ມ.ໂພນໂຮງ 8 ບ້ານ ຈະໄດ້ ຄ່າຊົດເຊີຍ

ໄຊຍາ
2018.11.30
F-railway ວຽກງານການເຈາະອຸມົງ ຂອງທາງຣົດໄຟ ລາວ-ຈີນ
RFA/VD

ປະຊາຊົນ 8 ບ້ານ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ຈະໄດ້ຮັບຄ່າຊົດເຊີຍ ຈາກໂຄງການສ້າງທາງຣົດໄຟ ລາວ-ຈີນ ຜ່ານການໂອນເຂົ້າ ບັນຊີ ທະນາຄານໂດຍກົງ ພາຍໃນເດືອນນີ້ ຢ່າງແນ່ນອນ ຫລັງຈາກພາກສ່ວນກ່ຽວຂ້ອງ ໄດ້ເອົາເລກບັນຊີທະນາຄານ ຂອງປະຊາຊົນ ໄປເມື່ອບໍ່ດົນມານີ້ ເພື່ອກຽມດຳເນີນການໂອນເງີນໃຫ້. ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 22 ພຶສຈິກາ ນີ້ວ່າ:

"ເອົາໂຕເລກບັນຊີຫັ້ນໄປແລ້ວນະ ສະມາຊິກຜູ້ທີ່ວ່າຖືກຜົລກະທົບນະກະບໍ່ເກີນທິດນີ້ວ່າຊັ້ນ ຕາມວ່າຫັ້ນນະໂອນເງີນເຂົ້າບັນຊີ ທະນາຄານ ການຄ້າພຸ້ນແຫລະ ມີແຕ່ວ່າໄປເບີກເອົາຢູ່ພຸ້ນ."

ທ່ານກ່າວຕື່ມວ່າ ຫລັງຈາກປະຊາຊົນເມືອງໂພນໂຮງ ທີ່ຖືກຜົລກະທົບຈາກໂຄງການສ້າງທາງຣົດໄຟ ລາວ-ຈີນ ຮູ້ວ່າໄດ້ຈະໄດ້ຮັບເງີນ ຄ່າຊົດເຊີຍແລ້ວນັ້ນ ຫລາຍຄົນກໍ່ດີໃຈຍ້ອນຢາກເອົາເງິນໄປຊື້ທີ່ດິນບ່ອນໃໝ່.

ໃນຂນະທີ່ບາງຄອບຄົວ ກໍຈະໄດ້ທັງເງິນຊົດເຊີຍ ແລະການປຸກເຮືອນໃຫ້ ຕາມທີ່ໄດ້ສເນີຂໍໄວ້ຕັ້ງແຕ່ດົນ ເຊິ່ງປະຊາຊົນເມືອງໂພນໂຮງ ທີ່ຖືກຜົລກະທົບ ຈາກໂຄງການສ້າງທາງຣົດໄຟ ລາວ-ຈີນ ມີທັງໝົດ 305 ຄອບຄົວ.

ທ່ານຍັງໃຫ້ຮູ້ຕື່ມວ່າ ຍັງບໍ່ຮຸູ້ວ່າທາງພາກສ່ວນກ່ຽວຂ້ອງ ຈະມີການຈັດພິທີ ມອບຮັບຄ່າຊົດເຊີຍຫລືບໍ່ ເພາະຍັງບໍ່ໄດ້ຮັບແຈ້ງການຈາກ ພາກສ່ວນ ທີ່ກ່ຽວຂ້ອງ ເຊິ່ງການຈ່າຍຄ່າຊົດເຊີຍ ຜູ້ທີ່ໄດ້ຮັບຜົລກະທົບຈາກໂຄງການ ສ້າງທາງຣົດໄຟ ລາວ-ຈີນ ທີ່ເມືອງຫີນເຫີບ ນັ້ນກໍ່ໄດ້ມີການຈັດພິທີມອບຮັບ ຢ່າງເປັນທາງການ ໂດຍມີຫລາຍພາກສ່ວນເຂົ້າຮ່ວມຮັບຮູ້ນໍາ.

ສ່ວນການມອບຄ່າຊົດເຊີຍ ໃຫ້ກັບປະຊາຊົນເມືອງໂພນໂຮງ ແຂວງວຽງຈັນ ທີ່ໄດ້ຮັບຜົລກະທົບ ຈາກໂຄງການສ້າງທາງຣົດໄຟ ລາວ-ຈີນ ເບື້ອງຕົ້ນຍັງບໍ່ມີຣາຍງານ ຈາກທາງການວ່າ ຈະມີຈຳນວນຈັກຄອບຄົວ ທີ່ຈະໄດ້ຮັບຄ່າຊົດເຊີຍງວດທີ 1.

ເມື່ອວັນທີ 2 ພຶສຈິກາ ຜ່ານປະຊາຊົນຈຳນວນ 138 ຄອບຄົວ ໃນເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຮັບຄ່າຊົດເຊີຍຈາກໂຄງການ ສ້າງທາງຣົດໄຟ ລາວ-ຈີນ ງວດທີ 1 ແລະ ງວດທີ 2 ສຳລັບຄ່າປຸກສ້າງ ແລະ ດິນປູກຝັງ ຮວມມູນຄ່າທັງໝົດ 77 ຕື້ກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.