ຈີນຈ່າຍຄ່າພາສີໃຫ້ຣັຖບານ ລາວ
2014.07.10
ໃນວັນທີ 4 ເດືອນ ກໍຣະກະດາ ຜ່ານມາ ຜູ້ຈັດການ ໃຫຍ່ ຂອງ ບໍຣິສັດ ລ້ານຊ້າງ ມິນເນໂຣ ຊື່ງເປັນ ບໍຣິສັດລູກ ຂອງ ບໍຣິສັດ ມິນເມໂຕ. ທ່ານ Rick Watsford ໄດ້ມອບ Check ເງິນສົດ ສໍາລັບ ເສັຍຄ່າ ພາສີ ສຳປະທານ ຈຳນວນ 7 ລ້ານ ໂດລາ ໃຫ້ແກ່ ທ່ານ ບຸນຈອມ ອຸບົນປະເສີດ ຮອງ ຣັຖມົນຕຣີ ການເງິນ ສປປລາວ. ຄ່າ ສຳປະທານ ດັ່ງກ່າວ ແມ່ນໃນຊ່ວງ ໄຕຣມາດ ທີ່ນຶ່ງ ຂອງການຜລິດ ແຮ່ທາດ ທີ່ສິ້ນສຸດລົງ ໃນວັນທີ 31 ເດືອນ ມີນາ ປີ 2014 ນີ້.
ຄ່າ ສຳປະທານ ແມ່ນເງິນ ຈ່າຍເພີ້ມ ຈາກການ ເສັຍພາສີ ຂອງ ບໍຣິສັດ ໃຫ້ແກ່ ຣັຖບານ ລາວ ຈະຫລາຍ ຫລື ຫນ້ອຍ ຂື້ນກັບຣາຄາ ແລະ ຈໍານວນ ແຮ່ທາດ ທີ່ ບໍຣີສັດ ດັ່ງກ່າວ ຜລີດໄດ້ ໃນຊ່ວງ ເວລາ ນັ້ນ. ບໍຣິສັດ ລ້ານຊ້າງ ມິນເນໂຣ ຈຳກັດ ເປັນເຈົ້າຂອງ 90 ສ່ວນຮ້ອຍ ແລະ 10 ສ່ວນຮ້ອຍ ແມ່ນ ຣັຖບານລາວ ເປັນເຈົ້າຂອງ. ຣັຖບານລາວ ຍັງໄດ້ຮັບ ສ່ວນແບ່ງ ຈາກຜົລ ກຳໄຣ ໃນການລົງທຶນ ດັ່ງກ່າວ ຈາກ ບໍຣິສັດ ລ້ານຊ້າງ ນຳອີກ.
ທ່ານ Rick Watsford ກ່າວວ່າ ເງິນຄ່າ ສຳປະທານ ຈຳນວນ ດັ່ງກ່າວ ແມ່ນໄດ້ມາ ຈາກການ ຜລິດ ທອງແດງ ຢ່າງຫລວງຫລາຍ ໃນຊ່ວງ ໄຕຣມາຕ ທຳອິດ ຂອງປີນີ້ ທາງ ບໍຣິສັດ ຄິດວ່າ ຣັຖບານລາວ ຕ້ອງການເງິນ ຈື່ງໄດ້ມອບໃຫ້ ໃນ ເວລາ ນີ້.