ປ່າສງວນແຫ່ງຊາດເຊຊັບ ຖືກ ບຸກລຸກ

ມະນີຈັນ
2018.06.28
F-Sekong-log ໄມ້ໂລ່ງເລ່ງ ທີ່ຕັດໃໝ່ໆ ຢູ່ປ່າສງວນ ເຊຊັບ ບ້ານຕັງຕະລັງ ເມືອງດາກຈຶ້ງ ແຂວງເຊກອງ
ຮູປຈາກ ນັກຂ່າວພົລເມືອງ

ເຈົ້າໜ້າທີ່ຂະແໜງປ່າໄມ້ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ແລະສຽງ ໄດ້ກ່າວຕໍ່ RFA ໃນມື້ວັນທີ 27 ມິຖຸນາ ນີ້ວ່າໃນຣະຫວ່າງ ເດືອນເມສາ ຫາ ເດືອນພືສພາ 2018 ນີ້ ມີນາຍທຶນທີ່ເປັນຄົນວຽດນາມ ໄດ້ຕັດເສັ້ນທາງ ເຂົ້າໄປຕັດໄມ້ໂລ່ງເລ່ງ ຢູ່ເຂດປ່າສງວນ ແຫ່ງຊາດ ເຊຊັບ ແຂວງເຊກອງ.

ທ່ານເວົ້າວ່າ ການລັກລອບຕັດໄມ້ນັ້ນ ມີຂຶ້ນຢູ່ເຂດບ້ານຕັງຕະລັງ ເມືອງດາກຈຶງ ຫລັງຈາກນັ້ນ ກໍມີການເລື່ອຍເປັນຕັບ ແລ້ວລັກລອບ ຂົນສົ່ງໄປ ປະເທດວຽດນາມ ຍ້ອນວ່າເຂດດັ່ງກ່າວ ຕິດກັບຊາຍແດນວຽດນາມ ຫ່າງກັນພຽງແຕ່ 2 ກິໂລແມັດ ເທົ່ານັ້ນ.

ນອກຈາກການຕັດໄມ້ຢູ່ເຂດບ້ານຕັງຕະລັງ ແລ້ວ ຍັງມີການລັກລອບ ຂົນໄມ້ອອກຈາກສນາມນຶ່ງ ຢູ່ເຂດບ້ານປານອນ ແລະບ້ານອາບຶນ ເມືອງກະລຶມ ຊຶ່ງເຈົ້າໜ້າທີ່ກວດກາ ຈາກສູນກາງ ໄດ້ຍຶດເອົາໄວ້ໃນປີ 2016.

ເຈົ້າໜ້າທີ່ ຍັງໃຫ້ຂໍ້ມູນເພີ່ມຕື່ມວ່າ ໄມ້ທີ່ຖືກຢຶດໄວ້ໃນປີ 2016 ມີປະມານ 3 ພັນແມັດກ້ອນ, ແຕ່ເຈົ້າໜ້າທີ່ ໄດ້ໄປກວດເບິ່ງ ໃນຣະຫວ່າງ ເດືອນເມສາ ຫາ ເດືອນພືສພາ ປີ 2018 ນີ້ພົບວ່າມີໄມ້ຈຳນວນຫລາຍ ຖືກລັກລອບຂົນອອກໄປ ແລະເຫລືອໄມ້ ປະມານ 100 ທ່ອນ ຢູ່ໃນສະພາບ ໂດກ-ເປື່ອຍ.

ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ ທາງການແຂວງເຊກອງ ກໍປະຕິເສດເຣື່ອງນີ້ ແລະ ທ່ານກ່າວວ່າເປັນແຫລ່ງຂ່າວ ຄົນບໍ່ດີ. ທ່ານ ເຫລັກໄຫລ ສີວິໄລ ຮອງເຈົ້າແຂວງເຊກອງ ໄດ້ກ່າວຕໍ່ RFA ວ່າ:

"ບໍ່ມີ ບໍ່ມີ ບໍ່ມີ ແຫລ່ງຂ່າວຄົນບໍ່ດີ ໂດຍ ບໍ່ມີບໍ່ມີ ຄົນບໍ່ດີເວົ້ານ່າ ໄປຟັງຄົນບໍ່ດີເວົ້ານ່າ ເຮົາຢູ່ນີ້ ເຮົາສຳຣວດກັບກະຊວງ ກວດກາສູນກາງ ມາກວດກັນຕລອດຢູ່ເດີ."

ສະເພາະບ້ານ ຕັງຕະລັງ ເມືອງດາກຈຶງ, ແລະບ້ານປານອນ ກັບບ້ານອາບຶນ ເມືອງກະລຶມ ທັງສາມບ້ານແມ່ນຢູ່ໃນເຂດ ປ່າສງວນ ແຫ່ງຊາດ ເຊຊັບ ທີ່ຂຶ້ນກັບແຂວງເຊກອງ.

ທີ່ຜ່ານມາ ຢູ່ສປປລາວ ມີການຕັດໄມ້ຈຳນວນຫລາຍ ເພື່ອສົ່ງອອກໄປປະເທດວຽດນາມ ແລະຈີນ. ໃນເດືອນພຶສພາ ປີ 2016 ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ກໍໄດ້ອອກຄຳສັ່ງ ເລກທີ 15 ເພື່ອສັ່ງຫ້າມການຕັດໄມ້ ແລະສົ່ງໄມ້ອອກໄປ ຕ່າງປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.