ຫຼວງພຣະບາງ ລະດົມ ຣົຖຜິດກົດໝາຽ ເຂົ້າສູ່ລະບົບ

ໜ່ວຍສະເພາະກິຈ ແຂວງຫຼວງພຣະບາງ ລະດົມໃຫ້ເຈົ້າຂອງຣົຖ ທີ່ນຳເຂົ້າມາໃນປະເທດ ແບບຣົຖຜິດກົດໝາຍ ຫຼືຣົຖບໍ່ໄດ້ເສັຍພາສີ ໄປເສັຍພາສີອາກອນ ໃຫ້ຖືກຕ້ອງ ເພື່ອຈັດເກັບຣາຍຮັບ ເຂົ້າສູ່ຣັຖ ແລະ ເພື່ອເຮັດໃຫ້ຈຳນວນຣົຖ ຜິດກົດໝາຍ ເຂົ້າສູ່ລະບົບ ທີ່ສາມາດຄວບຄຸມ ແລະຄຸ້ມຄອງໄດ້.

ໂຕຢ່າງ: ເຈົ້າຂອງຣົຖ ທີ່ເຂົ້າມາຫ້ອງການ ເພື່ອເສັຽພາສີຣົຖ ທີ່ນໍາເຂົ້າແບບບໍ່ຖືກຕ້ອງ ຕາມກົດໝາຍ RFA

ກອງປະຊຸມສຣຸບວຽກງານ ເທັກນິກ 5 ປີ ນັບແຕ່ປີ 2017-2021 ຂອງກອງບັນຊາການ ທະຫານແຂວງຫຼວງພຣະບາງ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້. ໂດຍ ພັນໂທ ບົວວອນ ສຸລິວົງ ຫົວໜ້າກອງເທັກນິກ ທະຫານແຂວງ ກ່າວໃນກອງປະຊຸມວ່າ ໜ່ວຍສະເພາະກິຈ ຂັ້ນແຂວງພົບຣົຖນໍາເຂົ້າ ບໍ່ຖືກຕ້ອງ ແລະນໍາໃຊ້ບໍ່ຖືກບໍ່ເປົ້າໝາຽ ຈຳນວນ 2,919 ຄັນໃນນັ້ນມີຣົຖຈັກຈຳນວນ 1,999 ຄັນ ແລະ ຣົຖໃຫຍ່ຈຳນວນ 929 ຄົນ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຄະນະສະເພາະກິຈ ແຂວງຫຼວງພຣະບາງ ກ່າວວ່າ ຣົຖນຳເຂົ້າບໍ່ຖືກຕ້ອງນັ້ນ ສ່ວນຫຼາຍເປັນຣົຖ ທີ່ເຈົ້າໜ້າທີ່ພັກ-ຣັຖ ແລະ ປະຊາຊົນພາຍໃນແຂວງ ລັກນຳເຂົ້າຈາກໄທຍ ແລະຈີນມາຊົມໃຊ້ ພາຍໃນປະເທດລາວ ແບບບໍ່ໄດ້ເສັຽພາສີ-ອາກອນ ໃຫ້ແກ່ຣັຖ ແລະເປັນການນຳໃຊ້ ແບບສ່ວນໂຕຫຼາຍກ່ວາ ນໍາມາຄ້າຂາຍ ຫຼືນຳໃຊ້ເພື່ອສ່ວນຮວມ. ເຈົ້າໜ້າທີ່ ຄະນະສະເພາະກິຈ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 8 ກໍຣະກະດານີ້ວ່າ:

ຣົຖບໍ່ຖືກເປົ້າໝາຽ ນີ້ມັນກໍມີແຕ່ຣົຖນຳເຂົ້າ ບໍ່ຖືກຕ້ອງຫັ້ນແຫຼະ ມັນກໍຈະມີທົ່ວໄປເນາະປະຊາຊົນ ກໍມີ. ທະຫານ ຕຳຣວດ ກໍມີ. ກໍມີຣົຖຈັກ ຣົຖໃຫຍ່ ມາຈາກໄທຍ, ຈີນກໍມີ.

ທ່ານກ່າວຕື່ມວ່າ ພາຍໃນແຂວງຫຼວງພຣະບາງ ກໍຍັງມີຮ້ານຂາຍຣົຖ ບໍ່ໄດ້ເສັຽພາສີ-ອາກອນ ຊຶ່ງກໍເປັນອີກຕົ້ນຕໍ ສາເຫຕທີ່ເຮັດໃຫ້ມີການ ນໍາໃຊ້ຣົຖບໍ່ໄດ້ເສັຽພາສີ-ອາກອນ ຢ່າງຖືກຕ້ອງ ແລະຣົຖນຳເຂົ້າບໍ່ຖືກຕ້ອງທັງໝົດ 2,919 ຄັນນັ້ນ ແມ່ນຜ່ານສາຍຕາຂອງເຈົ້າໜ້າທີ່ ກວດກາ ແບບບໍ່ສາມາດຫາທີ່ມາທີ່ໄປໄດ້ ມີແຕ່ຮູ້ວ່າລັກເຂົ້າມາແຜ່ນດິນ ຕໍ່ແຜ່ນດິນ ທີ່ເປັນການຊື້-ຂາຍ ຢູ່ຕ່າງປະເທດຄືໄທຍ ແລະຈີນ ຖືກຕ້ອງ ແຕ່ພໍເອົາຣົຖເຂົ້າມາຢູ່ລາວ ບໍ່ຖືກຕ້ອງ ຍ້ອນບໍ່ເສັຽພາສີ-ອາກອນ.

ພາຍຫຼັງ ຄະນະສະເພາະກິຈ ຂັ້ນແຂວງກວດພົບຣົຖນຳເຂົ້າ ບໍ່ຖືກຕ້ອງ 2,919 ຄັນນັ້ນທາງພາກສ່ວນ ທີ່ກ່ຽວຂ້ອງ ກໍໄດ້ຮີບດ່ວນຈັດຕັ້ງ ຄະນະກັມການແກ້ໄຂ ພາຫະນະທຸກປະເພດ ແບບບໍ່ຖືກຕ້ອງຂັ້ນແຂວງ ລົງເຄື່ອນໄຫວໃນແຕ່ລະເມືອງ ທົ່ວແຂວງນັບແຕ່ນັ້ນຈົນເຖິງເດືອນມີນາ 2022 ລະດົມບຸກຄົນ ເຈົ້າຂອງຣົຖ ນໍາເຂົ້າບໍ່ຖືກຕ້ອງໃຫ້ມາເສັຽພາສີ-ອາກອນ ເຮັດໃຫ້ປີນີ້ ແຕ່ເດືອນມົກກະຣາ ຫາ ເດືອນມີນາ ຜແນກການເງິນ ແຂວງຫຼວງພຣະບາງ ສາມາດເກັບາພາສີ-ອາກອນ ຈາກບຸກຄົນຜູ້ຊຶ່ງຄອບຄອງຣົຖ ນຳເຂົ້າບໍ່ຖືກຕ້ອງ ໄດ້ເຖິງ 10 ປາຍຕື້ກີບ.

ດັ່ງເຈົ້າໜ້າທີ່ ຜແນກການເງິນ ແຂວງຫຼວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:

ກໍແມ່ນລະດົມໃຫ້ ສ່ວນບຸກຄົນໄປເສັຽພາສີແລ້ວ ຖືວ່າກໍຫຼາຍເຕີບເດ້ຣາຍຮັບ ມູນຄ່າຂອງຜູ້ເສັຽພາສີເນາະ. 10 ປາຍກ່ວາຕື້ເນາະ 2022 ນີ້ເດເພິ່ນແຈ້ງ ແຕ່ເດຶອນນຶ່ງ ມາມາຮອດເດືອນສາມ.

ພນັກງານຂາຍຣົຖ ຂອງບໍຣິສັດເສັຽພາສີຣົຖ ຖືກຕ້ອງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ຣົຖທີ່ບໍຣິສັດນຳເຂົ້າມາຂາຍ ຢູ່ນະຄອນຫຼວງວຽງຈັນ ແມ່ນໄດ້ເສັຽພາສີ-ອາກອນ ກ່ອນທີ່ຈະນຳເຂົ້າມາລາວແລ້ວ ແລະເສັຽພາສີ-ອາກອນ ກ່ອນຂຶ້ນທະບຽນຣົຖ ໃຫ້ຜູ້ຊື້ຣົຖ ແຕ່ການນຳເຂົ້າ ແບບເສັຽພາສີ-ອາກອນ ກັບແບບບໍ່ໄດ້ເສັຽພາສີ-ອາກອນ ບໍ່ສາມາດລະບຸໄດ້ ເຣື່ອງຂໍ້ມູນແມ່ນລາຄາ ຕ່າງກັນຊໍ່າໃດ.

ກ່ຽວກັບເຣື່ອງຣົຖ ນໍາເຂົ້າບໍ່ຖືກຕ້ອງ ຍ້ອນບໍ່ໄດ້ເສັຽພາສີ-ອາກອນ ແມ່ນຂຶ້ນຢູ່ກັບຜູ້ກ່ຽວ ຊຶ່ງຜູ້ເປັນເຈົ້າຂອງຣົຖ ວ່າໄດ້ເສັຽພາສີ-ອາກອນຣົຖ ພາຍຫຼັງຊື້ແລ້ວ ເອົາໃບຂັບຂີ່ແລ້ວ ເສັຽພາສີ-ອາກອນ ໝົດອາຍຸ ຫຼືບໍ່ ແລະຕາມທັດສະນະຂອງໂຕເອງ ຄິດວ່າເປັນຜົລດີທີ່ຜູ້ກ່ຽວ ໄປເສັຽພາສີ-ອາກອນ ທຸກປີເພື່ອເປັນຜົລປໂຍດ ຕໍ່ເຈົ້າຂອງຣົຖເອງ ຖ້າຣົຖເສັຽຖືກລັກ ກໍຈະຕາມຫາມາໄດ້.

ດັ່ງພນັກງານຂາຍຣົຖ ຢູ່ນະຄອນຫຼວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:

ມັນຈະມີ ທີ່ເຂົາເຈົ້າຕິດ ປີ 2020-2021 ອີ່ຫຍັງຫັ້ນນ່າ ຖ້າເຮົາບໍ່ໄດ້ເສັຽຕາມນັ້ນ. ຖ້າຕຳຣວດກັກ ກໍເປັນກັບຜູ້ກ່ຽວເອງ. ຖ້າເປັນຜົລດີອີ່ຫຍັງບໍ່ ມັນກໍດີຫັ້ນແຫຼະ ເພາະວ່າເພິ່ນກວດສອບ ໃຫ້ຖືກຕ້ອງ. ເຮົາຢ້ານເວລາຣົຖເຮົາ ຖືກລັກ, ຖຶກອີ່ຫຍັງ ເພິ່ນກໍກວດສອບໃຫ້.

ດັ່ງຊາວບ້ານ ຢູ່ບ້ານນາທ່ອນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຜູ້ນຶ່ງກ່າວວ່າ ປະຊາຊົນບ້ານນາທ່ອນ ສ່ວນໃຫຍ່ນິຍົມໃຊ້ຣົຖຈັກ ແລະຊື້ຣົຖຈັກໄທຍ ທີ່ຮ້ານຂາຍຣົຖວຽດນາມ ນໍາເຂົ້າມາຂາຍ ພາຍໃນ ແລະໄດ້ພາກັນເສັຽພາສີຣົຖຕໍ່ປີ ແບບຖືກຕ້ອງ ຈຶ່ງບໍ່ຄ່ອຍເຫັນປະຊາຊົນ ພາຍໃນບ້ານນາທ່ອນ ຂັບຣົຖຈັກທີ່ນໍາເຂົ້າ ບໍ່ຖືກຕ້ອງ ແລະຂັ້ນເທິງ ມີແຕ່ລະດົມໃຫ້ເສັຽພາສີ ທີ່ດິນບໍ່ໄດ້ເຫັນລະດົມໃຫ້ເສັຽພາສີຣົຖ.

ຊຶ່ງຊາວບ້ານກໍເຫັນດີ ນຳທີ່ພາກສ່ວນທີ່ກ່ຽວຂ້ອງ ແຂວງຫຼວງພຣະບາງ ປຸກລະດົມໃຫ້ປະຊາຊົນ ຜູ້ຄອບຄອງຣົຖນຳເຂົ້າ ບໍ່ຖືກຕ້ອງ ໃຫ້ໄປເສັຽພາສີ-ອາກອນ ໃຫ້ຖືກຕ້ອງ ເນື່ອງຈາກຈະເຮັດໃຫ້ພາກຣັຖ ມີເງິນປະກອບເຂົ້າຄັງ ເພື່ອພັທນາເສຖກິຈ ຂອງປະເທດ ແລະຫາກເຮັດໄດ້ທຸກແຂວງ ຈະແຮງດີຫຼາຍ.

ດັ່ງຊາວບ້ານ ຢູ່ບ້ານນາທ່ອນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:

ສ່ວນຫຼາຍແມ່ນຖືກຕ້ອງໝົດ. ຣົຖຢູ່ໄທຍເຮົານີ້ນ່າ ປະເທດໄທຍ ແຕ່ວ່າເປັນບໍຣິສັດວຽດ. ເພິ່ນເອົາມາເນາະ. ຜົລດີເນາະ ຄວບຄຸມໄດ້ ເສຖກິຈບ້ານເຮົາ ກໍຊິຄົງໂຕ ຄວບຄຸມການນຳເຂົ້າ ການເສັຽພາສີເຂົ້າພັກ, ເຂົ້າຣັຖ ກໍຖືວ່າປະກອບສ່ວນຫັ້ນແຫຼະ. ດີຫັ້ນແຫຼະ ຫາກແຕ່ລະເຂດ ເຮັດໄດ້ຄືກັນ.

ປີ 2021 ທີ່ຜ່ານມາພາກສ່ວນກ່ຽວຂ້ອງ ຢູ່ແຂວງສາຣະວັນ ໄດ້ມີການຮີບໂຮມຂໍ້ມູນ ສະຖິຕິ ແລະຂຶ້ນບັນຊີ ພາຫະນະ ທີ່ປະຊາຊົນພາຍໃນແຂວງ ນຳເຂົ້າ ແລະນຳໃຊ້ແບບບໍ່ຖືກກົດໝາຽ ທັງໝົດ 1,443 ຄັນ ໃນນັ້ນຣົຖຈັກ 1,411 ຄັນ, ຣົຖໃຫຍ່ 32 ຄັນ ຊຶ່ງປະເພດຣົຖທີ່ປະຊາຊົນນຳໃຊ້ ດັ່ງກ່າວນັ້ນ ແມ່ນບໍ່ໄດ້ເສັຽພາສີ-ອາກອນ ເຮັດໃຫ້ໜ່ວຍງານພາສີ ຂອງແຂວງ ແລະເມືອງ ຈັດເກັບຣາຍຮັບ ຈາກພາສີ-ອາກອນ ນັ້ນບໍ່ໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org