ຂ.ຊຽງຂວາງຈະປະມູນ ໄມ້ ຍຶດໄດ້

ສິດນີ
2018.01.03
f-logs ຣົດແກ່ໄມ້ທ່ອນ ຢູ່ທາງພາກເໜືອ ແຂວງຊຽງຂວາງ
Screen captured rideasia.net

ຜແນກອຸດສາຫະກັມແລະການຄ້າແຂວງຊຽງຂວາງ ຈະເປີດປະມູນຂາຍໄມ້ທ່ອນ ທີ່ຍຶດໄດ້ໃນປີ 2017 ກວ່າ 1 ພັນທ່ອນໃນ ເດືອນມົກຣາ ປີນີ້ ກ່ອນຈະຮອດຣະດູຝົນ ທີ່ອາດຈະບໍ່ສາມາດ ຂາຍອອກໄດ້ ຍ້ອນໄມ້ຈະເຊື່ອມຄຸນນະພາບ ບໍ່ໄດ້ຣາຄາດີ. ດັ່ງເຈົ້າຫນ້າທີ່ ອຸດສາຫະກັມ ແລະການຄ້າ ທີ່ແຂວງຊຽງຂວາງ ທ່ານນຶ່ງກ່າວ ໃນມື້ວັນທີ 3 ມົກຣາ ນີ້ວ່າ:

"ເພິ່ນວ່າສິເປີດວັນທີ 8 ນີ້ເນາະ ມັນມີໄມ້ພັນປາຍນີ້ແຫລະ ສ່ວນຫລາຍເປັນໄມ້ອິ່ງຫອມ ມັນເປັນໄມຢູ່ເມືອງຫມອກພຸ້ນ ແລ້ວກໍມີໄມ້ ທີ່ ຂະເຈົ້າຍຶດຢູ່ ຫນອງແຮດ ຫັ້ນແຫນ່ນ້ອຍນຶ່ງ ແລະຂະເຈົ້າຍຶດຢູ່ຊາຍແດນຫນ້ອຍນຶ່ງ ກໍປະມານບໍ່ຫລາຍດອກ ຢູ່ຫນອງແຮດ ກໍໄມ້ດູ່ ປະມານ 60 ແມັດກ້ອນ ຕົວໄມ້ທີ່ຂະເຈົ້າຍຶດຢູ່ສນາມສາມນັ້ນ ມີຢູ່ປະມານ 200-300."

ທ່ານກ່າວຕື່ມວ່າ ໄມ້ທັງຫມົດທີ່ຈະເອົາອອກໄປປະມູນນັ້ນ ເປັນໄມ້ທີ່ເຈົ້າຫນ້າທີ່ກະສິກັມ ແລະປ່າໄມ້ຍຶດໄດ້ ທີ່ເມືອງຫມອກ ແລະເມືອງ ຫນອງແຮດ ຕາມຊາຍແດນລາວ-ວຽດນາມ ຈະມີໄມ້ຫອມ ແລະໄມ້ໂລ່ງເລ່ງ ຮ່ວມທັງໄມ້ທີ່ຄ້າງສາງ ຢູ່ສນາມສາມ ໃນແຂວງຊຽງຂວາງ ປະມານ 200-300 ແມັດກ້ອນ ກໍຈະຖືກເອົາອອກມາປະມູນຂາຍ.

ໃນທ້າຍເດືອນທັນວາ ຜ່ານມາ ແຂວງຊຽງຂວາງ ກໍໄດ້ຈັດການປະມູນຂາຍໄມ້ ຢູ່ເມືອງຫມອກໄປແລ້ວຄັ້ງນຶ່ງ ໂດຍມີໂຮງງານປຸງແຕ່ງໄມ້ 2 ໂຮງງານ ແລະ 1 ບໍຣິສັດເຂົ້າມາຍື່ນຊອງປະມູນ ແຕ່ໃຫ້ຣາຄາຕ່ຳກວ່າ ທີ່ທາງການກຳນົດໃຫ້ ຈືື່ງບໍ່ສາມາດຂາຍ ໄມ້ໃຫ້ໄດ້.

ເຖິງຢ່າງໃດກໍຕາມ ການປະມູນຂາຍໄມ້ທ່ອນເທື່ອນີ້ ເປັນເທື່ອທີສອງ ທີ່ຈະຈັດຂຶ້ນໃນມື້ວັນທີ 8 ມົກຣາ ຄາດວ່າທາງການແຂວງຈະສາມາດ ຂາຍໄມ້ໃຫ້ຫມົດໄດ້ ແລະເງິນທີ່ໄດ້ຈາກການຂາຍໄມ້ ນັ້ນກໍຈະເອົາເຂົ້າໃນງົບປະມານຂອງຣັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.