ຜູ້ເສັຽຫາຍຈາກທາງຣົດໄຟ ຮຽກຮ້ອງ ຄ່າຊົດເຊີຍ

ສຸພັດຕາ
2018.05.18
f-laos-china ຮູປຈໍາລອງ ຂອງຣົດໄຟ ທີ່ຈະນໍາມາໃຊ້ ໃນເສັ້ນທາງຣົດໄຟ ລາວ-ຈີນ
RFA

ປະຊາຊົນແຂວງຫຼວງພຣະບາງ ທ່ານນຶ່ງ ທີ່ໄດ້ຮັບຜົລກະທົບ ຈາກໂຄງການສ້າງທາງຣົດໄຟ ລາວ-ຈີນ ຮຽກຮ້ອງ ໃຫ້ຣັຖບານຈ່າຍຄ່າ ຊົດເຊີຍ ໃຫ້ແກ່ຜູ້ທີ່ໄດ້ຮັບຜົລກະທົບ ທັງໝົດ ພາຍໃນແຂວງໃຫ້ສຳເຣັດພາຍໃນປີນີ້ ຍ້ອນວ່າຫຼາຍຄອບຄົວ ບໍ່ສາມາດ ປູກເຂົ້າລ້ຽງຊີບໄດ້ ເພາະໂຄງການ ເອົາທີ່ດິນປູກຝັງໄປແລ້ວ; ດັ່ງນັ້ນ ຈຶ່ງມີຄວາມຈຳເປັນ ທີ່ຕ້ອງໄດ້ຄ່າຊົດເຊີຍໂດຍໄວ, ດັ່ງທ່ານກ່າວ ໃນວັນທີ 17 ພຶສພາ ນີ້ວ່າ:

“ລໍຖ້າເງິນຢູ່ ປະຈຸບັນນີ້ນະ ໂອ່ຍເພິ່ນກະວ່າ ເພິ່ນຊິໃຫ້ທ້າຍປີນີ້ແຫຼະ ແຕ່ວ່າປະຈຸບັນນີ້ ມາຮອດປີໃໝ່ແລ້ວ ແຕ່ວ່າເພິ່ນບໍ່ວ່າຫຍັງເທື່ອເດ່ ສຸດແລ້ວແຕ່ຂັ້ນເທິງມາໃຫ້ ດິນ ກະເສັຍຫາຍແລ້ວ.”

ທ່ານກ່າວຕື່ມວ່າ ເຖິງແມ່ນວ່າ ຣັຖບານຈະຫາງົບປະມານ ສຳລັບຈ່າຍຄ່າຊົດເຊີຍ ໃຫ້ຜູ້ຖືກຜົລກະທົບ ດ້ວຍວິທີໃດກໍຕາມ ແຕ່ຢາກໃຫ້ຈ່າຍ ໃຫ້ແລ້ວ ພາຍໃນປີນີ້ ເພື່ອໃຫ້ປະຊາຊົນສາມາດຕັ້ງຫຼັກ ແລະສ້າງຊີວິິດໃໝ່ໄດ້ ແລະ ທາງໂຄງການ ກໍຈະໄດ້ ດຳເນີນການກໍ່ສ້າງ ທາງ ຣົດໄຟຢ່າງສະດວກ.

ກ່ອນໜ້ານີ້ ທ່ານລັດຕະນະນີ ຄູນນີວົງ ຮອງຣັຖມົນຕຣີ ກະຊວງໂຍທາທິການແລະຂົນສົ່ງ ກ່າວຕໍ່ເອເຊັຍເສຣີວ່າ ທາງການຈະຈ່າຍຄ່າ ຊົດເຊີຍ ໃຫ້ປະຊາຊົນໂດຍໄວທີ່ສຸດ ຊຶ່ງໄດ້ແຈ້ງ ໃຫ້ຜູ້ທີ່ຖືກຜົລກະທົບ ໄປເປີດບັນຊີທະນາຄານ ເພື່ອຣັຖບານຈະໄດ້ ໂອນເງິນຄ່າຊົດເຊີຍ ໃຫ້ໂດຍກົງເລີຍ:

“ເພິ່ນກະວ່າໄວໆນີ້ແຫຼະ ກະຕ້ອງເຮັດໃຫ້ມັນໄວ ເພາະວ່າເຂົາກະຢາກເວນຄືນ ເຮົາກະຢາກໃຫ້ປະຊາຊົນ ມັນກະຕ້ອງມີລະບຽບການຈ່າຍ ເຮົາກະຕ້ອງໄດ້ເອກພາບກັນ ຢາກໃຫ້ເຖິງມືປະຊາຊົນເລີຍ ໃຫ້ປະຊາຊົນ ເປີດບັນຊີທະນາຄານແລ້ວກະເບີກ ຜ່ານເລີຍ ໃຫ້ມັນມີລະບຽບ ອອກແລ້ວ ກະປະຕິບັດຕາມຫັ້ນ ມັນກະໂປ່ງໃສ.”

ໜັງສືພິມທາງການລາວ ຣາຍງານໃນວັນທີ່ 17 ພຶສພາ ວ່າຣັຖບານລາວ ອາດຕ້ອງໄດ້ຂໍເງິນຊ່ວຍເຫຼືອລ້າ ຫຼືກູ້ຢືມເງິນຈາກຈີນ ເພື່ອນຳຈ່າຍ ຄ່າຊົດເຊີຍ ໃຫ້ແກ່ປະຊາຊົນ ທີ່ຖືກຜົລກະທົບ ຍ້ອນຣັຖບານບໍ່ມີງົບປະມານພຽງພໍ ສ່ວນຄວາມຄືບໜ້າ ຂອງຂັ້ນຕອນການຈ່າຍຄ່າຊົດເຊີຍ ນັ້ນ ຫລ້າສຸດ ສະພາປະຊາຊົນທັງ 5 ແຂວງ ໄດ້ຮັບເອົາຄຳສເນີ ເຣື່ອງຄ່າຊົດເຊີຍນັ້ນແລ້ວ ພຽງແຕ່ລໍຖ້າຣັຖບານຈະປະກາດໃຫ້ເລີ້ມຈ່າຍ ຄ່າຊົດເຊີຍເມື່ອໃດ. ຣັຖບານລາວໄດ້ພິຈາຣະນາງົບປະມານ ທີ່ຈະໃຊ້ໃນວຽກງານ ຊົດເຊີຍ ປະຊາຊົນທີ່ໄດ້ຮັບຜົລກະທົບ ໃນເບື້ອງຕົ້ນ ຈຳນວນ 5 ຕື້ກີບ ຕາມເອກສານເຜີຍແຜ່ນຳພາແນວຄິດ ກ່ຽວກັບໂຄງການສ້າງທາງຣົດໄຟ ລາວ-ຈີນ.

ເມື່ອວັນທີ 9 ເມສາ ຜ່ານມາປະຊາຊົນ 20 ປາຍຄອບຄົວ ຢູ່ບ້ານຫ້ວຍຂຸມ ເມືອງໄຊ ແຂວງອຸດົມໄຊ ໄດ້ຮັບຄ່າຊົດເຊີຍ ຈາກຄນະກັມການ ໂຄງການສ້າງທາງຣົດໄຟ ລາວ-ຈີນ ແລ້ວໂດຍມີຄ່າຊົດເຊີຍຕັ້ງແຕ່ 7 ແສນກີບ ຮອດ 6 ລ້ານກີບ ຊື່ງຄອບຄົວດັ່ງກ່າວ ເປັນຄອບຄົວທີ່ບໍ່ ສາມາດປູກເຂົ້າໄດ້ ເພາະຖືກໂຄງການເອົາດິນ ປູກຝັງໄປແລ້ວ ຈຶ່ງໄດ້ຮັບຄ່າຊົດເຊີຍໄວ ກວ່າຄອບຄົວອື່ນ.

ໂຄງານສ້າງທາງຣົດໄຟ ລາວ-ຈີນ ມີຄວາມຍາວ 409 ກິໂລແມັດ ມີຄວາມຄືບໜ້າປະມານ 30 ສ່ວນຮ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.