ຊາວຫຼວງນໍ້າທາເລີ້ມປູກຜັກ ຄືນໃໝ່
2014.01.08
ໃນຊ່ວງທີ່ອາກາດຍັງໜາວເຢັນຢູ່ນີ້ ຊາວກະສິກອນໃນເມືອງນໍ້າທາ ແລະເມືອງສິງ ແຂວງຫລວງນໍ້າທາ ໄດ້ພາກັນເລີ້ມປູກຜັກຊນິດ ຕ່າງໆ ເປັນຕົ້ນຜັກກາດກະຫລໍ່າປີຜັກຫອມເພື່ອທົດແທນຜັກທີ່ໄດ້ ຮັບຄວາມເສັຽຫາຍ ຈາກເຫດນໍ້າຖ້ວມ ເມື່ອທ້າຍປີ 2013 ຜ່ານມາດັ່ງເຈົ້າໜ້າທີ່ ກະສິກັມ ແລະປ່າໄມ້ໄດ້ກ່າວ:
"ປູກພືດຜັກ ຄືວ່າຜັກກາດ ຜັກຫຍັງນີ້ແຫລະສ່ວນຫລາຍ ເພາະວ່າຊ່ວງແລ້ວໄປນີ້ນະ ມັນມີຝົນຕົກ ຫລາຍໆຫັ້ນນະ ເຮັດໃຫ້ນໍ້າຖ້ວມສວນ ພືດຜັກຂອງປະຊາຊົນ ນີ້ຖ້ວມໝົດເລີຽ ແຖວຕລາດນີ້ບໍ່ມີເລີຽ".
ເຫດການນໍ້າຖ້ວມ ທີ່ເກີດຈາກຝົນຕົກໜັກ ຕິດຕໍ່ກັນຫລາຍວັນ ໃນປະມານທ້າຍປີ 2013 ເຮັດໃຫ້ນໍ້າທາຫຼາຍຂຶ້ນ ຢ່າງກະທັນຫັນ ແລະລົ້ນ ຝັ່ງໄປ ຖ້ວມສວນ ຜົລປູກຂອງຊາວເມືອງສິງເສັຽຫາຍ 10 ເຮັກຕາ ແລະ ເມືອງນໍ້າທາປະມານ 6 ເຮັກຕາ. ຊາວກະສິກອນທີ່ອາສັຍການ ປູກຜັກ ເປັນການລ້ຽງຊີບ ນີ້ໄດ້ຮັບຜົນກະທົບ ໜັກພໍສົມຄວນ. ຊາວກະສິກອນວ່າ ກ່ອນພືດຜັກທີ່ຫາ ກໍປູກນີ້ຈະໃຫ່ຽສູງ ແລະ ນໍາໄປຂາຍ ໃນຕລາດໄດ້ ກໍຕ້ອງໃຊ້ເວລາ ອີກປະມານ 1 ຫາ 2 ເດືອນ.
ຊາວກະສິກອນລາວໃນສອງເມືອງນີ້ ໂດຍທົ່ວໄປ ນິຍົມກັນປູກຜັກແບບໃຊ້ປູ໋ຍທັມມະຊາດ ເຊັ່ນຂີ້ເປັນ ຂີ້ໄກ່ ແລະສັດລ້ຽງອື່ນໆ ຫລື ບາງ ຈໍານວນກໍໃຊ້ປູ໋ຍຊີວະພາບ. ຜັກທີ່ຊາວລາວປູກນີ້ ເປັນທີ່ນິຍົມກັນບໍຣິໂພກ ເພາະມັນບໍ່ມີສານເຄມີເຈືອປົນ.
ໃນຂນະດຽວກັນ ຢູ່ສອງໂຕເມືອງນີ້ ກໍມີຊາວຈີນປູກຜັກຂາຍ ຫລາຍເຊັ່ນກັນ ແຕ່ຊາວຈີນມັກໃຊ້ນໍ້າປາສະວະ ຫລືໃຊ້ປູ໋ຍເຄມີ ຊຶ່ງຫລາຍຄົນ ເຫັນວ່າເມື່ອບໍຣິໂພກແລ້ວຈະບໍ່ມີຄວາມປອດພັຍ ຕໍ່ສຸຂພາບຮ່າງກາຍ.