ຊາວບ້ານສ້ອມແປງໂຮງຮຽນ ດ້ວຍເງິນ ຕົນເອງ
2018.09.05
ໂຮງຮຽນປະຖົມຫລາຍແຫ່ງ ຢູ່ ແຂວງຫລວງນໍ້າທາ ເປັນຕົ້ນ: ໂຮງຮຽນ ທີ່ຢູ່ຕາມເຂດຊົນນະບົດ ຫລື ເຂດພູດອຍ ຍັງຂາດງົບປະມານ ຈາກທາງພາກຣັຖ ເພື່ອມາ ສ້ອມແປງສິ່ງທີ່ເປ່ເພ ຈາກເຫດນ້ຳຖ້ວມ ເພື່ອກຽມເປີດສົກຮຽນໃໝ່ ໃນມື້ວັນທີ 3 ກັນຍາ, ຫລາຍໂຮງຮຽນ ຍັງຕ້ອງໄດ້ເພີ່ງ ງົບປະມານ ຈາກຣັຖບານ ແຕ່ທາງການ ຂາດງົບປະມານ ຊາວບ້ານຕ້ອງໄດ້ເກັບເງິນກັນເອງ ເພື່ອມາສ້ອມແປງໂຮງຮຽນ, ດັ່ງປະຊາຊົນຜູ້ນຶ່ງ ຢູ່ບ້ານນໍ້າມະ ເມືອງລອງ ແຂວງຫລວງນໍ້າທາ ໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນ ອາທິດ ທີ່ຜ່ານມາວ່າ:
“ທຸກໆປີແມ່ນຈະລະດົມທຶນນຳປະຊາຊົນຢູ່ໃນບ້ານ ເພື່ອມາສ້ອມແປງໂຮງຮຽນເປັນຕົ້ນ ກະແມ່ນແປງໂຕະຕັ່ງແອ້ມຜາ ອັນນັ້ນອັນນີ້ ແລະກະ ມຸງຍ້ອນວ່າ ໂຮງຮຽນນີ້ແມ່ນໄດ້ແປງທຸກປີ ມັນເປັນໂຮງຮຽນຊົ່ວຄາວ ລໍຖ້າທຶນທາງລັດ ເພິ່ນກະບໍ່ມີກະຈຳເປັນ ຕ້ອງລະດົມນຳປະຊາຊົນ ເພື່ອໃຫ້ລູກຫລານໄດ້ຮຽນໜັງສື.”
ປະຊາຊົນທ່ານນີ້ ກ່າວຕື່ມວ່າໂຮງຮຽນ, ໂຕະ, ຕັ່ງ ແມ່ນທາງບ້ານ ເປັນຜູ້ສ້າງເອງ ໂດຍໃຊ້ເງິນຂອງຊາວບ້ານ. ແຕ່ລະປີຫ້ອງການ ປົກຄອງບ້ານ ໄດ້ສະເໜີທຶນນຳພາກສ່ວນທີ່ກ່ຽວຂ້ອງ ແຕ່ເພິ່ນບອກວ່າ ຕ້ອງໄດ້ລໍຖ້າເພາະວ່າ ງົບປະມານບໍ່ທັນມີ ກ່ຽວກັບ ເຣື້ອງນີ້ ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງ ເຈົ້າໜ້າທີ່ ຜແນກສຶກສາ ແຂວງຫລວງນໍ້າທາ ທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ແລະສຽງເວົ້າວ່າ:
“ບາງເຂດກະແມ່ນບໍ່ທັນມີທຶນ ທີ່ຈະໄປຕັ້ງໂຮງຮຽນ ພວກເຮົາຕ້ອງ ໄດ້ລະດົມ ທຶນຈາກປະຊາຊົນ ເພື່ອສ້ອມແປງໂຮງຮຽນ ແລະ ອຸປກອນຕ່າງໆ ເພື່ອໃຫ້ເດັກນ້ອຍນັກຮຽນໄດ້ເຂົ້າຮຽນ.”
ແຂວງຫລວງນໍ້າທາ ມີໂຮງຮຽນປະຖົມຫລາຍແຫ່ງ ຖືກນ້ຳຖ້ວມເປັນຕົ້ນ: ຢູ່ ເມືອງສິງ, ເມືອງລອງ ,ເມືອງວຽງພູຄາ ແລະເມືອງນາແລ ຍັງຕ້ອງການງົບປະມານ ໃນການ ກໍ່ສ້າງອາຄານຮຽນ ແບບຖາວອນ ຈາກຣັຖບານຢູ່..