ພໍ່ຄ້າແມ່ຄ້າລໍຖ້າການ ຊ່ອຍເຫຼືອ
2016.06.07
ໄດ້ 3 ສັປດາແລ້ວ ທີ່ເກີດເຫຕໄຟໄໝ້ ຕະຫຼາດ ດາວເຮືອງ ທີ່ ເມືອງປາກເຊ, ແຂວງ ຈຳປາສັກ ພໍ່ຄ້າ ແມ່ຄ້າ ທີ່ ໄດ້ຮັບເຄາະ ຈາກ ເຫຕໄຟໄໝ້ ຍັງຄອງຄອຍ ການຊ່ວຍເຫຼືອ ຈາກ ທາງການ ຢູ່ ໃນຂນະທີ່ ພາກສ່ວນ ກ່ຽວຂ້ອງ ຍັງບໍ່ໄດ້ ແຈ້ງການ ໃດໆເທື່ອ ເພື່ອ ຊ່ວຍເຫຼືອ ຜູ້ໄດ້ຮັບ ຜົນກະທົບ ເທື່ອນີ້.
ພໍ່ຄ້າ ຂາຍເຂົ້າສານ ທ່ານນຶ່ງ ກ່າວຕໍ່ ເອເຊັຽເສຣີ ເມື່ອວັນທີ 6 ມິຖຸນາ 2016 ນີ້ວ່າ ປະຈຸບັນ ທາງພາກສ່ວນ ກ່ຽວຂ້ອງ ໄດ້ຈັດສັນ ສະຖານທີ່ ຄ້າຂາຍ ຊົ່ວຄາວ ໃຫ້ແລ້ວ, ມີບ່ອນໃດ ກໍ່ສັບກັນເຂົ້າ ໄປຂາຍໂລດ ບາງຄົນ ກໍ່ຄ້າຂາຍ ຕາມຄິວຣົດ, ແຕ່ການ ຊົດເຊີຍ ຫຼື ການຊ່ວຍເຫຼືອ ເບື້ອງຕົ້ນ ນັ້ນ ແມ່ນຍັງ ບໍ່ມີຂ່າວ ຄຶບໜ້າເທື່ອ ທ່ານວ່າ:
”ກະຍັງຄ້າຂາຍ ກັນຢູ່ ໃນຕະຫຼາດ ນີ້ແຫຼະ. ມີບ່ອນໃດ ຫວ່າງກະສັບ ເຂົ້າໄປຂາຍ ນຳມື້ ນີ້ແຫຼະ. ກະຈັດວາງ ນຳມື້ ນີ້ແຫຼະ ຢູ່ໃນຕະຫຼາດ ນີ້ແຫຼະ ມີບ່ອນໃດ ຫວ່າງແດ່ ກະຂາຍ ນຳຄິວຣົດ ຄິວຣາງ ໄປກ່ອນ. ໂຕນີ້ ກະບໍ່ ເຂົ້າໃຈນຳ ທາງເມືອງ ທາງແຂວງ ເພິ່ນ ເພິ່ນຕົກລົງກັນ ຈັ່ງໃດ ກະບໍ່ທັນໄດ້ ວ່າ”.
ຕໍ່ບັນຫານີ້, ຜູ້ສື່ຂ່າວ ເອເຊັຽເສຣີ ໄດ້ສອບຖາມ ໄປຍັງ ເຈົ້າໜ້າທີ່ ຜແນກ ອຸດສາຫະກັມ ແລະ ການຄ້າ ແຂວງ ຈຳປາສັກ, ໂດຍໄດ້ຮັບ ຄໍາຊີ້ແຈງ ວ່າ ຂນະນີ້ ທາງພາກສ່ວນ ກ່ຽວຂ້ອງ ໄດ້ແຕ່ງຕັ້ງ ຄນະອະນຸ ກັມມະການ ລົງກວດກາ ແລະ ຫາມາຕການ ໃນການຊ່ວຍເຫຼືອ ຜູ້ທີ່ໄດ້ຮັບ ຜົນກະທົບ ນັ້ນແລ້ວ ແຕ່ການຊ່ວຍເຫຼືອ ແມ່ນຍັງ ຢູ່ໃນຂັ້ນ ຮິບໂຮມ ຂໍ້ມູນ ແລະ ຄົ້ນຄວ້າ ກັນຢູ່ ຄາດວ່າ ຈະຣະດົມ ຈາກ ຫຼາຍພາກສ່ວນ ໃນການຊ່ວຍເຫຼືອ ຄັ້ງນີ້:
“ຜແນກເຮົາກະຮ່ວມກັບ ກັມມະການ ເພິ່ນ ແຕ່ງຕັ້ງ ອະນຸ ກັມມະການ ອີ່ຫຍັງລົງໄປ ກວດກາ ລະກະວາງ ຈັດສັນ ສະຖານທີ່ ໃຫ້ຜູ້ ປະກອບການ ພໍ່ຄ້າ ຊາວຂາຍ ໃຫ້ເໝິດ ແລ້ວເນາະ. ເພາະວ່າ ເພິ່ນຍັງຢູ່ໃນ ການຄົ້ນຄວ້າ ລະກະຊິ ຣະດົມ ຫຼາຍພາກສ່ວນ ຢູ່, ເພິ່ນກະມອບໃຫ້ ອະນຸ ກັມມະການ ເຮົາກຽມຈັດສັນ ສະຖານທີ່ ໃຫ້, ລະກະ ຫາສາເຫຕ, ລະກະ ຫາວິທີ ຊົດເຊີຍ ໃຫ້ຜູ້ທີ່ຖືກ ເຄາະຮ້າຍ ໄຟໄໝ້ ຫັ້ນແຫຼະ ເນາະ”.
ທ່ານ ກ່າວຕື່ມວ່າ ໃນເບື້ອງຕົ້ນ ພາກສ່ວນ ກ່ຽວຂ້ອງ ແມ່ນໄດ້ ປຶກສາຫາລື ກັນວ່າ ຈະມີການ ຄົ້ນຄວ້າ ຫາຊ່ອງທາງ ໃນການຊົດເຊີຍ ໃຫ້ກັບຜູ້ ທີ່ໄດ້ຮັບ ຜົນກະທົບ ຕາມ ກໍຣະນີ ໜັກຫາເບົາ ເພື່ອໃຫ້ ຜູ້ທີ່ໄດ້ຮັບ ຜົນກະທົບ ມີ ທຶນຮອນ ເລັກນ້ອຍ ເພື່ອ ສືບຕໍ່ ຄ້າຂາຍ ໃໝ່.
ເຫຕການໄຟໄໝ້ ຕະຫຼາດ ດາວເຮືອງ ເກີດຂຶ້ນ ເມື່ອຕອນຂ້ອນແຈ້ງ ຂອງເຊົ້າ ວັນທີ 17 ພຶສພາ 2016 ທີ່ຜ່ານມາ ໄດ້ເຮັດໃຫ້ ຮ້ານຄ້າ ນ້ອຍ-ໃຫ່ຽ ເສັຽຫາຍ ຫຼາຍກວ່າ 250 ຮ້ານ ແລະ ໂຕະຂາຍເຄື່ອງ ຂອງສົດ ປະເພດ ຜັກ-ປາ ເສັຽຫາຍ ຫຼາຍກວ່າ 170 ໂຕະ. ມາເຖິງ ປະຈຸບັນ, ເຈົ້າໜ້າທີ່ ຍັງບໍ່ສາມາດ ສະຫຼຸບໄດ້ວ່າ ສາເຫຕ ຂອງໄຟໄໝ້ ແມ່ນ ມາຈາກໃສ ແລະ ໃຜຈະເປັນ ຜູ້ຮັບຜິດຊອບ.