ຣາຄາຢາງດິບຍັງຕົກຕໍ່າ
2015.07.28
ເຈົ້າຫນ້າທີ່ ອຸດສາຫະກັມ ການຄ້າ ຫຼວງພຣະບາງ ທ່ານນຶ່ງ ເວົ້າວ່າ, ປັດຈຸບັນ ຊາວສວນ ປູກ ຢາງພາລາ ໃນຫຼາຍ ແຂວງ ຈຳເປັນຕ້ອງ ໄດ້ຂາຍ ນ້ຳຢາງ ອອກໄປ, ເຖິງແມ່ນວ່າ ຣາຄາ ຈະ ຕົກຕ່ຳ ທີ່ ສະເລັ່ຽ ກິໂລ ລະ 6 ພັນຫາ 7 ພັນ ກີບ, ຍ້ອນ ຣາຄາ ຢາງພາລາ ໃນ ຕລາດຈີນ ກໍ ຍັງຕ່ຳ, ຈຶ່ງ ມີ ຜົລກະທົບ ຕໍ່ ຢາງພາລາ ໃນລາວ. ດັ່ງ ທ່ານກ່າວ ຕໍ່ ເອເຊັຽ ເສຣີ ວ່າ:
"ຣາຄາ ຢູ່ ໃນຣະດັບ 7 ພັນ ກີບ ນ້ຳຢາງ ດິບ ນ້ຳຢາງ ທີ່ ບໍ່ທັນໄດ້ ຮັບ ການປຸງແຕ່ງ ຄົນ ກະຢາກຂາຍ ກະຄືກັນ ຫັ້ນແຫລະ ຢູ່ໃສ ຢູ່ຫັ້ນ ຄືເວົ້າ ຫວ່າງກີ້ ນິີ້ແຫລະ ຢູ່ຕລາດ ທາງຈີນ ພຸ້ນ ຂະເຈົ້າ ກໍມີການ ຈຳກັດແດ່, ຂາຍ ກະບໍ່ຢາກ ອອກດີ ກະມີຜົລ ຕໍ່ຜູ້ຜລິດ ຄືກັນ".
ທ່ານກ່າວ ຕື່ມວ່າ ການ ຫລຸດລົງ ຂອງ ຣາຄາ ຢາງພາລາ ເຮັດໃຫ້ ຊາວສວນຢາງ ຫຼາຍຄົນ ບໍ່ດີໃຈ ຍ້ອນຂາດ ຣາຍໄດ້ ແຕ່ ກໍບໍ່ມີ ທາງເລືອກ ອື່ນ, ຈຶ່ງ ຈຳເປັນ ຕ້ອງໄດ້ຂາຍ ນ້ຳຢາງ ເພື່ອລ້ຽງ ຄອບຄົວ ແລະ ກໍຍັງ ບໍ່ຮູ້ວ່າ ຣາຄາ ຢາງພາລາ ຈະດີຂຶ້ນ ເມື່ອໃດ. ແຕ່ ຫຼາຍຄົນ ກໍ ຍັງບໍ່ເຊົາ ປູກ ຢາງພາລາ.
ເຈົ້າຫນ້າທີ່ ການຄ້າ ແຂວງ ບໍຣິຄຳໄຊ ເວົ້າວ່າ ເຖິງແມ່ນວ່າ ຣາຄາ ຢາງພາລາ ຈະຕົກຕ່ຳ, ແຕ່ ຊາວ ກະສິກອນ ຍັງຂາຍ ນ້ຳຢາງ ໃຫ້ ພໍ່ຄ້າ ຈີນ ແລະ ວຽດນາມ ຢູ່ຕໍ່ໄປ. ດັ່ງ ທ່ານ ກ່າວວ່າ:
"ປີນີ້ມັນ ກໍເລີ້ມຂຶ້ນ ແລ້ວ ປີກາຍມັນ ກະ ປະມານ 3-4 ພັນ ດຽວນີ້ ມັນກະຂຶ້ນ 6 ພັນ ຕ່ຳ ຢູ່ແດ່, ນາຍຫນ້າ ເພິ່ນຮັບຊື້ ມັນກະແລ້ວ ແຕ່ງວດ ຫັ້ນນະ ມັນມີຈີນ ແນ່ ມີວຽດນາມ ແນ່".
ເຖິງຢ່າງໃດ ກໍຕາມ ເມື່ອບໍ່ດົນ ມານີ້ ຫນັງສືພີມ ຂອງ ທາງການ ຣາຍງານ ວ່າ, ປັດຈຸບັນ ຊາວສວນ ຢາງພາລາ ຈຳນວນນຶ່ງ ເປັນຕົ້ນ ຢູ່ ແຂວງ ອຸດົມໄຊ ທີ່ ກູ້ເງິນ ມາລົງທຶນ ເຮັດສວນຢາງ ນັ້ນ ພາກັນ ຕິດໜີ້ ຫຼາຍຂຶ້ນ ຈົນເຖີງຂັ້ນ ຂາຍດິນ ໃຊ້ໜີ້, ແຕ່ບາງຄົນ ຍັງສືບຕໍ່ ເຮັດສວນ ຢາງ ຢູ່ ເພາະ ຄິດວ່າ ຣາຄາ ຢາງພາລາ ຈະດີຂຶ້ນ.