ປະຊາຊົນຫຼວງນໍ້າທາ ຄັດຄ້ານ ໂຄງການ ບໍຣິສັດອໍາມະຕະ
2019.09.27
ປະຊາຊົນຫລາຍບ້ານ ເປັນຕົ້ນບ້ານ ຫ້ວຍຄໍາ, ຫ້ວຍຮອມ, ນໍ້າແດງເໜືອ, ນໍ້າແດງໃຕ້ ໃນເຂດ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ຄັດຄ້ານໂຄງການລົງທຶນ ກໍ່ສ້າງນິຄົມ ອຸດສາຫະກັມຂນາດໃຫຍ່ເນື້ອທີ່ 7 ພັນເຮັກຕາ ຂອງບໍຣິສັດອໍາມະຕະ ຂອງໄທ ຍ້ອນກັງວົນເຣື່ອງ ຜົນກະທົບ ຕໍ່ສິ່ງແວດລ້ອມ ແລະບໍ່ຕ້ອງການໂຍກຍ້າຍ ໄປຢູ່ບ້ານຈັດສັນ, ອີງຕາມຄໍາເວົ້າ ຂອງຊາວເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ຕໍ່ RFA ໃນມື້ວັນທີ 27 ກັນຍາ ນີ້:
"ເຂົາສິມາສໍາປະທານທີ່ດິນ ໂອ໊ຍ, ປະຊາຊົນກໍຄັດຄ້ານຫລາຍ ແຕ່ວ່າຄັດຄ້ານກໍຄັດຄ້ານບໍ່ໄດ້ ທາງພະນັກງານຣັດ ເພິ່ນໄປໂອ້ລົມ ວ່າບໍ່ໃຫ້ຄັດຄ້ານ ວ່າຈັ່ງຊີ້ເດ໊ ແຖວໃດຂະເຈົ້າສິເອົາແທກໆໄວ້ມີທໍ່ໃດ ແລ້ວກໍສິໃຊ້ຄ່າຊົດເຊີຍເພິ່ນວ່າ ຈັກສິໃຊ້ ໃຊ້ແນວໃດ."
ທ່ານເວົ້າວ່າປະຊາຊົນສ່ວນຫຼາຍ ທີ່ອອກມາຄັດຄ້ານ ໂຄງການລົງທຶນນັ້ນ ຈະຖືກເຈົ້າໜ້າທີ່ທາງການລາວ ຮຽກຕົວໄປຕັກເຕືອນຫ້າມບໍ່ ໃຫ້ອອກມາຄັດຄ້ານ ຕື່ມອີກ ແລະເຈົ້າໜ້າທີ່ ບໍ່ໄດ້ໃຫ້ຂໍ້ມູນໃດໆ ແກ່ປະຊາຊົນຮວມເຖິງ ເຣື່ອງຄ່າຊົດເຊີຍນັ້ນ.
ໃນຂນະດຽວກັນ ຊາວເມືອງຫຼວງນໍ້າທາທ່ານນຶ່ງ ທີ່ຂໍບໍ່ອອກຊື່ແລະສຽງ ກໍເວົ້າຕໍ່ RFA ວ່າຊາວບ້ານສ່ວນໃຫຍ່ ເຂົາບໍ່ຕ້ອງການເພາະວ່າ ມັນຈະສົ່ງຜົນກະທົບ ຕໍ່ດິນນາຂອງເຂົາເຈົ້າ ແລະຄ່າຊົດເຊີຍມັນຄົງບໍ່ກຸ້ມຄ່າ. ເຈົ້າໜ້າທີ່ຫ້ອງວ່າການປົກຄອງ ແຂວງຫຼວງນໍ້າທາ ກ່າວຕໍ່ RFA ໃນມື້ດຽວກັນວ່າ ບໍຣິສັດ ອໍາມະຕະ ຂອງໄທ ເຂົ້າມາສຶກສາຄວາມເປັນໄປໄດ້ ແລະອອກແບບ ສໍາເຣັດໝົດແລ້ວ ຢູ່ 2 ຈຸດໃຫຍ່ ຄືເຂດເມືອງຫລວງນໍ້າທາ ແລະບ້ານນາເຕີຍ. ສ່ວນເຣື່ອງປະຊາຊົນ ອອກມາຄັດຄ້ານ ບໍ່ເຫັນດີນັ້ນ ທາງບໍຣິສັດກໍຍັງບໍ່ສາມາດເຂົ້າມາ ລົງທຶນໄດ້:
"ເພິ່ນຢາກໄດ້ແມ່ນ 2 ຈຸດ ແມ່ນນໍ້າທາ ກັບນາເຕີຍ ແລ້ວບາດນີ້ນໍ້າທາຄືວ່າ ຍັງບໍ່ໂອເຄ໊ ກັນເທື່ອ. ປະຊາຊົນ 6-7 ບ້ານ ທີ່ບໍ່ເຫັນດີ ເບື້ອງຕົ້ນກໍບໍ່ໄດ້ ເວົ້າຫຍັງເທື່ອ ມີແຕ່ເກັບຂໍ້ມູນ ເຂດເປົ້າໝາຍ ລັກສນະເຂົາຂີດແຜນທີ່ໄວ້ຊື່ໆ ຄັນວ່າປະຊາຊົນ ບໍ່ພໍໃຈ ແນວໃດ ກໍເຮັດບໍ່ໄດ້ຄືເກົ່າ."
ສ່ວນບ້ານທີ່ຈະໄດ້ຮັບຜົລກະທົບ ແລະຖືກໃຫ້ໂຍກຍ້າຍນັ້ນ ທາງບໍຣິສັດອໍາມະຕະ ຍັງບໍ່ໄດ້ແຈ້ງ ໃຫ້ທາງການແຂວງຫຼວງນໍ້າທາຮູ້ເທື່ອ ຍ້ອນທາງບໍຣິສັດ ໄດ້ຈ້າງບໍຣິສັດໄທ ເຂົ້າມາສຶກສາ ຄວາມເປັນໄປໄດ້ ແລະອອກແບບທັງໝົດແລ້ວສົ່ງໃຫ້ ຣັຖບານລາວເປັນຜູ້ດໍາເນີນການ. ບໍຣິສັດ AMATA Corporation ຂອງໄທ ຈະສ້າງນິຄົມອຸດສາຫະກັມ ຂນາດໃຫຍ່ ຢູ່ແຂວງຫລວງນໍ້າທາ ພາຍໃຕ້ຊື່ “ບໍຣິສັດ ອໍາມາຕະ ຊີຕີ ລາວຈໍາກັດ” ກວມເອົາເນື້ອທີ່ 7 ພັນເຮັກຕາ ມູນຄ່າ 1 ພັນລ້ານບາດ ໄລຍະສໍາປະທານທີ່ດິນ ຈາກທາງການ ລາວ 50 ປີ ແລະ ຕໍ່ສັນຍາຕື່ມໄດ້ ຕາມຣະບຽບ ກົດໝາຍ.