ຫຼວງນໍ້າທາຕຣຽມວຽກງານ ທາງ ລົດໄຟ

ອຸ່ນແກ້ວ ສຸກສະຫວັນ
2015.09.29
F-Luangnamtha ສໍານັກງານປົກຄອງ ແຂວງ ຫຼວງນໍ້າທາ
Singkèo Bouphavichith

ເຈົ້າໜ້າທີ່ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ແຂວງ ຫຼວງນໍ້າທາ ໄດ້ອອກ ແຈ້ງການ ເຖິງ ບໍຣິສັດ ກໍ່ສ້າງ ທັງ ພາຍໃນ ແລະ ຕ່າງ ປະເທດ ເພື່ອໃຫ້ ເຂົ້າຮ່ວມ ປະມູນ ໂຄງການ ກໍ່ສ້າງ ທາງ ຣົດໄຟ ລາວ-ຈີນ. ສະເພາະ ເງື່ອນໄຂ ບໍຣິສັດ ທີ່ ຈະເຂົ້າມາ ປະມູນ ໃນ ໂຄງການ ກໍ່ສ້າງ ທາງຣົດໄຟ ກໍຄື:

1- ຕ້ອງເປັນ ສະມາຊິກ ສະມາຄົມ ກໍ່ສ້າງ ແຫ່ງຊາດ ລາວ ຖ້າວ່າ ບໍຣິສັດ ໃດ ຍັງບໍ່ທັນ ເປັນ ສະມາຊິກ ກໍແຈ້ງໃຫ້ ສະມາຄົມ ກໍ່ສ້າງ ແຫ່ງຊາດ ລາວ ເພື່ອ ໃຫ້ທາງ ສະມາຄົມ ຮັບຮອງ ເຂົ້າເປັນ ສະມາຊິກ.

2- ຖ້າ ບໍຣິສັດ ໃດ ຫາກ ສົນໃຈ ກໍໃຫ້ສົ່ງ ເອກກະສານ ໃຫ້ ສະມາຄົມ ກໍ່ສ້າງ ແຫ່ງຊາດ ລາວ ຊຶ່ງ ສະຖານທີ່ ຂາຍ ຊອງ ປະມູນ ແມ່ນຢູ່ ນະຄອນຫຼວງ ວຽງຈັນ.

ຜແນກ ໂຍທາ ທິການ ແລະ ຂົນສົ່ງ ແຂວງ ຫຼວງນໍ້າທາ ໄດ້ອອກ ແຈ້ງການ ໃນ ວັນທີ 15 ກັນຍາ ທີ່ ຜ່ານມາ ໂດຍ ອີງໃສ່ ຄໍາສັ່ງ ແຈ້ງການ ຂອງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ວ່າດ້ວຍ ການສະເໜີ ໃຫ້ ບໍຣິສັດ ກໍ່ສ້າງ ຂົວທາງ ເຄຫະສະຖານ ພາຍໃນ ຂອງຄົນ ລາວ ທີ່ ສັງກັດ ຢູ່ ແຂວງ ແລະ ນະຄອນຫຼວງ ນຳສົ່ງ ເອກກະສານ ຣາຍລະອຽດ ຂອງ ບໍລິສັດ, ຄວາມພ້ອມ ທາງດ້ານ ທຶນຮອນ ແລະ ພາຫະນະ ກົນຈັກ ເພື່ອ ກະຕຣຽມ ການ ປະມູນ ໂຄງການ ກໍ່ສ້າງ ທາງ ຣົດໄຟ ລາວ-ຈີນ.

ນອກຈາກ ນີ້ ຢູ່ ນະຄອນຫຼວງ ວຽງຈັນ ສະມາຄົມ ກໍ່ສ້າງ ແຫ່ງຊາດ ໄດ້ເປີດ ໃຫ້ ບັນດາ ບໍຣິສັດ ສະໝັກ ເຂົ້າເປັນ ສະມາຊິກ ກ່ອນທີ່ຈະ ຍື່ນ ຊອງປະມູນ ໃນ ໂຄງການ ກໍ່ສ້າງ ທາງ ຣົດໄຟ ລາວ-ຈີນ. ສໍາລັບ ຣາຍລະອຽດ ເພີ້ມເຕີມ, ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ ສໍາພາດ ທ່ານ ສຸວັນເພັງ ຫົວໜ້າ ຜແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ຫຼວງນ້ໍາທາ, ແຕ່ ທ່ານ ກໍບໍ່ ສະດວກ ທີ່ຈະໃຫ້ ສໍາພາດ ໂດຍ ທ່ານ ໃຫ້ ເຫດຜົນ ວ່າ ຄາ ປະຊຸມ.

ໂຄງການ ທາງຣົດໄຟ ລາວ-ຈີນ ຊຶ່ງ ມີມູນຄ່າ ການ ກໍ່ສ້າງ ໃນ ເບື້ອງຕົ້ນ ປະມານ 7 ຕື້ ໂດລາ ສະຫະຣັຖ ຊຶ່ງ ຣັຖບານ ລາວ ມີຄວາມ ຕ້ອງການ ທີ່ ຈະສ້າງ, ແຕ່ກໍຍັງ ບໍ່ທັນມື ການ ຢືນຢັນ ຢ່າງເປັນ ທາງການ ວ່າ ເມື່ອໃດ ຈະມີການ ລົງມື ກໍ່ສ້າງ. ນອກຈາກ ນີ້ ຍັງບໍ່ມີ ການ ເຊັນ ສັນຍາ ຣະຫວ່າງ ຣັຖບານ ລາວ ແລະ ຣັຖບານ ຈີນ ກ່ຽວກັບ ສັນຍາ ການກູ້ຢືມ ເງິນ ຈາກ ຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.