ຊົລປະທານຫຼວງນ້ຳທາ ຢຸດ ກໍ່ສ້າງ
2015.05.19
ການ ກໍ່ສ້າງ ຊົລປະທານ ນ້ຳ ມະອຸ່ນ ທີ່ ແຂວງ ຫລວງນ້ຳທາ ຊັກຊ້າ ແລະ ສຸດທ້າຍ ກໍ ຕ້ອງ ຍົກເລີກ ເພາະ ທາງການ ແຂວງ ບໍ່ມີ ທຶນ ຈະສ້າງ ຕໍ່. ບໍຣິສັດ ວຽດນາມ ຮັບເໝົາ ສ້າງ ຊົລປະທານ ດັ່ງກ່າວ ແຕ່ ປີ 2012, ຕາມ ສັນຍາ ບໍຣິສັດ ວຽດນາມ ຈະ ລົງທຶນ ກໍ່ສ້າງ ກ່ອນ ທັງໝົດ ຊຶ່ງ ມີມູນຄ່າ ເຖິງ 2 ຕື້ ກີບ; ຫລັງຈາກ ສ້າງ ສຳເຣັດ ແລ້ວ ທາງການ ແຂວງ ຫລວງ ນ້ຳທາ ຈຶ່ງ ຈະໃຊ້ ໜີ້ ຄືນ.
ແຕ່ ຕໍ່ມາ ບໍຣິສັດ ວຽດນາມ ເກີດມີ ຂໍ້ ຂັດແຍ້ງ ເຣື່ອງ ຜົນປະໂຫຍດ ກັບ ທາງການ ແຂວງ ຈຶ່ງ ຢຸດ ການ ກໍ່ສ້າງ ແລ້ວ ກໍມອບ ໂຄງການ ກໍ່ສ້າງ ໃຫ້ ທາງການ ແຂວງ ຫລວງນ້ຳທາ, ແຕ່ ບັນຫາ ມີ ຢູ່ວ່າ ທາງ ແຂວງ ບໍ່ມີເງິນ ທີ່ ຈະ ສ້າງຕໍ່. ປັດຈຸບັນ ການ ກໍ່ສ້າງ ສໍາເຣັດ ໄປ ພຽງແຕ່ 25 ສ່ວນຮ້ອຍ; ຕາມ ສັນຍາ ຈະໃຫ້ ສຳເຣັດ ພາຍໃນ ປີໜ້າ. ເປັນທີ່ຮູ້ ກັນ ອີກວ່າ ບໍ່ພຽງແຕ່ ບໍ່ ສາມາດ ສ້າງ ຕໍ່ ເທົ່ານັ້ນ ແຂວງ ຫລວງ ນ້ຳທາ ຍັງບໍ່ ສາມາດ ຈ່າຍ ເງິນ ເດືອນ ໃຫ້ ແກ່ ຄົນງານ ແລະ ຄ່າ ຊົດເຊີຍ ໃຫ້ ປະຊາຊົນ ທີ່ ຈຳເປັນ ຕ້ອງ ຍົກຍ້າຍ ນັ້ນນຳ.
ແຂວງ ຫລວງ ນ້ຳທາ ສ້າງ ຊົລປະທານ ນ້ຳ ມະອຸ່ນ ກໍເພື່ອ ຮັບໃຊ້ ຊາວໄຮ່ ຊາວນາ ໃນ ສອງເມືອງ ຄື ເມືອງສິງ ແລະ ເມືອງລອງ, ຖ້າ ສໍາເຣັດ ຣະບົບ ຊົລປະທານ ແຫ່ງນີ້ ຈະສາມາດ ສົ່ງນ້ຳ ໄປ ລໍ່ລ້ຽງ ພື້ນທີ່ ການ ກະເສດ ກວ້າງ ເຖິງ 10,000 ເຮັກຕາຣ໌. ເຖິງຢ່າງໃດ ກໍດີ ບໍຣິສັດ ວຽດນາມ ກຳລັງ ເຈຣະຈາ ກັບ ຣັຖບານ ລາວ ຢາກ ສືບຕໍ່ ສ້າງ ຊົລປະທານ ທີ່ ແຂວງ ຫລວງ ນ້ຳທາ ນັ້ນ ຄືນໃໝ່.