ຄວາມຄືບໜ້າ ບໍຣິສັດ ພີເອັສ
2017.06.11
ປະຊາຊົນຫຼາຍຄົນ ຢູ່ແຂວງຫຼວງນ້ຳທາ ທີ່ລົງທຶນກັບບໍຣິສັດ ພີເອັສ ສົ່ງເສີມກະສິກັມ ແລະ ອຸດສາຫະກັມ ເພື່ອຫວັງຈະໄດ້ ຜົນກຳໄລສູງ ປະຈຸບັນ ກັບເປັນໜີ້ ທະນາຄານ ຍ້ອນຢືມເງິນໄປ ຮ່ວມລົງທຶນ ກັບ ບໍຣິສັດ ດັ່ງກ່າວ ທີ່ບໍ່ຍອມສົ່ງ ທັງທຶນ ແລະ ກຳໄລຄືນໃຫ້ລູກຄ້າ.
ປະຊາຊົນເຫລົ່ານີ້ ເລິ້ມລົງທຶນກັບບໍຣິສັດ ພີເອັສ ນັບແຕ່ຕົ້ນປີ 2015 ເປັນຕົ້ນມາ. ໃນເບື້ອງຕົ້ນພວກເຂົາ ກໍໄດ້ຮັບເງິນປັນຜົນ ຈາກການ ລົງທຶນ ເປັນຢ່າງດີ ຈຶ່ງມີຄວາມ ເຊື່ອໝັ້ນ ແລະ ຮ່ວມລົງທຶນຫລາຍຂຶ້ນ ແລະ ຜູ້ທີ່ບໍ່ມີເງິນ ກໍໄປຢືມເງິນ ທະນາຄານ ເພື່ອນໍາໄປລົງທືນ.
ແຕ່ນັບແຕ່ຕົ້ນປີ 2017 ເປັນຕົ້ນມາຜູ້ຮ່ວມລົງທຶນ ບໍ່ໄດ້ຮັບເງິນປັນຜົນເລີຍ ເຮັດໃຫ້ພວກເຂົາ ເປັນໜີ້ທະນາຄານ ບໍ່ມີເງີນ ທີ່ຈະຈ່າຍຄ່າ ດອກເບັ້ຽໃຫ້ທະນາຄານ. ເມື່ອຖາມເອົາເງິນທຶນຄືນ ບໍຣິສັດ ກໍບໍ່ຍອມໃຫ້, ດັ່ງຜູ້ເສັຽຫາຍທ່ານນຶ່ງ ທີ່ຮ່ວມລົງທືນ ກັບບໍຣິສັດຟີເອັສ ຈົ່ມກັບ ນັກຂ່າວຂອງພວກເຮົາ ເມື່ອບໍ່ດົນ ຜ່ານມາວ່າ:
“ພວກທີ່ເຂົ້າສະມາຊິກແຕ່ປີກ່ອນ ເຂົາໄດ້ເງິນຫລາຍ ຈາກ ບໍຣິສັດນີ້ ປີກາຍ ກໍໄດ້ປະມານ 2-3 ປີ ທຳອິດ ມາປີນີ້ ບໍ່ໄດ້ເລີຍ ປີ 2017 ນີ້ ທຶນກໍໝົດ.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຍເສຣີ ຂອງພວກເຮົາ ກໍຕິດຕໍ່ຖາມ ຜູ້ອຳນວຍການ ບໍຣິສັດ ພີເອັສ ທີ່ຊີ້ແຈງວ່າ:
“ເຮົາກໍໄດ້ຕຽມຕົວແກ້ແລ້ວ ກໍມີບໍຣິສັດມາກວດກາ ໃຫ້ເຂົາຍື່ນຂໍ ເວລານຳ ທະນາຄານນີ້ແຫລ້ວ ພວກເຂົາ ທີ່ຍັງມີເງິນ ຕົກຄ້າງຢູ່ນີ້ ພວກ ເຮົາກໍຈະຄ່ອຍໆ ຂາຍສິນຄ້າ ດຳເນີນ ທະຣຸກິດ ນີ້ແຫລະ ສົ່ງຄືນໃຫ້ ພວກນັ້ນ ຜູ້ບໍພໍໃຈຢູ່ ກໍໄປແມ່ນບໍ່ ແຕ່ຂໍເວລາ ພາຍໃນເດືອນດຽວ ນີ້ນະ ມັນບໍ່ມີໃຜ ເຮັດໄດ້ດອກ.”
ເມື່ອຕົ້ນອາທິດນີ້ ທາງທະນາຄານ ແຫ່ງ ສປປ ລາວ ໄດ້ສັ່ງໃຫ້ ບໍລິສັດພິເອັສ ຄືນເງິນໃຫ້ ປະຊາຊົນ ໃຫ້ໝົດພາຍໃນ ນຶ່ງເດືອນ ແລະໃຫ້ ປະຊາຊົນ ຜູ້ທີ່ຮ່ວມລົງທືນ ກັບບໍລິສັດ ຮ່ວມມືກັບ ເຈົ້າໜ້າທີ່ຕຳຣວດເສຖກິດ ເພື່ອ ແຈ້ງຂໍ້ຫາ ດຳເນີນ ຄະດີ ກັບກຸ່ມ ບໍຣິສັດ ດັ່ງກ່າວ.