ການພັທນາເມືອງເອກ ນະຄອນຫຼວງວຽງຈັນ
2013.01.09

ທາງການລາວ ວາງແຜນໄວ້ວ່າ ຈະສ້າງ ນະຄອນຫລວງ ວຽງຈັນ ໃຫ້ເປັນເມືອງໃຫຍ່ ທັນສມັຍ ມີຕຶກອາຄານ ສູງໆ ຄືກັບ ຮັອງ ກົງ, ໂຕກຽວ ຫລື ນະຄອນນິວຢອກ. ຕາມແຜນການ ດັ່ງກ່າວ ທາງການລາວ ຈະສ້າງ ນະຄອນຫລວງ ວຽງຈັນ ໃຫ້ຈະເຣີນກ້າວໜ້າ ຕາມທີ່ໄດ້ ວາງແຜນໄວ້ນັ້ນ ໃຫ້ສຳເຣັດ ພາຍໃນປີ 2030.
ປັດຈຸບັນ ທາງການລາວ ກຳລັງ ປະຕິບັດ ຕາມແຜນການ ເບື້ອງຕົ້ນ ໂດຍຈະເລີ້ມ ກໍ່ສ້າງ ຕາມໂຄງການໃຫຍ່ໆ ເຊັ່ນໂຄງການ ເສຖກິດ ພິເສດ ບຶງທາດຫລວງ, ໂຄງການໜອງທາ ແລະ ໂຄງການໜອງປີງ. ບັດນີ້ ເຮົາມາ ສຶກສາເບິ່ງ ແຕ່ລະໂຄງການ: ໂຄງການ ບຶງທາດຫລວງ ເປັນໂຄງການທີ່ໃຫຍ່ ກວ້າງເຖິງ 365 ເຮັກຕາຣ໌; ກຸ່ມບໍຣິສັດ ຊຽງໄຮ້ວັນແຟັ່ງ ຂອງຈີນ ຈະລົງທຶນເຖິງ 1.6 ຕື້ ດອນລ່າສະຫະຣັຖ ເພື່ອສ້າງສູນທຸຣະກິດການຄ້າ, ຮ້ານຊັບພະສິນຄ້າ ແລະ ຕຶກອາຄານ ບ່ອນຢູ່ອາໃສ; ການກໍ່ສ້າງ ໄດ້ເລີ້ມແລ້ວ ນັບແຕ່ ເດືອນທັນວາ ປີກາຍ ແລະ ຈະສຳເຣັດ ພາຍໃນ 15 ປີ ຫລື 20 ປີຂ້າງໜ້າ. ເມື່ອສ້າງສຳເຣັດແລ້ວ ຜູ້ຈະຍ້າຍເຂົ້າໄປຢູ່ ສ່ວນຫລາຍ ຈະແມ່ນຊາວຈີນ ແລະ ບໍຣິສັດຈີນ ໄດ້ຮັບສັມປະທານ ເປັນເວລາ 50 ປີ ຕໍ່ໄດ້ອີກ 25 ປີ ລວມທັງ ເວລາສ້າງ ລວມທັງໝົດເປັນເວລາ 90 ປີ.
ໂຄງການໃຫຍ່ ອີກໂຄງການນຶ່ງ ກໍແມ່ນ ໂຄງການໜອງທາ ທີ່ມີຊື່ ເຕັມວ່າ ໂຄງການໜອງທາ ພາຣາດາຍສ໌ ແລນດ໌ (Paradise Land), ຊຶ່ງແມ່ນ ບໍຣິສັດ ຮ່າໂດ ຂອງວຽດນາມ ເປັນເຈົ້າຂອງ ແລະລົງທຶນເຖິງ 240 ລ້ານດອນລ່າ ເພື່ອສ້າງ. ໂຄງການດັ່ງກ່າວ ຢູ່ໃນເຂດເມືອງຈັນທະບູຣີ ໃນກາງເມືອງນະຄອນຫລວງວຽງຈັນ. ໜັງສືພິມ ວຽງຈັນໃໝ່ ລົງຂ່າວວ່າ ບໍຣິສັດ ຮ່າໂດ ເປັນບໍຣິສັດ ອະສັງຫາລິມະຊັບ ທີ່ມີປະສົບປະການ ຫລາຍກວ່າ 20 ປີ ຢູ່ວຽດນາມ. ໜັງສືພິມ ທາງການລາວ ບໍ່ໄດ້ຣາຍງານຣາຍລະອຽດວ່າ ໂຄງການໜອງທານັ້ນ ຈະມີການສ້າງຫຍັງແດ່ ຈະມີການສ້າງ ຕຶກອາຄານ ທີ່ໃຫຍ່ໆສູງໆບໍ່ ຫລື ຈະມີສະຖານທີ່ ທ່ອງທ່ຽວ, ບັນເທີງ ແລະ ການຄ້າບໍ່? ແຕ່ໜັງສືພິມ ວຽງຈັນໃໝ່ ເປີດເຜີຍແຕ່ວ່າ ບໍຣິສັດ ກໍ່ສ້າງ ຈະພະຍາຍາມ ສ້າງ ສວນສາທາຣະນະ ໃນໂຄງການໜອງທານັ້ນ ໃຫ້ສຳເຣັດ ພາຍໃນ ບຸນປີໃໝ່ລາວ ປີນີ້, ຈາກນັ້ນ ຈະໃຫ້ສຳເຣັດ ຣະຍະທີ່ 2 ໃນປີ 2015 ແລະ ໃຫ້ສຳເຣັດ ທັງໝົດໂຄງການ ພາຍໃນ ປີ 2018.
ນອກຈາກນັ້ນ ເມື່ອອາທິດແລ້ວ ທາງການລາວ ກໍໄດ້ເຊັ່ນບົດບັນທຶກ ຄວາມເຂົ້າໃຈກັນ ກັບບໍຣິສັດ ໂຫ້ເຕີສິບສອງພັນນາ ຂອງຈີນ. ພາຍໃນບົດບັນທຶກ ດັ່ງກ່າວ ບໍຣິສັດ ໂຫ້ເຕີ ຈະສຶກສາ ສຳຣວດຄວາມເປັນໄປໄດ້ ໃນການສ້າງເມືອງໃໝ່ ຢູ່ບໍຣິເວນອ້ອມໜອງປີງ ໃນເຂດນະຄອນຫຼວງວຽງຈັນ ໃນພື້ນທີ່ດິນ 150 ເຮັກຕາຣ໌ ໃຫ້ກາຍເປັນ ເມືອງໃໝ່ ທີ່ທັນສມັຍ. ໂຄງການດັ່ງກ່າວ ເປັນສ່ວນນຶ່ງ ຂອງພື້ນທີ່ ທັງໝົດ 1,800 ເຮັກຕາຣ໌ ທີ່ທາງການ ນະຄອນຫລວງວຽງຈັນ ຈັດໄວ້ ເພື່ອໃຫ້ສັມປະທານ ແກ່ບໍຣິສັດ ລົງທຶນຕ່າງປະເທດ ເພື່ອພັທນານະຄອນຫລວງ ໃຫ້ຈະເຣີນ ກ້າວໜ້າ ດັ່ງເຈົ້າໜ້າທີ່ ຂັ້ນສູງ ຂອງອຳນາດການປົກຄອງ ນະຄອນຫລວງວຽງຈັນ ທ່ານນຶ່ງໄດ້ເວົ້າວ່າ:
"ເອີ 1,800 ເຮັກຕາຣ໌ຫັ່ນແຫລະ ທັງໝົດນ໋າ ເຂົາກໍຈັດ ເປັນຕອນເປັນຕອນ ອອກໄປ ແລ້ວແຕ່ ຜູ້ທີ່ຈະສັມປະທານ ຈຸດໃດຈຸດໃສ."
ທັງໝົດ ທັງສາມໂຄງການ ທີ່ກ່າວມານັ້ນ ເປັນຕົວຢ່າງ ສ່ວນນຶ່ງ ຂອງໂຄງການໃຫຍ່ ທີ່ທາງການລາວໄດ້ວາງໄວ້ ເພື່ອສ້າງສາພັທນາ ນະຄອນຫລວງວຽງຈັນ ໄດ້ເປັນນະຄອນ ທີ່ໃຫຍ່ໂຕ ແລະ ທັນສມັຍ.
ບັດນີ້ ພວກເຮົາ ມາສຶກສາເບິ່ງວ່າ ໂຄງການໃຫຍ່ ທີ່ວ່ານັ້ນ ຈະມີຜົນດີ ຜົນຮ້າຍ ແນວໃດ ຕໍ່ປະຊາຊົນແລະ ສິ່ງແວດລ້ອມ? ແນ່ນອນວ່າ ຜົນດີ ນະຄອນຫລວງວຽງຈັນ ກໍຈະຈະເຣີນຂື້ນ; ແຕ່ໃນຂະນະດຽວກັນ ກໍມີຜົນກະທົບ ຫລາຍຢ່າງ.
ຜົນກະທົບ ອັນທີ່ນ່ຶງ ນະຄອນຫລວງວຽງຈັນ ມີປະຊາຊົນ ອາໃສຢູ່ໃນພື້ນທີ່ ເຕັມໃນທຸກຫົນແຫ່ງ. ກ່ອນການກໍ່ສ້າງ ຈະເລີ້ມໄດ້ ປະຊາຊົນ ຈຳເປັນຕ້ອງຍົກຍ້າຍ ທີ່ຢູ່ອາໃສ. ຜູ້ທີ່ຖືກຍົກຍ້າຍທຸກຄົນທຸກຄອບ ຈະໄດ້ຮັບຄ່າຊົດເຊີຍຕ່ຳ ຕ່ຳຫລາຍ. ປະຊາຊົນ ບໍ່ດີໃຈ ບໍ່ຢາກຮັບເອົາ ຄ່າຊົດເຊີຍ ຫລາຍຄົນ ໃນເບື້ອງຕົ້ນ ເວົ້າວ່າ ຈະບໍ່ຍອມຮັບເອົາ ຄ່າຊົດເຊີຍ ອັນຕ່ຳໆນັ້ນ ເດັດຂາດ ຈະບໍ່ຍອມໂຍກຍ້າຍ ເດັດຂາດ ຫລື ບາງຄົນ ເວົ້າແຮງກວ່ານັ້ນ ວ່າ ຈະສູ້ຈົນຕາຍ. ແຕ່ເມື່ອ ເຈົ້າໜ້າທີ່ ກົດດັດແຮງຂຶ້ນແຮງຂຶ້ນ ສຸດທ້າຍ ຊາວບ້ານ ກໍຈຳເປັນຕ້ອງໂຍກຍ້າຍ ຕົວຢ່າງ ຊາວບ້ານບຶງທາດຫລວງ ກໍໄດ້ໂຍກຍ້າຍ ໄປຢູ່ເຂດນອກເມືອງແລ້ວ ໄກຈາກໂຮງຮຽນ ໄກບ່ອນຄ້າຂາຍ ດິນຢູ່ບ້ານໃໝ່ ກໍຈຳກັດ ຊ້ຳບໍ່ໜຳ ຍັງເປັນດິນບໍ່ດີປູກຫຍັງ ກໍບໍ່ໄດ້; ຊາວບ້ານຫລາຍຄົນ ຢູ່ໄປຢູ່ມາ ໃຊ້ຈ່າຍເງິນຄ່າຊົດເຊີຍນັ້ນ ຈົນໝົດ ສຸດທ້າຍ ບໍ່ມີທຶນແລະ ບໍ່ມີວິຊາຫາກິນ ແນວໃດຕໍ່.
ສຳຣັບ ປະຊາຊົນຫລາຍຄົນເຕີບ ທີ່ບໍ່ໄດ້ເຮັດ ໃບຕາດິນ ຫລື ບໍ່ມີເງິນເຮັດ ແຮງໂຊກຮ້າຍ ແຮງໄດ້ຮັບເງິນຄ່າຊົດເຊີຍຕ່ຳ ເຖິງວ່າ ຈະຢູ່ ຫລື ເປັນເຈົ້າຂອງ ດິນ ມາເປັນເວລາດົນນານແລ້ວ ກໍຕາມ. ຊາວຫາດດອນຈັນ ຕົກຢູ່ໃນ ກໍຣະນີນີ້ ຫລາຍຄົນ ທີ່ຈຳເປັນຕ້ອງ ໂຍກຍ້າຍ ເພື່ອເປີດໃຫ້ ບໍຣິສັດຈີນ ສ້າງໂຮງແຮມ 5 ດາວ ແລະ ເຮືອນພັກ ຫລູຫລາ 50 ຫລັງ ເພື່ອຕ້ອນຮັບແຂກ ຜູ້ນຳຕ່າງປະເທດ ເມື່ອທ້າຍປີ ທີ່ຜ່ານມາ.
ຜົນກະທົບ ອີກຢ່າງນຶ່ງ ທີ່ເກີດຈາກ ໂຄງການພັທນາໃຫຍ່ໆ ຢູ່ນະຄອນຫລວງວຽງຈັນ ກໍແມ່ນ ການທຳລາຍ ທົ່ງນາ, ສວນ ແລະ ບ່ອນຢູ່ອາໃສ ຂອງປະຊາຊົນ ທ້ອງຖິ່ນ; ຕົວຢ່າງ ທີ່ເດັ່ນທີ່ສຸດ ກໍແມ່ນ ບຶງທາດຫລວງ; ບຶງທາດຫລວງ ເປັນອູ່ເຂົ້າອູ່ປາ ຂອງນະຄອນຫລວງວຽງຈັນ; ແຕ່ ປັດຈຸບັນ ກຳລັງຖືກທຳລາຍ ອີກບໍ່ດົນເຂດນັ້ນ ກໍບໍ່ມີທົ່ງນາ ອີກແລ້ວ ຈະມີ ແຕ່ຖນົນຫົນທາງ ແລະ ຕຶກອາຄານ ໃຫຍ່ໆສູງໆ ຂອງຄົນຕ່າງປະເທດ; ຄົນລາວ ໄດ້ແຫງນເບິ່ງ.
ນອກຈາກນັ້ນ ປະຊາຊົນ ຜູ້ທີ່ໂຍກຍ້າຍ ຍັງບໍ່ດີໃຈ ຕໍ່ການກະທຳ ຂອງທາງການລາວ ອີກແນວນຶ່ງ ຄື ຣະບົບການໃຊ້ ດິນເປັນທຶນ ແປວ່າ ທາງການລາວ ໃຫ້ປະຊາຊົນທີ່ ອາໃສ ຢູ່ໃນເຂດ ໂຄງການຕ່າງໆນັ້ນ ໂຍກຍ້າຍອອກ ໂດຍໃຫ້ຄ່າຊົດເຊີຍໜ້ອຍ ແລ້ວຣັຖບານ ດຳເນີນ ການກໍ່ສ້າງ ເຊັ່ນສ້າງຖນົນ 450 ປີ ແລ້ວອະນຸຍາດ ໃຫ້ເຈົ້າຂອງດິນ ທີ່ໂຍກຍ້າຍ ອອກໄປກ່ອນນັ້ນ ມີສິດຊື້ເອົາ ດິນຕອນເກົ່າ ຂອງພວກຂະເຈົ້າຄືນໄດ້ ແຕ່ໃນຣາຄາສູງກວ່າ ເພາະທາງການ ອ້າງວ່າ ຣັຖບານ ໄດ້ບຸຣະນະ ສ້າງສາ ຖນົນຫົນທາງແລ້ວ ຫລື ມີສູນການຄ້າໃຫຍ່ໆແລ້ວ; ຄວາມຈິງ ຣັຖບານ ເຮັດແນວນີ້ ກໍເພື່ອຢາກໄດ້ກຳໄຣ ໂດຍໃຊ້ດິນ ເປັນທຶນເປັນຮອນ. ແຕ່ບັນຫາ ມີຢູ່ວ່າ ປະຊາຊົນຫລາຍຄົນ ເຂົ້າໃຈວ່າ ຣັຖບານ ຢາກເອົາລັດເອົາປຽບ ປະຊາຊົນ ໃຫ້ຄ່າຊົດເຊີຍໜ້ອຍ ແຕ່ບັດຂາຍຄືນ ພັດຂາຍ ໃນຣາຄາແພງກວ່າ. ໃນກໍຣະນີ ຖນົນ 450 ປີ ປະຊາຊົນ ຫລາຍຄົນ ບໍ່ຍອມຊື້ ດິນຄືນ ເພາະຣາຄາແພງເກີນໄປ. ໃນໂຄງການອື່ນໆ ກໍອາດຈະເຊັ່ນດຽວກັນ ຣັຖບານ ອາດຈະປະຕິບັດ ຕາມຣະບົບໃຊ້ດິນ ເປັນທຶນນີ້ ເຊັ່ນກັນ.
ບັນຫາໃຫຍ່ ຢູ່ລາວ ໃນເມື່ອປະຊາຊົນ ບໍ່ດີໃຈ ກ່ຽວກັບເຣື່ອງ ດິນ ພວກຂະເຈົ້າ ບໍ່ສາມາດຂັດຄ້ານ ບໍ່ສາມາດ ຕໍ່ວ່າຕໍ່ຂານ ໄດ້ແນວໃດເລີຍ ຖ້າຈະປະທ້ວງ ແຮງຮ້າຍ ປະຊາຊົນ ຖືກຈັບ ແລະ ກັກຂັງມາແລ້ວຫລາຍຄົນ.