ຂໍ້ຂັດແຍ່ງທີ່ດິນບ້ານ ດ່ານຊ້າງ
2018.12.21

ເຈົ້າໜ້າຕຳຣວດ, ເຈົ້າໜ້າທີ່ສານ ແລະຫ້ອງການຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ລົງໄປມ້າງເຮືອນຂອງ ທ້າວ ກຸມພັນ ສຸລິວົງ ຢູ່ເຂດບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນ ໃນວັນທີ 20 ທັນວາ ທີ່ຜ່ານມາ. ໂດຍທີ່ ເຈົ້າໜ້າທີ່ ຜູ້ທີ່ລົງໄປ ມ້າງເຮືອນ ໄດ້ໃຫ້ເຫດຜົນວ່າ ເປັນການປະຕິບັດຄຳສັ່ງ ຂອງ ສານປະຊາຊົນສູງສຸດ, ແຕ່ວ່າຄອບຄົວຂອງ ທ່ານ ກຸມພັນ ສຸລິວົງ ຜູ້ທີ່ອ້າງຕົວ ເປັນ ເຈົ້າຂອງທີ່ດິນ ວ່າທີ່ດິນຕອນດັ່ງກ່າວ ເປັນຂອງຕົນເອງ ແລະ ຄູ່ກໍຣະນີມາເຮັດ ໃບຕາດິນ ຊ້ຳຊ້ອນກັນ. ດັ່ງທ່ານກ່າວຕໍ່ ເອເຊັຍເສຣີ ໃນວັນທີ 21 ທັນວາ ວ່າ:
"ກ່ອນທີ່ເພິ່ນຈະລົງປະຕິບັດຄຳສັ່ງ ຂອງສານ ເພິ່ນໄດ້ອອກໃບຕາດິນທັບຊ້ອນ ກ່ອນ ຄືພວກເຮົາໄດ້ຖາມວ່າ ໃບຕາດິນທັບຊ້ອນ ແມ່ນ ເຈົ້າໜ້າທີ່ ໄດ້ມາແຕ່ໃສ່ ເພິ່ນວ່າລົບລ້າງ ໃບຕາດິນ ຂອງພວກຂ້ອຍ ພວກເຈົ້າໄປລົບລ້າງຕອນໃດ ເຂົາເຈົ້າບໍ່ຕອບ ເຂົາເຈົ້າບໍ່ໃຫ້ຄຳເຫັນ ຫຍັງເລີຍ."
ທ່ານກ່າວຕື່ມວ່າ ດິນຕອນທີ່ເກີດເລື້ອງໃນມື້ນີ້ ເປັນທີ່ດິນຂອງພໍ່ ທີ່ມາຮັບການມອບໂອນ ຈາກ ນາງຮຽງ ຫລວງພິນິດ ແຕ່ ປີ 2003 ແລະມີ ໃບຕາດິນຂອບຄຳ, ຫລັງຈາກນັ້ນ ນາງຮຽງ ຈຶ່ງຕ້ອງການດິນຕອນດັ່ງກ່າວຄືນ ດ້ວຍການເຮັດ ໃບຕາດິນຂອບຄຳ ຂຶ້ນອີກໃບນຶ່ງ ຢູ່ໃນທີ່ດິນຕອນດັ່ງກ່າວ ຊຶ່ງຖືວ່າ ດິນຕອນດັ່ງກ່າວ ມີໃບຕາດິນສອງໃບ ຊ້ຳຊ້ອນກັນ.
ຫລັງຈາກນັ້ນ ທັງສອງຝ່າຍ ຈຶ່ງມີການຟ້ອງຮ້ອງກັນຂຶ້ນສານ ເພາະວ່າຕ່າງຝ່າຍກໍມີໃບຕາດິນ ໃນເນື້ອທີ່ 38 ພັນ ແມັດກາເຣ.
ອີງຕາມຂໍ້ມູນຈາກ ທ່ານ ກຸມພັນ, ສານຊັ້ນຕົ້ນຕັດສິນ ໃຫ້ຄອບຄົວຂອງ ທ່ານ ກຸມພັນ ຊນະຄະດີຄວາມ, ແຕ່ຕໍ່ມາ ມີການຍື່ນອຸທອນ ແລ້ວ ສານອຸທອນຕັດສິນໃຫ້ ນາງຮຽງ ເປັນຜູ້ຊນະຄະດີຄວາມ ແລະມີການຕໍ່ສູ້ຄະດີກັນ ຢູ່ສານສູງສຸດ ແລ້ວສານສູງສຸດ ກໍຕັດສິນໃຫ້ ນາງຮຽງ ຊນະຄະດີຄວາມ ໃນປີ 2016.
ກ່ຽວກັບກໍຣະນີທີ່ມີການວິພາກວິຈານ ວ່າໃນວັນທີ 20 ທັນວາ ທີ່ຜ່ານມາ ວ່າ ເຈົ້າໜ້າທີ່ຕຳຣວດ ໄປບັງຄັບມ້າງເຮືອນຂອງ ທ່ານ ກຸມພັນ ເພື່ອໃຫ້ອອກຈາກ ທີ່ດິນຕອນດັ່ງກ່າວນັ້ນ ທ່ານ ພັນຕຣີ ພີມພອນ ຮອງ ປກສ ກຸ່ມບ້ານໄຊ ເຈົ້າໜ້າທີ່ຕຳຣວດ ກຸ່ມບ້ານໄຊ ເມືອງໄຊທານີ ໄດ້ກ່າວຕໍ່ໜັງສືພິມລາວ ພັທນາ ຕອນນຶ່ງວ່າ:
ສະເພາະເຫດການທີ່ເກີດຂຶ້ນຢູ່ບ້ານດ່ານຊ້າງ ທີ່ວ່າມີຄົນ ເອົາລົງເຟສ ລົງລາຍ ທີ່ວ່າເຈົ້າໜ້າທີ່ເຮົາ ໄປບຸກລຸກຫັ້ນ ມັນບໍ່ແມ່ນເນາະ ອັນນີ້ ມັນແມ່ນການປະຕິບັດ ຄຳຕັດສິນຂອງສານ ເຈົ້າໜ້າທີ່ພວກເຮົາໄດ້ ຖືກເຊີນເຂົ້າຮ່ວມ ໃນການປະຕິບັດ ຄຳຕັດສິນຂອງສານ ໄປຍົກຍ້າຍຄອບຄົວ ຂອງ ທ່ານ ກຸມພັນ ໂຍກຍ້າຍອອກຈາກທີ່ດິນ ດັ່ງກ່າວ ຄຳຕັດສິນຂອງສານ ຣາຍລະອຽດ ລະແມ່ນຢູ່ນຳ ສານສູງສຸດ ປະຕິບັດໄປ ເຖີງຂັ້ນສູງສຸດ ບໍ່ມີບ່ອນໃດປະຕິບັດໄດ້ແລ້ວ.