ສນາມບິນໜອງຄ້າງ ຄິດໄລ່ ຄ່າຊົດເຊີຍ
2018.03.08

ປັດຈຸບັນ ຫ້ອງການຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ເມືອງຊຳເໜືອ ແຂວງຫົວພັນ ຄິດໄລ່ຄ່າຊົດເຊີຍ ໃຫ້ຊາວບ້ານທີ່ຖືກ ໂຄງການສ້າງສນາມບິນໜອງຄ້າງ ກວມເອົາເນືິ້ອທີ່ ການຜລິດຂອງເຂົາເຈົ້າ ໂດຍຈະໃຫ້ຄ່າຊົດເຊີຍ ຕາລາງແມັດນຶຶ່ງ 30 ພັນກີບ, ດັ່ງເຈົ້າໜ້າທີ່ຫ້ອງການຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ເມືອງຊຳເໜືອ ກ່າວຕໍ່ວິທຍຸເອເຊັຽເສຣີ ວັນທີ 8 ມີນາ ນີ້ວ່າ:
"ເບື້ອງສິ່ງແວດລ້ອມເມືອງນີ້ ພຍາຍາມແກ້ໄຂຜົນກະທົບ ພື້ນທີ່ການຜລິດນີ້ແຫຼະ ຈຳນວນ ທີ່ຖືກຫັ້ນເນາະ ກະແມ່ນໄດ້ ເວນຄືນເນາະ ຊົດເຊີຍ ເປັນເງີນສົດ ຕາແມັດນຶ່ງ 30 ພັນປາຍກີບ ທີ່ຖືກກະທົບໂດຍກົງ."
ທ່ານກ່າວອີກວ່າ ຢ່າງໃດກໍ່ຕາມ ຍັງບໍ່ມີການສລຸບຄັກແນ່ ວ່າຊາວບ້ານເສັຍດິນ ທຳການຜລິດໃຫ້ໂຄງການ ຈຳນວນທັງໝົດ ຈັກເຮັກຕ້າ ແລະ ຈັກຄອບຄົວຍ້ອນກຳລັງຢູ່ໃນຣະຫວ່າງການຮວບຮວມຂໍ້ມູນ ສວ່ນຊາວບ້ານຈຳນວນ 130 ຄອບຄົວ ທີ່ຈະຖືກ ຍົກຍ້າຍເຮືອນ ນັ້ນຍັງບໍ່ທັນມີ ແຜນການຍ້າຍໃນປີນີ້ .
ເມື່ອປີກາຍທາງການ ເມືອງຊຳເໜືອ ໃຫ້ຄ່າຊົດເຊີຍ ແກ່ປະຊາຊົນຈຳນວນນຶ່ງ ທີຖືກຜົນກະທົບ ຍ້ອນດິນແດງ ຈາກໂຄງການ ດັ່ງກ່າວ ໄປຖົມເນື້ອທີ່ນາ ຂອງປະຊາຊົນ ຈົນບໍ່ສາມາດປູກເຂົ້າໄດ້ ແຕ່ບໍ່ໄດ້ເປີດເຜີຍວ່າ ໃຫ້ຄ່າຊົດເຊີຍນັ້ນເທົ່າໃດ.
ສຳລັບ ຄວາມຄືບໜ້າຂອງການສ້າງສນາມບິນໜອງຄ້າງ ຫລ້າສຸດບໍຣິສັດ ຮວງແອງຢາລາຍ ຂອງວຽດນາມ ຜູ້ຮັບເໝົາໄດ້ກັບມາລົງມື ກໍ່ສ້າງຄືນອີກຫຼັງຈາກ ຖືກຣັຖບານລາວ ສັ່ງໂຈະການກໍ່ສ້າງ ໄປຕັ້ງແຕ່ປີ 2015 ຍ້ອນການກໍ່ສ້າງ ບໍ່ໄດ້ມາຕຖານ ຂອງ ທາງການລາວ ແລະ ບໍຣິສັດຮວງແອງຢາລາຍ ຊຶ່ງເປັນຜູ້ລົງທຶນ ກໍ່ສ້າງ ຕິດໜີ້ ທະນາຄານວຽດນາມຫຼາຍ.