ໄຟຟ້າຈາກລົມ ຢູ່ລາວ BCPG ຂອງໄທຍ ຈະລົງທຶນ

ໄຊຍາ
2020.08.07
ເສັ້ນທາງສາຍຫລັກ ໃນແຂວງເຊກອງ
Citizen journalist

ບໍຣິສັດ BCPG ຈາກໄທຍ ຈະເຂົ້າໄປລົງທຶນ ສ້າງໂຮງໄຟຟ້າ ພະລັງງານລົມ ຢູ່ແຂວງເຊກອງ ແລະ ອັດຕະປື ເນື້ອທີ່ 64 ພັນປາຍເຮັກຕ້າຣ ເພື່ອຜລິຕໄຟຟ້າ ສົ່ງຂາຍໃຫ້ ປະເທດວຽດນາມ ຜ່ານບໍຣິສັດຮ່ວມທຶນ Impact Energy Asia Development Limited. ປັດຈຸບັນ, ໂຄງການດັ່ງກ່າວ ຢູ່ໃນຂັ້ນຕອນ ການເຈຣະຈາ ຊື້-ຂາຍ ໄຟຟ້າ ຣະຫວ່າງ ບໍຣິສັດ ຜູ້ລົງທຶນ ຣັຖບານລາວ ກັບຣັຖບານວຽດນາມ ຄາດວ່າ ຈະສຳເຣັດ ໃນເດືອນຕຸລາ ປີ 2020 ນີ້. ດັ່ງເຈົ້າໜ້າທີ່ ຝ່າຍສື່ສານ ຂອງອົງການ ບໍຣິສັດ BCPG ປະເທດໄທຍ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 04 ສິງຫາ ນີ້ວ່າ:

"ຫຼ້າສຸດ, ກໍຄືວ່າ ຈະເຊັນສັນຍາ ຊື້-ຂາຍ ກັບວຽດນາມ, ໜ້າຈະແລ້ວ ໃນເດືອນຕຸລາ ນີ້. ກະມີຂໍ້ມູນ ປະມານນີ້, ຕອນນີ້ ກະຄືວ່າ ກຳລັງເຮັດ, ເຣື່ອງກໍ່ສ້າງ ກະຍັງບໍ່ແນ່ໃຈວ່າ ຄວາມຄືບໜ້າ ໄປຮອດຂັ້ນໃດແລ້ວ."

ທ່ານໄດ້ກ່າວຕື່ມວ່າ ສ່ວນວຽກງານ ກໍ່ສ້າງໂຮງໄຟຟ້າ ໃນປະເທດລາວ ປັດຈຸບັນ, ໄດ້ກຽມເຄື່ອງຈັກ, ຄົນງານ ພ້ອມໄວ້ໝົດແລ້ວ. ຍັງລໍຖ້າ ການອະນຸມັດ ຈາກຣັຖບານລາວ ຢ່າງເປັນທາງການ ກໍຄາດວ່າ ໃນອີກບໍ່ດົນ.

ເຈົ້າໜ້າທີ່ ຜແນກພລັງງານ ແລະ ບໍ່ແຮ່ ແຂວງເຊກອງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນມື້ດຽວກັນວ່າ ໄລຍະຜ່ານມາ ກໍເຫັນມີການສຳຣວດ ໄປຫຼາຍຈຸດ ໃນເມືອງດາກຈຶງ, ແຕ່ກະຍັງບໍ່ຮູ້ວ່າ ບໍຣິສັດໄທຍ ຈະສ້າງໂຮງໄຟຟ້າ ພະລັງງານລົມ ຈຸດໃດແດ່ ແລະ ຈະກະທົບ ໜ້ອຍຫຼາຍປານໃດ ກໍຍັງບໍ່ມີ ຣາຍລະອຽດເທື່ອ.

"ຜ່ານມາ ເຂົາກະສຳຣວດ, ແຕ່ວ່າ ຈັກເຂົາເອົາ ເຂດໃດແທ້, ຫັ້ນນ່າ. ມັນກະມີຫຼາຍຈຸດ ເຂົາສຳຣວດ ເຂົາກະລົງມື ຈັດຕັ້ງປະຕິບັດ. ສ່ວນນຶ່ງ ຄືເຂົາທົດລອງ, ຫັ້ນນ່າ. ວັດແທັກ ພະລັງງານລົມ, ຫັ້ນນ່າ. ຕາມທັມຊາດ ແລະ ຕາມສັງຄົມ ຄືຊິບໍ່ຫຼາຍ ເພາະບ້ານມັນຢູ່ຫ່າງກັນ."

ທ່ານໄດ້ກ່າວຕື່ມວ່າ ບໍຣິສັດ BCPG ຈາກໄທຍ ໄດ້ເຂົ້າມາ ສຳຣວດພື້ນທີ່ ແລະ ວັດແທກແຮງລົມ ໃນພື້ນທີ່ ເມືອງດາກຈຶງ, ເຊິ່ວຕິດຈອດກັບ ເມືອງຊານໄຊ ແຂວງອັດຕະປື, ແຕ່ຍັງບໍ່ທັນຮູ້ ຈຸດກໍ່ສ້າງແທ້ ວ່າຈະເລືອກ ເອົາຈຸດໃດ ໃນການກໍ່ສ້າງ. ຖ້າໂຄງການກໍ່ສ້າງ ໂຮງໄຟຟ້າ ພະລັງງານລົມ ເກີດຂຶ້ນແທ້ ຈະບໍ່ສົ່ງຜົລກະທົບ ຕໍ່ສັງຄົມ ຫຼາຍປານໃດ ເນື່ອງຈາກ ບໍ່ມີຊຸມຊົນ ຕັ້ງຢູ່ບໍຣິເວນນັ້ນ, ແຕ່ຈະກະທົບ ຕໍ່ສິ່ງແວດລ້ອມຫຼາຍ ຢ່າງເຊັ່ນ ປ່າໄມ້, ສັດນໍ້າ ແລະ ສັດປ່າ ເນື່ອງຈາກພື້ນທີ່ ສັມປະທານໂຄງການ ມີຂນາດກ້ວາງໃຫຍ່ຫຼາຍ.

ເຈົ້າໜ້າທີ່ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນວ່າ ໂຄງການດັ່ງກ່າວ ຍັງບໍ່ທັນຖືກ ອະນຸມັດ ຈາກຣັຖບານລາວເທື່ອ, ແຕ່ການລົງທຶນ ດ້ານພະລັງງານສະອາດ ຣັຖບານລາວ ໃຫ້ຄວາມສຳຄັນ ໂດຍຕລອດ. ບໍ່ພຽງແຕ່ ເຂື່ອນໄຟຟ້າ ເທົ່ານັ້ນ, ໄລຍະຜ່ານມາ ກໍມີນັກລົງທຶນ ຈາກຫຼາຍປະເທດ ເຂົ້າມາສຳຣວດ ແລະ ສຶກສາ ຄວາມເປັນໄປໄດ້ ທັງຢູໂຣບ ແລະ ຈີນ ເປັນຕົ້ນ, ແຕ່ໂຄງການສ່ວນຫຼາຍ ຣັຖບານລາວ ຈະໃຫ້ນັກລົງທຶນ ຈາກຈີນ ພັທນາຫຼາຍກວ່າ.

"ເພິ່ນຍິ່ງໃຫ້ ຄວາມສຳຄັນຫຼາຍເລີຍ ວ່າຊັ້ນສາ. ສ່ວນໃຫຍ່ມີຈີນແດ່ ມີຢູ່ໂຣບແດ່ ເຂົ້າມາສ່ວນໃຫຍ່ ເພິ່ນຈະໃຫ້ຈີນ ຫຼາຍກວ່າ. ມັນເວົ້າເຣື່ອງລາຄາແດ່, ອາຍຸສັມປະທານແດ່ ຕາມການຕົກລົງກັນແດ່ ຈັ່ງຊີ້ນີ້ນ່າ. ສ່ວນໃຫຍ່ ຈະໃຫ້ຈີນ."

ຈາກການສຳຣວດ ແລະ ສຶກສາ ຄວາມເປັນໄປໄດ້ ຂອງຣັຖບານລາວ ໃນການລົງທຶນ ໂຄງການໂຮງໄຟຟ້າ ພະລັງງານລົມ ຈະໃຫ້ລົງທຶນສະເພາະ ທາງແຂວງພາກໃຕ້ ຂອງລາວເທົ່ານັ້ນ, ເນື່ອງຈາກພູມີປະເທດ ເນື້ອທີ່ ແລະ ແຮງລົມ ເໝາະສົມ.

ທ່ານໄດ້ກ່າວຕື່ມວ່າ ແຜນພັທນາເສຖກິຈ-ສັງຄົມ 05 ປີ ໄດ້ພະຍາຍາມ ຊຸກຍູ້ ໃຫ້ມີການລົງທຶນ ດ້ານພະລັງງານສະອາດ ເປັນຕົ້ນ ພະລັງານແສງຕາເວັນ, ພະລັງງານລົມ, ແຕ່ດ້ວຍຂໍ້ຈຳກັດ ຂອງປະເທດ ເປັນພູເຂົາສູງ ເສັ້ນທາງຍັງບໍ່ສະດວກ ກໍເປັນບັນຫາ ໃຫ້ນັກລົງທຶນ ບໍ່ສືບຕໍ່ໂຄງການ ຫຼັງຈາກ ເຂົ້າມາສຳຣວດ ແລະ ສຶກສາຄວາມເປັນໄປໄດ້.

"ແຜນພັທນາເສຖກິຈ-ສັງຄົມ 05 ປີ ມັນກາເວົ້າ ຢູ່ໃນຫັ້ນໝົດ, ຣັຖບານ ໃຫ້ເອົາໃຈໃສ່ໂຕນີ້. ແມ່ນຢູ່ ມັນອາຈເປັນມູລຄ່າສູງ, ແຕ່ວ່າຜູ້ມາລົງທຶນ ມັນກະໄດ້ຫັ້ນແຫຼະ, ມັນເວົ້າເຣື່ອງ ທຳເລລົມມັນຫຼາຍ ພື້ນທີ່ມັນກະໃຫ້, ແຕ່ວ່າເວົ້າເຣື່ອງ ການສັນຈອນ ເວົ້າເຣື່ອງ ພູມີປະເທດ, ມັນຕ້ອງໄດ້ລົງທຶນຫຼາຍ."

ຕໍ່ກັບການລົງທຶນ ດ້ານພະລັງງານ ແລະ ບໍ່ແຮ່ ໃນແຂວງເຊກອງນີ້, ທ່ານ ພອນເພັດ ຄິວລາວົງ, ສະມາຊິກສະພາແຫ່ງຊາຕ ເຂດ 16 ແຂວງເຊກອງ ໄດ້ກ່າວ ໃນກອງປະຊຸມ ສມັຍສາມັນເທື່ອທີ 09 ຂອງສະພາແຫ່ງຊາຕ ຊຸດທີ 08 ເມື່ອເດືອນມິຖຸນາ ຜ່ານມານີ້ວ່າ ຂໍຮຽກຮ້ອງ ໃຫ້ສະພາແຫ່ງຊາດ ອອກມະຕິ ໂຈະກາສຳຣວດ ຂຸດຄົ້ນດ້ານພະລັງງານ ແລະ ແຮ່ທາດເປັນຕົ້ນ ບໍ່ຖ່ານຫີນ, ເຂື່ອນໄຟຟ້າ ແລະ ພະລັງງານອື່ນໆ ພາຍໃນແຂວງເຊກອງ. ຖ້າຫາກຣັຖບານລາວ ອະນຸມັດໃຫ້ສ້າງ ຈະເຮັດໃຫ້ ໂຄງການລົງທຶນ ດ້ານພະລັງງານ ກວມເອົາເນື້ອທີ່ 60% ຂອງເນື້ອທີ່ທັງໝົດ ໃນແຂວງເຊກອງ ເປັນສິ່ງທີ່ ໜ້າເປັນຫ່ວງຫຼາຍ.

"ໄລຍະນີ້ ພວກເຮົາກະເຫັນວ່າ ບັນຫາຂົງເຂດພະລັງງານ-ບໍ່ແຮ່ ນີ້ແຫຼະວ່າ ຍັງຄືເກົ່າ. ຢາກໃຫ້ຄນະປະຈຳສະພາ ອອກມະຕິ ໃຫ້ຣັຖບານ ໂຈະການອະນຸມັດ, ການສຳຣວດ, ຊອກຄົ້ນ ຊິແມ່ນຄຳດີ ອີ່ຫຍັງກາແລ້ວ. ສຳລັບ ຢູ່ແຂວງເຊກອງ ນີ້ ກວມເອົາເປີເຊັນສູງ, ການສັມປະທານ ກວມຮອດ 60% ຂອງເນື້ອທີ່ທັງໝົດ ຖ້າຖືກອະນຸມັດ."

ຂະນະທີ່ ພາກປະຊາສັງຄົມໃນໄທຍ ເປັນຕົ້ນທ່ານ ວິທູນ ເພີ່ມພົງສາຈເຣີນ, ຜູ້ອຳນວຍການ ເຄືອຂ່າຍພະລັງງານ ເພື່ອນິເວດວິທຍາ ແມ່ນໍ້າຂອງ ໃຫ້ຄວາມເຫັນ ກ່ຽວກັບ ໂຄງການດັ່ງກ່າວ ຕໍ່ເອເຊັຽເສຣີວ່າ ເຣື່ອງການລົງທຶນກໍ່ສ້າງ ໂຮງໄຟຟ້າພະລັງງານລົມ ເພື່ອຂາຍໃຫ້ວຽດນາມ ຄິດວ່າ ປະເທດລາວຈະບໍ່ໄດ້ປໂຍດຫຍັງ ຈາກໂຄງການນີ້, ນອກຈາກ ຜູ້ໃຫ້ສັມປະທານທີ່ດິນ ແລະ ຍັງບໍ່ເຫັນເຖິງ ຄວາມຈຳເປັນ ທີ່ຈະລົງທຶນ ເນື່ອງຈາກວຽດນາມ ກໍມີພະລັງງານສຳຮອງ ພຽງພໍຢູ່ແລ້ວ.

ຍານາງ ໄພຣິນ ເສາະສາຍ ຈາກອົງການແມ່ນໍ້າສາກົລ ປະເທດໄທຍ ໃຫ້ຄວາມເຫັນ ຕໍ່ເອເຊັຽເສຣີວ່າ: ໂຄງການດັ່ງກ່າວນີ້ ໜ້າສົນໃຈ ຫຼາຍກ່ວາຜລິຕ ເຂື່ອນໄຟຟ້າ ແລະ ມີຂນາດໄກ້ຄຽງກັບ ການຜລິຕ ຂອງເຂື່ອນຊະນະຄາມ, ແຕ່ກະຕ້ອງເບິ່ງວ່າ ໂຄງການ ຈະຕ້ອງມີການສຶກສາ ຜົລກະທົບ ທາງສິ່ງແວດລ້ອມ ແລະ ສັງຄົມ ໃຫ້ຄົບຖ້ວນ. ການຮັບຟັງ ຄວາມຄິດຄວາມເຫັນ ຂອງຊຸມຊົນ ທີ່ຕັ້ງຢູ່ຮອບພື້ນທີ່. ບໍຣິສັດໄທຍ ຕ້ອງຄຳນຶງເຖິງ, ຕາມຫຼັກການ ດຳເນີນທຸຣະກິຈ ທີ່ຕ້ອງເຄົາຣົບ ດ້ານສິດທິມະນຸດ ແລະ ສິ່ງແວດລ້ອມ ແລະ ວຽດນາມ ມີຄວາມຈຳເປັນ ດ້ານພະລັງງານ ຫຼາຍປານໃດ ເຖິງຈະຕ້ອງຊື້ໄຟຟ້າ ຈາກໂຄງການນີ້ ແລະ ພື້ນທີ່ດຽວກັນ ມີທັງໂຄງການ ພັທນາຖ່ານຫີນ ແລະ ເຂື່ອນໄຟຟ້າ. ການຄຳນຶງເຖິງ ຊີວິດການເປັນຢູ່ ຂອງຊຸມຊົນ ຄວນເປັນສິ່ງ ທີ່ສຳຄັນທີ່ສຸດ.

ໂຄງການການກໍ່ສ້າງ ໂຮງໄຟຟ້າ ພະລັງງານລົມແຫ່ງນີ້ ມີຂນາດ 600 ເມກະວັຕ, ມູລຄ່າການກໍ່ສ້າງ 840 ລ້ານໂດລ້າຣສະຫະຣັຖ. ປັດຈຸບັນ, ຢູ່ໃນໄລຍະ ການພັທນາໂຄງການ ແລະ ຄາດວ່າ ຈະສຳເຣັດ ພາຍໃນປີ 2023. ບໍຣິສັດ BCPG ປະເທດໄທຍ ຕັ້ງບໍຣິສັດຮ່ວມທຶນ ພາຍໃຕ້ Impact Energy Asia Development Limited ດ້ວຍທຶນຈົດທະບຽນ 200 ລ້ານໂດລ້າຣສະຫະຣັຖ ເພື່ອຜລິຕ ແລະ ຈຳໜ່າຍໄຟຟ້າ ໃນໂຄງການ ໂຮງໄຟຟ້າ ພະລັງງານໝູນວຽນ ໃຫ້ກັບ ປະເທດວຽດນາມ.

ອີງຕາມ ການຣາຍງານ ຂອງກະຊວງພະລັງງານ ແລະ ບໍ່ແຮ່ຂອງລາວ ເມື່ອຕົ້ນປີ 2020 ຣະບຸວ່າ ປະເທດລາວ ຈະສົ່ງພະລັງງານໄຟຟ້າ ຂາຍໃຫ້ ປະເທດວຽດນາມ ຈຳນວນ 5,000 ເມກະວັຕ. ປັດຈຸບັນ, ສົ່ງແລ້ວ 300 ເມກະວັຕ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.