ມ້າງໂຮງແຊກເຮັດໂຮງແຮມ
2016.03.22
ໂຮງແຊກ ເປັນ ສະຖານທີ່ ອັນເກົ່າແກ່ ຂອງແຂວງ ຫຼວງພຣະບາງ ປັດຈຸບັນ ໄດ້ຖືກ ບໍຣິສັດ ເອກກະຊົນ ມ້າງຖິ້ມ ເພື່ອສ້າງ ໂຮງແຮມ ໃສ່ແທນ ໂດຍແມ່ນ ທ່ານ ຄໍາແພງ ໄຊສົມແພງ ອະດີດ ເຈົ້າແຂວງ ຫຼວງພຣະບາງ ເປັນຜູ້ເຊັນ ມອບໃຫ້ ບໍຣິສັດ ເອກກະຊົນ. ເຈົ້າໜ້າທີ່ ຫ້ອງການ ມໍລະດົກ ແຂວງ ຫຼວງພຣະບາງ ກ່າວຕໍ່ ເອເຊັຽເສຣີວ່າ:
"ລະອີກ ອັນນຶ່ງ ກະແມ່ນ ຊັບສິນ ຂອງຣັຖ ທີ່ຖືກ ເຈົ້າແຂວງ ຄໍາແພງ ໄຊສົມແພງ ນີ້ມອບ ໃຫ້ຜູ້ລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນແມ່ນ ໂຮງແຊກ ທີ່ ພວກເຮົາ ເຫັນຢູ່ ປັດຈຸບັນນີ້ ຊຶ່ງ ກໍແມ່ນ ບໍຣິສັດ ສີສັກ ກໍ່ສ້າງ ທີ່ວ່າ ມີຄວາມໃກ້ຊິດ ກັບ ບັນດາ ການນໍາ ຂັ້ນແຂວງ".
ສາເຫດ ທີ່ມອບ ໂຮງແຊກ ໃຫ້ ບໍຣິສັດ ສີສັກ ກໍ່ສ້າງ ຍ້ອນວ່າ ທີ່ຜ່ານມາ ທ່ານ ຄໍາແພງ ໄຊສົມແພງ ໄດ້ເຊັນ ໂຄງການ ກໍ່ສ້າງຫຼາຍ ໂຄງການ ທີ່ເກີນ ງົບປະມານ ຂອງແຂວງ ເຮັດໃຫ້ ແຂວງ ຕິດໜີ້ ແລະ ບໍ່ມີເງິນຈ່າຍ ສະນັ້ນ ຈຶ່ງໄດ້ເຊັນ ມອບ ໂຮງແຊກ ທີ່ ເປັນ ສົມບັດ ຂອງແຂວງ ຫຼວງພຣະບາງ ໃຫ້ ເປັນຂອງ ເອກກະຊົນ. ອີງຕາມ ການບອກເລົ່າ ຂອງ ເຈົ້າໜ້າທີ່.
ໂຮງແຊກ ແມ່ນ ສະຖານທີ່ ຫລິ້ນ ກິລາ ຫຼິ້ນເກມ ຊຸມນຸມ ແລະ ໃຊ້ເປັນບ່ອນ ຈັດງານ ວາງ ສະແດງສິນຄ້າ ໂອທອບ ຂອງແຂວງ ຕາມເທສການ ງານບຸນ ປະເພນີ ຕ່າງໆ ຂອງແຂວງ ແລະ ຕຶກ ທາງໜ້າ ກໍເປັນສູນ ຂໍ້ມູນ ການທ່ອງທ່ຽວ ຂອງ ແຂວງ. ເຈົ້າໜ້າທີ່ ກ່າວອີກວ່າ:
ຜ່ານມາ ທ່ານ ຄໍາແພງ ໄຊສົມແພງ ໄດ້ເຊັນ ໃຫ້ເອົາ ຕາດກວາງຊີ ໃຫ້ ນັກລົງທຶນ ຈີນ ສໍາປະທານ ໃນກາງ ປີ 2015, ແຕ່ ປະຊາຊົນ ຊາວຫຼວງພຣະບາງ ບໍ່ພໍໃຈ ຕໍ່ມາຈຶ່ງ ໂຈະບໍ່ໃຫ້ ສໍາປະທານ ຕາດກວາງຊີ ແຕ່ ເອົາ ບໍຣິເວນ ອ້ອມຮອບ ຕາດກວາງຊີ ເຂດບ້ານອູ່, ບ້ານ ລ້ອງເລົາ ແລະ ບ້ານ ທ່າແປ້ນ ໃຫ້ ສໍາປະທານ ແທນ. ຊຶ່ງສິ່ງດັ່ງກ່າວ ເປັນເຫດ ເຮັດໃຫ້ ທ່ານ ຄໍາແພງ ຖືກຍ້າຍ ມາເປັນ ຣັຖມົນຕຼີ ວ່າການ ກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ.
ນອກຈາກນີ້ ທີ່ຜ່ານມາ ທ່ານ ຄໍາແພງ ຍັງເອົາທີ່ດິນ ເຂດ ເມືອງຈອມເພັດ ໃຫ້ ນັກລົງທຶນ ຈີນ ສໍາປະທານ ເຮັດເຂດ ເສຖກິຈ ພິເສດ ແລະ ເອົາ ສະຖານທີ່ ເກົ່າແກ່ອື່ນໆ ໃຫ້ ນັກລົງທຶນ ສໍາປະທານ ໄດ້ ແກ່ໂຮງໝໍ ແຂວງ ແລະ ຄຸກ ມະໂນ.