ຄົນຈີນເຂົ້າທາງພາກເໜືອ ຂອງລາວ
2015.10.27

ປັດຈຸບັນ ຄົນຈີນ ໄດ້ເຂົ້າມາ ຕັ້ງ ຖິ່ນຖານ ໃນລາວ ໂດຍສະເພາະ ໃນເຂດ ພາກເຫນືອ ມີ ເພີ້ມຂຶ້ນ ນໍາທຸກມື້, ດັ່ງທີ່ ແຂວງ ອຸດົມໄຊ ບໍ່ແກ້ວ ຫຼວງນ້ຳທາ ໄຊຍະບູຣີ ແລະ ຫຼວງພຣະບາງ ສ່ວນນຶ່ງ ແມ່ນມາ ເພື່ອ ການຄ້າ ການລົງທຶນ ແລະ ແຮງງານ ຮັບຈ້າງ.
ກຸ່ມທີ່ມາ ນຳ ໂຄງການ ການລົງທຶນ ແລະ ການຄ້າ ນັ້ນ ເປັນ ບຸກຄົນ ທີ່ ມີຄວາມຮູ້ ແລະ ຄວາມສາມາດ ເພື່ອ ມາສວຍໃຊ້ ຜົລປໂຍດ ຈາກ ຊັພຍາກອນ ທັມມະຊາດ ໃນການ ສຳປະທານ ພື້ນທີ່ ທີ່ ຖືກໆ ໃນ ລາວ. ແຕ່ກຸ່ມ ທີ່ ມາແບບ ແຮງງານ ຮັບຈ້າງ ແລະ ປູກ ຕົ້ນໄມ້ ເສຖກິດ ດັ່ງກວ້ຍ ຢາງພາລາ ນັ້ນ ເປັນກຸ່ມ ທີ່ ສ້າງ ບັນຫາ ເຮັດໃຫ້ ຄົນລາວ ບໍ່ພໍໃຈ. ດັ່ງ ຄົນລາວ ທ່ານນຶ່ງ ທີ່ ແຂວງ ຫຼວງນ້ຳທາ ກ່າວ ກ່ຽວກັບ ຄວາມ ບໍ່ພໍໃຈ ກັບ ຈີນ ວ່າ:
"ມາເບິ່ງແລ້ວ ເຮົາ ກໍບໍ່ມີ ສິດ ຫຍັງ ເຂົາມີສິດ ເຫນືອກວ່າ ເຮົາ ປະເທດ ເຮົາ ເປັນ ປະເທດ ເອກຣາດ ອັນນີ້ ເມື່ອເຂົາ ເຂົ້າມາ ລົງທຶນ ແລ້ວ ເຂົາ ມີສິດ ເຫນືອກວ່າ ເຮົາ ມັນບໍ່ ຖືກຕ້ອງ ແຫລ້ວ, ຄວນ ທົບທວນ ແລະ ປັບປຸງ ຄືນໃຫມ່ ຫັ້ນແລ້ວ ໃຫ້ ຖືກຕ້ອງ ເຂົາແລ້ວ ເຮັດຫຍັງ ກໍໄດ້ ຕາມໃຈ ເຮົາ ບໍ່ມີສິດ ຫຍັງ ບໍ່ມີການ ປົກປ້ອງ".
ທ່ານ ກ່າວ ຕື່ມວ່າ ຄົນຈີນ ທີ່ ເຂົ້າມາ ລາວ ສ່ວນໃຫຍ່ ແມ່ນ ມາເພື່ອ ຍາດແຍ່ງ ເອົາ ຜົລປໂຍດ ຈາກ ຄົນລາວ ບໍ່ວ່າ ທາງດ້ານ ຊັພຍາກອນ ທັມມະຊາດ ການຄ້າ ແລະ ການ ບໍຣິການ ປະເພດ ຕ່າງໆ ຍ້ອນວ່າ ຣັຖບານ ລາວ ໃຫ້ສິດ ນັກລົງທຶນ ຕ່າງຊາດ ແບບ ສະດວກ ສະບາຍ ໂດຍສະເພາະ ການຍົກເວັ້ນ ພາສີ ກຳໄຣ ເປັນ ເວລາ ຫຼາຍປີ ແລະ ການ ສຳປະທານ ທີ່ດິນ ແບບ ໄດ້ລ້າໆ ໃນຫຼາຍ ໂຄງການ ບາງ ໂຄງການ ເປັນ ເວລາ 90 ປີ.