ໄມ້ທ່ອນໄປວຽດນາມຍັງ ມີຢູ່

ຈໍາປາທອງ
2015.10.16
F-logs ໄມ້ທີ່ຕັດຈາກ ປະເທດລາວ ສົ່ງອອກໄປ ປະເທດໃກ້ຄຽງ
RFA

ປັດຈຸບັນ ການ ສົ້ງໄມ້ຈາກ ສປປລາວ ໄປຂາຍ ໃຫ້ ວຽດນາມ ຍັງມີຢູ່ ເຖິງແມ່ນ ທາງການ ລາວ ໄດ້ອອກ ຄໍາສັ່ງ ຫ້າມ ບໍ່ໃຫ້ສົ່ງ ໄມ້ ທ່ອນ ແລະ ໄມ້ ເຕັບ ອອກ ຕ່າງ ປະເທດ ຢ່າງ ເດັດຂາດ ກໍຕາມ. ເວົ້າສະເພາະ ແຂວງ ຊຽງຂວາງ ຍັງມີການ ສົ່ງໄມ້ ຜ່ານດ່ານ ນ້ຳກັ່ນ ໄປ ວຽດນາມ ແຕ່ ຈຳນວນ ບໍ່ ເທົ່າ 2 ເດືອນ ທີ່ ຜ່ານມາ.

ເຈົ້າໜ້າທີ່ ທ້ອງຖິ່ນ ບໍ່ຮູ້ວ່າ ຣົດຂົນໄມ້ ຜ່ານດ່ານ ໄປ ວຽດນາມ ນັ້ນ, ຂົນໄມ້ ປະເພດໃດ ແດ່ ບໍ່ມີສິດ ກວດຣົດ ຈໍາພວກນັ້ນ ໄດ້, ຕ້ອງໃຫ້ ທາງ ເຈົ້າໜ້າທີ່ ດ່ານ ເປັນຜູ້ ກວດ. ດັ່ງ ເຈົ້າໜ້າທີ່ ແຂວງ ຊຽງຂວາງ ເວົ້າວ່າ:

“ໄມ້ ຂະເຈົ້າ ເອົາ ມາກະມີ ຜ້າປົກ ເຮົາບໍ່ໄດ້ ກວດວ່າ ແມ່ນ ໄມ້ທ່ອນ ໄມ້ແປຮູບ ບໍ່ ຫລືວ່າ ໄມ້ ສໍາເຣັດ ຮູບ ບໍ່ ແນວໃດ ຫັ້ນນະ ຣົດ ທັງໝົດ ບັນດາ ຣົດ ຂົນສົ່ງ ຢູ່ລາວ ນີ້ແຫລະ ຂະເຈົ້າ ເໝົາ ຊາວ ສາມສິບ ຄັນ ພຸ້ນແຫຼະ".

ທ່ານກ່າວ ອີກວ່າ ໃນ ຣະຍະ ທີ່ ທາງການລາວ ບໍ່ໄດ້ອອກ ດຳຣັດ ຫ້າມ ສົ່ງໄມ້ອອກ ໄປ ຕ່າງປະເທດ ທີ່ວ່ານັ້ນ, ແຕ່ລະມື້ ມີລົດຂົນ ໄມ້ ປະມານ 40-50 ຄັນ ຂົນ ໄມ້ທ່ອນ ອອກໄປ ວຽດນາມ ຊຶ່ງ ສ່ວນໃຫຍ່ ແມ່ນ ໄມ້ ທີ່ ທາງການ ລາວ ອະນຸຍາດ ໃຫ້ ຕັດສົ່ງ ໄປ ວຽດນາມ. ສ່ວນກຸ່ມ ທີ່ ເຄີຍລັກ ຕັດໄມ້ ແບບ ຜິດ ກົດໝາຍ ນັ້ນ ບໍ່ມີການ ເຄື່ອນໄຫວ ໃນ ແຂວງ ຊຽງຂວາງ ແລ້ວ.

ທາງ ເອເຊັຽ ເສຣີ ໄດ້ຕິດຕໍ່ ໄປຍັງ ເຈົ້າໜ້າທີ່ ດ່ານ ນ້ຳກັ່ນ ເມືອງ ໜອງແຮດ ແຂວງ ຊຽງຂວາງ, ໄດ້ຮັບ ຄຳຕອບ ວ່າ ຣົດ ຂົນໄມ້ ທີ່ ຜ່ານດ່ານ ທຸກມື້ ນັ້ນ ແມ່ນ ຂົນໄມ້ ປະສົມ, ເປັນໄມ້ ສໍາເຣັດຮູບ, ສ່ວນວ່າ ໄມ້ທ່ອນ ນັ້ນ ບໍ່ໄດ້ ສົ່ງອອກ ດົນແລ້ວ:

“ສ່ວນຫຼາຍ ກະເປັນໄມ້ ຜສົມ ໄມ້ຫຍັງ ນີ້ແຫຼະ ໄມ້ຜສົມ ມັນຊິມີ ຫຼາຍຢ່າງ ຄືໄມ້ ກາເຫລືອງ, ໄມ້ ຕີນເປັດ, ໄມ້ ອີ່ຫຍັງ ປະເພດໄມ້ ເນື້ອອ່ອນ ເອົາໄປ ເຮັດໄດ້ ຫຼາຍຢ່າງ ເພາະ ມັນເປັນໄມ້ ເລື່ອຍ ແປຮູບ ບໍ່ມີ ໄມ້ທ່ອນ”.

ເວົ້າເຖິງການ ຂົນໄມ້ ຈາກ ລາວ ໄປ ວຽດນາມ ຄົນຂັບ ຣົດຂົນໄມ້ ຈາກ ແຂວງ ຄຳມ່ວນ ໄປ ວຽດນາມ ກໍ ເວົ້າວ່າ ໃນ ຣະຍະ ນີ້ ຕາມ ເສັ້ນທາງ ຕ່າງໆ, ຣົດຂົນໄມ້ ໄປ ວຽດນາມ ໜ້ອຍລົງ, ທີ່ ຍັງຂົນ ຢູ່ນັ້ນແມ່ນ ຂົນໄມ້ ແປຮູບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.