ບ.ຜາບ່ອງ ບ.ນາເລືອງ ມ.ຫິນເຫີບ ບໍ່ພໍໃຈ ຄ່າດິນ
2020.03.04

ຊາວບ້ານເຂດຜາບ່ອງບ້ານນາເລືອງເມືອງຫິນເຫີບແຂວງວຽງຈັນຈຳນວນ 10 ປາຍຄອບຄົວ, ທາງບ້ານມາແຈ້ງໃຫ້ຍ້າຍອອກ ເນື່ອງຈາກ ດິນຊາວບ້ານເຂດນັ້ນ ທາງບໍຣິສັດຄົບຫິນ ຂອງຈີນ ຕ້ອງການຂຸດຄົ້ນຫິນ.
ແຕ່ປັດຈຸບັນ 09 ຄອບຄົວ ຍັງບໍ່ຍອມຮັບຄ່າທົດແທນ ເນື່ອງຈາກຄະນະໄກ່ເກັ່ຽຂັ້ນບ້ານ ສເນີຄ່າທົດແທນຕໍ່າເກີນຄວາມຈິງ. ດັ່ງປະຊາຊົນ ບ້ານນາເລືອງ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອທ້າຍເດືອນກຸມພາ ວ່າ. ມີແຕ່ຄອບຄົວດຽວ ທີ່ຍອມຍ້າຍ ແຕ່ອີກຫຼາຍຄອບຄົວ ບໍ່ຍອມຮັບເອົາຄ່າ ທົດແທນ ທີ່ບ້ານສເນີໃຫ້:
“ຖືວ່າບ່ອນເຂົາເຈົ້າມາຄົບຫິນມີ 10 ປາຍຫຼັງຄາເຮືອນທີ່ເຂົາເຈົ້າ ຈະບອກໃຫ້ຍົກຍ້າຍເນາະ ເພາະຢູ່ແຄມທາງພໍດີເປັນທາງຜ່ານເລີຍເດ້ ທາງຫຼວງ ເຂົາເຈົ້າບໍ່ຍອມ ຫຼັງຄານຶ່ງທີ່ຍ້າຍຫັ້ນນ່າ ມັນຢູ່ໃກ້ເກີນ ເຂົາເຈົ້າທົດແທນຄ່າ ເສັຽຫາຍໃຫ້ລະ ໄດ້ປະມານ 200 ປາຍລ້ານ ລະໃຫ້ເຈົ້າຂອງດິນໂຕນັ້ນ ກັບເຮືອນ ໄດ້ແຕ່ 80 ລ້ານກີບ.”
ຊາວບ້ານຜູ້ນີ້ ເວົ້າວ່າ ທາງບໍຣິສັດຄົບຫິນຂອງຈີນ ຕ້ອງຂຸດຄົ້ນຫິນ ໃນຈຸດທີ່ດິນຂອງຊາວບ້ານ ຢູ່ຮວມກັນ ໃນຈຳນວນເນື້ອທີ່ ຫຼາຍຮ້ອຍ ເຮັກຕ້ານັ້ນ ໄດ້ສເນີຄ່າທົດແທນ ໃຫ້ຊາວບ້ານ 200 ປາຍລ້ານກີບ ແຕ່ຄະນະໄກ່ເກັ່ຽຂັ້ນບ້ານ ກັບສເນີໃຫ້ 80 ປາຍລ້ານກີບ.
ຕໍ່ບັນຫາດັ່ງກ່າວ ຊາວບ້ານ ໄດ້ຮຽກຮ້ອງໄປຍັງຂັ້ນເມືອງ ເພື່ອໃຫ້ລົງມາແກ້ໄຂບັນຫາດັ່ງກ່າວ ແຕ່ທາງເມືອງ ກ່າວວ່າໄດ້ມອບໝາຍໃຫ້ ຂັ້ນບ້ານ ຈັດການຕາມຂັ້ນຕອນ ເພາະບໍຣິສັດໄດ້ມອບໃຫ້ຂັ້ນບ້ານ ເປັນຜູ້ໄກ່ເກັ່ຽບັນຫາດັ່ງກ່າວ. ດ່ັງຊາວບ້ານນາເລືອງ ໄດ້ກ່າວຢືນຢັນ ຕື່ມວ່າ:
“ທາງບໍຣິສັດ ເຂົາເຈົ້າກາໃຫ້ປົກກະຕິຫັ້ນລະ ຖືວ່າມາຜ່ານບ້ານຖືວ່າຈ່າຍໃຫ້ບ້ານ ນາຍບ້ານຈຶ່ງມາຈ່າຍໃຫ້ປະຊາຊົນ, ນາຍທຶນເພິ່ນມາ ໃຫ້ນາຍບ້ານ ເຮັກຕ້ານຶ່ງ 250 ຫຼື 200 ຫັ້ນນ່າ ແຕ່ວ່ານາຍບ້ານວ່າ ປະຊາຊົນ ທີ່ຖືກທີ່ດິນ ໃຫ້ ເຮັກຕ້າລະຮ້ອຍ ອັນພາສີທີ່ດິນເມືອງ ໂທໄປຂະເຈົ້າກາວ່າໄທບ້ານ ເຮັດຈັ່ງໃດກາເຮັດຈັ່ງຊັ້ນກັບເຂົາເຈົ້າ.”
ຕໍ່ກັບບັນຫາ ທີ່ເກີດຂຶ້ນກັບຊາວບ້ານນັ້ນ ນາຍບ້ານ ໄດ້ຢືນຢັນກັບເອເຊັຽເສຣີ ໃນວັນດຽວກັນວ່າ: ທາງບໍຣິສັດ ບໍ່ໄດ້ຕົກລົງຣາຄາ 250 ລ້ານກີບ ເທົ່າທີ່ຊື້ຂາຍມາ ແມ່ນ 200 ລ້ານກີບ, ດັ່ງທ່ານກ່າວວ່າ:
“ບໍຣິສັດເພິ່ນຕົກລົງວ່າ 200 ລ້ານບໍ່ມີນ່າ 250 ລ້ານບໍ່ມີບໍ່ມີຄວາມຈິງໃດ໋ອັນວ່າ 250 ລ້ານກີບແຕ່ວ່າເຣື່ອງການຊື້ຂາຍ ຫຼືວ່າເອກສານ ແຈ້ງໃຫ້ປະຊາຊົນ ນີ້ວ່າໄດ້.”
ທ່ານກ່າວຕື່ມວ່າ ແນວໃດກໍຕາມ ໃນເຂດເນື້ອທີ່ຂອງບ້ານ ທີ່ຂາຍໄປ ກໍໄດ້ຣາຄາ 200 ລ້ານກີບ. ສ່ວນເຣື່ອງການແກ້ໄຂບັນຫານີ້ຈະ ດຳເນີນໄປຕາມເອກກະສານທີ່ມີ ແລະ ໄດ້ແຈ້ງໃຫ້ຊາວບ້ານຮັບຊາບແລ້ວ.
ຫຼ້າສຸດນີ້ ຊາວບ້ານນາເລືອງ ໄດ້ສົ່ງຂ່າວມາວ່າກຳລັງຢູ່ໃນຂັ້ນຕອນການເຈຣະຈາ ໃນການຊື້ຂາຍ ເພື່ອໃຫ້ໄດ້ຄ່າທົດແທນຕາມທີ່ບໍຣິສັດ ເຄີຍ ຕົກລົງໄວ້ ວ່າຈະໃຫ້ ໃນຣາຄາ 250 ລ້ານກີບ ແຕ່ນາຍບ້ານ ກໍຢັ້ງຢືນວ່າເຄີຍໄດ້ ໃນຣາຄາ 200 ລ້ານກີບ ສ່ວນຊາວບ້ານ ກໍວ່າຖ້າບໍ່ໄດ້ເຕັມ ຢ່າງໜ້ອຍກໍໄດ້ປະມານ 200 ລ້ານກີບ.