ຮຽກຮ້ອງ ກວດສອບເບີໂທສ່ວນໂຕ ຮົ່ວໄຫຼ
ຜູ້ໃຊ້ໂທຣະສັບ ຈຳນວນນຶ່ງ ບໍ່ພໍໃຈທີ່ເບີໂທຣະສັບສ່ວນໂຕ ຖືກນຳໄປໃຫ້ ບໍຣິສັດສີນເຊື່ອ ໂທໂຄສະນາ ລົບກວນ, ສ້າງຄວາມກັງວົນໃຈໃຫ້. ດ້ວຍເຫດດັ່ງກ່າວນີ້ິ, ຈຶ່ງມີຄຳຮຽກຮ້ອງໃຫ້ ພາກສ່ວນທີ່ ກ່ຽວຂ້ອງກວດສອບ ແລະ ແກ້ໄຂບັນຫານີ້.
-
ສິດນີ້
2021-10-14 -
-
-
Your browser doesn’t support HTML5 audio
ຊາວລາວຫຼາຍຄົນ ຮຽກຮ້ອງໃຫ້ ພາກສ່ວນກ່ຽວຂ້ອງ ກວດສອບວ່າ ແມ່ນໃຜ ເປັນຄົນຂາຍ ເບີໂທລະສັບລູກຄ້າໃຫ້ແກ່ ບັນດາບໍຣິສັດສິນເຊື່ອ ເພື່ອໃຫ້ພນັກງານ ໂທຣະສັບ ໄປລົບກວນ ແລະໂຄສະນາຊັກຊວນ ປະຊາຊົນ ໃຫ້ກູ້ຢືມເງິນ ໃນໄລຍະການ ແຜ່ຣະບາດຂອງໂຄວິດ-19.
ຊາວບ້ານ ຢູ່ແຂວງຈຳປາສັກ ຜູ້ນຶ່ງເວົ້າວ່າ ລາວເອງກໍຖືກ ບໍຣິສັດສີນເຊື່ອ ຫຼາຍບໍຣິສັດ ໂທຫາລາວ ຫຼາຍຄັ້ງຕໍ່ມື້ ເຖິງແມ່ນວ່າ ລາວພຍາຍາມປິດ ໂທລະສັບ ໄປຫຼາຍຄັ້ງກໍຕາມ ແຕ່ກໍມີເບີໃຫມ່ ໂທເຂົ້າມາຢ່າງຕໍ່ເນື່ອງ ໃນໄລຍະໂຄວິດ-19 ຣະບາດ ຈຶ່ງຢາກໃຫ້ ພາກສວ່ນກ່ຽວຂອງ ກວດສອບ ຍ້ອນຢ້ານຄວາມບໍ່ປອດພັຍ ໃນການປົກປ້ອງ ຂໍ້ມູນສ່ວນໂຕ ຈາກກຸ່ມດັ່ງກ່າວ.
ຕາມຄຳເວົ້າ ຂອງຊາວບ້ານຄົນນີ້ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ຕຸລາ ນີ້ວ່າ:
“ກໍມີຕລອດ ເລື້ອຽໆແຫຼະ ເຮົາບລອກ ກໍມີແຕ່ເອົາເບີໂທອື່ນ ຈັ່ງຊີ້ ເຮົາຈົນບໍ່ຈື່ຫັ້ນນ່າ ບາງທີ່ເຮົາກໍຕ້ອງຖາມວ່າ ອ້າວເບີຜູ້ໃດອີກ ຕັ້ງໂຕະອີກ ຈັ່ງຊີ້ຫັ້ນນ່າ ກໍຢ້ານແຫຼະເນາະ ເຮົາບໍ່ໄດ້ແຈກເບີໃຫ້ ສີນເຊື່ອຄືຮູ້ເບີ ກໍຢ້ານແຫຼະ ຢ້ານເຂົາແຮ໊ກ (Hack) ເຮົາຫັ້ນແຫຼະ.”
ຊາວບ້ານຢູ່ນະຄອນຫລວງວຽງຈັນ ນາງນຶ່ງເວົ້າວ່າ ລາວເອງກໍໄດ້ຮັບໂທລະສັບ ຈາກບໍຣິສັດສີນເຊື່ອ ເໝືອນກັນ ຈະເປັນເບີຕັ້ງໂຕະ ໂທມາຫາລາວຫຼາຍຄັ້ງ ແຕ່ລາວຕ້ອງໄດ້ຕອບ ເຖິງແມ່ນວ່າຈະຄາວຽກຢູ່ກໍຕາມ ເພາະຄິດວ່າ ເປັນສມາຊິກຄອບຄົວ ຫຼືຍາດພີ່ນ້ອງໂທມາ.
ມີແຕ່ວ່າໂທດເດີ ຄາວຽກຢູ່ຊີນ່າ ບໍ່ສະດວກລົມເດີ ແລ້ວກໍແລ້ວ ແລ້ວບຶດນຶ່ງ ກໍໂທມາອີກ ໂອ້ຍບ່ອນເຮັດວຽກຂ້ອຍ ເຂົາເຈົ້າບໍ່ໃຫ້ໂທລະສັບຫຼາຍຫັ້ນນ່າ ຂອ້ຍກໍຄິດວ່າ ບ້ານຂ້ອຍບໍ ຫຼືຜູ້ໃດພວກຫ້ອງການອີ່ຫຍັງໂທມາເຮື່ອງວຽກບໍ ຈັ່ງຊີ່ນ່າ ກໍຟ້າວມາຮັບ ສ່ວນຫຼາຍກໍດາຍ ເພາະສ່ວນຫຼາຍ ໄປທະນາຄານເອື້ອຍຈະເອົາເບີ ເອື້ອຍໃສ່ເລີຍ ເພາະວ່າມັນຈື່ໄດ້ງ່າຍ ເຮົາບໍ່ເຄີຍແຈກຍາຍເບີ້ ອີຫຍັງ ໂລເລ ຊະຊາຍ ຈັ່ງຊີ້ ຄັນວ່າ ໝູ່ຄູ່ ກໍໂທຫາທາງວອຊແອບ ມີຫຍັງ ອີ່ຫຍັງ ທາງ ແມສເຊັນເຈີ.”
ໃນຂນະທີ່ ຊາວບ້ານຢູ່ນະຄອນຫລວງວຽງຈັນ ອີກນາງນຶ່ງກ່າວວ່າ ນາງກໍຖືກ ບໍຣິສັດສີນເຊື່ອໂທມາໃຫ້ໄປ ຢືມເງີນເຫມືອນກັນ ທັງໆປະຕິເສດ ກໍຍັງໂທມາຕລອດ ຈຶ່ງຢາກໃຫ້ ພາກສ່ວນກ່ຽວຂ້ອງ ກວດກາ
“ໂທຕອນເຊົ້າ ບາງທີ່ກໍຕອນແລງ ໂທມາຕລອດ ບາງທີ່ກໍບໍ່ພໍໃຈ ບາງທີ່ກໍບໍ່ຮັບສາຍ ຕັດສາຍໄປເລີຍ ອີກຢ່າງເຂົາເຈົ້າຕັ້ງກຸ່ມ ທັງວອຊແອບ ອີ່ຫຍັງຫັ້ນນ່າ ໃຜຕ້ອງການຢຶມເງິນ ຫຼືວ່າຫາລູກຄ້າ ໃຫ້ເຂົາເຈົ້າແລ້ວ ມີເປີເຊັນໃຫ້ຈັ່ ງຊີ້ນ່າ ແບບວ່າເຂົາຢາກໄດ້ເງິນແທ້ໆ ເຂົາຫາກໄປຫາເອງ ອັນນີ້ ອີ່ຫຍັງ ໂທນຳຕລອດ.”
ກ່ຽວກັບບັນຫາດັ່ງກ່າວ ເຈົ້າໜ້າທີ່ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສວນ ເວົ້າວ່າ ທາງຫ້ອງການ ກໍຮັບຮູ້ກ່ຽວກັບເຮື່ອງນີ້ ກໍໄດ້ມີການປະຊຸມ ປຶກສາຫາລືກັນ ເພື່ອແກ້ໄຂບັນຫາ, ເບື້ອງຕົ້ນ ຄາດຄະເນວ່າ ນ້ຳເບີໂທລະສັບ ຂອງປະຊາຊົນ ທີ່ຖືກບໍຣິສັດສີນເຊື່ອ ໂທມາລົບກວນນັ້ນ ອາດເປັນຂໍ້ມູນທີ່ຮົ່ວໄຫຼ ມາຈາກແຫຼ່ງຕ່າງໆ ນຶ່ງໃນນັ້ນ ອາດມາຈາກ ປະຊາຊົນເຮັດທຸຣະກັມ ທາງດ້ານການເງິນ ຜ່ານທະນາຄານ, ບໍຣິສັດສີນເຊື່ອ ອາດໄດ້ຂໍ້ມູນຈາກແຫຼ່ງຂໍ້ມູນ ໂຕເອງ ຫຼືອາດໄດ້ຂໍ້ມູນ ມາຈາກຫ້ອງການ ບໍຣິສັດໂທລະຄົມມະນາຄົມ ຮົ່ວໄຫຼ ແຕ່ຈະຕອ້ງມີການກວດກາ ແລະ ສືບສວນຄັກແນ່. ດັ່ງທ່ານກ່າວວ່າ:
“ຂໍ້ມູນຫັ້ນ ເຂົາກໍຍັງບໍ່ຮູ້ເນາະວ່າ ເຂົາເຈົ້າເອົາມາແຕ່ໃສ ກໍເລີຍວ່າ ອາດເອົາມາຈາກ ເຂົາໄປຜ່ອນເອົາເຄື່ອງ ເອົາຫຍັງຫັ້ນນ່າ ທີ່ເຂົາໄດ້ຂຽນເບີໂທລະສັບ ໃຫ້ເຂົາເຈົ້າ. ສອງ ແມ່ນເຂົາເຈົ້າສຸມເອົາຂໍ້ມູນຈາກແຫຼ່ງ ທີ່ເຂົາເຈົ້າສະສົມໄວ້ ແລະ ສາມ ລະແມ່ນຈາກບໍຣິສັດໂທລະຄົມບໍ, ເຂົາກຳລັງກວດກັນຢູ່ ມັນກໍດົນແລ້ວເນາະ ຊ່ວງນີ້ມັນກໍມິດໄປແລ້ວນ່າ ແລ້ວມັນກໍບລູມ ຊ່ວງລ໌ອກດາວນີ້ແຫລະ.”
ໃນຂະນະດຽວກັນ ໂຕແທນ ຂອງບໍຣິສັດສີນເຊື່ອ ແຫ່ງນຶ່ງ ຢູ່ນະຄອນຫລວງວຽງຈັນ ກ່າວວ່າ ທາງບໍຣິສັດ ບໍ່ມີນະໂຍບາຍ ໃຫ້ພນັກງານໂທລະສັບ ໄປລົບກວນປະຊຊົນ ເພື່ອໂຄສະນາ ໃຫ້ກູ້ຢືມເງິນ ໃນໄລຍະນີ້ຈັກເທື່ອ ຊື່ງທ່ານເອງກໍເຄີຍຖືກ ບໍຣິສັດສິນເຊື່ອ ຂນາດໃຫຍ່ໂທມາລົບກວນ ໃນລັກສນະດຽວກັນ.
“ບໍຣິສັດເຮົາ ບໍ່ເຄີຍໂທເດີ ບໍ່ເຄີຍໂທນ່າ ມີແຕ່ບໍຣິສັດອື່ນ ເຂົາເຈົ້າກໍຍັງໂທມາຫາຂ້ອຍ ຂ້ອຍກໍຍັງລຳຄານ ໂທມື້ລະ 2-3 ເທື່ອ ອາທິດນຶ່ງເປັນ 10 ເທື່ອ, ເຂົາເຈົ້າໂທມາກໍເບີເຊັນ ເຂົາເຈົ້າໄວ້ເບີ ເຂົາເຈົ້າມີ 100 ເບີພຸ້ນນ່າ ໂທມາ ມັນຂື້ນຊື່ວ່າ ເປັນບໍຣິສັດນັ້ນ ຂ້ອຍກໍວາງເລີຍ ຂອ້ຍບໍ່ຮັບເລີຍ.”
ເຖິງຢ່າງໃດກໍຕາມ ຄວາມຄືບໜ້າຫຼາສຸດ ເຈົ້າໜ້າທີ່ກ່ຽວຂອ້ງ ກະຊວງໄປສນີ, ໂທລະຄົມມະນາຄົາ ແລະ ການສື່ສານ ໄດ້ຮີບໂຮມຂໍ້ມູນຈາກ ພນັກງານໃນຫ້ອງການ ແລະ ຕາມສື່ສັງຄົມອອນລາຍ ເພື່ອຫາແນວທາງ ແກ້ໄຂບັນຫາ ດັ່ງກ່າວນີ້ຢູ່.ຖ້າພົບເຫັນ ເບີໂທລະສັບ ຂອງປະຊາຊົນຮົ່ວໄຫຼ ທາງດ້ານຂໍ້ມູນສ່ວນຕົວ ຈາກບໍຣິສັດໂທລະຄົມມະນາຄົມແທ້ ທາງຫ້ອງການ ໂທລະຄົມມະນາຄົມ ກໍຈະດຳເນີນມາຕການເດັດຂາດ ຕໍ່ພນັກງານຜູ້ໃດ ທີ່ເຮັດໃຫ້ມີການຮົ່ວໄຫຼ ແລະ ຈະຂໍຄວາມຮ່ວມມືກັບ ບໍຣິສັດເຊົ່າສີນເຊື່ອໃຫ້ຢຸດຕິ ການໂທລະສັບລົບກວນຊາວບ້ານໃນທັນທີ.