2 ບ້ານ ຢູ່ເມືອງຍອດອູ ຈະບໍ່ໄດ້ ຄ່າຊົດເຊີຍ

ໄຊຍາ
2018.07.02
F-Nam-ou ລໍານໍ້າອູ ທ່າເຮືອເມືອງຂວາ ແຂວງຜົ້ງສາລີ
RFA/TP

ປະຊາຊົນ 2 ບ້ານ ໃນເມືອງແລະແຂວງຜົ້ງສາລີ ທີ່ອາໃສຢູ່ລຸ່ມ ເຂື່ອນນໍ້າອູ 7 ເຊິ່ງສ້າງຢູ່ເມືອງຍອດອູ ຈະບໍ່ໄດ້ຮັບຄ່າຊົດເຊີຍທີ່ດິນ ຍ້ອນ ບໍ່ມີໃບຕາດິນ ແລະບໍ່ໄດ້ເສັຽພາສີທີ່ດິນໃຫ້ຣັຖບານ ເຖິງແມ່ນວ່າຊາວບ້ານ 2 ບ້ານນີ້ ຈະຢູ່ໃນບ້ານນີ້ມາດົນ ແລ້ວກໍ່ຕາມ. ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ທ້ອງຖິ່ນ ເມືອງຍອດອູ ຜູ້ບໍ່ປະສົງອອກຊື່ ໃຫ້ຣາຍລະອຽດ ຕໍ່ວິທຍຸເອເຊັຍເສຣີວ່າ ໃນມື້ນີ້ວ່າ:

"ການຊົດເຊີຍຜົລກະທົບຍັງ 2 ບ້ານນີ້ຖືວ່າຍັງບໍ່ຊົດເຊີຍເດີ້ ເວົ້າໄປນີ້ບ້ານຖືວ່າ ບໍ່ມີໃບຕາດິນຢ່າງນີ້ ເຂົາບໍ່ຊົດເຊີຍ ມີແຕ່ເຂົາຊົດເຊີຍແຕ່ ເຄື່ອງປູກຂອງປ່າ ຂອງພໍ່ແມ່ປະຊາຊົນ ຂະເຈົ້າທີ່ວ່າປູກໄດ້ ຢູ່ໃນໄຮ່ໃນສວນຫັ້ນ ຊື່ໆ ດິນນີ້ເຂົາວ່າບໍ່ມີຕາດິນ ແລ້ວກໍ່ບໍ່ໄດ້ເສັຍພາສີໃຫ້ ພາກສ່ວນໃຫ້ຣັຖນີ້ ເຂົາຖືວ່າບໍ່ທົດແທນ ວ່າແຕ່ແນວນັ້ນແຫຼະ."

ທ່ານອະທິບາຍຕື່ມວ່າ ແທ້ຈິງແລ້ວ ເຂື່ອນນ້ໍາອູ 7 ນັ້ນຕັ້ງຢູ່ທາງໃຕ້ ຂອງເມືອງຍອດອູ ແຂວງຜົ້ງສາລີ ແຕ່ເຂື່ອນດັ່ງກ່າວ ສົ່ງຜົນກະທົບ ມາຮອດເຂດ ເມືອງຜົ້ງສາລີ ແລະ ໃນນັ້ນມີເຂດບ້ານ ທີ່ໄດ້ຮັບຜົລກະທົບຢູ່ 4 ບ້ານ ແມ່ນບ້ານຈະເລີນ, ບ້ານທັບທີມ, ບ້ານສົບກັ້ງ ແລະ ບ້ານຕາຕຸງ ເຊິ່ງເປັນບ້ານທີ່ຢູ່ແຄມນໍ້າອູ ບໍຣິເວັນຊາຍແດນ ເມືອງຍອດອູ ກັບເມືອງຜົ້ງສາລີ.

ໃນສີ່ບ້ານນີ້ ຕາມແຜນແລ້ວ ຕ້ອງຍົກຍ້າຍໄປຢູ່ບ້ານຈັດສັນ ເຂື່ອນນໍ້າອູ 7 ເຊິ່ງຢູ່ຫ່າງຈາກບ້ານເດີມ 5-10 ຫຼັກ ຕັ້ງແຕ່ທ້າຍເດືອນພຶສພາ ທີ່ຜ່ານມາ ແຕ່ມາຮອດປະຈຸບັນ ມີປະຊາຊົນບ້ານທັບທີມ ແລະບ້ານຈະເລີນ ເທົ່ານັ້ນທີ່ຍ້າຍໄປ ສ່ວນບ້ານສົບກັ້ງ ແລະບ້ານຕາຕຸງ ນັ້ນ ຊາວບ້ານຍ້າຍໄປຢູ່ບ້ານຈັດສັນ ແຕ່ສ່ວນນ້ອຍ ແຕ່ສ່ວນຫຼາຍອາໃສຢູ່ ບ້ານເດີມ ແລະບໍ່ຍອມຍ້າຍ ຍ້ອນບໍ່ພໍໃຈການຊົດເຊີຍ ທາງການ ຈະສ້າງໃຫ້ ແຕ່ເຮືອນ ແຕ່ບໍ່ໃຫ້ດິນທຳການຜລິດ ໂດຍໃຫ້ເຫດຜົນວ່າ ຊາວບ້ານບໍ່ມີໃບຕາດິນ ແລະດິນທຳການຜລິດ ທີ່ປະຊາຊົນນຳໃຊ້ ຢູ່ນັ້ນ ກໍ່ບໍ່ເຄີຍເສັຍພາສີໃຫ້ຣັຖເລີຍ.

ກ່ຽວກັບເຣື້ອງນີ້ເຈົ້າໜ້າທີ່ທ້ອງຖິ່ນ ບອກວ່າປະຊາຊົນກໍ່ໄດ້ຮຽກຮ້ອງໄປຍັງ ສະພາເມືອງ ແລະແຂວງແລ້ວວ່າ ຖ້າຕ້ອງການໃຫ້ເຂົາເຈົ້າຍ້າຍ ກໍ່ໃຫ້ມີການຊົດເຊີຍ ທີ່ດິນທຳການຜລິດ ແລະຊົດເຊີຍແນວອື່ນໆ ໃຫ້ຂະເຈົ້າກ່ອນເຂົາເຈົ້າຈຶ່ງຈະຍ້າຍ ແຕ່ທາງພາກສ່ວນ ກ່ຽວຂ້ອງບອກວ່າ ບໍ່ໄດ້ ໃຫ້ເປັນໄປຕາມເງື່ອນໄຂ ຂອງເຈົ້າແຂວງ ຄືບໍ່ຊົດເຊີຍ ທີ່ດິນທຳການຜລິດ ຊາວບ້ານຈຶ່ງຍັງບໍ່ຍ້າຍ.

"ວັນທີ 27 ເດືອນ 5 ມື້ນັ້ນຫັ້ນນ່າ ຮອງເຈົ້າແຂວງ ກັບຮອງສະພາແຫ່ງຊາດ ເຂົາກໍ່ມາ ຂຶ້ນມາເຂົາກໍ່ຕົກລົງເປັນ ເອກກະພາບກັນວ່າ ໃຫ້ເອົາຕາມຂໍ້ຕົກລົງ ຂອງເຈົ້າແຂວງ ທຳອິດເຂົາວ່າບໍ່ໃຫ້ກາຍ ທ້າຍເດືອນ 6 ນີ້ ໃຫ້ຍ້າຍ ແຕ່ວ່າເຂົາບໍ່ແກ້ໄຂຂໍ້ຂັດແຍ່ງ ຂອງພໍ່ແມ່ ປະຊາຊົນ ຫັ້ນແລ້ວ ກໍ່ເຂົາເຈົ້າບໍ່ໄດ້ຍ້າຍ ເທື່ອດຽວນນີ້ໜິ ໃຫ້ເຂົາມາຊົດເຊີຍ ຜົລກະທົບແດ່ແລ້ວ ແລ້ວກໍ່ຈຶ່ງຍົກຍ້າຍ."

ປະຈຸບັນເຂື່ອນນໍ້າອູ 7 ສຳເຣັດການກໍ່ສ້າງກ່ວາ 40% ແລ້ວ ແຕ່ການຊົດເຊີຍດ້ານຜົລກະທົບ ຕໍ່ປະຊາຊົນນັ້ນຍັງລ່າຊ້າ ແລະຍັງມີບັນຫາ ຫຼາຍເຣື່ອງ ນອກຈາກບັນຫາປະຊາຊົນ ຈຳນວນນຶ່ງບໍ່ຍອມຍ້າຍໄປຢູ່ ບ້ານຈັດສັນແລ້ວ.

ໃນສ່ວນຂອງປະຊາຊົນ ທີ່ຢູ່ບ້ານຈັດສັນ ກໍ່ມີຊີວິດການເປັນຢູ່ ທີ່ຍາກຂຶ້ນເນື່ອງຈາກຈຳນວນນຶ່ງ ເຄີຍມີອາຊີບຫາປາ ເປັນຫຼັກ ແຕ່ເມື່ອໄປ ບ້ານຈັດສັນກໍ່ຕ້ອງມາເຮັດໄຮ່ເຮັດສວນ ຂນະທີ່ ດິນທຳການຜລິດທີ່ທາງການຈັດໃຫ້ ບາງຄອບຄົວກໍ່ໄດ້ຢູ່ບ່ອນດິນ ບໍ່ມີຄຸນນະພາບ ເປັນດິນ ຫີນແຮ່ຫີນຜາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.