ຄົນຈີນເຂົ້າມາປັກຫຼັກ ຢູ່ລາວ ຫຼາຍຂຶ້ນນັບມື້

0:00 / 0:00

ໃນມື້ວັນທີ 3 ກຸມພາ 2021 ນີ້, ຣັຖມົນຕຣີຕ່າງປະເທດ ລາວແລະຈີນ ພົບພໍ້ກັນ ຜ່ານກອງປະຊຸມທງໄກ ແລະມີແຜນສເລີມສລອງ ເປີດສັມພັນທາງການທູດ ລາວ-ຈີນ ຄົບຮອບ 60 ປີ ໃນວັນທີ 25 ເມສາ 2021 ນີ້.

ຂນະດຽວກັນ ຊາວລາວຈໍານວນນຶ່ງ ເຫັນວ່າການສ້າງມິດໄມຕຣີອັນດີ ກັບປະເທດເພື່ອນບ້ານຖືເປັນເຮື່ອງທີ່ດີ, ແຕ່ປັດຈຸບັນບໍ່ພໍໃຈ ທີ່ມີກຸ່ມຄົນຈີນຈໍານວນບໍ່ໜ້ອຍ ເຂົ້າມາດໍາເນີນທຸຣະກິຈ ແລະຕັ້ງຖິ່ນຖານໃນລາວ ເປັນຈໍານວນຫຼາຍເກີນໄປ, ດັ່ງຊາວນະຄອນຫຼວງ ວຽງຈັນ ຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ກຸມພາ ນີ້:

“ໂອ້! ແຮ່ງບໍ່ເວົ້າ ຈີນມັນມາ ອ້ອມເຕັມຊາບລາບຢູ່ແຖວນັ້ນນະ, ເຂົາເຊົ່າຢູ່ຫັ້ນຂາຍເຄື່ອງໄຟຟ້າ ພິສັງເຕັມໝົດນ່າມີແຕ່ຈີນ, ແຕ່ລະ ບ້ານ, ແຕ່ລະເມືອງມັນລົງໝົດ, ເປັນເມືອງຈີນແລ້ວ ຄົນລາວກະໜີໄປຫາເງິນຢູ່ໄທຍ, ຈີນລະມາເປັນເຈົ້າພໍ່ຢູ່ເມືອງລາວ, ທັມມະດາ ເນາະ ກັມມະກອນເຮັດຖອກເຮັດທາງເຂົາກະເອົາຄົນລາວ, ອັນນີ້ເຂົາບໍ່ຈ້າງ ມັນເອົາແຕ່ຄົນມັນມາໝົດ, ເງິນກະຄືນເມືອບ້ານມັນ ໝົດແຫຼະ ເຮົາມີແຕ່ຝ່າຍເສັຽປຽບ.”

ຊາວລາວຜູ້ນີ້ ເວົ້າອີກວ່າ ສະເພາະແຕ່ໃນນະຄອນຫຼວງວຽງຈັນ ກໍເຕັມແຕ່ຮ້ານຄ້າຂອງຄົນຈີນ, ທີ່ເຂົ້າມາເຮັດທຸຣະກິຈຂນາດນ້ອຍ ຂາຍເຄື່ອງໃຊ້ຕ່າງໆນາໆ ທີ່ນໍາເຂົ້າມາແຕ່ ປະເທດຈີນ ໄປຈົນເຖິງທຸຣະກິຈຂນາດໃຫຍ່ ຢ່າງເຂດເສຖກິຈພິເສດ ບືງທາດຫຼວງ, ຕລາດຊັງຈ່ຽງ, ຕລາດສົດຕ່າງໆ, ວຽງຈັນເຊັນເຕີ ແລະໂຮງໝໍ.

ຊາວລາວຜູ້ນຶ່ງ ໃນແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໃນເມືອງຫຼວງພຣະບາງ ດຽວນີ້ເຕັມໄປດ້ວຍ ຮ້ານຄ້າຂອງຄົນຈີນ ສັງເກດຈາກປ້າຍຮ້ານ ທີ່ ເປັນພາສາຈີນ ທັງຮ້ານບັນເທີງ, ຮ້ານກິນດື່ມ, ຮ້ານອາຫານ, ເຮືອນພັກ ແລະ ບໍຣິສັດທົວຕ່າງໆ ໄລຍະຜ່ານມາ ກ່ອນທີ່ຈະເກີດການຣະບາດ ຂອງ ເຊື້ອໄວຣັສ ໂຄວິດ-19 ມີແຕ່ ຄວາມວຸ້ນວາຍ ແລະ ມີສຽງ ລົບກວນຜູ້ອື່ນ:

“ປ້າ ໄປບ່ອນໃດຄັນມັນເຫັນໜັງສືຈີນ ໃສ່ຫົວແມ່ນເຂົາ, ຄັນເຂົາບໍ່ເຄີຍຂຽນໜັງສື ບໍ່ຮູ້ຈໍານວນນຶ່ງກະແອບແຝງ ມາຢູ່ໂຮງງານເກັບ ຢາພາຣາເບາະ, ອິຫຍັງຕ່າງນີ້ແຫຼະ, ໃນຊ່ວງທີ່ ເພິ່ນບໍ່ເຄັ່ງຄັດເຂັ້ມງວດນີ້, ໂອ້! ຢາກວ່າໃດ໋ ສະພາບມັນວຸ້ນວາຍ ມັນຫຼາຍ, ຍ້ອນ ບໍ່ຮູ້ວ່າ ຈັກມັນຜູ້ດີ ຈັກມັນຜູ້ຮ້າຍຫັ້ນນ່າ.”

ຊາວລາວອີກຜູ້ນຶ່ງໃນແຂວງບໍ່ແກ້ວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ນັບແຕ່ທາງການລາວ ອະນຸຍາດໃຫ້ຄົນຈີນເຂົ້າມາ ພັທນາພື້ນທີ ແຂວງບໍ່ແກ້ວ ເປັນເຂດ ເສຖກິຈ ພິເສດ ກໍເຫັນຄົນຈີນຈໍານວນຫຼາຍ ເຂົ້າມາເຮັດທຸຣະກິຈ ເກືອບທຸກປະເພດ ຢູ່ ພາຍໃນແຂວງ, ແຕ່ສ່ວນໃຫຍ່ຈະເປັນ ຮ້ານອາຫານ, ຮ້ານກິນດື່ມ ໂດຍຜ່ານມາ ກໍບໍ່ເຫັນວ່າ ທາງການ ລາວ ຈະລົງມາຊຸກຍູ້ ສົ່ງເສີມອາຊີບ ໃຫ້ຄົນລາວພາຍໃນແຂວງ ໃຫ້ມີວຽກເຮັດງານທໍາ ເພື່ອແຂ່ງຂັນກັບ ທຸຣະກິຈຄົນຈີນ ເທື່ອ:

“ແມ່ນ, ດຽວນີ້ ຮ້ານຈີນເກີດຂຶ້ນມາຫຼາຍແລ້ວ, ສ່ວນຫຼາຍຈະເປັນຮ້ານກັບເຂົ້າກະຄົນຈີນ ເຂົາຢູ່ນອກນໍາກັນນີ້ແຫຼະແບບວ່າ ຂະເຈົ້າ ທຶນຫຼາຍເນາະ, ຣັຖບານເຮົານີ້ໂອ້ຍບໍ່ຊ່ວຍຫຍັງ.”

ກ່ຽວກັບເຣື່ອງນີ້ ອາຈານປະຈໍາ ມະຫາວິທຍາລັຍ ສຸພານຸວົງ ແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ການເຂົ້າມາຂອງຄົນຈີນ ກໍມີທັງເຣື່ອງດີ ແລະ ເຣື່ອງບໍ່ດີ, ເຣື່ອງທີ່ດີກໍຄືວ່າ ເຂົ້າມາສ້າງສາພັທນາບ້ານ, ພັທນາເມືອງ ຊາວບ້ານມີວຽກເຮັດງານທໍາ ສ່ວນເຣື່ອງບໍ່ດີ ກໍຄືວ່າ: ເຂົ້າມາແລ້ວ ສ້າງຜົລກະທົບ ຂ້ອນຂ້າງໜັກ ໂດຍສະເພາະ ການລົງທຶນ ໃນໂຄງການ ຂນາດໃຫຍ່.

ທ່ານກ່າວຕື່ມວ່າ ສິິ່ງທີ່ຣັຖບານລາວຄວນເອົາໃຈໃສ່ ແລະຕຽມພ້ອມຮັບມື ຫຼັງຈາກໂຄງການ ສ້າງທາງຣົດໄຟ ລາວ-ຈີນ ເປີດໃຫ້ ບໍຣິການ ໃນທ້າຍປີໜ້ານີ້ ກຸ່ມຄົນຈີນ ຈະເຂົ້າມາ ລາວ ເປັນຈໍານວນຫຼວງຫຼາຍ, ທັງເຂົ້າມາທ່ອງທ່ຽວ, ເຂົ້າມາຄ້າຂາຍ ແລະ ຕັ້ງຖິ່ນຖານ ເຊິ່ງຈະເຮັດໃຫ້ຄົນລາວ ເສັຍຜົລປໂຍດ ໃນດ້ານໃດ ກໍຄວນຕຣຽມພ້ອມຮັບມື ໄວ້ກ່ອນ ເພື່ອ ບໍ່ໃຫ້ເກີດບັນຫາ ຂຶ້ນຕາມພາຍຫຼັງ ແລ້ວບໍ່ມີທາງຮັບມື:

“2021-2022 ຂະເຈົ້າກະເຣີ້ມແລ້ວນີ້ນ່າ ເຮົາກະເປັນຫ່ວງເຣື່ອງອັນ ຖ້າມັນມີການຕັ້ງຖິ່ນຖານ ມັນກະເຮົາກະຕ້ອງສເນີໃຫ້ຣັຖບານ ຮູ້ວ່າຄົນລາວ ມັນເສັຍປຽບໃນດ້ານໃດຫັ້ນນ່າ, ຄວາມພ້ອມຂອງເຮົາ ຊິມີຈັ່ງໃດຫັ້ນນ່າ ທີ່ແນ່ໆ ທີ່ຂະເຈົ້າມາປັບ, ມັນກະເວົ້າເຖິງ ການຄ້າຊາຍແດນ, ແລ້ວກະການລັກລອບ ຂົນເຄື່ອງທີ່ໜີພາສີ ເຮົາກະຕ້ອງອາສັຍ ເບິ່ງຫຼາຍໆດ້ານ ຫັ້ນເນາະ.”

ຂນະທີ່ ຮອງສາສດາຈານ ດຣ. ໂຍທິນ ສແວງດີ ຈາກສະຖາບັນວິຈັຍປະຊາກອນ ແລະສັງຄົມ ມະຫາວິທຍາລັຍມະຫິດົນ ປະເທດ ໄທຍ ໃຫ້ທັສນະກ່ຽວກັບເຣື່ອງນີ້ ຕໍ່ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ເຖິງ ຈີນ ຈະເຂົ້າມາລົງທຶນໃນລາວ ເປັນຈໍານວນຫຼາຍ ແລະ ລາວ ກໍເປັນໜີ້ຈີນ ຫຼາຍເຊັ່ນດຽວກັນ ຍ້ອນລາວ ບໍ່ມີທາງເລືອກ ທີ່ຫຼາກຫຼາຍ ສະນັ້ນ, ເມື່ອຈີນ ຍື່ນມືເຂົ້າມາຊ່ອຍ ລາວ ກໍພ້ອມຮັບການຊ່ອຍເຫຼືອ ເພື່ອຢາກພັທນາປະເທດ ໃຫ້ທັນປະເທດ ເພື່ອນບ້ານ.

ທ່ານກ່າວຕື່ມວ່າ ທາງການລາວ ຮູ້ດີແລ້ວວ່າຈີນ ເຂົ້າມາລົງທຶນເພື່ອຊອກຫາຜົລປໂຍດ, ແຕ່ລາວ ກໍບໍ່ໄດ້ມິດງຽບ, ແຕ່ເຝົ້າເບິ່ງ ສະຖານະການໄປກ່ອນ ຫາກເປັນຜົລກະທົບ ທີ່ຮຸນແຮງເກີນໄປ ກໍຄິດວ່າ ທາງການລາວ ຄົງຈະອອກມາຕອບໂຕ້ຈີນ ເຊັ່ນດຽວກັນ, ດັ່ງທ່ານກ່າວວ່າ:

“ຈີນເຂົ້າມາເຮັດອຸດສາຫະກັມ ຣົດໄຟຟ້າ ແລ້ວກະອຸດສາຫະກັມ ປູນຊີເມັນ, ມາສ້າງຄາຊິໂນ, ມາສ້າງຄອນໂດມິນ້ຽມ ແຄມຂອງ ເປັນ ຄອມເພລັກສ ໃຫຍ່ໆ, ທາງການລາວ ເຂົາອະນຸຍາດໃຫ້ມາເຮັດ ເພາະວ່າ ເຂົາເບິ່ງການໄກ ວ່າສີມືແຮງງານ ຂອງຂະເຈົ້າ ຈະໄດ້ 1-/ ຄົນມີວຽກເຮັດ, 2-/ ການຮຽນການສອນ ວິສວະກັມສາດ ທຸກຢ່າງຈະກ້າວໜ້າ ແບບ ສາກົລ ຄວາມເອົາປຽບ ຫຼື ຄວາມໄດ້ປຽບຕໍ່ລາວ, ຂ້ອຍເຊື່ອວ່າ ລາວເອງກໍເຝົ້າເບິ່ງຢູ່ແລ້ວ ຄືຂ້ອຍເຊື່ອວ່າ ໄດ້ປຽບເສັຍປຽບນີ້, ທາງການລາວ ເຂົາຣະວັງ ຢູ່ແລ້ວ.”

ປັດຈຸບັນ ຈີນຄືຜູ້ລົງທຶນອັນດັບ 1 ໃນລາວ ດ້ວຍພົມແດນປະເທດເຊື່ອມຈອດກັນ, ຍຸທສາດໃນການພັທນາ ເປັນແນວທາງດຽວກັນ ແລະ ທີ່ສໍາຄັນ ຄື: ຄວາມໝັ່ນຄົງທາງການເງິນ ຂອງຈີນ ທີ່ລາວເຫັນວ່າ ຈະນໍາພາປະເທດ ໃຫ້ເຕີບໃຫຍ່ ທຽບເທົ່າສາກົລ ໂດຍມີໂຄງການລົງທຶນ ທັງໝົດ ປະມານ 785 ໂຄງການພັທນາ ມູລຄ່າ ລົງທຶນ 12 ຕື້ໂດລ່າ ສະຫະຣັຖ ອີງຕາມສະຖິຕິ ຂອງປີ 2019.

ໂຄງການລົງທຶນສ່ວນໃຫຍ່ ເປັນຕົ້ນ ໂຄງການເຂື່ອນໄຟຟ້າ, ເຂດເສຖກິຈພິເສດ, ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ທີ່ມີຄວາມ ຄືບໜ້າ ໄປແລ້ວ 90.7%, ໂຄງການທາງດ່ວນ ວຽງຈັນ-ວັງວຽງ, ໂຄງການກໍ່ສ້າງ ໂຮງໝໍມະໂຫສົດ ແລະ ຍັງມີໂຄງການລົງທຶນ ຂນາດນ້ອຍ, ຂນາດກາງ ທີ່ກະຈາຍຢູ່ຕາມແຂວງຕ່າງໆ ໃນທົ່ວປະເທດ.