີຍປະເລີຍ ຍາກລະເບິ່ງຊົງ ພວກນີ້ເຂົາຕົວະຕລອດ ເຂົາວ່າໂອນໃຫ້ຕື່ມເດ໋. ໂອນໃຫ້ຕື່ມ ຄໍ້າປະກັນໃຫ້ຕື່ມ ເຖິງໂທຫາທະນາຄານ ເຂົາວ່າບໍ່ມີລະບົບນີ້ ເລີຍຂໍແຊັດຫລອກເອົາເງິນສົ່ງຄືນກັບມາ ກໍບໍ່ໄດ້ເດ໋.

ຢູ່ປະເທດລາວ ເຄີຍເກີດເຫດການສໍ້ໂກງ ຫລາຍກໍຣະນີມາແລ້ວ ນຶ່ງໃນນັ້ນ ແມ່ນກໍຣະນີ ເຈ໊ທິບ ຫລື ນາງ ພອນທິບ ໄຊປັນຍາ ທີ່ຫລອກລວງເອົາເງິນຫລາຍກວ່າ  5,000 ຄົນ ໃນຮູບແບບຮັບຝາກເງິນ ໄດ້ດອກເບັ້ຍສູງເຖິງ 30% ຕໍ່ເດືອນ. ນາງຖືກຈັບໄດ້ ໃນຂະນະທີ່ຫລົບໜີໄປຢູ່ປະເທດໄທຍ ແລະຖືກສົ່ງຕົວໃຫ້ຕໍາຣວດລາວ ເພື່ອດໍາເນີນຄະດີ, ແຕ່ມາຮອດປັດຈຸບັນ ຜູ້ເສັຍຫາຍທັງຫລາຍ ຍັງບໍ່ໄດ້ເງິນຄືນເທື່ອ. ຕໍ່ມາ ໃນປີ 2023 ນີ້ ຄົນລາວຫລາຍຄົນ ກໍຖືກຕົວະ ຍ້ອນການສັ່ງຊື້ເຄື່ອງ ທາງອອນລາຍນ໌ ທີ່ໃຫ້ໂອນເງິນໄປໃຫ້ກ່ອນ, ເມື່ອໂອນເງິນໄປໃຫ້ແລ້ວ ບໍ່ໄດ້ຮັບເຄື່ອງຕາມທີ່ໄດ້ສັ່ງຊື້, ແລະບໍ່ສາມາດຕິດຕໍ່ໄດ້. ມິດສາຊີບກຸ່ມນີ້ ມັກເປີດບັນຊີເຟສບຸກຄ໌ ປອມເພື່ອຂາຍເຄື່ອງ ໂດຍໃຊ້ຊື່ປອມ, ບໍ່ມີຮູບພາບ, ບໍ່ມີເບີໂທ ແລະເລກບັນຊີ ທະນາຄານ. ນອກຈາກບໍ່ໄດ້ຮັບຂອງແລ້ວ ຍັງມີກໍຣະນີ ຜູ້ສັ່ງຊື້ບໍ່ໄດ້ຮັບຂອງແບບທີ່ຕົນໄດ້ສັ່ງຊື້ນໍາດ້ວຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org