ຄ່ານ້ຳປະປາຈະຂຶ້ນຣາຄາ
2016.12.13
ໃນປີ 2017 ທີ່ຈະມາເຖິງ ບໍ່ພໍເທົ່າໃດ ອາທິດນີ້ ຄ່ານ້ຳປະປາ ຢູ່ ນະຄອນຫຼວງ ວຽງຈັນ ກໍຈະຖືກ ປັບຂຶ້ນ 4% ຕາມຂໍ້ຕົກລົງ ຣະຫວ່າງ ຣັຖວິສາຫະກິດ ນ້ຳປະປາ ນະຄອນຫຼວງ ວຽງຈັນ ແລະ ເຈົ້າຄອງ ນະຄອນຫຼວງ ວຽງຈັນ ເມື່ອວັນທີ 4 ກັນຍາ 2014 ເຮັດໃຫ້ ປະຊາຊົນ ໜັກໃຈ ຍ້ອນຣາຍໄດ້ ຍັງຄືເກົ່າ.
ການປັບຂຶ້ນ ຄ່ານ້ຳປະປາ ຄັ້ງນີ້ ຈະເລີ້ມ ປະຕິບັດ ໄປແຕ່ເດືອນ ມົກກະຣາ 2017 ເປັນຕົ້ນໄປ ຈົນກວ່າວ່າ ຈະມີ ຂໍ້ຕົກລົງ ປັບໃໝ່. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ຜູ້ບໍ່ປະສົງ ອອກຊື່ ຕໍ່ RFA ໃນວັນທີ 12 ທັນວາ ນີ້ວ່າ:
"ຂຶ້ນຕົ້ນປີຂຶ້ນອີກ 4% ຈາກຕົວເກົ່າເນາະ ສົມມຸດວ່າ ພາກສ່ວນ ທຸຣະກິດ ຮ້ານຄ້າ ໂຮງແຮມນີ້ ປົກຕິຣາຄາ ແມັຕກ້ອນນຶ່ງ 2971 ກີບ ແລະ ຖ້າເປັນຣາຄາໃໝ່ ກໍຈະຢູ່ 3089 ກີບ ຄັນບ້ານປົກຕິ ກໍຣາຄາ ລູກບາດລະ 1379 ກີບ ຖ້າປ່ຽນໃໝ່ຈະເປັນ 1434 ກີບ ເຮົາຈະອີງ ເອົາບ່ອນອີງ ຂອງທາງແຜນການ ພັທນາຕົວເມືອງ ຂອງນະຄອນຫຼວງ ຈາກເຈົ້າເມືອງ ເຈົ້າຄອງນະຄອນ ເຮົາບໍ່ໄດ້ຂຶ້ນໂດຍພາລະການ. ການຂຶ້ນຄ່ານໍາໃຊ້ນໍ້າ ແຕ່ລະປີວ່າຈະຂຶ້ນ ແຕ່ລະເປີເຊັນໆ ຈັກເປີເຊັນໆ ຕໍ່ປີນະຕາມແຜນ ຂອງການພັທນາເສຖກິດ ຂອງ ນະຄອນຫຼວງ ວຽງຈັນ".
ການປັບຂຶ້ນຄ່ານ້ຳປະປາ ທີ່ຈະມາເຖິງນີ້ ແບ່ງອອກເປັນ 3 ປະເພດ ຫຼື 3 ພາກສ່ວນ ຄືພາກສ່ວນ ທຸຣະກິດ ຮ້ານຄ້າ ໂຮງແຮມ ແລະ ບ້ານເຮືອນ ປະຊາຊົນ ທົ່ວໄປ, ພາກສ່ວນຣັຖ, ພາກສ່ວນ ສະຖານທູດ ແລະ ອົງການ ຈັດຕັ້ງສາກົນ. ສຳລັບ ພາກສ່ວນຂອງຣັຖ ນັ້ນຈະ ປັບຂຶ້ນ ຈາກແມັດກ້ອນ ນຶ່ງ 2,440 ກີບ ເປັນ 2,538 ກີບ.
ກ່ຽວກັບການປັບຂຶ້ນຄ່າ ນ້ຳປະປານີ້ ທາງການໄດ້ມີ ແຈ້ງການໃຫ້ ປະຊາຊົນຮູ້ມາ ຕັ້ງແຕ່ປີ 2014 ໂດຍໃຫ້ ເຫດຜົລວ່າ ຈະເອົາເງິນຈາກ ຄ່າປັບຂຶ້ນນີ້ ໄປພັທນາ ຣະບົບນ້ຳປະປາ ໃຫ້ໄປເຖິງ ບ້ານເຮືອນ ປະຊາຊົນ ທີ່ຢູ່ເຂດຫ່າງໄກ ທີ່ຍັງບໍ່ມີ ນ້ຳປະປາ. ດັ່ງ ທ່ານກ່າວວ່າ:
"ເຫດຜົລນີ້ ເຮົາຈະມີໂຄງການ ຂຍາຍນໍ້າປະປາ ທີ່ໄປຕ່າງແຂວງເດ໋ ແລ້ວກໍໃນ ນະຄອນຫຼວງນີ້ ເຮົາກໍຍັງ ນໍ້າປະປາ ປະຊາຊົນ ກໍຍັງບໍ່ໄດ້ ນໍາໃຊ້ 100% ຕົວນີ້ເຮົາກໍຕ້ອງເອົາ ຕົວນີ້ໄປພັທນາ ໃຫ້ປະຊາຊົນຢູ່ໃນທົ່ວ ນະຄອນຫຼວງ ໄດ້ນໍາໃຊ້ ໃຫ້ມັນທົ່ວເຖິງ ມັນຈະມີໃບແຈ້ງການ ຂອງ ເຈົ້າຄອງນະຄອນຫຼວງ ແລ້ວຂະເຈົ້າ ຈະແຈ້ງແຜນ".
ແຕ່ເຖິງຢ່າງໃດກໍຕາມ ກ່ຽວກັບການທີ່ຈະປັບ ຄ່ານ້ຳປະປາຂຶ້ນນີ້ ກໍມີປະຊາຊົນ ຜູ້ຂໍສງວນຊື່ ແລະສຽງທ່ານນຶ່ງເວົ້າຕໍ່ RFA ວ່າຢາກຂໍໃຫ້ ພາກສ່ວນ ທີ່ກ່ຽວຂ້ອງ ຂອງທາງການລາວ ພິຈາຣະນາ ບໍ່ຂຶ້ນຄ່ານ້ຳ ນັ້ນໄດ້ບໍ່ ເພາະຣາຍໄດ້ ຂອງປະຊາຊົນ ຍັງໜ້ອຍ ຄືເກົ່າຢູ່.