ຊາວຈີນຖືກຈັບຖານນຳເຂົ້າ ນໍແຮດ

ສິດນີ
2017.10.26
F-Rhino ນໍແຮດ ທີ່ເຈົ້າໜ້າທີ່ພາສີ ທີ່ເດີ່ນຍົນວັດໃຕ ນະຄອນຫຼວງວຽງຈັນ ກວດພົບແລະຈັບໄວ້ ເປັນຂອງກາງ
RFA/PN

ໃນວັນທີ 23 ຕຸລາ ເຈົ້າຫນ້າທີ່ພາສີ ປະຈຳດ່ານເຂົ້າອອກສນາມບິນວັດໃຕ ໄດ້ຈັບຜູ້ຊາຍຊາວຈີນສອງຄົນ ທີ່ລັກລອບເອົານໍແຮດ ຈຳນວນ 5 ອັນ ນ້ຳຫນັກປະມານ 11.10 ກິໂລກຣາມ ຄິດເປັນມູນຄ່າປະມານ 1 ແສນ 7 ຫມື່ນໂດລາ ສະຫະຣັດ ເຂົ້າມາ ລາວ ໂດຍບໍ່ໄດ້ຮັບອະ -ນຸຍາດ ຖືວ່າມີຄວາມຜິດ ຕາມກົດຫມາຍຄຸ້ມຄອງສັດປ່າ ໃນປັດຈຸບັນຊາວຈີນ ສອງຄົນນີ້ ຖືກທາງການລາວ ກັກຕົວໄວ້ທີ່ຫ້ອງການ ປກສ ນະຄອນຫລວງວຽງຈັນ ເພື່ອສືບຫາ ຜູ້ຮ່ວມຂະບວນການ ເພື່ອດຳເນີນຄະດີ ຕາມກົດຫມາຍ. ດັ່ງເຈົ້າຫນ້າທີ່ປ່າໄມ້ ຫນ່ວຍຄຸ້ມຄອງສັດປ່າ ກະຊວງກະສິກັມ ແລະປ່າໄມ້ກ່າວ ໃນວັນທີ 25 ຕຸລາ ນີ້ວ່າ:

“ຮັບມາແຕ່ສິງກະໂປ ສິຜ່ານນະຄອນຫລວງ ຂຶ້ນໄປຫຼວງພຣະບາງ ຄົນຈີນ ຕົວນີ້ເພິ່ນກຳລັງ ສືບສວນສອບສວນ 11 ກິໂລກວ່າ ກໍຖືວ່າ ເປັນຄະດີໃຫຍ່ ພໍສົມຄວນ ເພິ່ນກຳລັງດຳເນີນຢູ່”.

ທ່ານກ່າວຕື່ມວ່າ ຊາວຈີນສອງຄົນ ດ່ັງກ່າວໄດ້ເອົານໍແຮດ ຂຶ້ນສາຍການບິນ Silkair ມາຈາກສິງກະໂປ ລົງທີ່ສນາມບິນວັດໃຕ ກໍຖືກເຈົ້າ ຫນ້າທີ່ ພາສີຈັບໄດ້ ຈາກການສືບສວນ ເບື້ອງຕົ້ນພົບວ່າ ທັງສອງຈະເອົານໍແຮດ ໄປຫຼວງພຣະບາງ. ທ່ານວ່ານໍແຮດ ທີ່ຍຶດມາໄດ້ ໃນ ປັດຈຸບັນ ໄດ້ເກັບໄວ້ ທີ່ຫ້ອງການ ປກສ ນະຄອນຫລວງວຽງຈັນ ເພື່ອສືບສວນ ແຫລ່ງທີ່ມາກ່ອນ ຮ່ວມດ້ວຍປາຍທາງ ຈະສົ່ງຕໍ່ໄປນັ້ນ ເນື່ອງຈາກເຈົ້າຫນ້າທີ່ພາຍໃນ ແລະຕ່າງປະເທດ ໃຫ້ຄວາມສົນໃຈ ເປັນພິເສດ ຖືວ່າເປັນ ຄະດີສາກົນ ຕ້ອງມີການສືບສວນ ໃຫ້ລະອຽດ ແຕ່ຫລັງຈາກສືບສວນແລ້ວ ກໍຈະມອບໜໍ່ແຮດ ໃຫ້ກັບກະຊວງ ກະສິກັມ ແລະປ່າໄມ້ ເປັນຜູ້ເກັບໄວ້ ເປັນຫລັກຖານ.

ອົງການປົກປ້ອງສັດປ່າ-ສັດນ້ຳສາກົນ ໄດ້ເອົາຊື່ ແຮດເຂົ້າໃນບັນຊີ ສັດ ທີ່ຈະສູນພັນ ໃນອະນາຄົດ ຍ້ອນມີການລ່ານໍແຮດ ຢ່າງຫຼວງຫຼາຍ ໃນປະເທດອາຟຣິກາ ດັ່ງນັ້ນ ຈຶ່ງມີການຫ້າມ ຂາຍແລະຊື້ ນໍແຮດ ຈາກກຸ່ມລ່າສັດປ່າ ຖ້າພົບເຫັນ ຈະມີການ ຈັບກຸມ ແລະດຳເນີນຄະດີ ທັງຜູ້ຂາຍແລະຜູ້ຊື້.

ນອກຈາກນໍແຮດແລ້ວ ທີ່ຈະສູນພັນໃນອານາຄົດ ຍັງມີສັດປະເພດອື່ນໆ ອີກໃນໂລກ ທີ່ຈະສູນພັນ ທີ່ໄດ້ບັນຈຸເຂົ້າໃນ ບັນຊີສັດທີ່ຕ້ອງຫ້າມ ເປັນຕົ້ນ ງາຊ້າງ ເສືອໂຄ່ງແລະອື່ນໆ. ສປປລາວ ໄດ້ລົງນາມໃນສັນຍາ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.