ຈີນ ເລີ້ມປູກກ້ວຍ ມ.ຫິນເຫີບ ຂ.ວຽງຈັນ
2019.07.03

ປັດຈຸບັນ ບໍຣິສັດ ຢູໄຊເກີລ ຂອງຈີນ ທີ່ເຂົ້າມາເຊົ່າດິນ ປະຊາຊົນ ຢູ່ເມືອງຫິນເຫີບ ແຂວງວຽງຈັນ ເຮັດສວນກ້ວຍ ໄດ້ເລີ້ມປູກກ້ວຍແລ້ວ ພາຍຫລັງທີ່ ໄດ້ກ້າເບັ້ຽ ແລະ ປັບໜ້າດິນ, ທາງເຈົ້າໜ້າທີ່ ຫ້ອງການເມືອງ ກໍຕ້ອງໄດ້ລົງຕິດຕາມ ກວດກາໃກ້ຊິດ ບໍ່ໃຫ້ມີການນໍາເອົາ ສານເຄມີ ຕ້ອງຫ້າມ ມາໃຊ້ໃນສວນກ້ວຍ ແລະວ່າກໍຍັງບໍ່ພົບ ສານເຄມີ ເທື່ອ, ຕາມຄໍາເວົ້າຂອງເຈົ້າໜ້າທີ່ ເມືອງຫິນເຫີບຕໍ່ RFA ໃນ ມື້ວັນທີ 2 ກໍຣະກະດາ ນີ້:
"ປູກແລ້ວໃດ໋ ປູກສ່ວນໃດສ່ວນນຶ່ງລະ ບໍ່ແມ່ນວ່າກ້າເບັ້ຽແລ້ວປູກເນາະ ເພາະວ່າເຈົ້າໜ້າທີ່ກ່ຽວຂ້ອງ ເພິ່ນກະລົງຕິດຕາມຢູ່ ຂັ້ນພື້ນຖານ ຂະເຈົ້າຍັງບໍ່ທັນໄດ້ ເອົາມາໃຊ້ດອກ ເພາະວ່າຕອນປູກນີ້ ຂະເຈົ້າ ບໍ່ໄດ້ໃຊ້ສານເຄມີເນາະ."
ທ່ານກ່າວຕື່ມວ່າ ເຖິງແມ່ນວ່າ ໃນຣະຍະເລີ່ມຕົ້ນປູກກ້ວຍ ຈະບໍ່ທັນໃຊ້ສານເຄມີກໍຕາມ ເມື່ອຮອດຣະຍະ ເກັບກ່ຽວກ້ວຍ ເຊື່ອວ່າຈະຕ້ອງ ໃຊ້ສານເຄມີ ຢ່າງແນ່ນອນ ໂດຍສະເພາະສານເຄມີ ນໍ້າຢາ ທີ່ໃຊ້ລ້າງໝາກກ້ວຍ ເພື່ອໃຫ້ໝາກກ້ວຍ ມີຄວາມສົດ ເພາະຕ້ອງໃຊ້ເວລາ ຂົນສົ່ງຫລາຍມື້ ກ່ອນທີ່ຈະໄປຮອດປະເທດຈີນ.
ຫາກທາງເຈົ້າໜ້າທີ່ກວດພົບເຫັນ ການນໍາເຂົ້າໃຊ້ສານເຄມີ ຕ້ອງຫ້າມແນວໃດກໍຕາມ ກໍຈະລົງໂທດເຈົ້າຂອງສວນກ້ວຍທັນທີ, ຕາມຄໍາເວົ້າ ຂອງທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ຕໍ່ກອງປະຊຸມ ສະພາແຫ່ງຊາດ ເທື່ອລ່າສຸດນີ້.
ບໍຣິສັດຈີນດັ່ງກ່າວ ໄດ້ເຊົ່າດິນປະຊາຊົນ ຢູ່ບ້ານມຸກ, ບ້ານນາຊໍາ, ບ້ານຫິນເຫີບເໜືອ ແລະ ບ້ານສວນມອນ ໃນເນື້ອທີ່ 500 ປາຍເຮັກຕາ ເພື່ອປູກກ້ວຍ ໂດຍໄດ້ຮັບອະນຸຍາດ ຈາກເຈົ້າໜ້າທີ່ ຣະດັບສູງ ໃນລາວທ່ານນຶ່ງ ຊຶ່ງທາງເມືອງ ບໍ່ສາມາດ ຂັດຂືນໄດ້.
ຢ່າງໃດກໍຕາມ ເຖິງແມ່ນວ່າຣັຖບານລາວ ຈະສັ່ງໃຫ້ຍຸຕິ ການຂຍາຍເນື້ອທີ່ ປູກກ້ວຍໃນທົ່ວປະເທດ ໃນປີ 2017 ແລະ ບໍ່ອະນຸຍາດໃຫ້ ລົງທຶນປູກກ້ວຍເພີ້ມຕື່ມກໍຕາມ ແຕ່ກໍຍັງພົບວ່າ ນັກລົງທຶນຈີນ ຈໍານວນນຶ່ງເຂົ້າມາເຊົ່າດິນປູກກ້ວຍຢູ່.
ປັດຈຸບັນບໍຣິສັດ LS ການຄ້າຂາເຂົ້າ-ຂາອອກ ຈໍາກັດຂອງຈີນ ກໍາລັງປູກກ້ວຍຢູ່ບ້ານ ອິໄລເໜືອ ເມືອງນາຊາຍທອງ ນະຄອນຫລວງ ວຽງຈັນ ໃນເນື້ອທີ່ ປະມານ 30 ເຮັກຕາ ໂດຍໄດ້ຮັບອະນຸຍາດ ຈາກຜແນກກະສິກັມ ແລະປ່າໄມ້ ນະຄອນຫລວງວຽງຈັນ.