12 ຄົນຖືກຈັບໃນກໍຣະນີ ທີ່ດິນ

ອຸ່ນແກ້ວ ສຸກສະຫວັນ
2017.08.01
f-sekong ພື້ນທີ່ດິນ ທີ່ ບໍຣິສັດວຽດນາມ ປູກຢາງພາລາ ແລະຂຸດຮ່ອງ ອ້ອມເຂດປູກຢາງໄວ້ ເພື່ອບໍ່ໃຫ້ ງົວ-ຄວາຍ ເຂົ້າໄປໄດ້
RFA

ເຫດການຈັບຊາວບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ 12 ຄົນ ໃນກໍຣະນີ ຂໍ້ຂັດແຍ່ງທີ່ດິນ ກັບບໍຣິສັດ ປູກຢາງພາຣາ ຂອງວຽດນາມ ໃນວັນທີ 25 ກໍຣະກດາ ທີ່ຜ່ານມາ ເຮັດໃຫ້ສັງຄົມ ພາກັນ ວິພາກວິຈານ. ເຈົ້າໜ້າທີ່ຕຳຣວດເມືອງ ແຂວງເຊກອງ ເວົ້າວ່າ:

"ສາເຫດທີ່ຊາວບ້ານຖືກຈັບ ໃນວັນທີ 25 ກໍຣະກະດາ ຍ້ອນເຂົາເຈົ້າ ໄປຕັດຕົ້ນຢາງພາຣາ ຂອງ ບໍຣິສັດວຽດນາມ ແລະ ປັດຈຸບັນ ເຂົາເຈົ້າຖືກກັກຂັງ ຢູ່ກອງບັນຊາການ ປກສ ແຂວງເຊກອງ".

ໃນເວລາດຽວກັນ, ຊາວບ້ານ ກໍໃຫ້ການວ່າ ທີ່ດິນສວນຢາງພາຣາ ຂອງວຽດນາມນັ້ນເປັນ ຂອງຊາວບ້ານ ແລະ ການສຳປະທານນັ້ນ ກໍບໍ່ຖືກຕ້ອງ. ອີງຕາມຂໍ້ມູນ ຈາກຊາວບ້ານ, ຂໍ້ຂັດແຍ່ງທີ່ດິນ ຢູ່ບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ ກັບບໍຣິສັດ ຢາງພາຣາ ທີ່ຊື່ວ່າ LVF ເກີດຂຶ້ນຍ້ອນວ່າ ບໍຣິສັດ ເບີກເນື້ອທີ່ດິນ ໄປກວມເອົາທີ່ດິນ 121 ເຮັກຕາ ຂອງຊາວບ້ານ 55 ຄອບຄົວ ໃນປີ 2006, ໃນຂນະທີ່ ທາງການ ເມືອງແລະແຂວງ ອະນຸມັດ ໃຫ້ສຳປະທານ ພຽງແຕ່ 42 ເຮັກຕາ ເທົ່ານັ້ນ.

ຊາວບ້ານຄົນນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີວ່າ:

"ຫລ້າສຸດ ຫ້ອງວ່າການຣັຖບານ ໄດ້ອອກແຈ້ງການ ໄປຫາຄນະປະຈຳພັກແຂວງ ໃນເດືອນມີນາ ປີ 2017 ເພື່ອໃຫ້ມີການແກ້ໄຂ ຊຶ່ງຣັຖບານ ໄດ້ມອບໃຫ້ກະຊວງ ຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ, ກະຊວງກະສິກັມ ແລະປ່າໄມ້, ແລະກະຊວງປ້ອງກັນ ຄວາມສະຫງົບ ເປັນຜູ້ແກ້ໄຂ, ແຕ່ບໍ່ໄດ້ກຳນົດວ່າ ເມື່ອໃດ ຈະມີການແກ້ໄຂ".

ນັບແຕ່ປີ 2011 ເປັນຕົ້ນມາ, ຊາວບ້ານໄດ້ມາຍື່ນຄຳຮ້ອງທຸກ ຕໍ່ຫ້ອງການ ສຳນັກງານ ນາຍົກຣັຖມົນຕຼີ ແລະ ສະພາແຫ່ງຊາດ ຫລາຍຄັ້ງ ເພື່ອໃຫ້ມີການແກ້ໄຂ ໃນຂໍ້ຂັດແຍ່ງ. ຊາວບ້ານ ກ່າວຕື່ມວ່າ:ເມື່ອແຂວງ ບໍ່ມີການແກ້ໄຂ ຊາວບ້ານຈຶ່ງພ້ອມໃຈ ພາກັນໄປຢຶດເອົາດິນ ດັ່ງກ່າວຈຳນວນ 121 ເຮັກຕາ ຄືນແລະບໍ່ໃຫ້ ບໍຣິສັດ ເຂົ້າມາປາດຢາງ ນັບແຕ່ປີ 2014 ຈົນເຖິງປັດຈຸບັນ ເພື່ອຮຽກຮ້ອງ ໃຫ້ທາງການ ແຂວງ ຫາທີ່ດິນຊົດເຊີຍ ໃຫ້ເຂົາເຈົ້າໃໝ່ ຫລື ຍົກຍ້າຍເຂົາເຈົ້າ ໄປຢູ່ບ່ອນໃໝ່.

ເຖິງຢ່າງໄດ໋ກໍຕາມ, ເຈົ້າໜ້າທີ່ຕຳຣວດແຂວງເຊກອງ ກໍບໍ່ໄດ້ເປີດເຜີຍ ລາຍຊື່ ຊາວບ້ານຢຶບ 12 ຄົນ ທີ່ຖືກຈັບ. ເຈົ້າໜ້າທີ່ຕຳຣວດ ແຂວງເຊກອງ ຍັງກ່າວວ່າ: ປັດຈຸບັນ ທາງການແຂວງ ໄດ້ສົ່ງເຈົ້າໜ້າທີ່ ທະຫານ ແລະຕໍາຣວດ ຈຳນວນ 3 ຄັນລົດ CR ມາຮັກສາ ຄວາມປອດໄພ ໃຫ້ບໍຣິສັດ ຍ້ອນວ່າ ເຂົາເຈົ້າຢ້ານວ່າ ຊາວບ້ານສ່ວນທີ່ເຫລືອ ຈະເຂົ້າໄປຕັດ ຕົ້ນຢາງພາຣາ ຂອງບໍຣິສັດອີກ ແລະມີການກວດກາ ຄົນອອກ ຄົນເຂົາບ້ານ ຢ່າງເຄັ່ງຄັດ.

ຊາວບ້ານໄດ້ຍື່ນຄຳຮ້ອງ ຂໍຄວາມເປັນທັມມາແຕ່ປີ 2011 ແລະ ຖືກຈັບຂັງຄຸກ ໃນປີ 2012.

ຍິ່ງໄປກວ່ານັ້ນ ໃນປີວັນທີ 12 ພຶສພາ ປີ 2011 ຫ້ອງວ່າການປົກຄອງ ເມືອງທ່າແຕງ ແຂວງເຊກອງ ໄດ້ອອກໜັງສື ໃຫ້ບໍຣິສັດ ຢາງພາຣາ LVF ຂອງວຽດນາມ ດຸດຮ່ອງຂະໜາດກວ້າງ 2 ແມັດ ແລະ ເລິກ 2 ແມັດ ອ້ອມບ້ານຢຶບ ເພື່ອບໍ່ໃຫ້ສັດລ້ຽງ ຂອງ ປະຊາຊົນ ເຂົ້າໄປສວນຢາງພາຣາ.

ຊາວບ້ານໄດ້ຮຽກຮ້ອງຂໍ້ຄວາມເປັນທັມ ມາຕລອດ ນັບແຕ່ເດືອນຕຸລາ ປີ 2011 ຕາງໜ້າຊາວບ້ານ 3 ຄົນ ໄດ້ຂຶ້ນມາຢື່ນ ຄຳຮ້ອງທຸກ ຂໍຄວາມເປັນທັມ ຢູ່ຫ້ອງການ ສຳນັກງານ ນາຍົກຣັຖມົນຕຼີ ແລະ ສະພາແຫ່ງຊາດ ໃຫ້ມີການ ແກ້ໄຂບັນຫາ ທີ່ດິນ ໃຫ້ແກ່ເຂົາເຈົ້າ.

ໃນເວລາທີ່ເຂົາເຈົ້າມາຢືນຄຳຮອງທຸກ ເຂົາເຈົ້າໄດ້ໃຫ້ຂ້າພະເຈົ້າ ຢູ່ໃນລາຍການລົມເລື້ອງຂ່າວ ຢູ່ນະຄອນຫລວງວຽງຈັນ ໃນວັນທີ່ 6 ເດືອນຕຸລາ ປີ 2011 ວ່າ: ຂໍທາງອອກຈາກຣັຖບານ ລະຂຶ້ນມາຢືນໜັງສື ໃຫ້ຂັ້ນເທິງ ຢູ່ໃນຫ້ອງການ ສຳນັກງານ ນາຍົກ ຣັຖມົນຕຼີ.

ຕໍ່ມາ ໃນວັນທີ 1 ພຶສພາ ປີ 2012, ຊາວບ້ານຂຶ້ນມາຢື່ນຄຳຮ້ອງທຸກ ຂໍຄວາມເປັນທັມ ນຳສຳນັກງານ ນາຍົກຣັຖມົນຕຼີ ອີກຄັ້ງນຶ່ງ.

ຫລັງຈານັ້ນ ໃນວັນທີ່ 25 ພືສະພາ ປີ 2012, ຫ້ອງການສຳນັກງານ ນາຍົກຣັຖມົນຕຼີ ໄດ້ອອກໜັງສື ທາງການເຖິງ ເຈົ້າແຂວງເຊກອງ ໃຫ້ແກ້ໄຂບັນຫາ ຂອງປະຊາຊົນ ຢູ່ເຂດບ້ານຢຶບ ທີ່ໄດ້ຮັບຜົນກະທົບ ຈາກໂຄງການ ປູກຢາງພາຣາ ຢ່າງຂາດໂຕ. ອຳນາດການປົກຄອງ ແຂວງໃນເວລານັ້ນ ບໍ່ມີການແກ້ໄຂ ບັນຫາ ໃຫ້ແກ່ຊາວບ້ານ ຕາມທິດຊີ້ນຳ ຂອງຫ້ອງການ ສຳນັກງານ ນາຍົກຣັຖມົນຕຼີ, ແຕ່ຍັງຈັບຊາວບ້ານ 8 ຄົນ ຂັງຄຸກ ຢູ່ກອງບັນຊາການ ປກສ ເມືອງທ່າແຕງ.

ອີງຕາມຄຳຮ້ອງຂໍຄວາມເປັນທັມ ຂອງຊາວບ້ານ ເຖິງຫ້ອງການ ສຳນັກງານ ນາຍົກຣັຖມົນຕຼີ ລົງວັນທີ 29 ມິຖຸນາ ປີ 2012, ຜູ້ທີ່ຖືກຈັບ ມີລາຍຊື່ ດັ່ງຕໍ່ໄປນີ້:

• ທ້າວ ສົບບັດ, ທ້າວວິຄຳ, ທ້າວ ບຸນຂາວ ຖືກເຈົ້າໜ້າທີ່ຕຳຣວດ ເມືອງທ່າແຕງ ແຂວງເຊກອງ ຈັບຕົວ ໃນວັນທີ 13 ມິຖຸນາ ປີ 2012.

• ທ້າວ ສົມສະຫວັນ, ທ້າວ ບຸນຊູ, ທ້າວ ບຸນເປ້ຍ, ທ້າວ ພ້ອມສະໄຫວ ຖືກເຈົ້າໜ້າທີ່ຕຳຣວດ ເມືອງທ່າແຕງ ຈັບຕົວ ໃນວັນທີ 15 ມິຖຸນາ ປີ 2012.

• ທ້າວ ສຸວັນ ຖືກຈັບຕົວໃນວັນທີ ທີ 26 ມິຖຸນາ ປີ 2012.

ຊາວບ້ານຄົນນຶ່ງ ໄດ້ກ່າວຕໍ່ເຊັຍເສຣີ ວ່າໃນປີ 2012 ນັ້ນເຂົາເຈົ້າທັງໝົດ ຖືກຈັບຂັງຄຸກ ເປັນເວລາ ເກືອບສອງອາທິດ ໂດຍອະດີດ ເຈົ້າໜ້າທີ່ ແຂວງເຊກອງ ບາງທ່ານ ເປັນຜູ້ສັ່ງໃຫ້ ຈັບຕົວເຂົາເຈົ້າ ຍ້ອນວ່າ ບໍ່ພໍໃຈ ທີ່ຊາວບ້ານ ຂຶ້ນມາຢື່ນຄຳຮ້ອງທຸກ ຢູ່ຫ້ອງການ ສຳນັກງານ ນາຍົກຣັຖມົນຕຼີ.

ໃນລະຍະທີ່ມີຂັງຄຸກໃນປີ 2012 ນັ້ນຊາວບ້ານບາງຄົນ ກໍຖືກຂັງຄຸກ ທັງໃສ່ກັບມື ໃຫ້ຖ່າຍກັບບ່ອນ ແລະຍ່ຽວກັບບ່ອນ. ໂດຍເຈົ້າໜ້າທີ່ ບໍ່ອະນຸຍາດໃຫ້ ເຂົ້າຫ້ອງນ້ຳ ແລະເຈົ້າໜ້າທີ່ ຍັງທຳຮ້າຍ ຮ່າງກາຍ ໃນເວລາ ສືບສວນ ສອບສວນ. ດັ່ງຊາວບ້ານ ຜູ້ທີ່ປະສົບເຫດການ ໄດ້ກ່າວ ຫລັງຈາກ ຖືກປ່ອຍຕົວ ອອກມາ ໃນປີ 2012 ວ່າ:

"ໂຕເອງເຂົາກະໃສ່ກັບ ທາງໜ້າທາງຫລັງ ຄູ່ເລີຍໄດ໋ ນຳປືນຕິດແອວເຂົາຈີ້ໂລດ ເຈົ້າຕ້ອງມາຄົ້ນເອກສານ ບໍ່ມີນາເອກສານ ຂ້ອຍວ່າ ມີເອກສານ ກົດໝາຍ ສິ່ງທີ່ນ້ອງຮູ້ ນີ້ແຫລະ ກົດໝາຍ ທີ່ນ້ອງຮູ້ ກົດໝາຍ ຣັຖທຳມະນູນ ມັນບໍ່ຢັ້ງຢືນ ໃຫ້ນ້ອງຜິດໄດ໋ ຊູ່ມື້ນີ້ ແຕ່ວ່າ ນ້ອງເຊື່ອວ່າ ກົດໝາຍ ມີຜົນສັກສິດ ໂອ້ຍໝໍນັ້ນ ເຕະໂຕກັບໃສ່ມື ເມັຍຈົນ ເຊັດນ້ຳຕາ ແຕ່ວ່າ ເວົ້າວ່າ ນຳເມັຍ ໂຕເອງກະເວົ້າ ພາສາໂຕເອງແຫລະ ໂຕເອງກະວ່າ ບໍ່ຕ້ອງເປັນຫ່ວງ ຂໍຮຽກຮ້ອງ ນຳຄຸນສິນ ຄຸນທັມວ່າ ຄົນອະທໍັມໃຫ້ໄປ ທາງລົບ ແຕ່ຄົນຍຸຕິທັມ ໃຫ້ໄປທາງບວກ ເວົ້ານໍເມັຍ ນັ່ງຢູ່ຫັ້ນ ຂີ້ຢູ່ບ່ອນຫັ້ນ".

ບັນຫາທີ່ເກີດຂຶ້ນເປັນຍ້ອນການປະຕິບັດ ຂອງເຈົ້າໜ້າທີ່ ແຕ່ບໍ່ແມ່ນເປັນຍ້ອນ ກົດໝາຍ ແລະ ນິຕິກັມ, ດັ່ງເຈົ້າໜ້ານັກກົດໝາຍ ທີ່ເຮັດວຽກກັບຊຸມຊົນ ໄດ້ກ່າວວ່າ:

"ມັນບໍ່ມີບັນຫາໃນໂຕຂອງກົດໝາຍ ແລະ ນະໂຍບາຍເນາະ ເພາະວ່າ ໃນດ້ານະໂຍບາຍ ແລະ ກົດໝາຍ ມັນຂ້ອນຂ້າງ ຮັດກຸມແລ້ວ ບໍ່ວ່າຈະເປັນ ຂະບວນການເຊົ່າ ແລະ ສຳປະທານ ຫລື ອີ່ຫຍັງແລ້ວ ຫລື ອີ່ຫຍັງ ກໍແລ້ວແຕ່ ການຫັ້ນດິນ ເປັນທຶນເບາະ ການເວນຄືນ ທີ່ດິນ ກໍແລ້ວແຕ່ ມີນິຕິກັມ ແລະ ກົດໝາຍຮອງຮົບ ແຕ່ວ່າ ບັນຫາ ທີ່ເກີດຂຶ້ນນີ້ ມັນກະຄືວ່າ ມັນຢູ່ໃນຂອດ ຂອງການຈັດຕັ້ງ ປະຕິບັດ ທີ່ບໍ່ມີວຄາມເປັນ ເອກພາບ ໃນຂອບເຂດ ທົ່ວປະເທດ".

ນະໂຍບາຍການມອບດິນມອບປ່າໃຫ້ປະຊາຊົນນຳໃຊ້ ບໍ່ຖືກປະຕິບັດ

ຊາວບ້ານຢືບໄດ້ຍົກຍ້າຍ ມາຈາກເມືອງກະລືມ ທີ່ເປັນເມືອງພູດອຍ ລົງມາຢູ່ເຂດທົ່ງພຽງ ເມືອງທ່າແຕງ ໃນຊຸມປີ 1990 ຕາມນະໂຍບາຍ ການພັທນາ ຂອງຣັຖບານ. ຊາວບ້ານກ່າວມາ ຫລັງຈາກມາຕັ້ງບ້ານ ຢູ່ເຂດເມືອງທ່າແຕງແລ້ວ ຣັຖບານໄດ້ ຈັດສັນທີ່ດິນ ແລະປ່າໄມ້ ໃຫ້ປະຊາຊົນ ເຮັດການຜລິດ ກະສິກັມ ເພື່ອລ້ຽງຊີບ, ແຕ່ຫລັງຈາກນັ້ນ ອຳນາດການປົກຄອງແຂວງ ຈຶ່ງມອບໃຫ້ເອົາ ທີ່ດິນບ້ານຢຶບ ໃຫ້ບໍຣິສັດວຽດນາມ ປູກຢາງພາຣາ. ຊາວບ້ານກ່າວວ່າ: ປັດຈຸບັນ ເຂົາເຈົ້າ ບໍ່ມີທີ່ດິນ ເຮັດກະສິກັມ ບາງຄົນ ກໍອອກໄປເຮັດວຽກ ເປັນກຳມະກອນ ຢູ່ຕ່າງແຂວງ ແລະ ຢູ່ໃນຕົວເມືອງ.

ຂັ້ນຕອນການແກ້ໄຂບັນຫາທີ່ດິນຂອງຣັຖບານ.

ອີງຕາມຂໍ້ມູນຈາກກະຊວງ ຊັພຍາກອນ ທຳມະຊາດ ແລະ ສິງແວດລ້ອມ ໃນປີ 2010, ຣັຖບານໄດ້ໃຫ້ນັກລົງທຶນ ສຳປະທານ ເນື້ອທີ່ດິນ ປູກຕົ້ນໄມ້ ອຸດສາຫະກັມ ຫລາຍກວ່າ 1 ລ້ານເຮັກຕາ, ຊຶ່ງໃນນັ້ນໃຫ້ ສຳປະທານ ປູກຢາງພາຣາ ປະມານ 3 ແສນ ເຮັກຕາ.

ກອງປະຊຸມສະໄໝສາມັນ ຂອງຣັຖບານຊຸດທີ VIII ປະຈໍາເດືອນ ແຕ່ວັນທີ 24-25 ມັງກອນ 2017 ພາຍໃຕ້ການເປັນປະທານ ຂອງ ທ່່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ. ກອງປະຊຸມ ໄດ້ແຕ່ງຕັ້ງ ຄນະສະເພາະກິດຂຶ້ນ ເພື່ອສຶກສາ ວິເຄາະວິຈັຍ ບັນຫາທີ່ດິນ ໃຫ້ເລິກເຊິ່ງ ມອບໃຫ້ ທ່ານ ບຸນທອງ ຈິດມະນີ ຮອງນາຍົກ ຣັຖມົນຕຣີ ເປັນຜູ້ຊີ້ນຳ, ມີຣັຖມົນຕຣີ ກະຊວງຊັພຍາກອນ ທຳມະຊາດ ແລະສິ່ງແວດລ້ອມ ເປັນຫົວໜ້າ ຄນະນຳພາ ຢ່າງຕັ້ງໜ້າ ແລະ ມີງົບປະມານ ໃນການເຄື່ອນໄຫວ ປະຕິບັດ ໜ້າທີ່.

ຄນະທີ່ຖືກແຕ່ງຕັ້ງ ຕ້ອງສຶກສາ ວິເຄາະວິຈັຍ ລະອຽດບັນຫາທີ່ດິນ ເລິກເຊິ່ງ ພ້ອມທັງ ເບິ່ງບົດຮຽນ ຈາກປະເທດເພື່ອນມິດ ສາກົນ. ຄາດໝາຍ ໃນການເຮັດວຽກ ຂອງຄນະໃຫ້ສຳເຣັດ ແລະ ສາມາດຣາຍງານ ຣັຖບານຊ້າສຸດ ພາຍໃນເດືອນ ຕຸລາ 2017 ກ່ອນຈະນຳ ສະເໜີຕໍ່ ກອງປະຊຸມ ກົມການເມືອງ ສູນກາງພັກ ແລະ ກອງປະຊຸມ ສະພາແຫ່ງຊາດ ເພື່ອ ພິຈາຣະນາ.

ທັງໝົດທີ່ນໍາສະເໜີໄປນັ້ນ ຄື ຄວາມເປັນມາຂອງການທີ່ ຊາວບ້ານເສັຍທີ່ດິນ ໃຫ້ໂຄງການ ປູກຢາງພາຣາ ເປັນເຫດ ເຮັດໃຫ້ຊາວບ້ານ ຕ້ອງທວງສິດທີ່ດິນ ຂອງຕົນເອງຄືນມາ ຈົນເຂົາເຈົ້າ ຕ້ອງຖືກຈັບ.

ກ່ຽວກັບເລື້ອງການຈັບກຸມ ຊາວບ້ານນີ້ ພະນັກງານຂັ້ນສູງ ຈາກສຳນັກງານ ນາຍົກຣັຖມົນຕຼີ ເຄີຍໃຫ້ທັສນະວ່າ: ການຈັບຕົວຊາວບ້ານ ບໍ່ແມ່ນແນວທາງ ແກ້ໄຂບັນຫາ ແລະ ຍິ່ງຈະເຮັດໃຫ້ ບັນຫາ ມັນຮຸນແຮງຂຶ້ນ ກວ່າເກົ່າ. ແລະ ແນວທາງທີ່ເໝາະ ໃນການແກ້ໄຂ ບັນຫາ ມັນຄືຫຍັງລະ ທ່ານບັນຫາ ທ່ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.