ໂຄງການສ້າງທາງສາຍດ່ວນ ນະຄອນຫຼວງ ຫາ ມ.ວັງວຽງ
2018.06.15
ໂຄງການສ້າງເສັ້ນທາງສາຍດ່ວນ ຣະຫວ່າງນະຄອນຫລວງວຽງຈັນ ຫາເມືອງວັງວຽງ ໃນປັດຈຸບັນນີ້ ເຈົ້າຫນ້າທີ່ກຳລັງສຳຣວດ ປະເມີນ ຄ່າຊົດເຊີຍ ແກ່ຊາວບ້ານ ຜູ້ໄດ້ຮັບຜົລກະທົບ ຮວມແລ້ວປະມານ 65 ບ້ານ ໃນເຂດນະຄອນຫຼວງວຽງຈັນ 25 ບ້ານ ແລະແຂວງວຽງຈັນ 40 ບ້ານ, ສຳລັບການເບີກຈ່າຍ ຄ່າຊົດເຊີຍນັ້ນ ທາງການຈະຄິດໄລ່ ໃຫ້ເຫມາະສົມ ກ່ອນຈະລົງມືສ້າງທ້າຍປີນີ້.
ດັ່ງເຈົ້າຫນ້າທີ່ກະຊວງໂຍທາທິການແລະຂົນສົ່ງ ນະຄອນຫລວງວຽງຈັນ ທ່ານນຶ່ງກ່າວໃນຕອນນື່ງວ່າ:
"ຄືວ່າຍ້າຍນ້ອຍດຽວນຶ່ງຫນາ ກໍມີ່ວັດແທກແດ່ ລະກໍມີບ້ານປະຊາຊົນຈຳນວນນຶ່ງ ຍ້າຍເຮົາກໍຕ້ອງໄດ້ຈັດສັນໃຫ້ເຂົາໃດ ບໍ່ແມ່ນເຮົາຊີ່ໄປ ປະເຂົາ ສ່ວນຫລາຍ ແມ່ນຢູ່ທົ່ງພຽງນີ້ ຈະເວົ້າຄ່າຊົດເຊີຍ ຈະຖືກ ເວົ້າຕາມຄ່າຄອງຊີບ ຕົວເມືອງ ຄັນຄືຢູ່ນະຄອນຫລວງວຽງຈັນ ແພງກວ່າຕົວນີ້ ຕາມທີ່ເຮົາເຮັດມາ ຄັນຢູ່ຕົວເມືອງນັ້ນ ຕາຕະລາງແມດນື່ງ 4 ແສນກີບ ແຕ່ໄປແອອັດ ຢູ່ຕົວເມືອງວັງວຽງຈັນ ຈຳນວນສູງບ່ອນທ່ອງທ່ຽວເດ້."
ທ່ານກ່າວຕື່ມວ່າປັດຈຸບັນ ເຈົ້າຫນ້າທີ່ສາມາດສຳຣວດປະເມີນຜົລຄ່າຊົດເຊີຍໄດ້ ສອງຕົວເມືອງແລ້ວ ຄືເມືອງວັງວຽງແລະເມືອງໂພນໂຮງ ສຳລັບເມືອງຫີນເຫີບນັ້ນ ສຳຣວດໄປແລ້ວເຄີ່ງນຶ່ງ ແລະເຂດເມືອງວັງວຽງ ຍັງບໍ່ທັນແລ້ວເທື່ອ.
ທ່ານວ່າທາງດ່ວນຈາກນະຄອນຫຼວງວຽງຈັນໄປຫາເມືອງວັງວຽງ ເປັນເສັ້ນທາງຄູ່ຂນານກັບທາງຣົດໄຟລາວ-ຈີນ ຈະໃຊ້ເວລາເດີນທາງ ດ້ວຍຣົດຍົນ ນື່ງຊົ່ວໂມງຈາກ ນະຄອນຫລວງວຽງຈັນ ຊື່ງແຕ່ກ່ອນ ສອງຫາສາມຊົ່ວໂມງ:
"ທາງດ່ວນນີ້ມັນໄປຄຽງຄູ່ຂນານແທ້ໆ ກັບທາງຣົດໄຟເພາະທາງຮົດໄປ ຊື່ໆຄືກັນ ເພາະວ່າທາງຣົດໄຟມັນໄປຜ່ານ 5 ແຂວງພຸ້ນເດ້ເລກ 13 ເຫນືອ ແລະບ້ານສີເກີດທາງແບ່ງໂພນໂຮງຕົວນີ້ ແມ່ນ ເລກ 13 ເຫນືອ ແຕ່ຕົວທາງດ່ວນບໍ່ແມ່ນເດັດຂາດ ຄົນລະເສັ້ນເລີຍ ແຕ່ວ່າໄປທິດ ດຽວກັນຊື່ໆ ເພາະວ່າວັງວຽງ ນະຄອນຫຼວງວຽງຈັນ ມັນຈະມີຢູ່ປະມານ 155 ກິໂລ ແຕ່ວ່າທາງເສັ້ນນີ້ຈະປະມານ 100 ປາຍນ້ອຍນື່ງນີ້ລະ ເພີ່ນຕັດເລີຍບໍ່ກ່ຽວນັ້ນກ່ຽວນີ້ກັບຜູ້ນຳພາ."
ໂຄງການເສັ້ນທາງສາຍດ່ວນ ຈາກ ນະຄອນຫລວງວຽງຈັນ ຫາເມືອງວັງວຽງ ມີຄວາມຍາວປະມານ 100 ກິໂລແມັດ ມູນຄ່າການກໍ່ສ້າງ ປະມານ 1.3 ຕື້ໂດລາ.