ເຈົ້າໜ້າທີ່ ດ່ານສາກົນ ພູເກືອ ແຂວງ ອັດຕະປື ຍຶດຣົດໄມ້ 7 ຄັນ ທີ່ກຳລັງ ຈະສົ່ງໄມ້ ອອກໄປ ປະເທດ ວຽດນາມ ໃນວັນທີ 24 ມົກຣາ 2020. ເຈົ້າໜ້າທີ່ ປະຈຳຢູ່ດ່ານ ສາກົນ ພູເກືອ ກ່າວວ່າ;
ໄມ້ທີ່ຍຶດໄດ້ເປັນ ໄມ້ແຕ້ ແລະ ໄມ້ແດງ ທີ່ຂົນໄປຈາກ ໂຮງເລື່ອຍຫລັກ 16 ຢູ່ເມືອງໄຊເສດຖາ ແລະ ປັດຈຸບັນເຈົ້າໜ້າທີ່ ກັກໄວ້ຢູ່ດ່ານ ແລະ ຈະນຳເອົາຣົດໄມ້ ລົງມາໄວ້ຢູ່ໃນກອງກວດກາປ່າໄມ້ ຢູ່ ເທສບານແຂວງອັດຕະປື.
ເຈົ້າໜ້າທີ່ດ່ານ ໄດ້ກ່າວຕື່ມອີກວ່າ:
ໄມ້ທີ່ບັນຈຸໄວ້ຢູ່ໃນຣົດ 7 ຄັນນັ້ນ ເປັນໄມ້ທີ່ຍັງ ບໍ່ທັນມີການແປຮູບ ຫລື ໄມ້ຕັບ ເປັນຂອງຄົນວຽດນາມ ທີ່ກຳລັງຈະສົ່ງໄປ ປະເທດ ວຽດນາມ ແຕ່ຖືກເຈົ້າໜ້າທີ່ ກັກໄວ້ກ່ອນ.
ຄຳສັ່ງນາຍົກຣັຖມົນຕຼີເລກທີ 15 ໄດ້ຫ້າມບໍ່ໃຫ້ສົ່ງອອກໄປຕັບ, ໄມ້ທ່ອນ, ຕໍ່ໄມ້ ແລະ ປູດໄມ້.
ປະຊາຊົນແຂວງອັດຕະປື ຜູ້ຮູ້ເຫດການນີ້ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
ໃນເບື້ອງຕົ້ນເຈົ້າໜ້າທີ່ດ່ານພູເກືອ ຍຶດລົດໄມ້ 14 ຄັນ ແຕ່ໃນນັ້ນມີຣົດໄມ້ສັກ ແປຮູບ 7 ຄັນ ຫລັງຈາກກວດສອບແລ້ວ ເຈົ້າໜ້າທີ່ ອະນຸຍາດໃຫ້ເອົາລົດຂົນສົ່ງໄມ້ສັກ ອອກໄປວຽດນາມ ແລ້ວຍຶດໄວ້ພຽງແຕ່ 7 ຄັນທີ່ມີໄມ້ແຕ້ ແລະ ໄມ້ແດງ ທີ່ບໍ່ໄດ້ແປຮູບ.
ປະຊາຊົນຜູ້ນີ້ ກ່າວຕື່ມອີກວ່າ:
ສາເຫດທີ່ເຈົ້າໜ້າທີ່ ຍຶດຣົດໄມ້ດັ່ງກ່າວຍ້ອນວ່າ ເຈົ້າຂອງໄມ້ບໍ່ຍອມເສັຽເງິນ ກ້ອງໂຕະໃຫ້ເຈົ້າໜ້າທີດ່ານ.
ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ກ່ຽວຂ້ອງ ກໍປະຕິເສດວ່າ ບໍ່ຮູ້ບໍ່ເຫັນໃນເຣື່ອງນີ້, ດັ່ງເຈົ້າໜ້າທີ່ກອງກວດກາປ່າໄມ້ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ໂອ້ ບໍ່ຮູ້ຄືກັນເດີ ຂ້າພະເຈົ້າ ກໍບໍ່ຮູ້ເດີ ວຽກເຮົາບໍ່ໄດ້ອັນນີ້ ໄປກວດນຳເພິ່ນ ບໍ່ຮູ້ຈັກຄືກັນ ບໍ່ຮູ້ ບໍ່ຮູ້."
ເພື່ອສອບຖາມຂໍ້ມູນເພີ້ມເຕີມ ເອເຊັຽເສຣີ ໄດ້ໂທຫາ ທ່ານ ຄຳພັນ ຫົວໜ້າດ່ານສາກົນພູເກືອ, ແຕ່ ທ່ານ ປະຕິເສດ ທີ່ຈະໃຫ້ຄຳເຫັນ ໃນເຣື່ອງນີ້.
ນອກຈາກນີ້ ຍັງມີການສະສົມໄມ້ ຢູ່ໂຮງເລື່ອຍເຂດບ້ານອຸກ ເມືອງສະໜາມໄຊ ເພື່ອເອົາໄມ້ໃສ່ຣົດຄອນເທນເນີ ສົ່ງອອກໄປປະເທດ ວຽດນາມ ໂດຍ ຜ່ານຊາຍແດນພູເກືອ ແລະ ດ່ານຊາຍແດນລາໄລ ແຂວງສາລະວັນ.
ປະຊາຊົນຜູ້ຮູ້ເຫດການ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
ເຈົ້າຂອງໄມ້ຢູ່ແຂວງພາກໃຕ້ສ່ວນຫລາຍ ຈະເອົາໄມ້ຜ່ານຊາຍແດນລາໄລ ແຂວງສາລະວັນ ຫລາຍກ່ວາ ຜ່ານດ່ານພູເກືອ ແຂວງອັດຕະປື ຍ້ອນວ່າ ຖ້າຜ່ານຊາຍແດນລາໄລ ເຈົ້າຂອງໄມ້ ຈະເສັຽເງິນແຕ່ 500 ໂດລາ ຕໍ່ລົດໄມ້ນຶ່ງຄັນ ແຕ່ ຖ້າຜ່ານດ່ານ ພູເກືອ ເຂົາເຈົ້າຕ້ອງເສັຍ ເງິນຢ່າງໜ້ອຍ 1,000 ໂດລາ ຕໍ່ຣົດໄມ້ນຶ່ງຄັນ.
ໃນການເອົາໄມ້ອອກແຕ່ລະຄັ້ງ ຣົດຄອນເທນເນີນຶ່ງຄັນ ຈະສາມາດບັນຈຸໄມ້ ໄດ້ ແຕ່ 28-30 ແມັດກ້ອນ [ຫລື ຄິວ] ໃນຂນະທີ່ ລາຄາໄມ້ ທີ່ມີການຮັບຊື້ຢູ່ໃນໂຮງເລື່ອຍ ແຂວງອັດຕະປື ປະມານ 4,000,000 ກີບ ຕໍ່ ແມັດກ້ອນ ແຕ່ຖ້າໄມ້ໄປຮອດ ວຽດນາມ ແລ້ວຈະຂາຍໃນ ລາຄາຂາຍ 17,000,000 ກີບ ຕໍ່ ແມັດກ້ອນ ອີງຕາມຂໍ້ມູນ ຈາກປະຊາຊົນ ທ່ານນີ້.
ຫ້ອງວ່າການສຳນັກງານນາຍົກຣັຖມົນຕຣີ ມີຄຳສັ່ງຈາກຣັຖບານ ໃຫ້ມີການຕັດໄມ້ຢູ່ເຂດ ທີ່ຮັບຜົນກະທົບຈາກ ເຂື່ອນ ເຊປຽນ-ເຊນ້ຳນ້ອຍ ຢູ່ເມືອງສນາມໄຊ ຈຳນວນ 20,000 ແມັດກ້ອນ ເພື່ອຂາຍເອົາເງິນເຂົ້າງົບປະມານ.
ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງສນາມໄຊ ໄດ້ກ່າວຕໍ່ເອເຊັຽເສຣີ ທີ່ຜ່ານມາວ່າ:
"ຕັດໄມ້ອອກກໍເພື່ອບໍ່ໃຫ້ມັນເຊື່ອມຄຸນ ເສັຍຄຸນ ຂາຍເອົາເງິນມາພັທນາ ແຂວງອັດຕະປື ພັທນາ ເມືອງສນາມໄຊ ແຫລະ ເງິນຂາຍໄມ້ ເປັນຂອງຣັຖບານ ບໍ່ແມ່ນຂອງແຂວງ ຣັຖບານຊີ້ນຳ ໃຫ້ແຂວງໄດ້ໃຊ້ ກະຈຶ່ງໄດ້ໃຊ້.
ແຕ່ປະຊາຊົນຢູເຂດ ເມືອງສນາມໄຊ ກໍຍັງບໍ່ເຂົ້າໃຈວ່າ ເປັນຫຍັງຈຶ່ງຕັດໄມ້ອອກມາ, ດັ່ງປະຊາຊົນກາວວ່າ:
"ດຽວນີ້ ເພິ່ນກະອະນຸມັດ 20,000 ແມັດກ້ອນ ຕັດຂາຍອອກຈາກບ້ານຈາກເມືອງ ຈັກໄປຂາຍ ຢູ່ບ່ອນໃດ ເຮົາເອງກະບໍ່ເຂົ້າໃຈ ເພິ່ນກະບໍ່ຮູ້."
ໃນເດືອນ ພືສພາ ປີ 2017 ທີ່ຜ່ານມາ, ເຈົ້າໜ້າທີ່ອົງການກວດກາ ຣັຖບານໄດ້ຈັບ ແລະຍຶດລົດໄມ້ 27 ຄັນ ຢູ່ດ່ານສາກົນອັດຕະປື ແລະ ໄມ້ດັ່ງກ່າວເປັນຂອງອາດີດ ເຈົ້າແຂວງອັດຕະປືໃນເວລານັ້ນ ແລະ ຈົນເຮັດໃຫ້ອາດີດ ເຈົ້າແຂວງຄົນດັ່ງກາວ ຖືກປົດຕຳແໜ່ງ.